ທ່ານປອດພັຍໃນ ອອນລາຍນ໌ ບໍ່?

boys on laptops

Source: Pixabay

"ອິນເຕີແນດຕ໌" ໂດຍສະເພາະເມ່ື່ອເຮົາຢູ່ໃນ "ອອນລາຍນ໌" ເຮົາຄົງບໍ່ມີຄວາມປອດພັຍຖ້າຫາກບໍ່ມີ

ຣະບົບປ້ອງກັນໄວ້ດີໆ.

 

ທ່ານເອັງໃນນາມເປັນຜູ້ບໍ່ຣິໂພກຣະບົບ ອນຕີແນດຕ໌ ແລະ "ແອບປ໌" ຕ່າງໆມີຄວາມປອດພັຍບໍ່?

ຄຳຕອບແມ່ນຄົງບໍ່ມີແຕ່ອາດບໍ່ຖຶກໂຈະໂຈງໃສ່ເທ່ືອເພາະຜູ້ບຸກຣຸກອາດຄິດວ່າທ່ານບໍ່ມີຫັຍງດີສຳ

ຮັບເຂົາ ແຕ່ບໍຣິສັດແລະອົງການຈັດຕັ້ງໃຫຍ່ໆໂຕໆຖຶກບຸກຣຸກສຳເຣັດແລ້ວກໍມີ.

ໃນຫ່ວາງນຶ່ງນີ້ ບໍຣິສັດ "ກາມິນ" ທີ່ເປັນບໍ່ຣິສັດໃນດ້ານ "ຈີພີແອສ" ໂຈະການໃຊ້ຣະບົບອິນເຕີ

ແນດຕ໌ ຂອງຕົນໄວ້ແລ້ວ ຄືຍຸຕິການໃຊ້ສອຍ ອອນລາຍນ໌ ແລ້ວ ຍ້ອນຖຶກ "ແຮ໋ກເກີ" "ແຮ໋ກ"ເຂົ້າ

ແລ້ວຖຶກຄວບຄຸມໂຕໄວ້ ຮຽກຄາໄທ່ເອົາເງິນ 10 ລ້ານ ໂດລາ ຢູ່.

ບາງມະຫາວິທຍາລັຍທີ່ຄົ້ນຊອກຫາແລະຜະລິດສ້າງຢາ "ວັກຊີນ" ກັນພະຍາດ "ໂຄໂຣນາໄວຣັສ" ໄດ້

ເສັຍຄ່າໄທ່ໄປແລ້ວນຶ່ງລ້ານໂດລາ.

ນອກນັ້ນສື່ສັງຄົມ "ທຸຍເຕີ" ໂດຍເປັນປະຫັວດການ ກໍຖຶກບຸກຣຸກສຳເຣັດໃນດ້ານຄວາມປອດພັຍ

ໜັ້ນຄົງ ຈົນວ່າບັນຊີ "ອັກຄາວຕ໌" ຂອງເສດຖີໃຫຍ່ ດັ່ງ ບຽນ ເງດຕ໌, ອີໂລນ ມັສກ໌ ແລະ ໂຈ

ບາຍເດັນ ເສັຍຂໍ້ມູນໄປບ້ອນແລ້ວ.

 

ວັນເສົາ ທີ 1 ສິງຫາ 2020 ແມ່ນວັນ "ໂວນດ໌ ວາຍດ໌ ແວບ".

 

ໃນຍາມທີ່ໂລກນີ້ຍັງຖຶກອາຣະວາດໂດຍພະຍາດ ໂຄໂຣຮາໄວຣັສ ທີ່ມາຈາກ ສປຈີນ ແມ່ນວ່າມັນ

ເປັນສິ່ງງ່າຍດາຍທີ່ຄອມປຸຍເຕີຖຶກແລະ/ຫຼືຈະຖຶກລັກເຈາະບຸກຣຸກ ແຮ໋ກ ເຂົ້າໄດ້ງ່າຍຂຶ້ນກ່ວາ

ປົກກະຕິ.

 

ມີການຂົນຂວາຍໃໜ່ໆວ່າ 80% ຂອງທຸຣະກິດເຮັດວຽກເຮັດການແບບ "ຣີໂມດ ເວີກກິງ" ດັ່ງເຮັດ

ວຽກການງານຢູ່ບ້ານແທນທີຈະແມ່ນເຮັດຢູ່ໃນຫ້ອງໃນບ່ອນເຮັດວຽກອັນປົກກະຕິ...

ອົງການຈັດຕັ້ງ "ຄຼາວດ໌ ສະໄຕຼກ໌" ເຫັນວ່າຕັ້ງແຕ່ຕົ້ນປີ 2020 ເປັນຕົ້ນມາ ອາຊະຍາກັມໃນດ້ານ

ອິນເຕີແນດຕ໌ປູດທະວີຂຶ້ນແລ້ວ 330%.

 

ໃນອອສເຕຼເລັຍຂໍ້ມູນອັນສຳຄັນຕ່າງໆນາໆຖຶກເບັດໃສ່ ໂຈະໂຈງໃສ່ເປັນພິເສດໂດຍນັກ ແຮ໋ກເກີ້

ທັງຫຼາຍ.

ເນື່ອງຈາກວັນ ໂວນດ໌ ວາຍດ໌ ແວບ (ເສົາ ທີ 1 ສິງຫາ 2020) ທຸຣະກິດທັງຫຼາຍຖຶກຮຽກຮ້ອງຕ້ອງ

ການໃຫ້ລື້ມພິຈາຣະນາເບິ່ງຣະບົບປ້ອງກັນຄວາມປອດພັຍໜັ້ນຄົງຂອງຣະບົບອິນເຕີແນດຕ໌/ອອນ

ລາຍນ໌ເພື່ອວ່າຈະມີຄວາມປອດພັຍອັນຈິງແທ້.

 

ໃນຖານສ່ວນບຸກຄົນສ່ວນໂຕແລ້ວກໍຕ້ອງຣະມັດຣະວັງແທ້ໆດ້ວຍ ເພາະອາດຈະຖຶກແຮ໋ກຫຼືຕົວະ

ຫຼອກໃຫ້ກົດໃ່ສບາງສິ່ງບາງຢ່າງແລ້ວເຮົາຈະສູນເສັຍການຄວບຄຸມຣະບົບອອມປຸຍເຕີ້ຂອງເອົາໃຫ້

ຜູ້່ີທບຸກທຸກ.


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service