ຄຼິສຕ໌ມັສ ແລະສາສນາ ແບບຕິສຕ໌ ແມ່ນຫັຍງ?
ກະຣຸນາກົດກ້ອງນີ້ເພື່ອຟັງການອະບາຍແລະສຳພາດທ່ານພະອາຈານ ປັສເຕີ ຕັກ ສິຣິວົງ :
ຄຼິສຕຼມັສ ເປັນເທສການຂອງຊາວ ຄຼິສຕຽນ ຂອງໂລກນີ້ເພື່ອສເລີມສລອງວັນກຳເນີດຂອງພະ ເຍຊູ
ຊາວຄຼິສຕຽນ ເຊື່ອວ່າພະ ເຍຊູ ເປັນບຸດຊາຍຂອງພະຜູ້ເປັນເຈົ້າ.
ວ່າພະ ເຍຊູ ຖຶກສົ່ງລົງມາເກີດເພື່ອໂຜດມະນຸດທັງປວງທີ່ມີບາບແລະບໍ່ມີວິທີທາງແກ້ໄຂ.
ສາສນາ ຄຼິສຕຽນ ບົ່ງເອົາວັນທີ 25 ທັນວາ ເປັນມື້ສເລີມສລອງວັນເກີດຂອງພະ ເຍຊູ.
ວັນດັ່ງກ່າວເປັນວັນປະຈຳປີທີ່ສຳຄັນທີ່ສຸດອັນນຶ່ງຂອງຊາວ ຄຼິສຕຽນທັງຫຼາຍ.
ຊາວ ຄຼິສຕຽນໃນທົ່ວໂລກນີ້ ທີມີທັງໜົດປະມານ 2ພັນລ້ານ ຄົນ. ພວກຂະເຈົ້າສເລີມສລອງວັນດັ່ງກ່າວໂດຍວິທີການຕ່າງໆນາໆ.
ສານາ ຄຼິສຕຽນ ມີຫຼາຍນິກາຍ.
ດ້ວຍເຫດນີ້ ຄຼິສມັສຕ໌ ຖຶກສເລີມສລອງໂດຍວິທີທາງອັນບໍ່ຕາຍໂຕ ແຕ່ຄ້າຍຄຽງກັນຕາມນິກາຍແລະຕາມຮີດຄອງປະເພນີແລະທ້ອງຖິ່ນ...
ນິກາຍສາສນາ ຄຼິສຕຽນ ອັນນຶ່ງທີ່ມີຊົນຊາດຊົນເຜົ່າລາວເຄົາຮົບນັບຖື ທັງໃນລາວແລະນອກແຜ່ນດິນລາວ ແມ່ນນິກາຍທີ່ມີຊື່ວ່າ ແບບຕິສຕ໌.
ພະອາຈານ ຕັກ ສິຣິວົງ ເປັນຜູ້ນຳສາສນາ ແບບຕິສ໌ຕ ຂອງຊົນຊາດຊົນເຜົ່າລາວໃນອອສເຕຼເລັຍ.
ທ່ານເປັນພະອານານນັ້ນໃນຂັ້ນ "ປັສເຕີ".
ທ່ານເຄົາຮົບບູຊາສາສນາ ແບບຕິສ໌ ມານານແສນນານແລ້ວ ຄື ຕໍ່ແຕ່ໃນຄາວຍັງຢູ່ໃນຜື້ນແຜນດິລາວພຸ້ນ... ແຕ່ເມື່່ອຄ້ອນກັບກ່ຽວລັ່ນທັບໃນກາງສມັຍ 70 ເປັນຕົ້ນມາ ທ່ານຖຶກນຳໄປກັກຂັງຍາວນານຢູ່ໃນສູນສຳປະທກຂອງ ຄອມມຸຍນິສຕ໌ລາວ ທີ່ຕັ້ງໄວ້ຕາມເຂດຊາຍແດນລາວ-ວຽດ.
ຕໍ່ມາ ເມື່ອມີໂອກາດ ທ່ານເລີຍປົບຣົບໜີດັງຄົນໃນລາວມາກມາຍເຂົ້າສູ່ແດນໄທຍ໌ເພື່ອເສຣີພາບແລະອິສຣະພາບ.
ໃນຊີວິດໃໜ່ ເປັນອົພຍົບຢູ່ສູນ ນາໂພ ຈັງວັດນະຄອນພະນົມ ປະເທດໄທຍ໌ ທ່ານກໍປະຕິບັດສາສນາ ຄຼິສຕຽນ ຢູ່ຕໍ່ໆໄປ...
ນະທີ່ສູນອົພຍົບລາວ ນາໂພ ທ່ານໄດ້ເປັນ "ພະນັກງານ" ອັນນຶ່ງຂອງ"ສະຫະປະຊາຊາດ" ເບິ່ງແຍງສາສນາແລ້ວທ່ານກໍສ້າງໂບດສາສນາຄຼິສຕຽນອັນນຶ່ງຂຶ້ນໃນສູນດັງກ່າວ.
ໃນປີ 1978 ທ່ານເລືອກມາຍັງອອສເຕຼເລັຍເພື່ອຕັ້ງພູມລຳເນົາແລະຊີວິດໃໜ່ ແລ້ວກໍຖຶກຮັບຮູ້ແລະນຳມາຍັງອອສເຕຼເລັຍ.
ເມື່ອມາຮອດນັ້ນ ໃນຣັດ ນີວຊາວແວນລ໌ ອອສເຕຼເລັຍ ມີໂບດ ແບບຕີສຕ໌ ລາວຢູ່ແລ້ວ...
ເມື່ອເປັນດັງນັ້ນທ່ານກໍໄດ້ກ້າວຂຶ້ນເປັນຜູ້ນຳໂບດດັ່ງກ່າວ ຄືໄດ້ເປັນ ປັສເຕີ ທີ່ໂບດ ກາປະລາມະຕາ ໃນຣັດ ນີວຊາວແວນລ໌.
ແລະຍ້ອນຄວາມເຊື້່ອໜັ້ນແລະບາກບັ່ນກັບສາສນາ ແບບຕິສຕ໌ ທ່ານກໍສຳເຣັດໃນການສ້າງໂບດ ແບບຕິສຕ໌ ໃໜ່ອີກອັນນຶ່ງຂຶ້ນທີ ແຄເບີນທາວ ໃນຣັດນີວຊາວແວນລ໌.
ຈາກອອສເຕຼເລັຍທ່ານພະອາຈານ ຕັກ ສະຣິວົງ ກໍມີຄວາມສຳພັນດີກັບໂບດ ແບບຕິສຕ໌ ໃນ ສປປລາວ ແລະ ສະຫະຣັດອະເມຣິກາ ແລະແຫ່ງອື່ນໆ.
ຈັງໃດກໍຕາມ ຂ້າພະເຈົ້າໄດ້ມີໂອກາດອັນເລີດລ້ຳສຳພາບທ່ານກ່ຽວັກບ ຄຼິສຕ໌ມັສ ແລະສານາ ແບບຕິສຕ໌ ດັ່ງໃນຕໍ່ໄປນີ: