* 40.8% ຂອງຄົນທີ່ຢູ່ກິນໃນນີວຊາວທ໌ແວນລ໌ທີ່ມີສິດຖຶກສັກຢາວັກຊີນໂຄວິດ ຖຶກສັກໃຫ້ເຕັມສ່ວນແລ້ວ
* ວິກຕໍເຣັຍປະກາດໂຄງການໃໜ່ສຳຮັບຄົນທີ່ມີຄວາມຍາກຊາກັບການເຊົ່າເຄຫະສະຖານ
* ເອຊີທີຫຼຸດຣະຍະການລໍຖ້າສັກຢາອັສຕຼາຊີນິກາຣະຫວ່າງສີຫາແປດສັບປະດາ
* ຈຳນວນທ່ານໜໍ່ທົ່ວໄປໃນຄີວນສ໌ແລນດ໌ທີ່ສັກຢາ ຟາຍເຊີ ຈະທະວີຂຶ້ນ.
ໃນຣັດນີວຊາວທ໌ແວນລ໌
ນີວຊາວທ໌ແວນລ໌ມີຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ 1281 ລາຍ ໂດຍທີ 831 ຄົນຢູ່ໃນພາກຕາເວັນຕົກແລະພາກໃຕ້ສ່ຽງຕາເວັນຕົກຂອງຊິດນີ. ມີຫ້າຄົນຕາຍຍ້ອນ.
ຍາຍົກ Berejiklian ເວົ້າວ່າຕົວຢ່າງແຜນການບອກໃຫ້ເຫັນວ່າການເຂົ້າປົວຢູ່ໃນໂຮງພະຍາບານຕ່າງໆຈະມີຫຼາຍທີ່ສຸດພາຍຫຼັງນີວຊາວທ໌ແວນລ໌ມີຄົນຖຶກສັກວັກຊີນແລ້ວ 70% ແຕ່ມັນຈະບໍ່ສະທ້ອນໃສ່ການຜ່ອນຄາຍການຕ້ອງຫ້າມຕ່າງໆ. ໃນເວລານີ້ມີຄົນປ່ວຍຍ້ອນໂຄວິດຢູ່ໃນການດູແລຢ່າງໜັກໜ່ວງ 177 ຄົນ ທີ່ 67 ຄົນຕ້ອງໃສ່ປອດທຽມ.
ໃຫ້ຈອງການໜາຍນັດການສັກຢາວັກຊີນຂອງທ່ານໃນມື້ນີ້ໂດຍກົດໃສ່ book your vaccine appointment.
ໃນຣັດວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 246 ລາຍ ໂດຍທີ່ 121 ຄົນມີສາຍພົວພັນເຖິງບ່ອນທີ່ເປັນທີ່ຮູ້ແລ້ວ.
Richard Wynne ຣັຖມົນຕີເຄຫະສະຖານປະກາດໂຄງການໃໜ່ (ໃຫ້ກົດເບິ່ງ a new program) ສຳຮັບຄົນເຊົ່າເຄຫະສະຖານທີ່ເສັຍຄ່າເຊົ່າຫຼາຍກ່ວາ 30% ຂອງຣາຍໄດ້ຂອງຂະເຈົ້າ, ແລະຜູ້ໃຫ້ເຊົ່າທີ່ສູນເສັຍຄ່າເຊົ່າ 20% ຫຼືຫຼາຍກ່ວາ.
ໃຫ້ຊອກເບິ່ງສູນກາງການສັກວັກຊີນທີ່ຢູ່ໃກ້ກັບທ່ານໂດຍກົດໃສ່ vaccination centre.
Australian Capital Territory ເອຊີທີ
ເອຊີທີມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 11 ລາຍ ໂດຍທີ່ເຈັດຄົນຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.
ຄົນ ແຄນເບີຣາ ບັດນີ້ສາມາດປ່ຽນການໜາຍນັດສັກວັກຊີນອັສຕຼາຊີນິກາເປັນວັນເວລາໄວຂຶ້ນໂດຍໃຊ້ MyDHR portal ຫຼືໂດຍໂທ
(02) 51247700 ຣະຫວ່າງ 7 ໂມງເຊົ້າ ແລະ 7 ໂມງແລງ.
ໃຫ້ກົດໃສ່ book your vaccination ເພື່ອຈອງການໜາຍນັດເວລາກັນ.
ໃນ 24 ຊົ່ວໂມງທີ່ຜ່ານມາທົ່ວອອສເຕຼເລັຍ
* ໃນຄີວນສ໌ແລນດ໌ທ່ານໜໍທົວໄປ 341 general practitioners ບັດນີ້ສັກຢາວັກຊີນຟາຍເຊີ ໂດຍຈະມີຕື່ມ 642 ທ່ານເຂົ້າຮ່ວມໂຄງການນັ້ນໃນສອງສາມສັບປະດາຂ້າງໜ້າ.
* ຢາວັກຊີນຟາຍເຊີເກືອບ 500,000 ໂດສ໌ທີ່ໄດ້ຈາກການແລກປ່ຽນຢາວັກຊີນກັນກັບປະເທດອັງກິດມາຮອດຊິດນີແລ້ວໃນວັນອາທິດແລ້ວນີ້ 5 ກັນຍາ 2021.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

