* ໃນຣັດນີວຊາວທ໌ແວນລ໌ 12 ເຂດການປົກຄອງທ້ອງຖິ່ນພົ້ນຈາກລ໋ອກດາວແລ້ວ
* ວິກຕໍເຣັຍປະກາດຜ່ອນຄາຍການຕ້ອງຫ້າມບາງຢ່າງ
* ເອຊີທີຂະຫຍາຽການໃຫ້ເງິນຄ້ຳຈູນກ່ຽວກັບ ໂຄວິດ-19
* ຄີວນສ໌ແລນດ໌ມີນຶ່ງກໍຣະນີໃນຊຸມຊົນເປັນໂຄວິດຢູ່ໃນ home quarantine
ໃນຣັດນີວຊາວທຼແວນລ໌
ນີວຊາວທຼແວນລ໌ມີຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ 1351 ລາຍ ແລະຕາຍ 12. ຈາກ 12 ຄົນທີ່ຕາຍນັ້ນມີ 10 ຄົນບໍ່ຖຶກສັກວັກຊີນໂຄວິດ.
ຈາກແຕ່ 6 ໂມງແລງຂອງມື້ນີ້ Lismore ແລະ Albury ລ໋ອກດາວເຈັດມື້ພາຍຫຼັງການກວດເບິ່ງບອກໃຫ້ເຫັນວ່າມີກໍຣະນີໂຄວິທະວີຂຶ້ນ.
ຈາກແຕ່ 1 ໂມງແລງຂອງມື້ນີ້ ລ໋ອກດາວຖຶກຍົກເລີກສຳຮັບ Bega Valley, Blayney, Bogan, Cabonne, Dungog, Forbes, Muswellbrook, Narrabri, Parkes, Singleton Snowy Monaro ແລະ Upper Hunter Shire.
ໃຫ້ຈອງການໜາຍນັດສຳຮັບການສັກວັກຊີນໂຄວິດຂອງທ່ານໃນມື້ນີ້ໂດຍກົດໃສ່ book your vaccine appointment.
ຣັດວິກຕໍເຣັຍ
ວິກຕໍເຣັຍມີຄົນໃໜ່ 514 ລາຍເປັນໂຄວິດຈາກທ້ອງຖິ່ນເອງ ພາໃຫ້ຈຳນວນກໍຣະນີທັງໜົດທີ່ເປັນໂຄວິດຢູ່ມີເຖິງ 4,370 ຄົນ.
ຍ້ອນວິກຕໍເຣັຍ ໃນມື້ນີ້ ຈະເຖິງຂັ້ນ 70% ທີ່ຖຶກສັກວັກຊີນໂຄວິດເຂັມທຳອິດແລ້ວ ການຕ້ອງຫ້າມບາງອັນຈະຖຶກຜ່ອນຄາຍໃນຂົງແຄ້ວນແມນລ໌ເບິນແລະເຂດຊົນນະບົດວິກຕໍເຣັຍຈາກແຕ່ທ່ຽງຄືນຂອງວັນສຸກທີ 17 ກັນຍາ 2021. ໃຫ້ກົດເບິ່ງ some restrictions will ease.
ຄົນທີ່ຢູ່ກິນໃນຣັດວິກຕໍເຣັຍທີ່ຖຶກສັກຢາວັກຊີນໂຄວິດເຕັມສ່ວນຈະຖຶກອະນຸຍາດໃຫ້ເຕົ້າໂຮມກັນຢູ່ນອກເຮືອນເປັນຈຸຫ້າຄົນໄດ້ ເມື່ອທີ່ຄົນທີ່ບໍ່ຖຶກສັກວັກຊິນນັ້ນຫຼືໄດ້ສັກແລ້ວເຂັມດຽວຈະເຕົ້າໂຮມກັນໄດ້ຢູ່ນອກເຮືອນເປັນຈຸຈຳກັດ ສອງຄົນ. ແລະວົງກົມຂອງຣະຍະສຳຮັບການຊື້ເຄື່ອງຊື້ຂອງແລະອອກກຳລັງກາຍຈະທະວີຂຶ້ນຈາກ 5 ມາເປັນ 10 ຫຼັກກິໂລແມດ.
ໃຫ້ຊອກເຍິງສູກນກາງສັກວັກຊີນທີຢູ່ໃກ້ກັບທ່ານໂດຍກົດໃສ່ vaccination centre.
Australian Capital Territory ເອຊີທີ
ເອຊີທີມີຄົນໃໜ່ 15 ລາຍເປັນໂຄວິດຈາກທ້ອງຖິ່ນເອງໂດຍທີ່ເປັນຢ່າງໜ້ອຍແປດຄົນຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.
ຣັຖບານອອສເຕຼເລັຍແລະຣັຖບານເອຊີທີຂະຫຍາຽການໃຫ້ເງິນຄ້ຳຈູນທຸຣະກິດ COVID-19 Business Support Grants ແລະໃຫ້ເງິນເພີ້ມໃນດ້ານ COVID-19 Tourism, Accommodation Provider, Arts, Events and Hospitality Grant.
ທຸຣະກິດສາມາດຊອກເອົາຂໍ້ມູນເພີ້ມແລະຮ້ອງຂໍເອົາການຄ້ຳຈູນນັ້ນໄດ້ໂດຍກົດໃສ່ here.
ໃຫ້ຈອງການໜາຍນັດການສັກວັກຊີນຂອງທ່ານໂດຍກົດໃສ່ book your COVID-19 vaccination.
ໃນ 24 ຊົ່ວໂມງທີ່ຜ່ານມາໃນທົ່ວອອສເຕຼເລັຍ
Northern Territory ແນ່ໃສ່ຈະໃຫ້ໄດ້ 80% ຂອງປະຊາກອນຂອງຕົນທີ່ມີຊິດຖຶກສັກວັກຊີນໂຄວີດໃຫ້ ຖຶກສັກວັກຊີນໂຄວິດໃຫ້ເຕັມສ່ວນພາຍໃນຕົ້ນເດືອນພຶສຈິກາ 2021
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

