​ຂໍ້​ມູນ ກ່ຽວ​ກັບ ໂຄ​ໂຣ​ນາ​ໄວ​ຣັສ໌ (ໂກວິດ-19) ທີ່​ທຸກ​ຄົນ ຄວນ​ຮູ້

Information about coronavirus (Covid-19) everyone should know.

Travellers wait for their bags at Sydney airport

Australian evacuees who were quarantined on Christmas Island over concerns about the COVID-19 coronavirus collect baggage at Sydney Airport in Sydney. Source: AAP

ຂໍ້​ມູນ ກ່ຽວ​ກັບ ໂຄ​ໂຣ​ນາ​ໄວ​ຣັສ໌ (ໂກວິດ-19) ທີ່​ທຸກ​ຄົນ ຄວນ​ຮູ້

 

Updated 11/06/2020

Presented by Pho Ratanavong

SBS ສຸມ​ໃສ່ ການລາຍງານ ທີ່ໄວ້ວາງໃຈໄດ້ ເພື່ອໃຫ້ທ່ານ ໄດ້​ຮັບຊາບກ່ຽວກັບການຣະບາດຂອງ ໂກວິດ-19 ຊຶ່ງເປັນພາສາຂອງທ່ານເອງ. ເອກ​ກະ​ສາ​ນ ຫລື “factsheet” ນີ້​ໄດ້ຮຽບຮຽງເອົາຂໍ້ມູນ  ທີ່ ທຸກໆຄົນໃນຊຸມຊົນ ຈຳຕ້ອງຮູ້.

ໂກວິດ-19 ແ​ພ່ຣະບາດແບບໃດ?

ໂກວິດ-19 ຕິດ​ແປດ ລະ​ຫວ່າງ​ຄົນ​ຕໍ່​ຄົນ:

  • ໂດຍການໄດ້ຢູ່ໃກ້ຊິດ​ພົວ​ພັນ ໄດ້ແຕະ​ຕ້ອງສຳ​ພັດ ກັບຄົນທີ່ຕິດແປດ ຫລື ​ມີ​ອາ​ການ ຂອງ ໂກວິດ-19 ຢູ່​ແລ້ວ ຫລື ໃນຣະຍະເວ​ລາ 24 ຊົ່ວໂມງ ກ່ອນ ທີ່ອາການຂອງ ໂກວິດ-19 ຈະປາກົດອອກມາ.
  • ໂດຍການໄດ້ຢູ່ໃກ້ຊິດພົວ​ພັນ ກັບບຸກຄົນທີ່ ໄດ້​ກວດ​ພົບ ແລະ ຖຶກຢັ້ງຢືນວ່າ ໄດ້​ຕິດ​ເຊື້ອ ໂກວິດ-19 ແລ້ວ ແລະ​ ຜູ້​ກ່ຽວ ກໍ​ມີອາ​ການ ໄອ ຫລື ຈາມ.
  • ໂດຍ​ໄດ້ ຈັບ​ບາຍແຕະຕ້ອງເຄື່ອງຂອງ ຫລື ພື້ນຜີວຕ່າງໆ (ເຊັ່ນ ໄລປະຕູຫລື ໜ້າ​ ໂ​ຕ໋ະ) ທີ່ ເປີະເປື້ອນ ຈາກໄອ ແລະ ຈາມ ຂອງຄົນຜູ້ທີ່ ໄດ້ຖຶກຢັ້ງຢືນວ່າ ຕີດ​ເຊື້ອ ໂກວິດ-19 ແລ້ວ ແລະ ​ຫລັງຈາກນັ້ນ ທ່ານກໍ​ໄດ້​ມາ ຈັບບາຍປາກ ຫລື ໜ້າຂອງທ່ານເອງ.
ອາການ ຂອງ ໂກວິດ-19 ມີຫຍັງແດ່?

ອີງຕາມ ແວບໄຊຕ໌ ຂອງຣັຖບານ ອອສເຕ​ຣເລັຍ ອາ​ການຂອງ ໂກໂຣນາໄວຣັສຕ໌ ອາດ ເປັນອາການເຈັບປ່ວຍແບບ ອ່ອນໆເບົາໆ ເຖິງຂັ້ນເປັນ ໂຣ​ຄປອດປວມໄດ້.

ອາ​ການຂອງ ໂກວິດ-19 ເປັນຄື​ກັນ​ກັບ ກໍ​ຣະ​ນີ ຂອງໄຂ້ຫວັດທັມ​ມະ​ດາ ແລະ ໄຂ້ຫວັດໃຫຍ່ ອື່ນໆຊຶ່ງຈະ​ປະ​ກອບ​ດ້ວຍ:

  • ຮູ້​ສຶກ​ໄຂ້ ຄີງຮ້ອນ
  • ເຈັບຄໍ ຣະ​ບົບ​ຫາຍ​ໃຈ ຜິດ​ປົກ​ກະ​ຕິ
  • ໄອ
  • ເມື່ອຍອ່ອນ​ເພັຽ
  • ຫາຍໃຈຍາກ, ຫາຍ​ໃຈ​ຝືດ
ສ່ວນ ອາ​ການອື່ນໆ ກໍ​ຈະ​ມີ​ຮວມ​ທັງ ນ້ຳ​ມູກ​ໄຫລ, ເຈັບ​ຫົວ, ເຈັບ​ຕາມ​ກ້າມ​ເນື້ອ ແລະ ຂໍ້​ຕໍ່, ວິນ​ຫົວ, ຖອກ​ທ້ອງ, ຮາກ, ເສັຍ​ຄວາມ​ຮູ້​ສຶກ​ໃນ​ການ​ດົມກິ່ນ ແລະ ຣົສຊາ​ດອາຫານ, ກິນບໍ່​ແຊບ ແລ້ວ ກໍ​ຮູ້​ສຶກ​ເມື່ອຍ.

ຂ້ອຍຈະເຮັດແນວໃດຖ້າຫາກຂ້ອຍ ເກີດ​ມີ ອາ​ການ ແບບນີ້?

ຖ້າຫາກທ່ານ ເກີດ​ມີອາ​ການ ຕ່າງໆ ແບບນີ້ ພາຍໃນເວ​ລາ 14​ ມື້ ຫລັງຈາກທີ່​ໄດ້ມາຮອດ ມາເຖິງ ອອສເຕຣເລັຍ ຫລື ພາຍໃນເວ​ລາ 14 ​ມື້ ທີ່ໄດ້ໃກ້ຊິດກັບຄົນທີ່ຖຶກຢັ້ງຢືນວ່າຕິດ​ເຊື້ອ ໂກວິດ-19 ທ່ານຄວນ ຕິດ​ຕໍ່​ຫາ​ທ່ານ​ໝໍປະ​ຈຳ​ຄອບ​ຄົວ ເພື່ອຂໍ​ເວ​ລາ​ພົບ ທ່ານໝໍ ໂດຍ​ດ່ວນ ຫລື ໂທຫາ National Coronavirus Health Information Hotline ເລກໂທ 1800 020 080. ຢ່າໄປຫາ ທ່ານໝໍ ຢູ່ health clinic ຫລື ໂຮງພະຍາບານ ໂດຍບໍ່ໄດ້ແຈ້ງບອກພວກຂະເຈົ້າ​ກ່ອນ ວ່າທ່ານມີອາ​ການ ຂອງ ໂກວິດ-19 ນີ້.

ກ່​ອນ​ທີ່​ທ່ານ​ຈະ​ໄປ​ຮອດ, ໃຫ້​ໂທ​ຫາ health clinic ຫລື ໂຮງ​ພະ​ຍາ​ບານ ແລະ ບອກ​ໃຫ້​ພວກ​ຂະ​ເຈົ້າ​ຮູ້ກ່ຽວ​ກັບປະຫັວດ ຂອງການເດີນທາງຂອງທ່ານ ຫລືວ່າ ຫາກທ່ານໄດ້​ພົວ​ພົນໃກ້ຊິດກັບ ກໍຣະນີຂອງຄົນ ທີ່ຖືກຢັ້ງຢືນ ວ່າ​ໄດ້​ຕິດ​ເຊື້ອ ໂກວິດ-19 ແລ້ວ. ທ່ານຈຳຕ້ອງໄດ້ແຍກໂຕ ບໍ່​ວ່າ​ຈະຢູ່ໃນ ບ້ານເຮືອນຂອງທ່ານເອງ, ໂຮງແຮມ ຫລື health care ຈົນກ່ວາວ່າ ທາງການ ສາທາຣະນະສຸຂ ຈະຢັ້ງຢຶນວ່າ ມີ​ຄວາມປອດພັຍແລ້ວ ທີ່ທ່ານຈະກັບຄືນໄປ ສູ່ກິຈກັມອັນປົກກະຕິ ຂອງທ່ານ. ຖ້າຫາກ ທ່ານຕ້ອງການ ຢາກປຶກ​ສາ ກ່ຽວ​ກັບ​ອາ​ການບໍ່​ສະ​ບາຍ​ຂອງ​ທ່ານ, ໃຫ້​ໂທຣະ​ສັບຫາ the National Coronavirus Helpline ເ​ພື່​ອຂໍ​ຄວາມ​ແນະ​ນຳ. ສາຍ​ໂທ​ຣະ​ສັບ​ນີ້ ໃຫ້​ບໍ​ຣິ​ການ 24 ຊົ່ວ​ໂມງ​ຕໍ່​ມື້, 7 ມື້​ຕໍ່​ອາ​ທິດ: 1800 020 080.

ຂ້ອຍຄວນໄປກວດເບິ່ງວ່າ​ຕິດ​ເຊື້ອ ໂກວິດ-19 ຫລືບໍ່?

(1) ​ທ່ານຈະຖຶກກວດເບິ່ງຖ້າຫາກທ່ານ:

  • ຫາກໍ່​ໄດ້ ກັບມາຈາກຕ່າງປະເທດພາຍໃນຣະຍະເວ​ລາ 14 ມື້ ແລະ ທ່ານຮູ້​ສຶກບໍ່   ​ສະ​ບາຍ ໂດຍ​ສະ​ເພາະ ກ່ຽວ​ກັບ​ຣະ​ບົບ​ຫາຍໃຈ ເຖິງວ່າ ຈະ​ບໍ່ມີ​ອາ​ການ​ໄຂ້ ຄີງຮ້ອນກໍ​ຕາມ.
  • ທ່ານ​ໄດ້​ຢູ່​ພົວ​ພັນໃກ້ຊິດກັບ ຄົນ​ທີ່ຖຶກຢັ້ງຢືນວ່າ ຕິດ​ເຊື້ອ ໂກວິດ-19 ແລ້ວໃນຣະຍະເວ​ລາ 14 ມື້ ຜ່ານມາ ແລະ ທ່ານຮູ້​ສຶກບໍ່​ສະ​ບາຍ ໂດຍ​ສະ​ເພາະ ກ່ຽວ​ກັບ​ຣະ​ບົບ​ຫາຍໃຈ ເຖິງວ່າຈະ​ບໍ່ມີ​ອາການ​ໄຂ້ ຄີງຮ້ອນກໍ​ຕາມ.
  • ທ່ານມີ​ອາ​ການ ຂອງ​ໂຣ​ຄປອດບວມທີ່ຮ້າຍແຮງ ຊຶ່ງ​ໄດ້ຕິດ​ເຊື້ອມາຈາກຊຸມຊົນ ແລະ ໂດຍ​ທີ່ບໍ່ມີສາເຫດອັນແຈ່ມແຈ້ງ.
  • ທ່ານເປັນພະນັກງານສາທາຣະນະສຸຂ ທີ່ເຮັດວຽກໂດຍກົງ ເບິ່ງແຍງຄົນປ່ວຍ ແລະ ທ່ານກໍ​ມີ​ອາ​ການ ເຈັບປ່ວຍ ໂດຍ​ສະ​ເພາະ ກ່ຽວ​ກັບ​ຣະ​ບົບ​ຫາຍໃຈ ທັງ​ມີອາການ​ໄຂ້ ຄີງຮ້ອນນຳ.
(2) ທ່ານກໍຈະຖຶກກວດເບິ່ງ ຖ້າຫາກທ່ານ ​ມີອາການ​ໄຂ້ ຄີງຮ້ອນ ແລະ ຕິດເຊື້ອ ທັງ​​ຫາຍ​ໃຈ​ຝືດ ຊຶ່ງ​ອາ​ການ ຂອງທ່ານ ຈະ​ກົງ​ກັບ ກໍຣະນີໃດ​ກໍ​ຣະ​ນີນຶ່ງດັ່ງ​ຕໍ່​ໄປນີ້:

  • ພະນັກງານ ສາ​ທາ​ຣະ​ນະສຸຂ ທຸກຄົນ.
  • ຜູ້​ສູງ​ອາ​ຍຸ ເຖົ້າແກ່ຊະຣາທຸກຄົນ.
  • ພະນັກງານທຸກຄົນ ທີ່​ເຮັດ​ວຽກຢູ່ຕາມ​ສະ​ຖານ​ທີ່ເບິ່ງ​ແຍງຄົນ.
  • ເຂດທ້ອງຖິ່ນທີ່ມີຄວາມສ່ຽງຫລາຍກັບການຕິດແປດຊຸມຊົນ ຕາມທີ່ໜ່ວຍງານ ສາທາຣະນະສຸຂ ທ້ອງຖິ່ນ ໄດ້​ຊີ້​ແຈງ​ໄວ້.
ບ່ອນທີ່ອາດມີການຕິດແປດຊຸມຊົນເກີດຂຶ້ນ ແລະ ເປັນບ່ອນທີ່ມີຄວາມສ່ຽງຫລາຍ ມີ ສອງ ກໍຣະນີ ຕົວຢ່າງ:

  • ບ່ອນ​ທີ່​ມີຜູ້​ສູງ​ອາ​ຍຸ ເຖົ້າແກ່ຊະຣາອາ​ສັຍ​ຢູ່, ຢູ່ຕາມ​ສະ​ຖານ​ທີ່ ເບິ່ງ​ແຍງ ຜູ້ສູງ​ອາ​ຍຸ.
  • ເຂດຊົນນະບົດ ຫ່າງ​ໄກ​ສອກ​ຫລີກ ທີ​ມີ ຊຸມຊົນຄົນເຜົ່າ​ພື້ນ​ເມືອງ ອາໂບຣີຊີນໂນນ ແລະ ຊາວເກາະ ຕໍແຣສສະເຕຣດ ໄອ​ແລນ​ເດີ້ ອາ​ສັຍ​ຢູ່.
  • ຄຸກ, ສູນກັກຂັງຄົນ​ທົ່ວ​ໄປ ແລະ ສະຖານການດັດສ້າງ ດັດສັນ​ດານ.
  • ຖານທັບທະຫານ(ຮວມທັງກຳປັ່ນເຮື​ອ​ຮົບ ຂອງກອງກຳ​ລັງທັບເຮືອ).
ຣັຖບານ ອອສເຕຣເລັຍ ໄດ້ຕົກລົງວ່າການກວດຈະຂະຫຍາຍໄປ​ກວມ​ເອົາຄົນເຈັບ ໃນໂຮງພະຍາບານ ທີ່ມີ​ອາ​ການ​ໄຂ້ຄີງຮ້ອນ ແລະ ອາ​ການ ຂອງຣະ​ບົບ ຫາຍ​ໃຈ​ຝືດ ໂດຍບໍ່ຮູ້ສາຍເຫດ ແຕ່​ກໍ​ຈະຂຶ້ນກັບ ທ່ານໜໍ ທີ່ປິ່ນປົວຢູ່. ແຜນ​ການ​ດັ່ງ​ກ່າວນີ້ ເປັນກົດເກນຂັ້ນຕ່ຳສຸດ.

ຣັຖ ແລະ ເຂດ​ປົກ​ຄອງ (territories) ມີອຳນາດຂະຫຍາຍກົດເກນຂອງພວກເພີ່ນເອງ ສຳຮັບ ການກວດ ຊຶ່ງ​ຈະອີງ​ຕາມຄວາມສາມາດ ຂອງ​ແຕ່​ລະ​ຣັ​ຖ ແລະ ເຂດ​ປົກ​ຄອງ.

​ມີ​ການ​ປິ່ນ​ປົວ ໄວຣັສຕ໌ ແບບໃດ?

ປະ​ຈຸ​ບັນ ຍັງບໍ່ທັນມີການປິ່ນປົວສະເພາະ ສຳລັບ ໂກໂຣນາໄວຣັສຕ໌, ສ່ວນໃຫຍ່ ຫາກ​ມີອາການຕິດ​ເຊື້ອ ກໍ​ຈະຖຶກປິ່ນປົວ ໂດຍການເບີ່ງ​ແຍງດູແລ ຊູໄວ້ໃນດ້ານການແພດ. ຢາ ກັນ​ອັກ​ເສບ Antibiotics ກໍ​ໃຊ້ບໍ່ໄດ້ຜົນໃນການຕໍ່ສູ້ ປ້ອງ​ກັນ ໄວຣັສຕ໌ນີ້.

ໃຜແດ່​ຈະມີຄວາມສ່ຽງທີ່ສຸດກັບ ການທີ່ຈະຕິດ​ເຊື້ອ ແລະ ເຈັບປ່ວຍຮຸນ​ແແຮງ?

ບາງຄົນທີ່ ຕິດ​ເຊື້ອ ອາດຈະບໍ່ ມີ​ອາ​ການເຈັບປ່ວຍຈັກດີ້ເລີຍ, ບາງຄົນຈະມີອາການ ອ່ອນໆເບົາໆ ທີ່ພວກຂະເຈົ້າຈະ ຟື້ນດີຄືນໄດ້ຢ່າງງ່າຍດາຍ, ແລະ ຄົນອື່ນໆອາດເຈັບປ່ວຍຮຸນ​ແແຮງ ແລະ ໄວວາຫລາຍ.

ຈາກປະສົບການ ກ່ອນໜ້ານີ້ກ່ຽວກັບ ໂກໂຣນາໄວຣັສຕ໌, ຄົນທີ່ມີຄວາມສ່ຽງທີ່ສຸດ ກັບການ ຈະ​ຕິດ​ເຊື້ອ ແລະ ເຈັບ​ປ່ວຍ ແມ່ນ:

  • ຄົນທີ່ມີຣະບົບພູມຕ້ານທານ​ຕ່ຳ (ຄົນທີ່ເປັນໂຣ​ຄມະເຮັງ, ຜູ້​ສູງ​ອາ​ຍຸ ເຖົ້າແກ່ຊະຣາ)
  • ຄົນ ອາໂບຊີນໂນນ ແລະ ຊາວເກາະ ໂຕເຣສສະເຕຼດທ໌ ໄອ​ແລນ​ເດີ້, ເພາະພວກຂະເຈົ້າ ມັກມີຄົນ ປ່ວຍເຈັບໂຊ ແບບຊຳເຮື້ອຢູ່​ ຫລາຍແລ້​ວ.
  • ບັນ​ດາຄົນທີ່ມີອາການ ເປັນ​ໂຣ​ຄຊຳເຮື້ອ ຢູ່​ກ່ອນ​ແລ້ວ.
  • ບັນ​ດາ ຄົນທີ່ມີ ສະພາບການ​ຢູ່ຮ່ວມ​ກັນ ເປັນໝູ່ຄະນະ ໃກ້​ຊິດ​ແໜ້ນໜາ​ແອ​ອັດ.
  • ຄົນທີຢູ່ໃນບ່ອນຖືກກັກຂັງ.
  • ບັນ​ດາ ເດັກນ້ອຍ ແລະ ເດັກ​ທາ​ຣົກ.
ເຖິງ​ຢ່າງ​ໃດ​ກໍ​ຕາມ ຮອດ​ປະ​ຈຸ​ບັນ ຄວາມສ່ຽງຂອງການ​ຕິດ​ແປດ ຕໍ່ ເດັກນ້ອຍ ແລະ ເດັກ​ທາ​ຣົກ ຂອງ​ເຊື້ອ ໂກວິດ-19 ແມ່ນຍັງບໍ່ແຈ່ມແຈ້ງ. ແລະ​ຮອດ​ປະ​ຈຸ​ບັນ ມີກໍຣະນີ ໂກວິດ-19 ທີ່ຖືກຢັ້ງຢືນແລ້ວວ່າມີໜ້ອຍໃນກຸ່ມບັນ​ດາເດັກນ້ອຍໆ, ເມື່ອ​ທຽບ​ໃສ່ກັບຍາດຕິພີ່ນ້ອງໃກ້​ຄຽງ ​ແລະ ພົລະເມືອງ​ອື່ນໆທົ່ວໄປ ໃນ​ຊຸມ​ຊົນ.

ທ່ານຈະສາມາດປ້ອງກັນການແພ່ຣະ​ບາດ ຂອງ ໂກວິດ-19 ໄດ້ແບບໃດ?

​ຕ້ອງ​ຮັກ​ສາ ເຮັດໃຫ້ ມື​ສະ​ອາດ ຕ​ລອດ​ເວ​ລາ, ຕ້ອງ​ໃຊ້​ຄວາມ​ລະ​ມັດ​ລະ​ວັງ​​ເມື່ອ​ຈາມ ຫລື ໄອ ແລະ ຕ້ອງ​ຮັກ​ສາ​ລະ​ຍະ​ຫ່າງ​ຈາກຄົນ​ອື່ນ ໂດຍ​ສະ​ເພາະເມື່ອທ່ານເຈັບປ່ວຍບໍ່​ສະ​ບາຍ. ແລະ ນີ້ແມ່ນເປັນ ກິ​ຈ​ການ ອັນດີເລີດໃນການປ້ອງກັນ ໄວຣັສຕ໌.

ທ່ານຄວນ:

  • ລ້າງມືເລື້ອຍໆໂດຍໃຊ້ສະບູ ກ່ອນແລະຫລັງກິນອາຫານ ແລະ ຫລັງຈາກ​ທີ່​ໄດ້ໄປໃຊ້ຫ້ອງນ້ຳ.
  • ປົກປິດ ອັດ​ປາກ​ອັດ​ດັງ​ ເມື່ອໄອ ແລະ ຈາມ, ໃຊ້ເຈັ້ຍ ທິດຊີວ ແລ້ວ​ຖິ້ມ​ໃຫ້​ຖືກ​ສະ​ຖານ​ທີ່ ແລະ ໃຫ້ໃຊ້ນ້ຳຢາອະນາມັ​ຍ ລ້າງມື ທີ່ຮູ້​ວ່າ Hand Sanitiser ຫ​ລື ​ທີ່ ຄົນ​ລາວ​ເຮົາ ຮ້ອງວ່າ ເຫຼົາເກົ້າສິບ ເປັນພື້ນຖານ.
ຖ້າຫາກທ່ານບໍ່ສະບາຍ ໃຫ້ຫລີກລ້ຽງການແຕະຕ້ອງຈັບ​ບາຍຄົນອື່ນ (ຕ້ອງຢູ່​ຫ່າງ​ຈາກຄົນອື່ນຢ່າງ​ຕ່ຳ 1.5 ແມດ).

ໝົດ​ທຸກ​ຄົນ ຕ້ອງ​ມີຄວາມຮັບຜິດຊອບ ສ່ວນໂຕ ແລະ ຕ້ອງ​ພະ​ຍາ​ຍາມ ຢູ່​ໃນບ້ານໃນເຮືອນ ເປັນ​ສ່ວນ​ໃຫຍ່ ເທົ່າທີຈະເປັນໄປໄດ້.

ໃຜຈຳເປັນຕ້ອງແຍກໂຕຢູ່ ຜູ້​ດຽວ?

(ກ) ທຸກຄົນທີ່​ເຂົ້າມາຮອດ ອອສເຕຣເລັຍ ຫລັງເວ​ລາທ່ຽງຄືນຂອງວັນທີ 15 ມີນາ 2020 ຫລື ເຂົ້າ​ໃຈ​ວ່າພວກຂະເຈົ້າອາດໄດ້ ພົວ​ພັນໃກ້ຊິດກັບກໍຣະນີ ຜູ້​ປ່ວຍທີ່ໄດ້ຖຶກຢັ້ງຢືນວ່າຕິດເຊື້ອ ໂກວິດ-19 ແລ້ວ ແມ່ນຕ້ອງແຍກໂຕເອງຢູ່​ໂດດ​ດ່ຽວ ຫລື​ ທີ່​ຮູ້​ວ່າ self quarantine ເປັນເວລາ 14 ​ມື້.

(ຂ) ຄົນເດີນທາງທຸກໆຄົນທີ່ມາຮອດ ອອສເຕຣເລັຍ ຫລັງທ່ຽງຄືນຂອງວັນທີ 28 ມີນາ 2020 ຈຳເປັນຕ້ອງແຍກໂຕເອງ ເປັນເວລາ 14 ມື້ໄປຢູ່​ຕາມສະຖານທີ່ຊຶ່ງ​ທາງ​ການ​ໄດ້ບົ່ງໄວ້ (ຕົວຢ່າງ ໂຮງແຮມ).

(ຄ) ຖ້າຫາກທ່ານຖຶກກວດພົບ​ວ່າ ມີ​ອາ​ການ​ຂອງ​ໂຮ​ຄ ໂກວິດ-19 ທ່ານຈຳຕ້ອງຢູ່​ໃນ​ບ້ານ​ໃນເຮືອນ ຢ່າງ​ອັ​ຕະ​ໂນ​ມັດ:

ບໍ່ໃຫ້ໄປສະຖານທີ່ສາທາຣະນະ ເຊັ່ນໄປການ, ໂຮງ​ຮຽນ, ມະຫາວິທຍາລັຍ, ສູນກາງການຄ້າ, ຫລື ບ່ອນດູແລເດັກ.

ໃຫ້ຄົນອື່ນເອົາອາຫານ ແລະ ສິ່ງຂອງ​ເຄື່ອງ​ໃຊ້ ຈຳເປັນອື່ນໆ ມາໃຫ້ທ່ານ ໂດຍ​ປະໄວ້ ຢູ່ປະຕູໜ້າບ້ານ, ຫ້າມ ບໍ່ໃຫ້​ເຂົ້າ​ໄປ ໃນ​ເຮືອນ.

ຢ່າໃຫ້ຄົນມາຢາມເຂົ້າໄປ ໃນເຮືອນ - ມີ​ພຽງ​ແຕ່ ຄົນໃນ​ຄອບ​ຄົວ​ດຽວ ທີ່ຢູ່ກິນນຳທ່ານໂດຍປົກກະຕິເທົ່ານັ້ນ ຈຶ່ງຄວນຢູ່ໃນເຮືອນຂອງທ່ານໄດ້, ແຕ່​ກໍ​ຍັງ​ຕ້ອງ ເວັ້ນ​ລະ​ຍະ​ວ່າງ ລະ​ວ່າງ​ບຸກ​ຄົນ ຄື ຕ້ອງ keep social distancing.

ການເວັ້ນ​ລະ​ຍະ​ວ່າງ ລະ​ວ່າງ​ບຸກ​ຄົນ ຫລື social distancing ເປັນວິທີ ນຶ່ງ ທີ່​ຈະຊ່ວຍປ້ອງ​ກັນ ແລະ ເຮັດໃຫ້ ການແ​ພ່ຣະ​ບາດ ຂອງໄວຣັສຕ໌ ໂກວິດ-19 ຊ້າ​ລົງ..

ການ ເວັ້ນ​ລະ​ຍະ​ວ່າງ ລະ​ວ່າງ​ບຸກ​ຄົນ ຫາກມີຄວາມຫ່າງກັນຫລາຍເທົ່າໃດ ​ລະວ່າງທ່ານ ແລະ ຄົນອື່ນໆແມ່ນແຮງເຮັດໃຫ້ຍາກຊາຂຶ້ນຕື່ມ ທີ່ ໂກວິດ-19 ຈະແ​ພ່ຣະ​ບາດ.

ຊຶ່ງ​ເມື່ອ​ມີ social distancing ກໍ​ຈະຫລີກລ້ຽງການແຕະຕ້ອງຈັບ​ບາຍ ວັດຖຸສິ່ງ​ຂອງ ຫລື ພື້ນຜີວ ຕ່າງໆ (ເຊັ່ນ ໄລ​ປະ​ຕູ ຫລື ໜ້າໂຕ໋ະ) ທີ່ມີເຊື້ອພະຍາດ ຈາກການໄອ ຫລື ຈາມ ຂອງ​ຜູ້​ທີ່ ໄດ້​ຖືກ ຢັ້ງຢືນວ່າຕິດ​ເຊື້ອ ໂກວິດ-19 ແລ້ວນັ້ນ.

ຂ້ອຍສາມາດໄປຢ້ຽມຢາມສະ​ມາ​ຊິກຄອບຄົວ ຫລື ເພື່ອນໆທີ່ອາ​ສັຍຢູ່ໃນສະຖານທີ່ເບິ່ງ​ແຍງ​ຜູ້​ສູງ​ອາ​ຍຸ  ແລະ ຄົນແກ່ຊະຣາໄດ້ບໍ່?

ການຣະບາດຂອງເຊື້ອ ໄວຣັສຕ໌ ໃດໆ ຢູ່ໃນສະຖານທີ່ ເບິ່ງ​ແຍງ​ຜູ້​ສູງ​ອາ​ຍຸ  ແລະ ຄົນແກ່ຊະຣາ ກໍສາມາດສ້າງບັນຫາອັນ​ໃຫຍ່​ຫລວງມາກມາຍຂຶ້ນໄດ້ ຍ້ອນ​ວ່າ ໂກວິດ-19 ມີຄວາມສ່ຽງ ແລະ ເປັນ ອັນ​ຕະ​ລາຍ ຮ້າຍແຮງ ໂດຍສະເພາະ ຕໍ່ ຜູ້​ສູງ​ອາ​ຍຸ ແລະ ຄົນຊະຣາ.

ເພື່ອເປັນການປ້ອງກັນ ຜູ້​ສູງ​ອາ​ຍຸ ແລະ ຄົນຊະຣາທີ່​ອາ​ສັຍ​ຢູ່ ໃນສະຖານທີ່ ເບິ່ງແຍງດູແລຄົນຊະຣາ ຈຶ່ງ​ໄດ້​ມີກົດ​ເກນຕ້ອງຫ້າມຕ່າງໆ ຄື:

  • ຢ່າໄປຢ້ຽມຢາມສະຖານທີ່ ເບິ່ງແຍງດູແລຄົນຊະຣາ ຖ້າຫາກວ່າທ່ານ:
ກັບມາຈາກຕ່າງປະເທດໃນລະ​ຍະ​ເວ​ລາ 14 ມື້ຜ່ານມາ.

  • ໄດ້​ຕິດ​ຕໍ່​ພົວ​ພັນໃກ້ຊິດກັບ ຜູ້​ປ່ວຍທີ່ຖືກຢັ້ງຢືນວ່າ​ຕິດ​ເຊື້ອ ໂກວິດ-19 ໃນ 14 ມື້ທີ່ຜ່ານມາ.
  • ມີອາ​ການໄຂ້ ຄີງຮ້ອນ ຫລື ມີວີ່ແວວຂອງການຕິດເຊື້ອ ກ່ຽວ​ກັບ​ຣະ​ບົບ​ຫາຍ​ໃຈ (ຮວມ​ທັງ: ໄອ, ຈາມ, ເຈັບຄໍ, ຫາຍໃຈບໍ່​ສະ​ດວກ).
ຂ້ອຍຄວນໃສ່ໜ້າກາກອະ​ນາ​ມັຍ ຫລື face mask ບໍ່?

ການໃສ່ໜ້າກາກອະ​ນາ​ມັຍ ຫລື face mask ເມື່ອ​ຢູ່​ໃນສະ​ຖານ​ທີ່ ສາ​ທາ​ຣະ​ນະ ເປັນປະໂຫຍດ ໃນການປ້ອງກັນຄົນທີ່​ປ່ວຍເປັນ ໂກວິດ-19 ຈາກການແພ່ຣະ​ບາດ ຕໍ່ໃສ່ຄົນອື່ນເທົ່ານັ້ນ. ​ແຕ່ຖ້າຫາກທ່ານສະບາຍດີ ບໍ່​ມີ​ອາ​ການ​ປ່ວຍ ກໍບໍ່ຈຳເປັນຈະໃສ່ໜ້າກາກອະ​ນາ​ມັຍ ເພາະບໍ່ມີຫລັກຖານພຽງ​ພໍ ກ່ຽວກັບການໃສ່ໜ້າກາກ ໃນ​ໝູ່​ຄົນ ທີ່ມີສຸຂພາບດີ ວ່າ​ຈະ​ປ້ອງ​ກັນ ການ​ຕິດ​ແປດ ເຊື້ອ ໂກວິດ-19 ໃນສະ​ຖານ​ທີ່ ສາທາຣະນະ ໄດ້.

ຖ້າຫາກທ່ານຈຳ​ເປັນ​ຕ້ອງຖືກໃຫ້ແຍກໂຕຢູ່​ຫ່າງ​ຜູ້​ອື່ນ ຫລື​ ຊຸມ​ຊົນ ທ່ານຄວນໃຊ້ໜ້າກາກ ອະ​ນາ​ມັຍ (ຖ້າຫາກທ່ານມີ) ແລະ ຫາກ​ທ່ານ​ຢູ່ໃນສະຖານະພາບດັ່ງຕໍ່ໄປນີ້​:

  • ທ່ານຈຳ​ເປັນຕ້ອງອອກຈາກບ້ານເຮືອນໄປ ເພື່​ອ ປະ​ກອບ​ກິ​ຈ ຫລື ​ເພື່ອເຫດຜົນອັນໃດອັນນຶ່ງ ແລະ ຈຳ​ເປັນຈະຢູ່ໃນ ສະ​ຖານ​ທີ່ ສາທາຣະນະ.
  • ທ່ານໄປ ກວດ​ສຸ​ຂ​ພາບ ກັບ​ທ່ານ​ໝໍ.
  • ທ່ານຮູ້​ສຶກວ່າ ມີ​ອາ​ການ​ປ່ວຍ ແລະ ມີຄົນອື່ນຢູ່ໃນຫ້ອງ​ດຽວຮວມກັນກັບທ່ານ.
  

ການເດີນທາງອອກຈາກ ຫລື ເຂົ້າມາພາຍໃນ ປະເທດ ອອສເຕຣເລັຍ

  • ຄົນ ອອສເຕຣລຽນ ຈຳຕ້ອງ ຫລີກລ້ຽງການເດີນທາງພາຍໃນປະເທດ ທີ່ບໍ່ຈຳເປັນ.​ ທຸກໆຣັຖ ແລະ ເຂດ​ປົກ​ຄອງ Territories ສາມາດອອກ​ກົດ​ເກນ ຄຳ​ສັ່ງຫ້າມ ​ການ​ເດີນ​ທາງ ພາຍ​ໃນ​ອະ​ນາ​ເຂດ ອຳ​ນາດ​ປົກ​ຄອງ​ຂອງ​ຕົນເອງ, ຮວມດ້ວຍການ ອັດຊາຍແດນ ແລະ ອື່ນໆ.
  • ຄົນ ອອສເຕຣລຽນ ທຸກໆຄົນໄດ້ຖືກຫ້າມບໍ່ໃຫ້ເດີນທາງໄປ ຕ່າງປະເທດນັບ​ຕັ້ງແຕ່ມື້ວັນທີ 25 ມີນາ 2020 ເປັນ​ຕົ້ນ​ມາ, ໂດຍມີຂໍ້ຍົກເວັ້ນບາງຢ່າງ ເຊັ່ນ ຄົນສັນຊາດ ອອສເຕຣລຽນ ເທົ່ານັ້ນ. ຄົນທີ່ຢູ່ໃນ ອອສເຕຣເລັຍ ແລະ ສະມາຊິກໂດຍກົງຂອງຄອບຄົວ ຂອງຄົນ ອອສເຕຣລຽນ ສາມາດເດີນທາງເຂົ້າ​ມາ ອອສເຕຣເລັຍໄດ້.
ສຳຮັບຂໍ້ມູນຕື່ມອີກ ໃຫ້ເບິ່ງ http://www.homeaffairs.gov.au/news-media/current-alert/novel-coroavirus

  • ຄົນທີ່ເດີນທາງເຂົ້າ​ມາ ອອສເຕຣເລັຍ ທຸກ​ຄົນ ຕ້ອງໄດ້ແຍກກັກໂຕ ເປັນ​ເວ​ລາ 14 ມື້ ຢູ່ບ້ານເຮືອນ ຫລື ​ຢູ່ໂຮງແຮມ ທີ່​ທາງການໄດ້ກຳ​ນົດ​ໄວ້.
  • ຖ້າຫາກຄົນເດີນທາງເຂົ້າ​ມາ ພາຍ​ໃນ​ປະ​ເທດ ຝ່າ​ຝືນບໍ່ປະຕິບັດຕາມ ກົດ​ເກນການໃຫ້ແຍກໂຕ 14 ​ມື້ ກໍ​ອາດຈະໄດ້ປະເຊີນກັບການຖືກປັບໃໝ ເປັນ​ເງີນຈຳນວນນຶ່ງ ຂຶ້ນຢູ່​ກັບ ແຕ່ລະ ຣັຖ ແລະ ​ເຂດ​ປົກ​ຄອງ Territory.
ໃຫ້ເບິ່ງ​ກົດ​ເກນ​ໃນ www.smartraveller.gov.au ສຳຮັບຂໍ້ມູນເພີ້ມຕື່ມ ແລະ

ອັບເດດຕ໌.

 

ໃນ ອອສເຕຣເລັຍ ທາງ​ການ ຄວບຄຸມການແພ່ຣະບາດ ເຊື້ອ ໂກວິດ-19 ແບບໃດ?

ນາຍົກຣັຖມົນຕຣີ ອອກ​ມາຕ​ການ Emergency Response Plan for Novel Coronavirus (COVID-19) ແລ້ວ.

ຫາກ​ຢາກ​ຮູ້ ວິທີ ເອົາ​ມາ​ຕການຄວບ​ຄຸມ ໂກວິດ-19 ຂອງ ຣັຖບານ ອອສເຕຣເລັຍ ໃຫ້ເບິ່ງຂໍ້​ມູນ Government response to the outbreak.

​ສ່ວນຂໍ້ມູນເພີ້ມເປັນພາສາອັງກິດ ໃຫ້ເບິ່ງ health.gov.au/news/health-alerts/novel-coronavirus-2019-ncov-health-alert


Share

Published

Updated

Presented by Pho Ratanavong

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service