ການຫາເອົາການຊ່ວຍເຫຼືອໃນດ້ານກົດໜາຍໂດຍບໍ່ຄິດຄ່າຫັຍງໃນອອສເຕຼເລັຍ

ການຊ່ວຍເຫຼືອອັນຊຽວຊານອາດເປັນສິ່ງຈຳເປັນສຳຮັບຄົນທີ່ຫາເອົາການຊ່ວຍເຫຼືອຢູ່ໃນດ້ານກົດໜາຍອອສເຕຼເລັຍ. ແຕ່ຍ້ອນທີ່ນັກກົດໜາຍຄິດຄ່າຕໍ່ຊົ່ວໂມງນັບເປັນຫຼາຍຮ້ອຍດອນລາ ບໍ່ແມ່ນວ່າທຸກໆຄົນຈະສາມາສແວງເອົາຄວາມເປັນທັມໄດ້. ແຕ່ທ່ານອາດສາມາດຫາເອົາຄວາມຊ່ວຍເຫຼືອໂດຍບໍ່ຄິດຄ່າຫັຍງໄດ້ຜ່ານການຊ່ວຍເຫຼືອໃນດ້ານກົດຫໜາຍ (legal aid).

scales of justice

Source: Getty Images/Julius Adamek/EyeEm

ຄົນທີ່ຕ້ອງການການຊ່ວຍເຫຼືອໃນດ້ານກົດໜາຍສາມາດຫາເອົາການຊົດຊ່ວຍຈາກ legal aid commission (ຄະນະກັມການການຊ່ວຍເລື້ອດ້ານກົດໜາຍ) ໃນຣັດແລະ territory ຂອງພວກຂະເຈົ້າຫຼືໄປຫາສູນກາງກົດໜາຍຕ່າງໆຂອງຊຸມຊົນຫຼື Aboriginal and Torres Strait Islander Legal Services.

 

 

National Legal Assistance Partnership 2020-25 ຈະໃຫ້ການຄ້ຳຈູນການເງິນຂອງຣັຖບານອອສເຕຼເລັຍຫຼາຍກ່ວາ 2,300 ລ້ານດອນລາແກ່ທຸກຣັດແລະ territory ສຳຮັບຂະແໜງການຊ່ວຍເຫຼືອໃນດ້ານກົດໜາຍ ທີ່ຕລອດມາ ຢ່າງຊ້ຳເຮື້ອຂາດເຂີນການຄ້ຳຈູນການເງິນເປັນເວລາຫຼາຍປີ.

 

ຈຸດທີ່ສຳຄັນ :

* ຜູ້ບໍຣິການການຊ່ວຍເຫຼືອໃນດ້ານກົດໜາຍເປັນຜູ້ຕັດສິນໃຈກ່ຽວກັບຮູບແບບການຊ່ວຍເຫຼືອໃນຖານແຕ່ກໍຣະນີ
* ເພື່ອຈະໄດ້ການຊ່ວຍເຫຼືອໃນດ້ານກົດໜາຍ ແມ່ນຕ້ອງຖຶກຕ້ອງກັບການກວດເບິ່ງຄວາມເໜາະສົມແລະຫຼັກການທີ່ກ່ຽວຂ້ອງຂອງການຊ່ວຍເຫຼືອໃນດ້ານກົດໜາຍຂອງຄະນະກັມການນັ້ນ
* National Legal Assistance Partnership 2020-25 ຈະໃຫ້ການຄ້ຳຈູນການເງິນ 2,300 ດອນລາເພື່ອບໍ່ຣິການການຊົດຊ່ວຍໃນດ້ານກົດໜາຽ.

 

ຄົນທີ່ຫາເອົາການຊ່ວຍເຫຼືອໃນດ້ານກົດໜາຍອາດຕ້ອງການການຊົດຊ່ວຍຈຳນວນນຶ່ງ ຮວມດ້ວຍຂໍ້ມູນດ້ານກົດໜາຍແລະກິຈການການສເນີຕໍ່, ການແນະນຳໃນດ້ານກົດໜາຍອັນສະເພາະ, ວິທີການແລະການດຳເນີນຂອງຣະບົບສານ, ເງື່ອນໄຂຂອງການໂຕ້ຖຽງກັນແລະການຕາງໜ້າໃນດ້ານກົດຣາຍແລະອື່ນໆ.

 

ອົງການຈັດຕັ້ງຕ່າງໆໃຫ້ການຊ່ວຍເຫຼືອຣະດັບໃນດ້ານກົດໜາຍບໍ່ຄືກັນ ໂດຍທີ່ແຕ່ຣະອັນມີກົດເກນຂອງໂຕເອງໃນການໃຫ້ການຊົດຊ່ວຍ.

man and the phone
Legal Aid commissions provide free legal information and advice over phone Source: Getty Images/LumiNola


ຄະນະກັມການການຊ່ວຍເຫຼືອໃນດ້ານກົດໜາຍ (Legal Aid Commissions)

Legal Aid commissions ໂດຍບໍ່ຄິດຄ່າຫັຍງ ໃຫ້ຂໍ້ມູນດ້ານກົດໜາຍ ຮວມດ້ວຍປຶ້ມນ້ອຍໆໂດຍບໍ່ຄິດຄາຫັຍງ, ການຊີ້ແຈງຂໍ້ມູນຫຼືຄວາມແນະນຳໃນດ້ານກົດໜາຍຜ່ານທາງໂທຣະສັບ.

ຖ້າຫາກທ່ານຕ້ອງການການຕາງໜ້າໃນດ້ານກົດໜາຍ ທ່ານຕ້ອງຮ້ອງຂໍເອົາການຊ່ວຍເຫຼືອໃນດ້ານກົດໜາຍແລະທ່ານຈຳຕ້ອງຖຶກຕ້ອງກັບ Means and Merits tests (ການກວດດູເບິ່ງແລະຄວາມເໜາະສົມ). ຄະນະກັມການການຊ່ວຍເຫຼືອໃນດ້ານກົດໜາຍໃນການຄວບຄຸມອຳນາດອັນບໍ່ຄືກັນ ອາດມີກົດເກນອັນແຕກຕ່າງກັນໃນການໃຫ້ການຊ່ວຍເຫຼືອ. 

Means and Merits tests ພິຈາຣະນາເບິ່ງຣາຍໄດ້ຂອງທ່ານແລະຊັບສົມບັດແລະເຣື່ອງລາວໃນດ້ານກົດຽາຍຂອງທ່ານ ວ່າມັນແມ່ນເຣື່ອງກົດໜາຍອາຍາ, ແພ່ງຫຼືຄອບຄົວ.



ສາສດາຈານ Simon Rice ຂອງມະຫາວິທຍາລັຍ Sydney University ເວົ້າວ່າຄົນສ່ວຍໃຫຍ໋ທີ່ມີລາຍໄດ້ປານກາງບໍມີສິດໄດ້ຮັບການຊ່ວຍເຫຼືອໃນດ້ານກົດໜາຽ.

ທ່ານວິເຄາະເບິ່ງສະຕິທິແຫ່ງຊາດໃນດ້ານຊ່ວຍເຫຼືອໃນດານກົດໜາຍ  National Legal Aid Statistics ຂອງຣະຫ່ວາງເດືອນກໍຣະກະດາ 2020 ຫາ ພຶດສາພາ 2021 ແລ້ວເຫັນວ່າ 65% ຂອງການຊ່ວຍເຫຼືອນັ້ນຖຶກມອບໃຫ້ຜູ້ຊາຍແລະພຽງແຕ່ 33% ແກ່ຜູ້ຍິງ.

meeting between two man
Everybody who contacts community legal centres will at least get help in legal information and guidance for self-help resources Source: Getty Images/Weekend Images Inc


Community Legal Centres (ສູນກາງກົດເໜາຍຂອງຊຸມຊົນ)

ທົ່ວອອສເຕຼເລັຍ ສູນກາງກົດຽາຍຂອງຊຸມຊົນ 170 ແຫ່ງທີ່ມີອິສຣະພາບ, ບໍ່ຫາເອົາຜົນກຳໄລ ບໍຣີການການຊ່ວຍເຫຼືອໃນດ້ານກົດໜາຍໂດຍບໍ່ຄິດຄ່າຫັຍງ, ຮວມດ້ວຍຂໍ້ມູນ, ການສເນີຕໍ່ໄປ. ການສຶກສາໃນດ້ານກົດໜາຍ, ຄວາມແນະນຳແລະກິຈການການຕາງໜ້າ.

Nassim Arrage ຜູ້ບໍຣິຫານຂັ້ນສູງສຸດຂອງອົງການຈັດ6ັງອັນສູງສົ່ງ Community Legal Centres Australia ເວົ້າວ່າສູນກາງ community legal centres ຝັງຢູ່ໃນຊຸມຊົນແລະມີຣະບົບການອັນແຂງແຮງແທ້ໆກັບກິຈການຂອງຊຸມຊົນໃນທ້ອງຖິ່ນ.

      ໃນວັບໄຊຕ໌ຂອງພວກຂ້າພະເຈົ້າ ຄົນທັງຫຼາຍສາມາດຢືດຢື້ເຖິງ directory of all the community legal centres

      (ບ່ອນຕິດຕໍ່ເຖິງທຸກສູນກາງກົດໜາຍຂອງຊຸມຊົນ) ໃນອອສເຕຼເລັຍ.

 

ທ່ານ Arrage ເວົ້າວ່າ community legal centres ຕັດສິນໃຈກ່ຽວກັນການຊ່ວຍເຫຼືອທີ່ພວກເພີ່ນບໍຣິການໃນຖານແຕ່ຣະກໍຣະນີ.

ແຕ່ ທ່ານເນັ້ນວ່າທຸກຄົນທີ່ຕິດຕໍ່ຫາ community legal centres ເປັນຢ່າງໜ້ອຽຈະໄດ້ຮັບຂໍ້ມູນໃນດ້ານກົດໜາຍແລະຄວາມແນະນຳສຳຮັບສັບພະຍາກອນການຊ່ວຍເຫຼືອໂຕເອງ.

ທ່ານເວົ້າວ່າ "ການທີ່ບຸກຄົນແຮງມີຫຼາຍສິ່ງຫຼາຍຢ່າງເທົ່າໃດ ທີ່ພວກທ່ານຮຽກວ່າ ແມ່ນສິ່ງທີບົ່ງບອກການເສັຍປຽບ ແມ່ນທີ່ພວກທ່ານຄົງໃຫ້ການຊ່ວຍເຫຼືອຕໍ່ໄປ. ດ້ວຍເຫດນີ້ ມັນອາດແມ່ນ ການປະສົບການກັບຄວາມຮຸນແຮງໃນດ້ານຄອບຄົວ ບໍ່ສາມາດປາກເວົ້າໄດ້ຫຼືເຂົ້າໃຈພາສາອັງກິດ ພິການ ແກ່ສະຣາແລະອ່ອນແອ ໜຸ່ມກ່ວາ 18 ​ປີ. ສາເຫດທັງໜົດນັ້ນ ມີຜົນສະທ້ອນໃສ່ການຕັດສິນໃຈຂອງພວກທ່ານ".

ກິຈການ Women's Legal Service Victoria ໃຫ້ກິຈການການການຊ່ວຍເຫຼືອໃນດ້ານກົດໜາຍໂດຍບໍ່ຄິດຄ່າຫັຍງແກ່ຜູ້ຍິງທີ່ປະສົບກັບຂາດຕົກບົກຜ່ອງໃນການແກ້ໄຂເຣື່ອງລາວໃນດ້ານກົດໜາຍທີ່ເກີດມາຈາກຄວາມເພພັງຂອງຄວາມສຳພັນກັນຫຼືຄວາມຮຸນແຮງ.

Helen Matthews ທີ່ເປັນ CEO ເວົ້າວ່າຍ້ອນມີການຄ້ຳຈູນອັນຈຳກັດໃນດ້ານການເງິນແລະການຝຶກຫັດແລະການພັທນາການແລະວຽກງານດ້ານນະໂຍບາຽທີ່ Women’s Legal Service Victoria ກະທຳ ພວກຂະເຈົ້າສາມາດບໍຣິການພຽງແຕ່ການແນະນຳໃນດ້ານກົດໜາຍແລະການຕາງໜ້າແກ່ຜູ້ຍິງເປັນຈຳນວນເລັກນ້ອຍ.

      ວຽກງານສ່ວນໃຫຍ່ຂອງພວກທ່ານແມ່ນ duty lawyer work (ການຊ່ວຍເຫຼືອຄົນໃນມື້ຂຶ້ນສານກົດໜາຍໂດຍບໍ່ມີ 

      ທະນາຍຄວາມ) ຢູ່ທີ່ສານຊັ້ນຕົ້ນຂອງແມນລ໌ເບິນ .

 

Duty Lawyer 

ທົ່ວອອສເຕຼເລັຍ ໃນສານທ້ອງຖິ່ນກັມການ (tribunal) ໃຜໆກໍສາມາດເຂົ້າເຖິງ duty lawyer ເພື່ອຄວາມຊ່ວຍເຫຼືອ ຖ້າຫາກພວກຂະເຈົ້າມີເຣື່ອງມີລາວກັບສານໃນມື້ຂຶ້ນສານແຕ່ບໍ່ມີທະນາຍຄວາມ.

ກິຈການນີ້ບໍ່ຄິດຄ່າຫັຍງ. ແຕ່ duty lawyers ສາມາດໃຫ້ການຊົດຊ່ວຍຈຳກັດໃນມື້ດັ່ງກ່າວ. ຖ້າຫາກເຣື່ອງລາວຂອງທ່ານແມ່ນຍາກຊາ ພວກຂະເຈົ້າອາດສາມາດຊົດຊ່ວຍທ່ານປ່ຽນເວລາທີ່ທ່ານຈະຂຶ້ນສານເທົ່ານັ້ນ.

Lawyer back view
In Australia for family and civil law matters, you may choose to represent yourself in court Source: Getty Images/Chris Ryan


ການຕາງໜ້າໂຕເອງ

ຄົນທີ່ຂຶ້ນສານກົດໜາຍອາຍາໃນອອສເຕຼເລັຍຈຳຕ້ອງຖຶກຕາງໜ້າໂດຍຜູ້ຊຽວຊານໃນດ້ານກົດໜາຍ. ກ່ຽວກັບເຣື່ອງຄອບຄົວແລະແພງ ທ່ານສາມາດຕາງໜ້າທ່ານເອງໄດ້.

ສາສດາຈານ Simon Rice ຂອງມະຫາວິທຍາລັຍ Sydney University ເວົ້າວ່າກະທັ້ງທີ່ສານໃຫ້ແວດລ້ອມທີ່ເປັນໄປໄດ້ທີ່ຈະຕາງໜ້າໂຕເອງ ເຮົາຕ້ອງການຄວາມຮູ້ໃນດ້ານເຕັກນິກກົດໜາຍເພື່ອກະຕຽມເອກກສານຕ່າງໆແລະເວົ້າວ່າກັບສານແລະກັມການ (tribunal).

      ການຊົດຊ່ວຍບໍ່ໄດ້ຜົນຫຼາຍໜັກ  ທ່ານສູ້ກັບຝ່າຍຕົງກັນຂ້າມທີ່ເປັນສັດຕູແລະຣະບົບການທີ່ຊຽວຊານໃນດ້ານກົດໜາຍ.

ສາສດາຈານ ປອ Jeff Giddings ເວົ້າວ່າມະຫາວິທຍາລັຍ Monash University ດຳເນີນລາຍການການຊ່ວຍເຫຼືອໃນດ້ານກົດໜາຍຄອບຄົວທີຖຶກວາດແຕ່ງຂຶ້ນມາເພື່ອຊົດຊ່ວຍຄົນທີ່ຕາງໜ້າໂຕເອງໃນການຟ້ອງຮ້ອງໃນດ້ານກົດໜາຍຄອບຄົວ.



ໂຮງຮຽນກົດໜາຍອອສເຕຼເລັຍອື່ນໆໃຫ້ການປະສົບການຈາກການໃຫ້ການຊ່ວຍເຫຼືອໃນດ້ານກົດໜາຍ ອັນຮວມດ້ວຍ ມະຫາວິທຍາລັຍ Griffith University, Deakin University, Bond University ແລະອື່ນໆຫຼາຍຕື່ມ. 

ໃນ law clinics ນັກຮຽນກົດໜາຍໃຫ້ຄວາມຮູ້ແລະການຄ້ຳຈູນກ່ຽວກັບຣະບົບການກົດໜາຍແລະວິທີການສານໂດຍບໍ່ຄິດຄ່າໃດໆ. clinics ເຫຼົານີ້ກະທຳວຽກການຢູ່ພາຍໃຕ້ການຄວບຄຸມຂອງນັກກົດໜາຍທີ່ມີຄວາມສາມາດແລະປະສົບການ.

 

ມັນກໍມີ ແວບໄຊຕ໌  ມາກມາຽສຳຮັບຂໍ້ມູນໃນດ້ານກົດໜາຍທີ່ບໍ່ຄິດຄາຫັຍງເພື່ອຊົດຊ່ວຍທ່ານວາງແຜນກັບຣະບົບສານກົດໜາຍ.

ທ່ານກໍສາມາດຫາເອົານັກກົດໜາຍເພື່ອຕາງໜ້າທ່ານເພື່ອຜົນດີຂອງສາທາຣະນະຊົນ (ຄືບໍ່ຖຶກຄິດຄ່າຫັຍງ).

 

ສຳຮັບຂໍ້ມູນເພີ້ມກ່ຽວກັບກິຈາການເພື່ອຜົນດີຂອງສາທາຣະນະຊົນໃນຣັດຂອງທ່ານ ໃຫ້ເຂົ້າເບິ່ງແວບໄຊຕ໌ Australian Pro Bono Centre

legal desk
At local courts and tribunals, anyone can approach a duty lawyer for assistance if they have a matter at court that day and do not have their lawyer Source: Getty Images/seksan Mongkhonkhamsao




     

 

 

 

 

 

 

 

 

 

 

 

 

 


Share

Published

Updated

By Josipa Kosanovic, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການຫາເອົາການຊ່ວຍເຫຼືອໃນດ້ານກົດໜາຍໂດຍບໍ່ຄິດຄ່າຫັຍງໃນອອສເຕຼເລັຍ | SBS Lao