ອັບເດດກ່ຽວກັບມາຕການການຕ້ອງຫ້າມກ່ຽວເຖິງ ໂກວິດ-19.
ຣັດວິກຕໍເຣັຍບັນຍັດຄືນໃໜ່ມາຕການຂັ້ນ 3 ທີ່ໃຫ້ຢູ່ບ້ານເຮືອນ.
ເຂດຄຸ້ມຕ່າງໆຂອງນະຄອນແມນລ໌ເບິນແລະເຂດການປົກຄອງ
ຂອງ ມິດແຊນ ຊາຍເອີ ຖຶກຕ້ອງຫ້າມໂດຍມາຕການນັ້ນຢູ່.
ສຳຮັບແຜນທີ່ການຕ້ອງຫ້າມໃຫ້ເບິ່ງຢູ່ໃນ :
ຄວາມຊີ້ແຈງກ່ຽວກັບຣັດວິກຕໍເຣັຍໃນເຈັ້ຽຂໍ້ມູນນີ້ມີລາຍຣະອຽດ
ເປັນສອງສ່ວນ.
* ລ໋ອກດາວຢູ່ໃນເຂດຄຸ້ມຂອງແມນລ໌ເບິນ
* ເຂດຊົນນະບົດແລະອື່ນໆກ່ວາເຂດການປົກຄອງຂອງ ມິດແຊນ
ຊາຍເອີ.
ລ໋ອກດາວ ເຂດຄຸ້ມຂອງ ແມນລ໌ເບິນ
ໜ້າກາກອານາມັຍ: ບັດນີ້ຈຳຕ້ອງໃສ່ໜ້າກາກອານາມັຍຢູ່ນອກ
ບ້ານເຮືອນແລະໃນສະຖານະພາບທີ່ການຢູ່ຫ່າງກັນໃນດ້ານຮ່ງກາຍ
ເປັນໄປບໍ່ໄດ້.
ຄົນທີ່ຢູ່ກິນຢູ່ໃນເຂດຄຸ້ມຕ່າງໆຂອງ ແມນລ໌ເບິນ ແລະ ມິດແຊນ
ຊາຍເອີ ຈຳຕ້ອງໃສ່ໜ້າກາກອານາມັຍຢູ່ນອກບ້ານເຮືອນຈາກຕັ້ງແຕ່
11 ໂມງ 59 ນາທີຄ່ຳ ຂອງວັນພຸດ ທີ 22 ກໍຣະກະດາ 2020 ເປັນ
ຕົ້ນໄປ.
ການປັບໃໜການບໍ່ໃ່ສ່ໜ້າກາກອານາມັຍແມ່ນ $200.