*ປອ. Kerry Chant ຜູ້ນຳພະນັກງານສຸຂພາບນີວຊາວແວນລ໌ປະກາດຂຶ້ນແລ້ວ "ແຜນການສຸກເສີນແຫ່ງຊາດ".
*ນາຍົກຮັຖມົນຕີ Berejiklian ຮ້ອງຂໍເອົາຢາວັກຊີນ ໂຄວິດ-19 Pfizer ຫຼາຍຕື່ມສຳຮັບ southwestern Sydney ແລະ western Sydney.
* ກະທັ້ງທີ່ວິກຕໍເຣັຍມີຄົນເປັນ ໂຄວິດ-19 ໜ້ອຍກໍຕາມ ນາຍົກຮັຖມົນຕີ Andrews ບໍ່ສາມາດກະຕວງການສຸດສິ້ນ ລໍ່ອກດາວ ໄດ້.
* ຢາວັກຊີນ ໂຄວິດ-19 Pfizer ຖຶກຮັບຮູ້ແລ້ວສຳຮັບເດັກໆອາຍຸ 12 ຫາ 15 ປີ.
ໃນຣັດນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ຈາກທ້ອງຖິ່ນ 136 ຄົນ, ໂດຍມີ 53 ຄົນຍັງຕິດແປດໄດ້ໃນຊຸມຊົນແລະມີຄົນນຶ່ງຕາຍທີ່ຖຶກຢັ້ງຢືນແລ້ວໃນຄືນແລ້ວນີ້.
ຄົນທີ່ຢູ່ກິນຢູ່ໃນເທດສະບານ Cumberland ແລະ Blacktown ຈະອອກໄປຈາກບ້ານເຮືອນຂອງພວກຂະເຈົ້າບໍ່ໄດ້ສຳຮັບວຽກການ, ຖ້າຫາກພວກຂະເຈົ້າບໍ່ຢູ່ໃນອຸສກັມສຸຂພາບແລະສຸກເສີນ ຫຼື ຢູ່ໃນຣາບຊື່ທີຖຶກຮັບຮູ້ authorised list of workers.
ໃຫ້ກົດຊອກເບິ່ງໃນຣາຍຊື່ແລະແຜນທີ ຢູ່ໜີ້ locations of the cases .
ໃນວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນ ໂຄວິດ-19 14 ລາຍ, ໂດຍມີສີ່ຄົນຍັງຕິດແປດໄດ້ໃນຊຸມຊົນ. ຈຳນວນກໍຣະນີທີ່ຍັງມີຊີວິດຊີວາຢູ່ໃນຣັດວິກຕໍເຣັຍຂອງເວລານີ້ມີ 158 ຄົນ.
ມີຫຼາຍກ່ວາ 19,000 ຄົນທີ່ໄດ້ໃກ້ຊິດໃນຣະດັບທີ່ນຶ່ງກັບຄົນທີ່ເປັນ ໂຄວິດ-19 ທີ່ຖຶກແຢກໂຕຢູ່ໃນທົ່ວຣັດ.
ກົດຊອກເບິ່ງໃນຣາຍຊື່ແລະແຜນທີ່ຢູ່ໜີ້ locations of the cases. ລໍ໋ອກດາວປັດຈຸບັນຈະຖຶກຕໍ່ອອກຈົນຮອດ 11 ໂມງ 59 ນາທີຄ່ຳຂອງວັນອັງຄານ ທີ 27 ກໍຣະກະດາ 2021.
ໃນຣະຍະ 24 ຊົ່ວໂມງທົ່ວອອສເຕຼເລັຍ
* South Australia ມີຄົນໃໜ່ພຽງແຕ່ຄົນດຽວເປັນ ໂຄວິດ-19, ເມື່ອທີ່ທາງການສາທາຣະນະສຸກກວດດູເບິງຫຼາຍກ່ວາ 23,500 ຜົນການກວດ.
* ລູກເຮືອບິນ Qantas ຖຶກກວດເຫັນເປັນ ໂຄວິດ-19 ໃນ Queensland ພາຍຫຼັງບິນຢູ່ໃນຫົກເຂດຂອງທົ່ວຣັດ Queensland.
* ຄົນເຕັມກະສຽນທີ່ອ່ອນກ່າວ 40 ປີຍັງຕ້ອງລໍຖ້າຈົນກ່ວາເດືອນກັນຍາຫຼືຕຸລາ 2021 ເພື່ອຈະຢຶດຢື້ເຖິງຢາວັກຊີນ ໂຄວິດ-19 Pfizer ເມື່ອທີ່ TGA ຜູ້ຄວບຄຸມຢາໃນອອສເຕຼເລັຍຮັບຮູ້ມັນສຳຮັບເດັກໆອາຍຸ 12 ຫາ 15 ປີ.
ບຸນ Eid al Adha (“Festival of the Sacrifice”) ຈົບສິ້ນລົງໃນມື້ນີ້. ມັນເປັນສິ່ງສຳຄັນທີ່ຈະປົກປ້ອງໂຕເອງແລະຄົນອື່ນໆໃນຣະຍະການກາບຫວາຽໂດຍການ :
* ກາບຫວາຽຢູ່ເຮືອນ
* ຣົບລ້າງການຊຸມນຸມກັນອັນໃຫຍ່ໂຕ
* ໃສ່ໜາກາດອານາມັຍ
* ໃຊ້ຜ້າພົມການກາບຫວາຽຂອງໂຕເອງ.
Quarantine, ການເດີນທາງ, ຄຼີນິກການກວດ ແລະເບັ້ຍ pandemic disaster payment
Quarantine ແລະການຕ້ອງການສຳຮັບການກວດຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory :
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ໜີ້ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
* ມີການແນະນຳອັນຖຶກຕ້ອງສຳຮັບຣັດແລະ territory ຂອງທ່ານ : NSW, Victoria, Queensland, Western Australia, South Australia, Northern Territory, ACT, Tasmania.
* ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

