ອັບເດດ ໂຄວິດ-19​: ລ໋ອກດາວຊິດນີປັດຈຸບັນຖຶກຕໍ່ດົນນານອີກນຶ່ງເດືອນເມື່ອໂຄວິດແຜ່ຣະບາດຢູ່ໃນຊົນນະບັດວິກຕໍເຣັຍ

ຕໍ່ໄປນີ້ແມ່ນອັບເດດສຳຮັບທ່ານກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 20 ສິງຫາ 2021.

Health workers and Police officers are seen at a unit block under lockdown, in Campsie, south west of Sydney, Friday, August 20, 2021. (AAP Image/Dan Himbrechts) NO ARCHIVING

Health workers and Police officers are seen at a unit block under lockdown, in Campsie, south west of Sydney, Friday, August 20, 2021. Source: AAP Image/Dan Himbrechts

* ນີວຊາວທ໌ແວນລ໌ປະກາດການຕ້ອງຫ້າມເພີ້ມສຳຮັບເຂດການປົກຄອງທ້ອງຖິ່ນທີຫ່ວງຍັຍນຳ

* Contact tracing ໃນວິກຕໍເຣັຍກຳລັງຖຶກກະທຳສຳຮັບກໍຣະນີນຶ່ງໃນ Shepparton

* ເອຊີທີມີ 12 ກໍຣະນີໃໜ່

* ເຊົາທ໌ອອສເຕຼເລັຍຜ່ອນຄາຍການຕ້ອງຫ້າມຊາຍແດນ

 

ໃນຣັດນີວຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນໃໜ່ເປັນໂຄວິດ 644 ຄົນຈາກທ້ອງຖິ່ນເອງ ໂດຍທີເປັນຢ່າງໜ້ອຍ 41 ລາຍຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່. ສີ່ຄົນນັ້ນທີ່ຖຶກສັກຢາວັກຊີນໂຄວິດໃຫ້ແລ້ວໂດສນຶ່ງ ສູນເສັຍຊີວິດ.

ກົດເກນເພີ້ມສຳຮັບທຸຣະກິດແລະຄົນທີ່ຢູ່ກິນໃນເຂດການປົກຄອງທ້ອງຖິ່ນທີ່ຫ່ວງຍັຍນຳ ຈະຖຶກບັນຍັດຈາກແຕ່ 12 ມ 01 ນທ ຕອນເຊົ້າຂອງວັນຈັນທີ 23 ສິງຫາ 2021 ຮວມດ້ວຍ ເຄຟີວ ຈາກ 9 ໂມງຄ່ຳ ຮອດ 5 ໂມງເຊົ້າ ແລະມີກ່ຳໜົດໃຫ້ນຶ່ງຊົ່ວໂມງສຳຮັບການອອກກຳລັງກາຍຕໍ່ມື້.

ລ໋ອກດາວຂົງແຄ້ວນຊິດຊີຖຶກຕໍ່ອອກຈົນຮອດ 30 ກັນຍາ 2021.

ໃຫ້ຈອງການໜາຍນັດການສັກຢາວັກຊີນໂຄວິຂອງທ່ານໃນມື້ນີ້ໂດຍກົດໃສ່ vaccination appointment.

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນໃໜ່ເປັນໂຄວິດ 55 ຄົນຈາກທ້ອງຖິ່ນເອງ ທີ່ຫົກລາຍບໍ່ມີສາຍພົວພັນກັບການຣະບາດທີ່ຮູ້ແລ້ວ.

ສາມສິບລາຍຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່

ທາງການສາທາຣະນະສຸກບົ່ງການຣະມັດຣະວັງຕຽມພ້ອມອອກມາແລ້ວພາຍຫຼັງລາຍນຶ່ງເປັນໂຄວິດໃນ Shepparton ໃນຊົນນະບົດວິກຕໍເຣັຍ.

ໃຫ້ຊອກເບິ່ງລາຍຊື່ບ້ອນສ່ຽງໂດຍກົດໃສ່  list of exposure sites  ແລະລາຍຊື່ສູນກາງສັກຢາວັກຊີນ  list of vaccination centres.

 

ໃນຣັດເອຊີທີ (Australian Capital Territory)

ເອຊີທີມີຄົນເປັນໂຄວິດໃໜ່ 12 ຄົນຈາກທ້ອງຖິ່ນເອງ ທີ່ລາຍນຶ່ງຢູ່ໃນການສຶບສວນຢູ່. ຈຳນວນກໍຣະນີທີ່ມີຊີວິດຊີວາຢູ່ໃນ Canberra ແມ່ນ 94 ຄົນ.

ໃນປັດຈຸບັນມີຄົນປ່ວຍເປັນໂຄວິດນຶ່ງຄົນທີ່ຖຶກຮັບເຂົ້າໂຮງພະຍາບານແລະມີບ່ອນສ່ຽງ 250 ແຫ່ງ ໃຫ້ເບິ່ງໂດຍກົດໃສ່ over 250 exposure sites, ຮວມດ້ວຍເສັ້ນສາຍການຂົນສົ່ງສາທາຣະນະຊົນ, ຮ້ານ fast food ແລະບ່ອນດູແລເດັກ.

ໃຫ້ກວດເບິ່ງສິດທິສຳຮັບກາຮສັກຢາວັກຊີນ ໂຄວິດ-19 ໂດຍກົດໃສ່ COVID-19 vaccination.

 

ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ

* NT ແລະ Queensland ມີມື້ໃໜ່ອີກທີ່ມີສູນຄົນໃນຊຸມຊົນຕິດແປດກັນເປັນໂຄວິດ.

* South Australia ຍົກເລີກການຕ້ອງຫ້າມຊາຍແດນກັບພາກເໜືອແລະຊົນນະບົດ  Queensland ແລະສ່ວນໃຫຍ່ຂອງ Northern Territory.

alc covid mental health
Source: ALC

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

NSW Travel & transport ແລະ Quarantine

VIC Travel permitOverseas travellers ແລະ Quarantine

ACT Transport ແລະ Quarantine

NT Travel ແລະ Quarantine

QLD Travel ແລະ Quarantine

SA Travel ແລະ Quarantine

TAS Travel ແລະ Quarantine

WA Travel ແລະ Quarantine

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here  ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  COVID-19 vaccine in your language.

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

COVID-19 Vaccination Glossary
Appointment Reminder Tool.

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

NSW 

Victoria 

Queensland 

South Australia 

ACT 

Western Australia 

Tasmania

Northern Territory 

 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

NSW 

Victoria 

Queensland 

South Australia 

ACT 

Western Australia 

Tasmania
Northern Territory.

 

Image

Share

2 min read

Published

Updated

By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Source: SBS




Share this with family and friends


Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now