ໂລກນີ້ກຳລັງປະເຊີນໜ້າກັບໄຂ້ຕຸ່ມແດງ

Measles Source: AAP
ພາຍຫຼັງການເປີດເຜີຍຂໍ້ມູນໃໜ່ທີ່ບອກໃຫ້ຮູ້ວ່າຈຳນວນຄົນໃນໂລກນີ້ທີ່ເປັນໄຂ້ອອກຕຸ່ມແດງ ທະວີຂຶ້ນສາມເທົ່າໃນປີ 2019 ສະຫະປະຊາຊາດກຳລັງບອກເຕືອນວ່າພະຍາດໄຂ້ອອກຕຸ້ມແດງ ກຳລັງຣະບາດຂຶ້ນໃນໂລກນີ້. ຕົວເລກຊົ່ວຄາວຂອງອົງການອານາມັຍໂລກຊີ້ແຈງວ່າທຸກເຂດແດນຂອງໂລກນີ້ເັປນພະຍາດດັ່ງກ່າວ. ຕົວເລກຄັ້ງຫ້ຼາສຸດນັ້ນຖຶກເປີດເຜີຍອອກມາພາຍຫຼັງທີ່ຈຳນວນຄົນທີ່ເປັນໄຂ້ຕຸ່ມແດງນັ້ນທະວີຂຶ້ນ ຕິດໆຕໍ່ໆກັນໃນຣະຍະສອງປີທີ່ຜ່ານມາ.
Share




