Feature

ຂໍ້ມູນກ່ຽວກັບ ໂກໂຣນາໄວຣັສ (ໂກວິດ-19)***

SBS ອູທິດໃ່ສ່ການບໍຣິການການລາຍງານຕ່າງໆທີ່ໄວ້ວາງໃຈນຳໄດ້ທີ່ເຮັດໃຫ້ທ່ານຊາບກ່ຽວກັບການຣະບາດຂອງ ໂກວິດ-19 ເປັນພາຂອງທ່ານເອງ. ເຈັ້ຍຂໍ້ມູນນີ້ຮຽບຮຽງເອົາຂໍ້ມູນທີ່ຈຳຕ້ອງຮູ້ສຳຮັບທຸກໆຄົນໃນຊຸມຊົນ.

COVID-19 vaccine

新州疫情嚴峻, 專家呼籲市民要快快接種疫苗。 Source: AAP

ເຈັ້ຍ​ຂໍ້​ມູນ​ຄວາມ​ຈິງນີ້​ໄດ້​ຖືກ​ອັບ​ເດດ​ຄັ້ງ​ລ່າ​ສຸດ​ໃນ​ວັນ​ທີ 12/01/2021.  ສຳ​ລັບ​ຂໍ້​ມູນ​ອັບ​ເດດ​ເປັນ​ພາ​ສາ​ລາວ ຂໍ​ໃຫ້​ເຂົ້າ​ໄປ​ເບິ່ງ​ທີ່ SBS Lao


 

ການສັກຢາວັກຊີນ COVID-19 ໃນອອສເຕຣເລັຍ

ຣັ​ຖ​ບານອອ​ສ​ເຕ​ຣ​ເລັຍ​​ຖື​ເປັນ​ພາ​ຣະ​ໃນ​ການອຳ​ນວຍ​ໃຫ້​ປະ​ຊາ​ຊົນ​ອອ​ສ​ເຕ​ຣ​ລຽນ​ທຸກ​ຄົນ​ໄດ້​ເຂົ້າ​ເຖິງ​ການ​ສັກ​ຢາ​ວັກ​ຊີນ COVID-19 ທີ່​ປອດ​ໄພ​ແລະ​ເປັນ​ຜົນ ໃນ​ທັນ​ທີ​ທີ່​ຢາ​ວັກ​ຊີນ​ມີ​ໃຫ້​ບໍ​ຣິ​ການ.

ອອ​ສ​ເຕ​ຣ​ເລັຍ​ມີ ແຜນ​ການ​ເລີ່ມການ​ສັກ​ຢາ COVID-19 ແຫ່ງ​ຊາດ ເຊິ່ງ​ລະ​ບຸເຖິງ:

  • ປະ​ຊາ​ກອນ​ທີ່​ໄດ້​ຮັບບູ​ຣິ​ມະ​ສິດ​ໃນ​ການ​ສັກ​ຢາ, ​ແລະ​ຂັ້ນ​ຕອນ​ເວ​ລາ​ທີ່​ຢາ​ວັກ​ຊີນ​ຈະ​ມີ​ໃຫ້​ໃນ​ປະ​ເທດອອ​ສ​ເຕ​ຣ​ເລັຍ
  • ​ລາຍ​ລະ​ອຽດ​ກ່ຽວ​ກັບ​ວິ​ທີ​ທີ່​ຢາ​ວັກ​ຊີນ​ຈະ​ຖືກ​ນຳ​ໄປ​ສັກ​ໃຫ້​ບັນ​ດາ​ພະ​ນັກ​ງານ​ດູ​ແລ​ສຸ​ຂະ​ພາບ​ຂັ້ນ​ແນວ​ໜ້າ, ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ກ່ຽວ​ກັບ​ການ​ກັກ​ຕົວ​ແລະ​ຕາມ​ເຂດ​ຊາຍ​ແດນ, ແລະ ​ຜູ້​ອາ​ໄສ​ຢູ່​ໃນ​ເຮືອນ​ພັກ​ດູ​ແລ​ຜູ້​ສູງ​ອາ​ຍຸ​ແລະ​ຄົນ​ພິ​ການ​ພ້ອມ​ດ້ວຍ​ພະ​ນັກ​ງານທີ່​ເຮັດ​ວຽກ​ຢູ່​ສະ​ຖານ​ທີ່​ດັ່ງ​ກ່າວ
  • ສະ​ຖານ​ທີ່ຫຼັກ, ທົ່ວ​ປະ​ເທດອອ​ສ​ເຕ​ຣ​ເລັຍ, ທີ່​ຈະ​ດຳ​ເນີນ​ງານ​ເລື່ອງ​ວັກ​ຊີນ.
ໃຫ້​ເບິ່ງແຜນ​​ງານຂອງ​ການ​ນຳ​ໃຊ້​ວັກ​ຊີນ ທີ່ນີ້
COVID-19 vaccine national roll-out strategy
COVID-19 vaccine national roll-out strategy Source: Australian Government - Department of Health
ເນື່ອງ​ຈາກວ່າ​ໃນ​ລະ​ຍະ​ຕົ້ນໆ​ຢາ​ສັກ​ອາດ​ມີ​ຈຳ​ກັດ, ກຸ່ມ​ທີ່​ມີ​ບູ​​ຣິ​ມະ​ສິດ​ສູງ​ສູດ​ຈະ​ໄດ້​ສັກ​ວັກ​ຊີນ​ກ່ອນ​ໃນ​ລະ​ຍະ​ຕົ້ນ​ໆ​ຂອງ​ການ​ເປີດ​ຕົວ​ຂອງ​ຢາ​ສັກ​ນີ້:

  • ຂັ້ນທີ 1 - ​ຢາ​ສັກ Pfizer/BioNTech: ພະ​ນັກ​ງານ​ກັກ​ກັນ​ແລະ​ຕາມ​ເຂດ​ຊາຍ​ແດນ, ພະ​ນັກ​ງານ​ດູ​ແລ​ສຸ​ຂະ​ພາບ​ຂັ້ນ​ແນວ​ໜ້າ, ພະ​ນັກ​ງານ​ດູ​ແລ​ຜູ້​ສູງ​ອາ​ຍຸ​ແລະ​ຄົນ​ພິ​ການແລະ​ຜູ້​ອາ​ໄສ​ຢູ່​ບ້ານ​ພັກ​ດັ່ງ​ກ່າວນັ້ນ.
  • ​ຂັ້ນ​ທີ 2 -  ຢາ​ສັກ Pfizer/BioNTech: ຜູ້​ສູງ​ອາ​ຍຸ​ທີ່​ມີ​ອາ​ຍຸ​ເກີນ 70 ປີ, ພະ​ນັກ​ງານ​ດູ​ແລ​ສຸ​ຂະ​ພາບ​ອື່ນໆ, ຊາວ​ອາ​ບໍ​ຣິ​ຈິ​ໂນ​ລ​ແລະ​ທໍ​ເຣ​ສ​ເຕ​ຣດອາຍ​ແລ​ນ​ເດີ ທີ່​ມີ​ອາ​ຍຸ​ເກີນ 55 ປີ, ຊາວ​ໜຸ່ມ​ທີ່​ມີ​ບັນ​ຫາ​ສຸ​ຂະ​ພາບ​ຢູ່​ກ່ອນແລ້ວ, ລວມ​ທັງ​ຄົນ​ພິ​ການ, ພະ​ນັກ​ງານ​ທີ່​ມີ​ຄວາມ​ສ່ຽງ​ສູງ ລວມ​ທັງ​ຕຳຫຼວດ, ​ໜ່ວຍດັບ​ເພິງ, ​ໜ່ວຍປ້ອງ​ກັນ, ບໍ​ລິ​ການ​ສຸກ​ເສີນ ແລະ ຜະຫຼິດ​ຕະ​ພັນ​ຊີ້ນ.
  • ຂັ້ນ​ທີ 3 -ຢາ​ສັກ AstraZeneca ແລະ Novavax: ຜູ້​ໃຫຍ່​ທີ່​ມີ​ອາ​ຍຸ​ເກີນ 50 ປີ, ຊາວ​ອາ​ບໍ​ຣິ​ຈິ​ໂນ​ລ​ແລະ​ທໍ​ເຣ​ສ​ເຕ​ຣດ​ອາຍ​ແລນ​ເດີ ທີ່​ມີອ​າ​ຍຸ​ເກີນ 18 ປີ, ພະ​ນັກ​ງານ​ທີ່​​ມີ​ຄວາມ​ສ່ຽງ​ສູງ​ແລະ​ເຮັດ​ວຽກ​ທີ່ຈຳ​ເປັນ.
  • ຂັ້ນ​ທີ 4 - ຢາ​ສັກ  AstraZeneca ແລະ Novavax: ປະ​ຊາ​ກອນ​​ທົ່ວ​ໄປຕາມ​ຄວາມ​ສົມ​ດູນ, ສັກ​ໃຫ້​ຄົນ​ອອ​ສ​ເຕ​ຣ​ລຽນ​ທີ່ບໍ່​ໄດ້​ຮັບ​ການ​ສັກ​ຢາ​ຈາກ​ຂັ້ນ​ຕອນ​ກ່ອນໆ.
  • ຂັ້ນ​ທີ 5 - ຢາ​ສັກ  AstraZeneca ແລະ Novavaxs: ຄົນ​ໜຸ່ມ​ແລະ​ເດັກ​ທີ່​ມີ​ອາ​ຍຸ​ຕໍ່​າກວ່າ 18 ປີ, ຖ້າ​ໄດ້​ຮັບ​ການ​ແນະ​ນຳ.

ການອູ້ມຊູດ້ານສຸຂະພາບຈິດທີ່ກ່ຽວພັນກັບ Covid-19

ຣັ​ຖ​ບານອອ​ສ​ເຕ​ຣ​ລຽນ​ໄດ້​ສນອງ​ໃຫ້​​​ມີການ​ອູ້ມ​ຊູ​ດ້ານ​ສຸ​ຂະ​ພາບ​ຈິດ​ທີ່​ກ່ຽວ​ພັນ​ກັບ Covid-19 ຜ່ານປະ​ຕູ​ເວັບ​ໄຊ້​ສຸ​ຂະ​ພາບ​ຈິດ "Head to Health" ເພື່ອ​ໃຫ້​ຂໍ້​ມູນ​ແລະ​ຄຳ​ແນະ​ນຳເຣື່ອງ​ການ​ຮັກ​ສາ​ສຸ​ຂະ​ພາບ​ທີ່​ດີ​ໃນ​ລະ​ຫວ່າງ​ການ​ລະ​ບາດ​ຂອງ​ໂຄ​ໂຣ​ນາ​ໄວ​ຣັ​ສ​ແລະ​ໃນ​ລະ​ຫວ່າງ​ການ​ແຍກປ່ຽວ​​ໂຕ​ເອງ.

ຣັ​ຖ​ບານ​ໄດ້​ອະ​ນຸ​ມັດ​ເພີ່ມ​ໃຫ້​ຄົນ​ສາ​ມາດ​ໃຊ້​ບໍ​ຣິ​ການ​ປິ່ນ​ປົວ​ດ້ານ​ຈິດ​ໃຈ​ໄດ້​ຕື່ມ​ອີກ 10 ຄັ້ງ​ໂດຍ​ໃຊ້​ບັດ​ເມ​ດີ​ແຄໃນ​ແຕ່​ລະ​ປີ​ປະ​ຕິ​ທິນ ສຳ​ລັບ​ຄົນ​ເຈັບ​ທຸກໆ​ຄົນ​ທີ່​ມີ​ເງື່ອນ​ໄຂ​ພາຍ​ໃຕ້ ໂຄງ​ການ​ດູ​ແລ​ສຸ​ຂະ​ພາບ ເພື່ອ​ການ​ເຂົ້າ​ເຖິງ ຈິ​ຕ​ແພດ, ນັກ​ຈິ​ຕວິ​ທ​ຍາ ແລະ ແພດ​ປິ່ນ​ປົວ​ທົ່ວ​ໄປ ໂດຍ​ຜ່ານ​ໂຄງ​ການ​ລິ​ເລີ່ມ MBS (ການ​ເຂົ້າ​ເຖິງ​ທີ່​ດີກວ່າ).

ບັນຫາດ້ານການເງິນ (ເງິນຊ່ວຍເຫຼືອຍາມພັກການຍ້ອນໄພພິບັດການລະບາດ)

ຖ້າ​ທ່ານ​ກຳ​ລັງ​ປະ​ສົບ​​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ເງິນ​ໃຫ້​ເຂົ້າ​ໄປ​ທີ່ Covid19 ບໍ​​ຣິ​ຫານ​ເງິນ​ຢ່າງ​ສະຫຼາດ  ຫຼື​ໂທ​ຫາ ສາຍ​ຊ່ວຍ​ເຫຼືອແຫ່ງ​ຊາດ​ດ້ານ​ໜີ້​ສິນ​​ທີ່ 1800 007 007. 

ຣັ​ຖ​ບານ​ກາງ​ໄດ້​ມີ "ເບັ້ຍ​ລ້ຽງ​ໄພ​ພິ​ບັດ" ໄວ້ຈ່າຍ​ໃຫ້ສຳ​ລັບ ການ​ຂໍ​ພັກ​ລະ​ຫວ່າງ​ມີ​ການ​ລະ​ບາດ .

ການ​ຈ່າຍ​ເງິນ​ຈະ​ມີ​ໃຫ້​ແກ່​ພະ​ນັກ​ງານ​ທີ່ບໍ່​ສາ​ມາດ​ມີ​ລາຍ​ໄດ້​ເພາະ​ວ່າ​ເຂົາ​ເຈົ້າ​ຕ້ອງ​ແຍກ​ປ່ຽວ​ຕົນ​ເອງຫຼື​ຕ້ອງ​ກັກ​ກັນ​ໂຕ, ຫຼື​ຕ້ອງ​ດູ​ແລ​ໃຜ​ຜູ້​ນຶ່ງ​ທີ່​ມີCOVID-19.

​ໃຫ້​ຄ​ລິກ​ລິ້ງ​ຄ໌ ທາງ​ຂ້າງ​ລຸ່ມນີ້​ເພື່ອ​ຊອກ​ເອົາ​ຂໍ້​ມູນ​ກ່ຽວ​ກັບ​ການ​ລາ​ພັກ​ຍ້ອນໄພ​ພິ​ບັດ​ການ​ລະ​ບາດ ຢູ່​ໃນ​ແຕ່​ລະ​​ຣັດຫຼື​ເຂດ​ປົກ​ຄອງ:

COVID-19 ແພ່ຜາຍຢ່າງໃດແລະທ່ານຈະປ້ອງກັນມັນໄດ້ຢ່າງໃດ?

COVID-19 ແພ່​ຜາຍ​ຈາກ​ຄົນ​ນຶ່ງ-ໄປ​ຫາ-ອີກ​ຄົນ​ນຶ່ງ ໂດຍ​ຜ່ານ:

  • ການ​ສຳ​ຜັດ​ໃຫ້​ຊິດ​ກັບ​ຄົນ​ນຶ່ງ​ໃນ​ລະ​ຫວ່າງ​ທີ່​ເຂົາ​ເຈົ້າ​ຕິດ​ເຊື້ອ​ຢູ່, ເຖິງ​ແມ່ນ​ວ່າ​ກ່ອນ​ເຂົາ​ຈະ​ສະ​ແດງ​ອາ​ການ.
  • ການ​ສຳ​ຜັດ​ໃກ້​ຊິດ​ກັບ​ຄົນ​ທີ່​ໄອຫຼື​ຈາມ​ທີ່​ຖືກຢັ້ງ​ຢືນ​ວ່າ​ຕິດ​ເຊື້ອແລ້ວ.
  • ​ຈັບ​ບາຍ​ສິ່ງ​ຂອງຫຼື​ໜ້າ​ພຽງ (ເຊັ່ນ​ລູ​ກ​ບິດ​ປະ​ຕູຫຼືໜ້າ​ໂຕະ) ທີ່​ມີ​ເຊື້ອ​ພະ​ຍາດ​ຕິດ​ຢູ່​ຈາກ​ການ​ໄອຫຼື​ຈາມ​ຂອງ​ຄົນ​ທີ່ຖືກຢັ້ງຢືນ​ວ່າ​ໄດ້​ຮັບ​ການ​ຕິດ​ເຊື້ອ​ແລ້ວ, ແລະ ຫຼັງ​ຈາກນັ້ນ​ໄດ້​ມາ​ຈັບ​ບາຍ​ປາກຫຼື​ໃບ​ໜ້າ​ຂອງ​ຕົນ.
ທ່ານ​ປ້ອງ​ກັນ​ເຊື້ອໂຣກ​ນີ້ໄດ້​ດ້ວຍ​ການ​ປະ​ຕິ​ບັດ​ການລ້າງ​ມື​ແລະ​ຈາມ/ໄອ​ແບບ​ຖືກ​ອະ​ນາ​ໄມ​ທີ່​ດີແລະ​ໃຫ້​ຢູ່​ຫ່າງ​ຈາກ​ຄົນ​ອື່ນ​ເວ​ລາ​ທ່ານບໍ່​ສະ​ບາຍ ​ນັ້ນແມ່ນ​ວິ​ທີ​ການ​ຕໍ່​ສູ້​ທີ່​ດີ​ທີ່​ສຸດ​ຕໍ່​ເຊື້ອ​ໄວ​ຣັ​ສ​ເກືອບ​ທຸກ​ຊະ​ນິດ.  ທ່ານ​ຄວນ:

  • ຮັກ​ສາ​ລະ​ຍະ​ການ​ຢູ່​ຫ່າງ​ຈາກ​ຄົນ​ອື່ນ​ໃນ​ສັງ​ຄົມ​ຢ່າງ​ນ້ອຍ 1.5 ແມັດ​ແລະ​ຕ້ອງ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ 1 ຄົນ ຕໍ່ ສີ່​ແມັດ​ມົນ​ທົນ.
  • ລ້າງ​ມື​ຂອງ​ທ່ານ​ເປັນ​ປະ​ຈຳ​ດ້ວຍ​ສະ​ບູ​ແລ​ນ້ຳ, ກ່ອນ​ແລະຫຼັງ​ກິນ​ອາ​ຫານ, ແລະຫຼັງ​ຈາກໄປ​ເຂົ້າ​ຫ້ອງ​ນ້ຳ.
  • ​ໃຫ້​ປົກ​ປິດ​ການ​ໄອ​ແລະ​ຈາມ​ໄວ້, ເອົາ​ເຈັ້ຍ​ທິດ​ຊູ​ຖິ້ມ, ແລະ ໃຊ້​ນ້ຳ​ຢາ​ຖູມື​ທີ່​ມີ​ເຊື້ອ​ເຫຼົ້າ​ປົນ.
  • ຖ້າ​ທ່ານບໍ່​ສະ​ບາຍ, ໃຫ້ຫຼີກ​ລ່ຽງ​ການ​ໄປ​ໃກ້​ຊິດ​ກັບ​ຄົນ​ອື່ນ (ໃຫ້​ຢູ່​ຫ່າງ​ເກີນ 1.5 ແມັດ​ຈາກ​ຜູ້​ຄົນ)
ຣັ​ຖ​ບານ​ປະ​ເທດອອ​ສ​ເຕ​ຣ​ເລັຍ​ແນະ​ນຳ​ໃຫ້​ປະ​ຊາ​ຊົນ​ທຸກ​ຄົນ​ດາວ​​ນ໌ໂຫຼດ​ເອົາ​ແອັບ COVIDSafe app. 

ຖ້າທ່ານມີອາການ, ໃຫ້ໄປກວດ

ອາ​ການ​ຂອງ​ໂຄ​ໂຣ​ນາ​ໄວ​ຣັ​ສ​ ສາ​ມາດເປັນ​ໄດ້​ນັບ​ຈາກ​ການ​ເຈັບ​ເປັນ​ພຽງ​ເບົາ​ບາງ​ໄປ​ຈົນ​ເຖິງ​ການ​ເປັນ​ໂຣກ​ປອດ​ອັກ​ເສບ, ແລະ ມີ​ອາ​ການ​ຄ້າຍ​ກັບ​ໄຂ້​ຫວັດ​ແລະ​ໄຂ້​ຫວັດ​ໃຫຍ່ ແລະ ລວມ​ອາ​ການ​ຕ່າງໆ​ດັ່ງ​ນີ້:

  • ເປັນ​ໄຂ້
  • ອ​າ​ການ​ທາງ​ລະ​ບົບ​ຫາຍ​ໃຈ:
  • *ໄອ
  • *ເຈັບ​ຄໍ
  • *ຫາຍ​ໃຈ​ຝືດ
ອາ​ການ​ອື່ນໆ​ອາດ​ລວມ​ມີ ຂີ້​ມູກ​ຍ້ອຍ, ເຈັບ​ຫົວ, ປວດ​ຕາມ​ກ້າມ​ເນື້ອ​ແລະ​ຂໍ່, ປວດ​ຮາກ, ຖອກ​ທ້ອງ, ຮາກ, ບໍ່​ໄດ້ກິ່ນ, ​ຣົດ​ຊາດ​ອາ​ຫານ​ປ່ຽນ​ໄປ, ກິນ​ເຂົ້າ​ບໍ່​ແຊບ ແລະ ເມື່ອຍ​ອ່ອນ​ເພັຍ.

ທາງ​ການ​ໄດ້​ສ້າງ  ລະ​ບົບ​ກວດ​ເບິ່ງ​ອາ​ການ​ຂອງ COVID19 ຂຶ້ນ​ມາ​ເພື່ອ​ໃຫ້​ທ່ານ​ນຳ​ໃຊ້ໄດ້​ຢູ່​ເຮືອນ​ຕົນ​ເອງ.

​ບໍ່​ມີ​ການ​ປິ່ນ​ປົວ​ສະ​ເພາະ​ສຳ​ລັບ​ໂຄ​ໂຣ​ນາ​ໄວ​ຣັ​ສ, ແຕ່​ວ່າ​ອາ​ການ​ສ່ວນ​ໃຫຍ່​ສາ​ມາດ​ປິ່ນ​ປົວ​ໄດ້​ໂດຍ​ການ​ດູ​ແລ​ອູ້ມ​ຊູ​ທາງ​ການ​ແພດ. ຢາ​ຕ້ານ​ເຊື້ອ​ໃຊ້​ບໍ່​ໄດ້​ຜົນ​ກັບ​ບັນ​ດາ​ເຊື້ອ​ໄວ​ຣັ​ສ.

ຖ້າ​ທ່ານ​ມີ​ອາ​ການ, ທ່ານ​ຄວນ​ໄປ​ກວດ. ຢ່າ​ໄປ​ຄ​ລີ​ນິກກວດ​ພະ​ຍາດຫຼື​ໂຮງ​ໝໍ​ໂດຍບໍ່​ແຈ້ງ​ໃຫ້​ເຂົາ​ເຈົ້າ​ຊາ​ບ​ກ່ອນ​ວ່າ​ທ່ານ​ມີ​ອາ​ການ. ທ່ານ​ຕ້ອງ​ສືບ​ຕໍ່ແຍກ​ປ່ຽວ​ຕົນ​ເອງ​ຢູ່​ໃນ​ເຮືອນ​ຂອງ​ທ່ານ, ໃນ​ໂຮງ​ແຮມຫຼື​ຢູ່​ໃນ​ການ​ດູ​ແລ​ຂອງ​ແພດ​ຈົນ​ກວ່າ​ທາງ​ການ​ສາ​ທາ​ຣະ​ນະ​ສຸກຢັ້ງ​ຢືນ​ວ່າ​ເປັນ​ການ​ປອດ​ໄພ​ທີ່​ທ່ານ​ຈະ​ກັບ​ໄປ​ເຮັດ​ກິດ​ຈະ​ກັມ​ໄດ້​ປົກ​ກະ​ຕິ.

ຖ້າ​ທ່ານ​ຕ້ອງ​ການ​ຢາກ​ໂອ້​ລົມ​ກັບ​ໃຜ​ຜູ້​ນຶ່ງ​ກ່ຽວ​ກັບ​ອາ​ການ​ຂອງ​ທ່ານ, ໃຫ້​ໂທ​ໄປ​ສາຍ​ຊ່ວຍ​ເຫຼືອ​ແຫ່ງ​ຊາດ​ດ້ານ​ໂຄ​ໂຣ​ນາ​ໄວ​ຣັ​ສ ເພື່ອ​ຂໍ​ຄຳ​ແນະ​ນຳ. ສາຍນີ້​ເຮັດ​ວຽກ    ຕ​ລອດ 24 ຊົ່ວ​ໂມງ​ໃນ​ແຕ່​ລະ​ມື້, ເຈັດ​ມື້​ຕໍ່​ອາ​ທິດ: 1800 020 080 

ທ່ານຈະໄປກວດໄດ້ຢູ່ໃສ?

ຄ​ລິກ​ລິ້ງຄ໌​​ຂ້າງ​ລຸ່ມນີ້​ເພື່ອ​ຊອກ​ຫາ​ຄ​ລີ​ນິກກວດ​ເຊື້ອ​ໃນ​ແຕ່​ລະ​ຣັດ​ແລະ​ເຂດ​ປົກ​ຄອງ:

ຖ້າ​ທ່ານ​ຖືກ ​ບົ່ງ​ມະ​ຕິ​ວ່າ​ມີ COVID-19, ທ່ານ ຕ້ອງ​ແຍກ​ປ່ຽວ​ຕົນ​ເອງ:

  • ຢ່າ​ອອກ​ໄປ​ຕາມ​ສະ​ຖານ​ທີ່​ສາ​ທາ​ຣະ​ນະ​ເຊັ່ນ ໄປ​ເຮັດ​ວຽກ, ໄປ​ໂຮງ​ຮຽນ​, ຫ້າງ​ສັ​ພ​ສິນ​ຄ້າ, ສູນ​ຝາກ​ເດັກ ຫຼື ມະ​ຫາ​ວິ​ທ​ຍາ​ໄລ
  • ໃຫ້​ຂໍ​ໃຫ້​ໃຜ​ຜູ້​ນຶ່ງ​ເອົາ​ອາ​ຫານ​ແລະ​ຂອງ​ໃຊ້​ຈຳ​ເປັນ​ມາ​ໃຫ້​ທ່ານ​ແລະ​ໃຫ້​ເອົາ​ປະ​ໄວ້​ຢູ່​ປະ​ຕູ​ໜ້າ​ບ້ານ​ຂອງ​ທ່ານ
ຢ່າ​ໃຫ້​ຄົນ​ມາ​ຢ້ຽມ​ຢາມ - ໃຫ້​ມີ​ແຕ່​ຄົນ​ທີ່​ຢູ່​ຮ່ວມ​​ເຮືອນດຽວ​ກັນ​ຕາມ​ປົກ​ກະ​ຕິ​ເທົ່າ​ນັ້ນ​ ທີ່​ຢູ່​ໃນ​ເຮືອນ​ນຳ​ກັນ​ໄດ້


ແມ່ນໃຜແດ່ທີ່ມີຄວາມສ່ຽງສູງສຸດທີ່ຈະເກີດການເຈັບປ່ວຍຮ້າຍແຮງ?

ບາງ​ຄົນ​ທີ່​ຕິດ​ເຊື້ອ​ອາດບໍ່​ເຈັບ​ປ່ວຍ​ຫຍັງ​ໝົດ, ບາງ​ຄົນ​ອາດ​ມີ​ອາ​ການ​ພຽງ​ເບົາ​ບາງ​ເຊິ່ງ​ຈະ​ຫາຍ​ຈາກ​ພະ​ຍາດ​ໄດ້​ໂດຍ​ງ່າຍ, ແລະ ຄົນ​ອື່ນໆ​ອາດ​ຈະ​ເຈັບ​ປ່ວຍ​ຢ່າງ​ແຮງ, ແລະ​ເປັນ​ຢ່າງ​ໄວ​ວາ. ຈາກ​ປະ​ສົ​ບ​ການ​ທີ່​ຜ່ານ​ມາ​ກ່ຽວ​ກັບ​ເຊື້ອ ໂຄ​ໂຣ​ນາ​ໄວ​ຣັ​ສ ຊະ​ນິດ​ອື່ນໆ, ຄົນ​ທີ່​ມີ​ຄວາມ​ສູງ​ສຸດ​ຕໍ່​ການ​ຕິດ​ເຊື້ອ​ທີ່​ຮ້າຍ​ແຮງ​ແມ່ນ:

  • ຊາວ​ອາ​ບໍ​ຣິ​ຈິ​ໂນ​ລ​ແລະ​ທໍ​ເຣ​ສະ​ເຕ​ຣກ​ອາຍ​ແລນ​ເດີ ທີ່​ມີ​ອາ​ຍຸ 50 ປີແລະ​ສູງ  ​ກ່​ວາ ທີ່​ມີ​ພະ​ຍາດ​ເຮື້ອ​ຮັງ​ຢ່າງ​ນຶ່ງຫຼືຫຼາຍກວ່າ​ນັ້ນຢູ່​ແລ້ວ
  • ຄົນ​ທີ່​ມີ​ອາ​ຍຸ 65 ປີ​ແລະ​ສູງ​ກວ່າ ​ທີ່​ມີ​ພະ​ຍາດ​ເຮື້ອ​ຮັງ. ​ພະ​ຍາດຕ່າງໆ​ທີ່​ລວມ​ໄວ້​ໃນ ‘ອາ​ການ​ທາງ​ແພດ​ທີ່​ເປັນ​ເຮື້ອ​ຮັງ’ ຈະ​ໄດ້​ໃຫ້​ຄຳ​ນິ​ຍາມ​ເມື່ອ​ມີຫຼັກ​ຖານເພີ່ມ​ເຕີມ​.
  • ຄົນ​ທີ່​ມີ​ອາ​ຍຸ 70 ປີ​​ແລະ​ສູງ​ກວ່ານັ້ນ
  • ຄົນ​ທີ່​ລະ​ບົບພູມ​ຕ້ານ​ທານ​ເຊື້ອບໍ່​ແຂງ​ແຮງ

ຂ້ອຍຕ້ອງໃສ່ໜ້າກາກອະນາໄມບໍ?

ບາງ​ຣັດ​ແລະ​ເຂດ​ປົກ​ຄອງ​ໃນ​ອອ​ສ​ເຕ​ຣ​ເລັຍ ແນະ​ນຳ​ຫຼື​ອອກ​ຄຳ​ສັ່ງ​ໃຫ້​ມີ​ການ​ໃສ່​ໜ້າ​ກາກ​ອະ​ນາ​ໄມ. ຖ້າ​ວ່າ​ສະ​ພາບ​ການ​ໃນ​ຣັດຫຼື​ເຂດ​ປົກ​ຄອງ​ຂອງ​ທ່ານ​ມີ​ການ​ປ່ຽນ​ແປງ  ຄຳ​ແນະ​ນຳ​ໃນ​ການ​ໃຊ້​ໜ້າ​ກາກ​ກໍ​ອາດ​ຈະ​ຕ້ອງປ່ຽ​ນ​ແປງ​ເຊັ່ນ​ກັນ. ​ເປັນ​ສິ່ງ​ສຳ​ຄັນ​ທີ່​ທ່ານ​ຕ້ອງ​ຮູ້​ທັນ​ກັບ​ຄຳ​ແນະ​ນຳ​ອັນ​ລ່າ​ສຸດ​ໃນ​ເຂດ​ທ້ອງ​ຖິ່ນ​ຂອງ​ທ່ານ.

ເພື່ອ​ໃຫ້​ຮູ້​ທັນ​ກັບ​ຄຳ​ແນະ​ນຳ​ໃນ​ການ​ໃສ່​ໜ້າ​ກາກ​ອັນ​ລ່​າ​ສຸດ, ໃຫ້​ຕິດ​ຕາມ​ການ​ແຈ້ງ​ຂ່າວ​ລ່າ​ສຸດ​ຂອງ​ຣັ​ຖ​ບານ​ທ້ອງ​ຖິ່ນ​ຂອງ​ທ່ານ:

ເມື່ອ​ທ່ານ​ໃສ່​ໜ້າ​ກາກ​ອະ​ນາ​ໄມ, ເປັນ​ສິ່ງ​ສຳ​ຄັນ​ທີ່​ທ່ານ​ຕ້ອງ​ໃສ່​ໃຫ້​ຖືກ​ແບບ:

  • ໃຫ້​ລ້າງ​ຫຼື​ຖູ​ມື​ດ້ວຍ​ນ້ຳ​ຢາ​ກ່ອນ​ໃສ່ຫຼື​ຖອດ​ໜ້າ​ກາກ​ອອກ
  • ໃຫ້​ໝັ້ນ​ໃຈ​ວ່າ​ໜ້າ​ກາກນັ້ນ​ກວມ​ເອົາ​ພາກ​ສ່ວນ​ດັງ​ແລະ​ປາກ​ຂອງ​ທ່ານ​ແລະ​ໃຫ້​ໜ້າ​ກາກ​ແນບ​ຕິດ​ກັບ​ດ້ານ​ຂ້າງ​ຂອງ​ໃບ​ໜ້າ​ຂອງ​ທ່ານ
  • ຢ່າ​ຈັບ​ບາຍ​​ສ່ວນ​ທາງ​ໜ້າ​ຂອງ​ໜ້າ​ກາກ​ຂອງ​ທ່ານ​ໃນ​ຂະ​ນະ​ທີ່​ໃສ່​ຢູ່ຫຼື​ຖອດ​ອອກ
  • ຢ່າ​ປ່ອຍ​ໜ້າ​ກາກ​ຫ້ອຍ​ໄວ້​ຢູ່​ຄໍຫຼື​ໃຕ້​ດັງ
  • ຢ່າ​ໃຊ້​ໜ້າ​ກາກ​ແບບ​ໃຊ້​ເທື່ອດຽວ​ຄືນ​ໃໝ່; ໃຫ້​ຊັກ​ແລະ​ຕາກ​ໜ້າ​ກາກ​ທີ່​ໃຊ້​ຄືນ​ໄດ້ຫຼັງ​ຈາກ​ໃຊ້​ແລ້ວ​ແລະ​ໃຫ້​ເກັບ​ໄວ້​ຢູ່​ບ່ອນ​ແຫ້ງ​ແລະ​ສະ​ອາດ.

ການເດີນທາງອອກຈາກ, ໄປສູ່ ຫຼື ພາຍໃນອອສເຕຣເລັຍ

ບັນ​ດາ​ຣັດ​ແລະ​ເຂດ​ປົກ​ຄອງສາ​ມາດ​ໃຊ້​ລະ​ບຽບ​ຂໍ້​ຈຳ​ກັດ​ຂອງ​ຕົນ​ເອງ, ລວມ​ທັງ​ການ​ປິດ​ຊາຍ​ແດນ​ຂອງ​ຕົນ.

ການ​ເກັບ​ກຳ​ຂໍ້​ມູນ​ທີ່​ບັງ​ຄັບ

ນັບ​ຈາກວັນ​ທີ 1 ຕຸ​ລາ 2020,  ໄດ້​ມີ​ກົດ​ລະ​ບຽບ​ບັງ​ຄັບ​ໃຫ້​ເກັບ​ຂໍ້​ມູນ​ກ່ຽວ​ກັບ​ຖ້ຽວ​ບິນ​ພາຍ​ໃນ​ປະ​ເທດ​ເພື່ອ​ຊ່ວຍ​ບັນ​ດາ​ຣັດ​ແລະ​ເຂດ​ປົກ​ຄອງ​ຕ່າງໆ​ເມື່ອ​ເຖິງ​ຍາມ​ທີ່​ຈະຕ້ອງ​ນຳ​ຮອຍ: ​ຊື່, ທີ່​ຢູ່​ອີ​ເມ​ລ, ເລກ​ໂທ​ຣະ​ສັບ​ມື​ຖື, ແລະ​ຣັດ​ທີ່​ຕົນ​ອາ​ໄສ​ຢູ່.

ຫຼັກ​ການ​ແຫ່ງ​ຊາດກ່ຽວ​ກັບ​ການ​ເດີນ​ທາງ​ສາ​ທາ​ຣະ​ນະ  

ການ​ບໍ​ຣິ​ການ​ເດີນ​ທາງ​ສາ​ທາ​ຣະ​ນະ​ແມ່ນ​ຢູ່​ພາຍ​ໃຕ້​ຄວາມ​ຮັບ​ຜິດ​ຊອບ​ຂອງ​​ຣັດ​ແລະ​ເຂດ​ປົກ​ຄອງ​ຕ່າງໆ, ແລະ​ທຳ​ນຽບ​ຣັ​ຖ​ບານ​ແຫ່ງ​ຊາດ​ເປັນ​ຜູ້​ອະ​ນຸ​ມັດບັນ​ດາຫຼັກ​ການ​ຕ່າງໆ​ເພື່ອ​ຊ່ວຍ​ຈັດ​ການ​ໃນ​ດ້ານ​ສຸ​ຂະ​ພາ​ບ​ແລະ​ຄວາມ​ປອດ​ໄພ​ຂອງ​ບັນ​ດາ​ພະ​ນັກ​ງານ​ແລະ​ຜູ້​ໂດຍ​ສານ​​ໃນ​ເຄືອ​ຂ່າຍ​ການ​ເດີນ​ທາງ​ສາ​ທາ​ຣະ​ນະ, ລ​ວມ​ທັງ: ບໍ່​ໃຫ້​ເດີນ​ທາງ​ເມື່ອ​ຮູ້​ສຶກບໍ່​ສະ​ບ​າຍ, ຢູ່​ຫ່າງ​ຈາກ​ຄົນ​ຂັບ​ແລະ​ຜູ້​ໂດຍ​ສານ​ຄົນ​ອື່ນໆ ແລະຫຼີກ​ລ່ຽງ​​ການ​ຈ່າຍ​ເງິນ​ສົດ.  

​ຂໍ້​ຈຳ​ກັດ​ໃນ​ການ​ເດີນ​ທາງ

​ໄດ້​ມີ​ການ​ວາງ​ລະ​ບຽບ​ການ​ຊົ່ວ​ຄາວສຳ​ລັບ​ຖ້ຽວ​ບິນ​ສາ​ກົນ​ເຊິ່ງ​ໄດ້​ມີ​ການ​ທົບ​ທວນ​ເປັນ​ປ​ະ​ຈຳ​ໂດຍ​ຣັ​ຖ​ບານ.

ລະບຽບ​ການ​ດັ່ງ​ກ່າວ​ອາດ​ຈະ​ກະ​ທົບ​ຖ້ຽວ​ບິນ​ເຂົ້າ​ມາປະ​ເທດອອ​ສ​ເຕ​ຣ​ເລັຍ​ຂອງ​ທ່ານ. ຂໍ້​ມູນ​ມີ​ການ​ປ່ຽນ​ແປງເລື້ອຍໆ.

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ໃຫ້ ກວ​ດ​ເບິ່ງຂໍ້​ມູນອັ​ບ​ເດດ​ລ່າ​ສຸດ​ທີ່ ​ນັກ​ເດີນ​ທາງ​ທີ່​ສ​ລາດ .

ເງື່ອນ​ໄຂການ​ກັກ​ກັນ​ຕົວ​ແລະ​ກວດ​ພະ​ຍາດ​ແມ່ນ​ຈັດ​ການ​ແລະ​ບັງ​ຄັບ​ໃຊ້​ໂດຍ​ຣັ​ຖ​ບານ​ປະ​ຈຳ​ຣັດ​ແລະ​ເຂດ​ປົກ​ຄອງ:

ຖ້າ​ທ່ານ​ຕ້ອງ​ການ​ເດີນ​ທາງ​ໄປ​ຕ່າງ​ປະ​ເທດ, ທ່ານ​ອາດ​ຈະ​ມີ​ສິດ​ຂໍ​ຍົກ​ເວັ້ນ​​ທາງ​ອອນ​ລາຍ​ນ໌ ໄດ້ ເພື່​ອ​ເດີນ​ທາງ ຖ້າ​ທ່ານ​ຕົກ​ຢູ່​ໃນ​ເງື່ອນ​ໄຂ​ໃດ​ນຶ່ງ​ດັ່ງ​ຂ້າງ​ລຸ່ມນີ້: 

  • ການ​ເດີນ​ທາງ​ຂອງ​ທ່ານ​ແມ່ນ​ພາກ​ສ່ວນ​ນຶ່ງ​ໃນ​ການ​ຕອບ​ຮັບ​ຕໍ່​ການ​ລະ​ບາດ ຂອງ COVID-19, ລວມ​ທັງ​ການ​ໃຫ້​ຄວາມ​ຊ່ວຍ​ເຫຼືອ  
  • ການ​ເດີນ​ທາງ​ຂອງ​ທ່ານ​ແມ່ນ​ມີ​ຄວາມ​ຈຳ​ເປັນ​ຕໍ່​ການ​ດຳ​ເນີນ​ທຸ​ຣະ​ກິດ​ແລະ​ອຸ​ສາ​ຫະ​ກັມ​ທີ່​ຈຳ​ເປັນ (ລວມ​ທັງ​ອຸ​ສາ​ຫະ​ກັມ​ນຳ​ອອກ​ແລະ​ນຳ​ເຂົ້າ) 
  • ທ່ານ​ເດີນ​ທາງ​ເພື່ອ​ໄປ​ຮັບ​ການ​ປິ່ນ​ປົວ​ດ້ານ​ສຸ​ຂ​ະ​ພາບ​ທີ່​ຮີບ​ດ່ວນ​ແລະ​ບໍ່​ມີ​ໃຫ້​ຢູ່​ໃນ​ອອ​ສ​ເຕ​ຣ​ເລັຍ  
  • ທ່ານ​ເດີນ​ທາງ​ໄປ​ປະ​ກອບ​ທຸ​ຣະ​ກິດ​ສ່ວນ​ຕົວ​ທີ່​ຮີບ​ດ່ວນ​ແລະຫຼີກ​ລ່ຽງ​ບໍ່​ໄດ້
  • ເຫດ​ຜົນ​ທີ່​ອີງ​ໃສ່​ພື້ນ​ຖານ​ຄວາມ​ເມດ​ຕາ​ປາ​ນີຫຼື​ມະ​ນຸ​ສ​ຍະ​ທັມ   
  • ການ​ເດີນ​ທາງ​ຂອງ​ທ່ານ​ແມ່ນ​ເປັນຜົນ​ປ​ໂຍດ​ຕໍ່​ປະ​ເທດ​ຊາດ.  
ໃຫ້​ຄ​ລິກ​ທີ່ນີ້ ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ເງື່ອນ​ໄຂ​ໃນ​ການເດີນ​ທາງ​ອອກ​ໄປ​ຈາກ​ປະ​ເທດອອ​ສ​ເຕ​ຣ​ເລັຍ

 


Share

Published

Updated

By SBS Audio, Language Content
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service