* ເທດສະບານ Armidale ໃນຣັດ NSW ຈະຖຶກລ໋ອກດາວເຈັດມື້ຈາກ 5 ໂມງແລງຂອງມື້ນີ້
* ຈຳນວນສະຖານທີ່ສ່ຽງທົ່ວວິກຕໍເຣັຍເຕີບໂຕຫຼາຍຂຶ້ນຕໍ່ໄປຢູ່
* ຄວີນສ໌ແລນດ໌ຈະຕ້ອງລໍຖ້າຈົນຮອດວັນອາທິດເພື່ອຈະຮູ້ວ່າລ໋ອກດາວນັ້ນຈະຖຶກຍົກເລີກຫຼືບໍ້?
ໃນຣັດນີວຊາວທ໌ແວນລ໌
ວິກິດ ໂຄວິດ-19 ນີວຊາວທ໌ແວນລ໌ໜັກໜວງຂຶ້ນພາຍຫຼັງທີ່ມີຄົນເປັນໂຄວິດໃໜ່ຈາກການຕິດແປດໃນທ້ອງຖິ່ນ 319 ຄົນ ໂດຍທີ່ພວກເຫຼົ່ານີ້ 51 ຄົນຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.
210 ຄົນຈາກ 319 ຄົນນັ້ນຢູ່ທີ່ຊິດນີພາກໃຕ້ສ່ຽງຕາເວັນຕົກ.
ທາງການນີວຊາວທ໌ແວນລ໌ລາຍງານວ່າມີຄົນຕາຍຕື່ມຫ້າຄົນໃນຄືນແລ້ວນີ້. ທັງຫ້າຄົນນັ້ນບໍ່ຖຶກສັກຢາວັກຊີນໂຄວິດໃຫ້.
ເຂດເທດສະບານ Armidale ຂອງຊົນນະບົດ NSW ກຳລັງຈະລ໋ອກດາວນຶ່ງສັບປະດາຈາກແຕ່ 5 ໂມງແລງມື້ນີ້ຈົນກ່ວາ 12ມ 01 ນທ ຂອງວັນອາທິດ ທີ 15 ສິງຫາ 2021.
ໃຫ້ຊອກເບິ່ງລາຍຊື່ຄຼີນິກໂດຍກົດໃສ່ list of vaccination clinics.
ໃນຣັດວິກຕໍເຣັຍ
ວິກຕໍເຣັຍມີ 29 ຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ, ບໍ່ມີຈັກຄົນນັ້ນຢູ່ໃນ quarantine ເມື່ອຕິດແປດຄົນອື່ນໄດ້ຢູ່. ທຸກກໍຣະນີນັ້ນມີສາຍພົວພັນເຖິງການແຜ່ຣະບາດຂອງປັດຈຸບັບນີ້.
ທາງການສາທາຣະນະສຸກບອກເຕືອນວ່າຈຳນວນສະຖານທີ່ສ່ຽງອາດທະວິຂຶ້ນໃນວິກຕໍເຣັຍ. ໂຮງຮຽນສີ່ແຫ່ງໃນແມນລ໌ເບີນ ບັດນີ້ ມີສາຍພົວພັນເຖິງຄົນທີ່ເປັນ ໂຄວິດ-19.
ໃຫ້ຊອກເບິ່ງລາຍຊື່ບ່ອນສ່ຽງໂດຍກົດໃສ່ list of exposure sites.
ໃນຣັດຄວີນສ໌ແລນດ໌
ຄວີນສ໌ແລນດ໌ມີ 13 ຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງ ທີ່ທັງໜົດມີສາຍພົວພັນເຖິງ Indooroopilly ່ທີ່ເປັນບໍ່ເກີດ. ຈຳນວນທີ່ເປັນໂດຍມີຊີວິດຊາວາຢູ່ ຢູ່ຄວີນສ໌ແລນດ໌ ມີ 144 ຄົນ.
Doctor Jeannette Young ຜູ້ນຳພະນັກງານສາທາຣະນະສຸກຄວີນສ໌ແລນດ໌ເວົ້າວ່າຍານາງຈະລໍຖ້າຈົນກ່ວາຕອນເຊົ້າວັນອາທິດເພື່ອຈະຮູ້ເຫັນຈຳນວນຂອງມື້ວັນທາທິດນັ້ນ ວ່າລ໋ອກດາວຂອງຄວີນສ໌ແລນດ໌ພາກໃຕ້ສ່ຽງຕາເວັນອອກຈະຖຶກຍົກເລີກຕາມກະວາງໄວ້ ໃນ 4 ໂມງແລງ ຂອງວັນອາທິດຫຼືບໍ່?
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

