ຂ່າວ 25-7-20

Stay home Save life - SBS radio

Stay home Save life - SBS Radio Source: SBS

* ນາຍົກຣັຖມົນຕີອອສເຕຼເລັຍ ສະກອດ ມໍຣິຊັນ ເວົ້າວ່າຈະບັນຍັດຢູ່ຕໍ່ໆ

ໄປຍຸທສາດການປ້ອງກັນຄວບຄຸມໂກວິດ-19.

ີນີ້ເປັນດັ່ງນັ້ນເມື່ອທີ່ຣັດວິກຕໍໍເຮັຍ ໃນວານນີ້ ມີອິກ 6 ຄົນຕາຍຍ້ອນໂກວິດ

-19 ໂດຍມີອີກ 300 ຄົນເປັນພະຍາດດັ່ງກ່າວ.

 

0 ໂຈດສ໌ ຟາຍແດນເບີກ ນາຍຄັງໃຫຍ່ອອສເຕຼເລັຍເວົ້າວ່າອອສເຕຼເລັຍຢູ່

ໃນເສັ້ນທາງອັນຈົບດີກ່ວາປະເທດໃດໆເພື່ອຈະຟື້ນດີຂຶ້ນໃນດ້ານເສຖກິດ.

ຣັຖບານອອສເຕຼເລັຍຈັບຈ່າຍເງິນມາແລ້ວ 300ພັນລ້ານ ໂດລາໃສ່ການຄ້ຳ

ຈູນຕ່າງໆກ່ຽວກັບໂກວິດ-19. ນີ້ສາມາດສ້າງວຽກເຮັດງານທຳໂດຍກົງແລະ

ໂດຍທາງອ້ອມໄດ້ເຖິງ 66ພັນ ວຽກງານ.

ທ່ານເວົ້າວ່າບາດກ້າວໃນຂັ້ນຕໍ່ໄປຂອງການຄ້ຳຈູນກ່ຽວກັຍໂກວິດ-19 ຈະໂຈະ

ໂຈງໃສ່ການເຮັດໃຫ້ມີການເຕີບໂຕໃນດ້ານເສຖກິດອອສເຕຼເລັຍ.

 

0 ໃນວານນີ້ວິກຕໍເຣັຍມີຄົນອີກໃໜ່ເປັນຢ່າງຕ່ຳເຈັດຄົນຕາຍຍ້ອນໂກວິດ-19.

ໃນນັ້ນຫ້າຄົນມີສາຍພົວພັນໄປເຖິງການດູແລຄົນແກ່ສະຣາ.

ສາມຄົນເປັນຄົນໃນວັຍ 90 ແລະສີ່ຄົຍຢູ່ໃນວັຍ 80.

ນອກນັ້ນກໍມີອີກ 300 ຄົນເປັນພະຍາດດັ່ງກ່າວ.

 

0 ໃນວານນີ້ ຄົນໃນຣັດນີວຊາວແລນລ໌ ອີກ 7 ຄົນເປັນໂກວິດ-19 ໂດຍການ

ຕິດແປດກັນໃນຊຸມຊົນ.

ູຄົນຕິດແປດພະຍາດນັ້ນຈາກການໄປຮ້ານອາຫານໄທຍ໌ ໄທຍ໌ລ໋ລອກ.

ບັດນີ້ຄົນທີ່ເປັນໂກວິດ-19 ໃນນີວຊາວແວນລ໌ຈາກກຸ່ມທີ່ໄປຮ້ານອາຫານໄທຍ໌

ນັ້ນມີແລ້ວ 52 ຄົນ ແຕ່ກ່ຽວກັບຄົນນຶ່ງແມ່ນບໍ່ຮູ້ວ່າຕິດແປດມາຈາກໃສກັນ.

ຈາກການຕິດແປດກັນຈາກໂບດ ອາວເຮີ ເລດີ ອອບ ລີບານ໋ອນ ກໍມີ 3 ຄົນ.

ນອກນັ້ນກໍມີອີກສາມກໍຣະນີອື່ນໆ.

 

0 ທາງການຣັດເຊົາອອສເຕຼເລັຍຕ້ອງຫ້າມບໍ່ໃຫ້ຄົນໃນຣັດວິກຕໍເຣັຍເຂົ້າໄປໃນ

ຣັດດັ່ງກ່າວຈາກແຕ່ທ່ຽງຄືນຂອງວັນທີ່ 28 ກໍຣະກະດາ ປີນີ້ເປັນຕົ້ນໄປ.

ຄົນຂອງຣັດເຊົາອອສເຕຼເລັຍທີກັບຈາກວິກຕໍເຣັຍກໍຖຶກຕ້ອງຫ້າມດັ່ງນັ້ນ.

ຄົນທີເຂົ້າໄປເຊົາອອສເຕຼເລັຍຈາກຣັດນີວຊາວແວນລ໌ແລະເອຊີທີ ຕ້ອງແຍກ

ໂຕຂ້າພະຍາດ 14 ມື້ແລະຖືກກວດເບິ່ງພະຍາດດັ່ງກ່າວ.

ການເຂົ້າຮວ່ມກິນດອງວິວາແລະສານະປະກິດຊົບແມ່ນກະທຳໄດ້ບໍ່ເກີນ 100 ຄົນ.

ການເຕົ້າໂຮມກັນຢູ່ໃນເຮືອນແມ່ນບໍ່ໃຫ້ກາຍ 50 ຄົນ.

 

0 ຣັດທັສມາເນັຍຈະເປີດຊາຍແດນສຳຮັບຣັດເຊົາອສສເຕຼເລັຍ, ແວສເຕີນອອສ

ເຕຼເລັຍແລະນອກເທີນເຕຣິຕໍຣີໃນວັນທີ 7 ສິງຫາ 2020 ແຕ່ຈະປິດຊາຍແດນນັ້ນ

ຢູ່ຕໍ່ໆໄປສຳຮັບແຫ່ງອື່ນໆຍ້ອນໂກວິດ-19.

 

0 ​ສປຈີນ ສັ່ງປິດກົງສູນ ສຫຣອະເມຣິກາ ທີ່ນະຄອນ ເຊັງດູ ແລ້ວເພື່ອເປັນການ

ໂຕ້ຕອບ ສຫຣັດທີປິກົງສູສປຈີນ ທີ່ນະຄອນຮີວສ໌ຕັນ, ຣັດເທັກສັຕ.

ການປິດທີເທັກສັຕນັ້ນແມ່ນກ່ຽວກັບທີ່ສຫຣັດເຫັນວ່າສປຈີນຂີ້ຂະມວຍຂໍ້ມູນ

ຕ່າງໆໂດຍການແຮ໋ກເຈາະເຂົ້າຣະບົບຄອມປຸຍເຕີ້ສຫຣັດ.

ສປຈີນເຫັນວ່າການປິດນັ້ນບໍ່ມີເຫດຜົນດີເລີຍປິດກົງສູນສຫຣັດໂຕ້ຕອບ.

ຄວາມສຳພັນສປຈີນ-ສຫຮັດເຊຶ້ອມເສັຍມາຊົ່ວຣະຍະນຶ່ງແລ້ວ.

 

0 ຈຸດເປົ້າໜາຍເຮັດໃຫ້ຄົນພື້ນເມືອງອອສເຕຼເລັບທຽບເທົ່າຮອບດ້ານກັບຄົນທົ່ວ

ໄປຂອງອອສເຕຼເລັຍກຳລັງຈະສະຣຸບໄດ້ແລ້ວ.

ຄົນພື້ນເມືອງອອສເຕຼເອງເອງເປັນຜູ້ວາດແຕ່ງຈຸດເປົ້າໜາຍນັ້ນ.

 

0 ຜູ້ສ່ຽວຊານເຫັນວ່າການທີ່ອອສເຕຼເລັບຮັບເອົາຄົນຕ່າງປະເທດມາຢູ່ອອສເຕຼເລັຍ

ຢ່າງຖາວອນໜ້ອຍລົງຈະເຮັດໃຫ້ການຟື້ນໂຕດີຄືນຂອງເສຖກິດອອສເຕຼເລັຍໄດ້ຮັບ

ຄວາມເສັຍຫາຍ 50ພັນລ້ານ ໂດລາສຳຮັບປີການເງິນສອງຮວດ.

 

0 ເບຣູສ ບູຊານີ ນັກຂຽນນັກແຕ່ງທີ່ເປັນຜູ້ຂໍລີ້ພັຍທີ່ອອສເຕຼເລັຍກັກໂຕໄວ້ໃນສູນ

ກັກຄົນເຂົ້າເມືອງອອສເຕຼເລັຍໃນປະເທດປາບົວນີວກີນີເຖິງ 6 ປີ ຖືກປະເທດນີວ

ຊີແລນດ໌ຮັບເອົາໄປຢູ່ນີວຊີແລນດ໌ຢ່າງຖາວອນໃນຖານເປັນອົພຍົບແລ້ວ.

ທ່ານດີໃຈນຳກັບການກະທຳນັ້ນແຕ່ຈະຕໍ່ສູ້ເພື່ອຜູ້ຂໍລີ້ພັຍໃນສູນຕ່າງຂອງອອສເຕຼ

ເລັຍຢູ່ຕໍ່ໆໄປ.

ທ່ານເປັນຄົນເຜົ່າເຄີກດ໌ໃນປະເທດອນຣານ.

 

 


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service