ການສັກຢາວັກຊີນ ໂຄໂຣນາໄວຣັສ ໃນອອສເຕຼເລັຍເປັນພາສາຂອງທ່ານ

ຣັຖບານອອສເຕຼເລັຍຢຶດໜັ້ນໃນການບໍຣິການໂດຍບໍ່ຄິດຄ່າຫັຍງໃຫ້ທຸກຄົນໃນອອສເຕຼເລັຍຢຶດຢື້ເຖິງຢາວັກຊີນ ໂຄວິດ-19 ໄດ້. ເຈັ້ຍຂໍ້ມູນນີ້ມີຂໍ້ ມູນທີ່ຈຳຕ້ອງຮູ້ກ່ຽວກັບຍຸທສາດ ການສັກຢາວັກຊີນແຫ່ງຊາດ.

Descartan dosis de vacunas COVID-19 por fallas de refrigeración.

Source: Getty Images/Larisa Bozhikova

ຍຸທສາດສັກຢາວັກຊີນ ໂຄວິດ-19 ແຫ່ງຊາດຂອງອອສເຕຼເລັຍໄດ້ບົ່ງເອົາ ພົນລະເມືອງຣະດັບເອກແລະສະຖານທີ່ຕ່າງໆທົ່ວອອສເຕຼເລັຍທີ່ເປັນ ບ່ອນວັກຢາວັກຊີນໃຫ້.ພະນັກງານສຸຂພາບ, ການປ້ອງກັນພະຍາດແລະ ຊາຍແດນແລະຄົນທີ່ຢູ່ກິນໃນສະຖານທີ່ດູແລຄົນຊະຣາແລະພິການ ເປັນ ພົນລະເມືອງຣະດັບເອກໃນຍຸທສາດສັກຢາວັກຊີນນັ້ນ.

ຢາວັກຊີນສາມຊະນິດ

ອອສເຕຼເລັຍຈະໃຊ້ຢາວັກຊີນອັນແຕກຕ່າງກັນສາມຢ່າງທີ່ຖຶກຜະລິກ ອອກມາໃນຕ່າງປະເທດແລະທຸກສະນິດນັ້ນຕ້ອງຖຶກສັກໃຫ້ສອງເຂັມ : ຢາວັກຊີນ Pfizer-BioNtech, ວັກຊີນ Oxford AstraZeneca ແລະ ວັກຊີນ  Novavax.

ເດັກນ້ອຍທີ່ອ່ອນກ່ວາ 16 ປີຈະຖຶກສັກຢາວັກຊີນນັ້ນໃຫ້ເທົ່ານັ້ນ ຖ້າຫາກໃນພາຍຫຼັງມີຄ້ຳ ປະກັນໃນດ້ານການແພດ. ຈົນກ່ວາເມື່ອນັ້ນ ພວກຂະເຈົ້າຈະບໍ່ຖຶກສັກຢາວັກຊີນສາມຊະນິດໃດໆນັ້ນໃຫ້

ຄົນສ່ວນໃຫຍ່ຈະຖຶກສັກຢາວັກຊີນນັ້ນໃຫ້ຢູ່ໃນໂຮງພະຍາບານ, ໂດຍກຼິນິກຂອງທ່ານໜໍ GP, ກຼິນິກການຫັນໃຈ, ຮ້ານຂາຍຢາຂອງຊຸມຊົນ, ແລະກິຈການສຸຂພາບຄົນ ອາໂບຣີຈີໂນຍົກເວັ້ນສຳຮັບຜູ້ທີ່ຢູ່ກິນຫຼືເຮັດວຽກຢູ່ໃນສະຖານທີ່ການ ດູແລຄົນຊະຣາແລະພິການທີ່ຈະຖຶກສັກຢາວັກຊີນໃຫ້ໃນສະຖານທີ່ນັ້ນ.
coronavirus
Australia's Coronavirus vaccine roll out Source: Australian Department of Health


ແຜນການຢາວັກຊີນຂອງຊຸມຊົນນາໆວັທນະທັມແລະພາສາ

ແຜນການການບັນຍັດຂອງຣັຖບານອອສເຕຼເລັຍມີຈຸດປະສົງເພື່ອຈະຢຶດຢື້ເຖິງໄດ້ແລະປອດພັຍໃນດ້ານພື້ນຖານໃນດ້ານວັທນະທັມ, ຊົນເຜົ່າ,ແລະພາສາ (CALD).

ຜູ້ບໍຣິການການສັກຢາວັກຊີນຕ້ອງປະສານງານກັບອົງການຈັດຕັ້ງຂອງຊຸມຊົນແລະຜູ້ນຳຂອງສາສນາຂອງພວກຂະເຈົ້າເພື່ອເຮັດໃຫ້ແນ່ວ່າ ກຼີນິກ ຂອງພວກຂະເຈົ້າຈະດຳເນີນວຽກງານໃນແບບປອດພັຍໃນດ້ານວັທນະທັມ. ເພື່ອເຮັດໃຫ້ສິ່ງນີ້ເປັນໄປໄດ້, ສ່ວນນຶ່ງຂອງແຜນການຈະມີການຄ້ຳຈູນ ພະນັກງານ CALD ໃນກຼີນິກການສັກຢາວັກຊີນ.

ຄວາມຕ້ອງການບາງຢ່າງມີດ້ວຍນາໆແຮງງານ, ພະນັກງານທີ່ປາກໄດ້ສອງພາສາ, ແລະນາຍແປພາສາເພື່ອໃຫ້ຂໍ້ມູນອັນຈຳເປັນເພື່ອເຮັດໃຫ້ແນ່ວ່າຄົນທັງຫຼາຍຈະຖຶກສັກຢາວັກຊີນເຂັມທີສອງນັ້ນໃຫ້.
coronavirus
Coronavirus vaccine priority population (Australia) Source: Australian Department of Health


ຂໍ້ມູນກ່ຽວກັບຖານະການສັກຢາວັກຊີນຂອງບຸກຄົນຖຶກຄາດຄະເນວ່າຈະມີໄວ້ບໍ່ຮິການຜ່ານ My Health Record, Medicare (Immunisation History Statement) ຫຼື ໃບຢັ້ງຢືນໃນເວລາການສັກຢາວັກຊີນໃຫ້,  ແລະຕິດຕາມໂດຍສຳນວນຂໍ້ບັນທຶກທາງ ເອເລັກໂທນິກ ຜ່ານ ອີແມນລ໌.

ຣະດັບການສັກຢາວັກຊີນແຕກຕ່າງກັນ

ຢາວັກຊີນທັງໜົດນັ້ນແມ່ນບໍ່ຄິດຄ່າຫັຍງສຳຮັບຄົນສັນຊາດອອສເຕຼເລັຍທັງໜົດ, ຄົນທີຢູ່ກິນໃນອອສເຕຼເລັຍຢ່າງຖາວອນແລະທຸກຄົນທີ່ຖືວີຊາ. ທຸກຄົນໃນອອສເຕຼເລັຍທີ່ວີຊານັກຮຽນ, ການເຮັດວຽກທີ່ຊ່ຽວຊານ, ຄອບຄົວ, ຄູຊີວິດ, ອົພຍົບ, ຜູ້ຂໍລີ້ພັຍ, ວີຊາການປົກປ້ອງຊົ່ວຄາວ, ມະນຸດສະທັມ, ການຢູ່ຊົນນະບົດ, ວີຊາການລໍຖ້າ ຫຼື ວີຊາພິເສດ ແມ່ນມີສິດສຳຮັບໄດ້ຢາວັກຊີນ ໂຄວິດ-19 ໂດຍບໍ່ຖຶກຄິດຄ່າຫັຍງ.

SBS Corinavirus information ເປັນພາສາຂອງທ່ານ ມີຢູ່ທີ່

www.bs.com.au/coronavirus

ຂໍ້ມູນໂຄໂຣນາໄວຣັສຂອງຣັຖບານອອສເຕຼເລັຍ ຂໍ້ມູນຢາວັກຊີນ ໂຄວິດ-19 ກະຊວງສາທາຣະນະສຸກ ເປັນພາສາຂອງທ່ານ. ຂໍ້ມູນ ໂຄວິດ-19 ເປັນພາສາຂອງທ່ານຂອງກະຊວງ ໂຮມອັບແຝ່ . ຄົນໃນອອສເຕຼເລັຍຈຳຕ້ອງຢູ່ຫ່າງກັນແລະກັນເປັນຢ່າງໜ້ອຍ 1.5 ແມດ. ຖ້າຫາກທ່ານເປັນໄຂ້ຫັວດນ້ອຍຫຼືວີ້ແວວໄຂ້ຫັວດໃຫຍ່, ໃຫ້ຢູ່ເຮືອນແລະຈັດແຈງເອົາການກວດດູເບິ່ງ.

 

ກະຣຸນາກວດເບິ່ງການແນະນຳອັນຖຶກຕ້ອງສຳຮັບຣັດຫຼືເຕຣິຕໍຣີຂອງທ່ານ: NSW, VictoriaQueenslandWestern AustraliaSouth AustraliaNorthern TerritoryACTTasmania.  

ການສັກຢາວັກຊີນໃຫ້ທ່ານຈະຖຶກເກັບຮັກສາໄວ້ໃນການບັນທຶກສາທາຣະນະຊົນ

 

ຣັຖບານອອສເຕຼເລັຍເກັບຮັກສາໄວ້ຂໍ້ມູນບາງຢ່າງກ່ຽວກັບບຸກຄົນສ່ວນຕົວທີ່ຖຶກສັກຢາວັກຊີນແລ້ວເພື່ອຕິດຕາມເບິ່ງວ່າໃຜຖຶກສັກແລ້ວ. ມັນແມ່ນຄວາມຈຳຕ້ອງຂອງຜູ້ບໍຣິການໂຄງ

ການສັກຢາວັກຊີນອອສເຕຼເລັຍ ທີ່ຈະບັນທຶກຄົນ

ໄວ້ສຳຮັບການສັກຢາວັກຊີນນັ້ນໃຫ້ທຸກຄັ້ງ.

 

 


Share

Published

By SBS/ALC Content
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service