* ຄົນປ່ວຍໃນການດູແລຢ່າງໜັກໜ່ວງສ່ວນໃຫຍ່ເປັນຄົນທີ່ບໍ່ຖຶກສັກຢາວັກຊີນ ໂຄວິດ-19 ເທື່ອ
* ມີກໍຣະນີໃໜ່ຢູ່ໃນຊຸມຊົນເມື່ອຍັງຕິດຄົນອ່ື່ນໄດ້ຢູ່
*ຮ້ານຂາຍຢາຫຼາຍກ່ວາ 300 ແຫ່ງເຂົ້າຮ່ວມໂຄງການສັກຢາວັກຊີນ ໂຄວິດ-19 ໃນຣັດຄວີນສ໌ແລນດ໌.
ໃນຣັດນີວຊາວທ໌ແວນລ໌
ນີວຊາວທ໌ແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ 291 ຄົນຈາກທ້ອງຖິ່ນເອງ ໂດຍມີບໍ່ຕ່ຳກ່ວາ 48 ລາຍຢູ່ໃນຊຸມຊົນເມື່ອຕິແປດຄົນອື່ນໄດ້ຢູ່. ແລະມີຄົນນຶ່ງຕາຍຍ້ອນ ທີ່ເປັນຍິງນາງນຶ່ງໃນວັຍ 60 ໃນ southwest Sydney ທີ່ບໍ່ຖຶກສັກວັກຊີນນັ້ນເທື່ອ.
ນາຍົກ Gladys Berejiklian ປະກາດໃຫ້ມີຕຳຣວດຫຼາຍຂຶ້ນຕື່ມເພື່ອເຮັດໃຫ້ມີການປະຕິບັດຕາມສຳສັ່ງສາທາຣະນະສຸກຕ່າງໆໃນເຂດ Canterbury-Bankstown ທີ່ມີການບັນທຶກຈຳນວນຄົນເປັນໂຄວິດທະວີຂຶ້ນມາກມາຍ.
Dr Kerry Chant ຜູ້ນຳພະງັກງານສາທາຣະນະສຸກນີວຊາວທ໌ແວນລ໌ເວົ້າວ່າຈາກ 50 ຄົນທີ່ຢູ່ໃນການດູແລຢ່າງໜັໜ່ວງ 44 ຄົນບໍ່ຖຶກສັກຢາວັກຊີນນັ້ນ ທີ່ສ່ວນທີ່ເຫຼືອຖຶກສັກໃຫ້ເຂັມທີ່ນຶ່ງແລ້ວ.
ທາງການນີວຊາວທ໌ແວນລ໌ຮຽກຮ້ອງໃຫ້ທຸກຄົນໄປໃຫ້ສັກຢາວັກຊີນ ໂຄວິດ-19. ໃຫ້ຊອກເບິ່ງລາຍຊື່ຄຼີນິກການສັກຢາວັກຊີນໂດຍກົດໃສ່ list of vaccination clinics.
ໃນຣັດວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງຫົກຄົນ ທີ່ສອງຄົນຖຶກປະກາດໃຫ້ຊາບໃນວັນທີ 05 ສິງຫາ 2021 ແລ້ວ.
ທັງຫົກລາຍມີສາຍພົວພັນກັບການເປັນ ແດນຕາ ໃນກ່ອນນີ້ ແຕ່ບໍ່ຢູ່ໃນ quarantine ເມື່ອຕິດແປດກັນໄດ້ຢູ່.
ການລ໋ອກດາວທີ່ມີຂຶ້ນໃນວານນີ້ແມ່ນເກີດມາຈາກການເປັນ ແດນຕາ ສອງຄົນຈາກສາຍຕິດແປດອັນບໍ່ດຽວກັນ ທີ່ໄດ້ຊື່ວ່າການແຜ່ຣະບາດທີ່ Hobsons Bay ແລະ Maribyrnong.
ໃຫ້ຊອກເບິ່ງລາຍຊື່ບ່ອນສ່ຽງໂດຍກົດໃສ່ list of exposure sites.
ໃນຣັດຄວີນສ໌ແລນດ໌
ຄວີນສ໌ແລນດ໌ມີຄົນເປັນໂຄວິດໃໜ່ 10 ຄົນຈາກທ້ອງຖິ່ນເອງ ທີ່ທຸກກໍຣະນີມີສາຍພົວພັນກັບບ່ອນທີ່ເປັນຢູ່ແລ້ວ.
ຮ້ານຂາຍຢາໃນຊຸມຊົນເຖິງຫຼາຍກ່ວາ 330 ແຫ່ງຫົນ ບັດນີ້ບໍ່ຣິການການສັກຢາວັກຊີນ ໂຄວິດ-19 ແກ່ຄົນຄວີນສ໌ແລນດ໌.
Dr Jeanette Young ຜູ້ນຳພະນັກງານສາທາຣະນະສຸກຄວີນສ໌ແລນດ໌ເວົ້າວ່າມັນຍັງເຊົ້າເກີນໄປທີ່ຈະເວົ້າວ່າການລ໋ອກດາວຄວີນສ໌ແລນດ໌ຈະຈົບສິ້ນລົງໃນວັນທີ່ 08 ສິງຫາ 2021 ຫຼືບໍ?
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

