* ການລ໋ອກດາວຂົງແຄ້ວນຊິດນີ Greater Sydney ຖຶກຕໍ່ດົນນານໄປເຖິງ 28 ສິງຫາ 2021.
* ວິກຕໍເຣັຍສຶບສວນເບິ່ງກໍຣະນີນຶ່ງທີ່ບໍ່ມີຈຸດພົວພັນນຳ.
* ເຊົາທ໌ອອສເຕຼເລັຍບໍ່ມີກໍຣະນີໃໜ່.
* ຄີວນສ໌ແລນດ໌ປະເຊີນກັບການນາບຂູ່ສອງເທົ່າ.
ໃນຣັດນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ຈາກທ້ອງຖິ່ນເອງ 177 ຄົນແລະມີຕາຍ ກໍຣະນີນຶ່ງຕື່ມອີກ. ເປັນຢ່ງໜ້ອຍມີ 46 ກໍຣະນີຢູ່ໃນຊຸມຊົນເມື່ອຍັງຕິດແປດຄົນອື່ນໄດ້ຢູ່.
ການລ໋ອກດາວຂອງປັດຈຸບັນນີ້ຖຶກຕໍ່ດົນນານອອກສີ່ສັບປະດາ ຈົນຮອດວັນເສົາທີ 28 ສິງຫາ 2021. ເທດສະບານອີກສາມແຫ່ງຂອງຂົງແຄ້ວນຊິດນີ - ຄື Campbelltown, Parramatta, ແລະ George's River ບັດນີ້ກໍຢູ່ໃນການຕ້ອງຫ້າມການໄປມາຢ່ງເຄັ່ງຄັດ, ໂດຍມີແຕ່ແຮງງານອັນຈຳເປັນຖຶກອະນຸຍາດໄຫ້ໄປມາວຽກການໄດ້.
ໃນ Fairfield ພະນັກງານດ້ານສຸຂພາບແລະການດູແລຄົນແກ່ສະຣາຖຶກອຸນຸຍາດໃຫ້ ເມື່ອທີ່ຄົນງານອັນຈຳເປັນທຸກຄົນຂອງ Canterbury-Bankstown ຕ້ອງໃຫ້ກວດເບິ່ງ ໂຄວິດ-19 ໃນທຸກໆສາມມື້. ກົດເກນອັນໜຽວແໜ້ນຖຶກບັນຍັດໃສ່ທົ່ວ Greater Sydney, ໂດຍໃຫ້ອະນຸຍາດແຕ່ໄປຊື້ເຄື່ອງຂອງ ອາຫານ ແລະອອກກຳລັງກາຍຢູ່ພາຍໃນ 10 ກິໂລແມດຈາກເຮືອນ.
ກົດໃສ່ COVID safe measures ເພື່ອເບິ່ງການປ່ຽນແປງຣະບົບການຄວາມປອດພັຍກ່ຽວກັບ ໂຄວິດ-19.
ໃນຣັກວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໃໜ່ຈາກການຕິດແປດໃນທ້ອງຖິ່ນເກົ້າຄົນ ໂດຍທີ່ຄົນນັ້ນແປດຄົນມີສາຍພົວພັນໄປເຖິງການຣະບາດຂອງປັດຈຸບັນນີ້. ນຶ່ງກໍຣະນີຍັງຖຶກສຶບສວນເບິ່ງຢູ່.
ກົດໃສ່ latest COVID-19 restrictions ເພື່ອເບິ່ງການຕ້ອງຫ້າມອັນຫຼ້າສຸດ.
ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ
* ດຕ Jeannette Young ຜູ້ນຳພະງັກງານສາທາຣະນະສຸກຄີວນສ໌ແລນດ໌ຢັ້ງກໍຣະນີວ່າ 19 ຄົນຈາກຄົນເຮືອ 21 ຄົນຂອງເຮືອຕ່າງສິນຄ້າຖຶກກວດເຫັນເປັນ ໂຄວິດ-19 ແລະຊາຍຄົນນຶ່ງທີ່ຕິດແປດຄົນອື່ນໄດ້ ຄົງຢູ່ໃນຊຸມຊົນໃນ Brisbane ເຖິງຫົກສັບປະດາ.
* ເຊົາທ໌ອອສເຕຼເລັຍ ເປັນມື້ທີສອງ ບໍ່ມີຈັກຄົນຖຶກຕິດແປດ ໂຄວິດ-19.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ໜີ້ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

