ໃນຄຸ້ມ ແຄນເຕີບູຣີ-ແບງສ໌ທາວ ຂອງນະຄອນ ຊິດນີ ຣັດນີວຊາວແວນລ໌ ອອສເຕຼເລັຍ ທີ່ມີທ່ານ ຊອກຊ໌ ຊາເກັຍ ເປັນເຈົ້າກຳແພງເມືອງ ມີຄົນທີ່ເກີດຢູ່ໃນຕ້າງປະເທດເຖິງ 40% ແລະພວກເຫຼົ່ານີ້ເຖິງ 1/4 ບໍ່ປາກເວົ້າພາສາອັງກິດ. ທ່ານ ຊາເກັຍ ເວົ້າວ່າທ່ານຕົກສເງີ້ທີ່ຮູ້ຜ່ານການຂົນຂວາຍອັນນຶ່ງວ່າ 8 ຈາກແຕ່ລະ 10 ບ້ານເຮືອນໃນຄຸມ ລາເຄັມບາ ບໍ່ມີເຄື່ອງສັນຍານຈັບຄວັນໄຟທີ່ໃຊ້ການໄດ້. ທ່ານກຳລັງກະທຳບາງສິ່ງບາງຢ່າງເພື່ອແກ້ໄຂບັນຫາຕ່າງໆນັ້ນຢູ່...
Share






