* ຣັດນີວຊາວແວນລ໌ຕໍ່ຍາວອອກລາຍຊື່ຄົນງານທີ່ຖຶກອະນຸຍາດໃຫ້ອອກໄປຈາກ Fairfield, Canterbury-Bankstown ແລະ Liverpool ໄດ້
* ລາຍຊື່ບ່ອນເປັນ ໂຄວິດ-19 ໃນຣັດວິກຕໍເຣັຍທະວີຂຶ້ນຕໍ່ໄປຢູ່
ນີວຊາວແວນລ໌
ນີວຊາວແວນລ໌ມີຄົນເປັນ ໂຄໂຣນາໄວຣັສ ໃໜ່ໃນທ້ອງຖິານ 105 ຄົນ. 66 ຄົນມີສາຍພົວພັນເຖິງບ່ອນທີ່ເປັນຢູ່ : ບໍ່ເກີດຂອງ 39 ກໍຣະນີຍັງຖຶກສຶບສວນເບິ່ງຢູ່. ຍິງນາງນຶ່ງໃນວັຍ 90 ສູນເສັຍຊີວິດຢູ່ໃນ South-Eastern Sydney.
ຄົນທີ່ຢູາກິນຢູ່ໃນເຂດເທສບານ Fairfield, Canterbury-Bankstown ແລະ Liverpool ບໍ່ຖຶກອະນຸຍາດໃຫ້ອອກຂົງເຂດເຫຼົ່ານີ້ ຖ້າຫາກພວກຂະເຈົ້າບໍ່ເຮັດວຽກໃນດ້ານການດູແລສຸຂພາບ, ສຸກເສີນຫຼືຮ້ານsupermarkets, bottle shops, kiosks, newsagents, ຫ້ອງການ, ຮ້ານສຳບຽງຕ່າງໆຂອງສັດແລະ garden centres.
ຈາກແຕ່ 12:01 ໂມງຕອງເຊົ້າຂອງວັນຈັນ ທີ 19 ກໍຣະກະດາ 2021 ວຽກງານການກໍ່ສ້າງທັງໜົດແລະການສ້ອມແປງທີ່ບໍ່ຈຳເປັນ, ຮວມດ້ວຍກິຈການອານາມັຍແລະວຽກສ້ອມແປງບ້ານເຮືອນຂອງການຢູ່ກິນຈະຢຸດ. ມີຄາດຄະເນວ່າການຕ້ອງຫ້າມນີ້ຈະແຕະຕ້ອງຄົນງານການກໍ່ສ້າງເຖິງ 500,000 ຄົນໃນຣັດນີວຊາວແວນລ໌.
ຊອກຫາຢູ່ໜີ້ບ່ອນຕ່າງໆໃນລາຍຊື່ຫຼືແຜນທີ່ locations of the cases. ການລ໋ອກດາວຄັ້ງທີ່ຫ້າຂອງປັດຈຸບັນຈະຍຶດຍາວຈົນກ່ວາຮອດ 11:59 ໂມງຕອນຄ່ຳຂອງວັນສຸກທີ 30 ກໍຣະກະດາ 2021.
ວິກຕໍເຣັຍມີຄົນເປັນໂຄໂຣນາໄວຣັສທ້ອງຖິ່ນໃໜ່ 16 ຄົນແລະ 2 ຄົນຕິດມາຈາກຕ່າງປະເທດ. ໃນຣັດວິກຕໍເຣັຍຈຳນວນຄົນເປັນໂຄໂຣນາໄວຣັສທີ່່ມີຊີວິດຊີວາຢູ່ມີ 70 ຄົນ.
ບັດນີ້ມີບ່ອນເປັນ ໂຄວິດ-19 ເຖິງຫຼາຍກ່ວາ 215 ຫົນແຫ່ງ. ບ່ອນເພີ້ມອັນຫຼ້າສຸດແມ່ນຄຸ້ມ Altona Meadows, Kew ແລະ Truganina. ຄົນທີ່ຢູ່ກິນຢູ່ທີ່ເກາະ Phillip Island ໃນ South-East Melbourne ຢ່າງຮີບດ່ວນຖຶກຮຽກຮ້ອງໃຫ້ໄປໃຫ້ກວດດູເບິ່ງ. ຊອກເບິາງຢູ່ໜີ້ສະຖານທີ່ຂອງກໍຣະນີຕ່າງໆເປັນລາຍຊື່ຫຼືແຜນທີ່ locations of the cases. ການລ໋ອກດາວໃນວິກຕໍເຣັຍຈະຢຶດຍາວຈົນ
ກ່ວາ 11:59 ໂມງ ຂອງວັນອັງຄານ ທີ 20 ກໍຣະກະດາ 2021.
ໃນຣະຍະ 24 ຊົ່ວໂມງທົ່ວອອສເຕຼເລັຍ
* ຣັດ ACT ແລະ Queensland ເປັນມື້ໃໜ່ອີກທີ່ບໍ່ມີການຕິດແປດກັນ
* ໃນ South Australia ມີການສັກຢາວັກຊີນປະມານ 100,000 ເຂັ້ມແລ້ວຢູ່ນະທີ່ Adelaide Showground ໃນ Wayville.
* Tasmania ປິດຊາຍແດນສຳຮັບທຸກແຫ່ງຂອງນີວຊາວແວນລ໌ແລ້ວ.
ບຸນ Eid al Adha (“Festival of the Sacrifice”) ເລີ້ມຂຶ້ນໃນວັນຈັນ ທີ 19 ກໍຣະກະດາ 2021. ມັນເປັນສິ່ງສຳຄັນທີ່ຈະປົກປ້ອງໂຕເອງແລະບຸກຄົນອື່ນໆໃນຣະຍະ Eid al-Fitr prayers ໂດຍ :
* ເລືອກເອົາກາບຫວາຍຢູ່ເຮືອນ
* ຣົບລ້າງການເຕົ້າໂຮມກັນອັນໃຫຍ່ໂຕ
* ໃສ່ໜ້າກາກອານາມັຍຂອງທ່ານ
* ໃຊ້ຜ້າພົມເພື່ອການກາບຫວາຍຂອງທ່ານເອງ
ຕຳນານກ່ຽວກັໂຄວິດ-19
ຄົນຜູ້ໜຸ່ມນ້ອຍທີ່ສົມບຸນດີບໍ່ຖຶກແຕະຕ້ອງໂດຍ ໂຄວິດ-19. ມັນເສັຍຫາຍແລະສັງຫານຄົນແກ່ຫຼືຄົນທີ່ເຈັບປ່ວຍ.
ຄວາມຈິງກ່ຽວກັບ ໂຄວິດ-19
ໂຄໂຣນາໄວຣັສກະທົບກະເທືອນຄົນແກ່ແລະຄົນທີ່ອາການແຊກຊ້ອນຢ່າງໜັກໜ່ວງກ່ວາ ແຕ່ມັນກໍເສັຍຫາຍແລະສັງຫານບຸກຄົນຜູ້ໜຸ່ມນ້ອຍບາງຄົນທີ່ມີຄວາມສົມບຸນ.
Quarantine, ການເດີນທາງ, ຄີຼນິກການກວດ ແລະ ເບັ້ຍ pandemic disaster payment
Quarantine ແລະການກວດຖຶກຄວບຄຸມແລະບັນຍັດໂດຍຣັດບານຂອງແປດຣັດ.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະQuarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຂໍ້ມູນກ່ຽວກັບເບັ້ຍ Pandemic disaster payment ໃນແຕ່ຣະແປດຣັດ :

