* ການກວດເຫັນໃໜ່ໃນນ້ຳເສດໃນພາກໃຕ້ຂອງນີວຊາວແວນລ໌
* ວິກຕໍເຣັຍມີຈຳນວນຄົນຫຼາຍທີ່ສຸດທີ່ເປັນໂຄວິດໃໜ່ກະໂດດຂຶ້ນຂອງປີນີ້
* 68% ຂອງພົນລະເມືອງເອຊີທີຖຶກສັກວັກຊີນໂຄວິດແລ້ວ
* ຄີວນສ໌ແລນດ໌ມີຄົນເປັນໂຄວິດໃໜ່ນຶ່ງລາຍທີ່ມີຄົນຂັບຣົດບັນທຸກພົວພັນນຳ
ໃນຣັດນີວຊາວທ໌ແວນລ໌
ນີວຊາວແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 1288 ຄົນແລະມີຄົນຕາຍເຈັດຄົນ. ນີວຊາວທ໌ແວນລ໌ກຳລັງເປັນໄປຕາມແຜນຈະມີຄົນທີ່ຖຶກສັກຢາວັກຊີນໂຄວິດເຂັມທຳອິດໄດ້ 70% ພາຍໃນມື້ນີ້.
ຈາກຕັ້ງແຕ່ວັນສຸກທີ່ 3 ກັນຍາ 2021 ການກຳນົດໃຫ້ອອກກຳລັງກາຍນຶ່ງຊົ່ວໂມງຈະຖຶກຣົບລ້າງສຳຮັບຄົນທີ່ຢູ່ກິນຢູ່ໃນ 12 ເຂດການປົກຄອງທ້ອງຖິ່ນທີ່ຖຶກຫ່ວງຍັຍນຳ. ໃຫ້ກົດເບິ່ງ 12 local government areas of concern. ການຕ້ອງຫ້າມອື່ນໆຈະມີຢູ່ຄືເກົ່າ.
ສິ້ນສ່ວນຂອງ ໂຄວິດ-19 ຖຶກກວດເຫັນມີຢູ່ໃນນ້ຳເສດທີ່ Bega, Cooma, ແລະ Illawarra Shoalhaven ທີ່ Bomaderry, ທີ່ເປັນທີ່ຫ່ວງຍັຍຍ້ອນວ່າມີກໍຣະນີທີ່ຮູ້ແລ້ວຢູ່ໃນເຂດຕ່າງໆນັ້ນ.
ໃຫ້ຈອງການໜາຽນັດສັກຢາວັກຊີນຂອງທ່ານໃນມື້ນີ້ໂດຍກົດໃສ່ book your vaccine appointment.
ໃນຣັດວິກຕໍເຣັຍ
ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 176 ຄົນ ໂດຍທີ່ 128 ຄົນຢູ່ໃນເຂດພາກເໜືອແລະຕາເວັນຕົກຂອງແມນລ໌ເບີນ.
ຈາກຕັ້ງແຕ່ 11 ໂມງ 59 ນາທີຄ່ຳ ເດີນຫຼິ້ນ playgrounds ຕ່າງໆຈະເປີດສຳຮັບເດັກໆອາຍຸທີ່ຕ່ຳກ່ວາ 12 ປີ ທີ່ມີພໍ່ຫຼືແມ່ຫຼືຜູ້ດູແລຢູ່ນຳ.
Playgrounds ຈະມີ QR codes ສຳຮັບການເຂົ້າໄປ checking in ແລະຜູ້ເຕັມກະສຽນບໍ່ຄວນຖອດໜ້າກາກອານາຍັຍຂອງພວກຂະເຈົ້າອອກເພື່ອຈະກິນຫຼືຈະດື່ມ.
ໃຫ້ຊອກເບິ່ງສູນກາງສັກວັກຊີນທີ່ຢູ່ໃກ້ກັບທ່ານໂດຍກົດໃສ່ vaccination centre.
ເອຊີທີ Australian Capital Territory
ເອຊີທີມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 12 ຄົນ ໂດຍທີ່ມີເປັນຢ່າງໜ້ອຽແປດຄົນຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່.
ຈາກແຕ່ 3 ກັນຍາ 2021 Transport Canberra (ການຂົນສົ່ງແຄນເບີຣາ) ຈະໃຫ້ການເດີນທາງໂດຍບໍ່ຄິດຄ່າຫັຍງໂດຍຣົດເມແລະ light rail ສຳຮັບທຸກໆຄົນທີ່ເດີນທາງໄປຍັງຄຼີນິກການສັກຢາວັກຊີນຂອງຣັຖບານເອຊີທີ.
ໃຫ້ຈອງການໜາຽນັດການສັກຢາວັກຊີນຂອງທ່ານ ໂດຍກົດໃສ່ book your vaccination.
ໃນ24 ຊົ່ວໂມງທີ່ຜ່ານມາທົ່ວອອສເຕຼເລັຍ
* ຄີວນສ໌ແລນດ໌ມີຄົນທີ່ສອງເປັນໂຄວິດຈາກທ້ອງຖິ່ນເອງໃນສອງມື້ ທີ່ມີຄົນຂັບຣົດບັນທຸກຕ່າງໆພົວພັນນຳທີ່ບໍ່ມີເຍື້ອໄຍໃດກ່ຽວກັນ.

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

