* ຂົງເຂດຮັນເຕີວານເລລ໋ອກດາວຈາກແຕ່ 5 ໂມງແລງ ຂອງມື້ນີ້ໄປ
* ທຸກກໍຣະນີໃໜ່ຂອງຄີວນສ໌ແລນດ໌ມີສາຍພົວພັນກັບບ່ອນທີ່ເປັນຢູ່
* ວິກຕໍເຣັຍມີຄົນເປັນ ໂຄວິດ-19 ຢ່າງລຶກລັບແລະມີກໍຣະນີໃໜ່
* ນາຍົກອອສເຕຼເລັຍອອສເຕຼເລັຍຢັ້ງຢືນໃຫ້ ຟາຍເຊີ ເພີ້ມແກ່ນີວຊາວທ໌ແວນລ໌.
ໃນຣັກນີວຊາວທ໌ແວນລ໌
ນີວຊາວທ໌ແວນລ໌ມີຄົນເປັນ ໂຄວິດ-19 ຈາກທ້ອງຖິນເອງ 262 ຄົນ
ແລະມີຕາຍຫ້າຄົນ . ສີ່ຄົນທີ່ຕາຍບໍ່ຖຶກສັກຢາວັກຊີນໂຄວິດ ເມື່ອທີ່ຄົນ
ທີຫ້າທີ່ຕາຍນັ້ນຖຶກສັກຢານັ້ນໃຫ້ໂດສ໌ດຽວ.
ການຕ້ອງຫ້າມໃໜ່ຈະຖຶກບັນຢັດໃສ່ Newcastle, Lake Macquarie, Maitland, Port Stephens, Singleton, Dungog, Muswellbrook ແລະ Cessnock ຈາກແຕ່ 5 ໂມງແລງຂອງມື້ນີ້ຈົນຮອດ 12 ມ 01 ນທ ຕອນເຊົ້າຂອງວັນທີ່ 13 ສິງຫາ 2021.
Dr Kerry Chant ຜູ້ນຳພະນັກງານສາທາຣະນະສຸກນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ຄົນຂອງ Armidale ແລະ Dubbo ຈົ່ງໄປໃຫ້ກວດເບິ່ງຍ້ອນຣະດັບຈະນວນ ໂຄວິດ-19 ໃນຣະບົບນ້ຳເສດມີທະວີຂຶ້ນ.
ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19. ໃຫ້ຊອກເບິ່ງລາຍຊືຄຼີນິກການກວດໂດຍກົດໃສ່ list of vaccination clinics.
ໃນຣັດຄີວນສ໌ແລນດ໌
ຄີວນສ໌ແລນດ໌ມີຄົນເປັນ ໂຄວິດ-19 ຈາກທ້ອງຖິ່ນເອງໃໜ່ 16 ຄົນ ທີ່ທຸກກໍຣະນີມີສາຍພົວພັບບ່ອນທີ່ເປັນຢູ່ແລ້ວ.
Steven Miles ຮອງນາຍົກຄີວນສ໌ແລນດ໌ເວົ້າວ່າ 12 ກໍຣະນີໃໜ່ທີ່ບິຼສເບນນັ້ນແຍກໂຕຢູ່ສຳຮັບເວລາທີ່ເປັນພະຍາດນັ້ນຢູ່. ໂດຍທີ່ທີ 79 ລາຍຢູ່ ການຍຸຕິລ໋ອກດາວໃນວັນທີ 8 ສິງຫາ 2021 ຍັງເປັນທີ່ບໍ່ແນ່ນອນຢູ່.
ໃຫ້ຊອກເບິ່ງຂໍ້ມູນຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານ ໂດຍກົດໃສ່ COVID-19 vaccine information in your language.
ໃນ 24 ຊົ່ວໂມງຫຼາສຸດທົ່ວອອສເຕຼເລັຍ
* ວິກຕໍເຣັຍມີຫົກຄົນເປັນ ໂຄວິດ-19 ຈາກກການຕິດແປດໃນທ້ອງຖິ່ນ ຮວມດ້ວຍນາຍຄູນາງນຶ່ງຂອງແມນລ໌ເບີນທີ່ຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່. ກໍຣະນີຂອງຜູ້ກ່ຽວຢູ່ພາຍໃຕ້ການສືບສວນຢູ່.
* ນາຍົກຣັຖມົນຕີ Scott Morrison ຢັ້ງຢືນວ່ານີວຊາວທ໌ແວນລ໌ຈະໄດ້ຮັບຢາວັກຊີນ ໂຄວິດ-1ຊ ຟາຍເຊີ ເພີມ 180,000 ໂດສ໌ໃນສັບປະດາ 16 ສິງຫານີ້.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

