ວັນເດືອນປີເກີດສຳຮັບບາງຄົນອາດບໍ່ສຳຄັນເພາະມັນເປັນໂຕເລກທີ່ບົ່ງບອກອາຍຸຊື່ໆແຕ່ສຳຮັບຄົນໂລກຕາເວັນຕົກແລະອອສເຕຼເລັຍແລ້ວມັນສຳຄັນທັງກໍອຳມັນໄວ້ເພາະບໍ່ຢາກໃຫ້ຜູ້ອື່ນຮູ້ວ່າໂຕເອງເຖົ້າແກ່ປານໃດ.ນອກນັ້ນມັນກໍເປັນຂໍ້ມູນສ່ວນໂຕທີ່ສຳຄັນເພາະມັນບົ່ງບອກວ່າເຮົາແມ່ນໃຜ. ຕົວຢ່າງເມື່ອເຮົາໄປໂຮງໜໍຫຼືໂຮງພະຍາບານເຮົາຈະຖຶກຖາມເອົາວັນເດືອນປີເກີດ.ນີ້ກໍເພື່ອຢັ້ງຢຶນໃຫ້ແນ່ແທ້ວ່າເຮົາແມ່ນໃຜຢ່າງຕົງທ່ຽງແນ່ນອນ. ແນ່ນອນລາວນອກບາງທີຜານ ຕ.ມ. ມາກ່ອນອາດມີວັນເດືອນປີເກີດບໍ່ຖຶກຕ້ອງ. ບາງຄົນກໍຖຶກແຕ່ງໃຫ້ເພາະບໍ່ຮູ້ວ່າຕົນເກີດເມື່ອໃດ.ບາງຄົນຫົວດີ ຢ້ານບໍ່ໄດ້ໄປຢູ່ປະເທດທີ່ສາມກໍຫຼຸດອາຍຸລົງ.ນີ້ພາໃຫ້ມີບັນຫາໃນການໄປບຳນານເພາະໂຕເອງອ່ອນລົງຫຼາຍປີແຕ່ອາຍຸແທ້່ີທເຖົ້າສູ້ກັບວຽກງານແລະອາການໃນດ້ານສຸຂພາບບໍ່ໄດ້... ໃນອອສເຕຼເລັຍມີອົພຍົບຄົນ ຕີເບັດ ມາກມາຍເປັນດັ່ງທີ່ເວົ້າມານັ້ນແລະກຳລັງພາກັນໄປແປງລາຍຣະອຽດສ່ວນໂຕຂອງພວກຂະເຈົ້າໃຫ້ຖຶກຕ້ອງກັບອາຍຸອັນຈິງແທ້ຂອງພວກຂະເຈົ້າ... ແຕ່ລາວເຮົາເດ້?...
SBS ພາສາລາວ
ອົພຍົບທີ່ມີລາຍຣະອຽດສ່ວນໂຕບໍ່ຖຶກຕ້ອງ
Lodoe's ID says she was born in 1979. Source: SBS News