* ໂຄວິດ-19 ຖຶກກວດເຫັນມີຢູ່ໃນນ້ຳເສດນະທີ່ Trangie ໃນພາກຕາເວັນຕົກຂອງຣັດນີວຊາວທ໌ແວນລ໌ ແລະ Byron Bay
* ຄົນທີ່ແກ່ກ່ວາ 40 ປີ ເປັນກໍຣະນີໂຄວິດສ່ວນໃຫຍ່ຂອງຣັດວິກຕໍ່ເຣັຍ
* ຣັດເອຊີທີຂະຫຍາຽສິດທິສຳຮັບຢາວັກຊີນ ຟາຍເຊີ
* ຄົນຂັບຣົດບັນທຸກປະທ້ວງຂຶ້ນໃນຣັດຄີວນສ໌ແລນດ໌
ໃນຣັດນີວຊາວທ໌ແວນລ໌
ນີວຊາວທ໌ແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 1290 ຄົນ ໂດຍທີ່ 883 ລາຍແມ່ນຈາກຊິດນີພາກຕາເວັນຕົກແລະພາກໃຕ້ສ່ຽງຕາເວັນຕົກ. ສີ່ຄົນຕາຍຍ້ອນແລ້ວ.
ນາຍົກຣັຖມົນຕີນີວຊາວທ໌ແວນລ໌ຢັ້ງຢືນວ່າສອງສ່ວນສາມຂອງມົນລະເມືອງທີ່ເຕັມກະສຽນຖຶກສັກວັກຊີນໂຄວິດແລ້ວນຶ່ງເຂັມເມື່ອທີ່ 36%
ຖຶກສັກແລ້ວສອງເຂັມ. ມີຄາດຄະເນວ່າ 70% ຂອງຄົນທີ່ຢູ່ກິນໃນນີວຊາວທ໌ແວນລ໌ຈະຖຶກສັກຢາວັກຊີນໃຫ້ເຕັມສ່ວນພາຍໃນເດືອນຕຸລາ 2021.
ໃນຣັດວິກຕໍ່ເຣັຍ
ວິກຕໍເຣັຍມີຄົນໃໜ່ 73 ຄົນເປັນໂຄວິດຈາກທ້ອງຖິ່ນເອງ ຮວມດ້ວຍຫຼາຍກ່ວາ 21 ກໍຣະນີທີ່ຍັງບໍ່ຮູ້ວ່າມີສາຍພົວພັນເຖິງຈຸດທີ່ຣະບາດຢູ່ຫຼືບໍ່ເທື່ອ.
Dr Brett Sutton ຜູ້ນຳພະນັງານການແພດເວົ້າວ່າ "ການແຜ່ຣະບາດສ່ວນໃຫຍ່ຖຶກຄວບຄຸມໄວ້ໄດ້" ຍົກເວັ້ນບ່ອນທີ່ມີກໍຣະນີລຶກລັບ ໂດຍສະເພາະທີ່ Hobsons Bay, Wyndham, ແລະເຂດການຄອງທ້ອງຖິ່ນ Hume.
ໃຫ້ຊອກເບິ່ງສູນກາງການສັກຢາວັກຊີນໃກ້ທ່ານໂດຍກົດໃສ່ vaccination centre.
ເອຊີທີ Australian Capital Territory
ເອຊີທີມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 12 ຄົນ ໂດຍທີ່ເປັນຢ່າງໜ້ອຍຫົກຄົນຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່.
ນາຍົກຣັຖມົນຕີ Andrew Barr ປະກາດວ່າຄົນອາຍຸ 16 ຫາ 29 ປີ ມີສິດຖຶກສັກຢາວັກຊີນ ຟາຍເຊີ ຢູ່ທີຄຼີນິກທີ່ຣັດຄວບຄຸມ"ໃນວັນຂ້າງໜ້ານີ້".
ໃນ 24 ຊົ່ວໂມງທີ່ຜ່ານມາໃນທົ່ວອອສເຕຼເລັຍ
* ຄົນຂັບຣົດບັນທຸກໃນຣັດຄີວນສ໌ແລນດ໌ຂວາງກັ້ນເສັ້ນທາງຫຼວງອັນສຳຄັນຣະຫວ່າງ Gold Coast ແລະ Brisbane ຮຽກຮ້ອງໃຫ້ຍຸຕິລ໋ອກດາວແລະການປິດຊາຍແດນຕ່າງໆ.
* ຄົນໃນອອສເຕຼເລັຍທຸກໆຄົນທີ່ມີອາຍຸ 16 ຫາ 39 ປີ ບັດນີ້ໂດຍເປັນທາງການມີສິດໜາຍນັດເວລາສຳຮັບຢາວັກຊີນ ຟາຍເຊີ.

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

