* ທົ່ວຂົງແຄ້ວນຊິດນີ (Greater Sydney) ສະຖານທີ່ທີ່ບໍ່ຈຳເປັນຈຳຕ້ອງປິດຈາກແຕ່ 11 ມ 59 ນທ ຕອນຄ່ຳຂອງມື້ນີ້
* ກໍຣະນີເປັນ ໂຄວິດ-19 ໃນຣັດວິກຕໍເຣັຍມີສາຍພົວພັນກັນັກບບ່ອນທີ່ເປັນຢູ່ແລ້ວ
ຣັດນີວຊາວແວນລ໌
ຈາກແຕ່ 11ມ 59 ນທ ຕອນຄ່ຳຂອງມື້ນີ້ຈົນຮອດວັນທີ 30 ກໍຣະກະດາ ຄົນທີ່ຢູ່ກິນໃນເຂດເທດສະບານ Fairfield, Canterbury-Bankstownand Liverpool ຈະບໍ່ຖຶກອະນຸຍາດໃຫ້ອອກໄປຈາກຂົງເຂດດັ່ງກ່າວເພື່ອເຮັດວຽກເຮັດການຖ້າຫາກວ່າພວກຂະເຈົ້າບໍ່ເປັນພະນັກງານການດູແລສຸຂພາບຫຼືເປັນສະມາຊິກຂອງກິຈການສຸກເສີນ.
ທົ່ວຂົງແຄ້ວນຊິດນີ ຈາກແຕ່ມື້ນີ້ ສະຖານທີ່ອັນບໍ່ຈຳເປັນຈະຕ້ອງປິດ, ກະທັ້ງ click and collect, takeaway, ແລະກິຈການການສົ່ງເຖິງເຮືອນຍັງສາມາດດຳເນີນກິຈການໄດ້ຢູ່.
ຈາກແຕ່ 12 ມ 01 ນທ ຂອງວັນຈັນທີ 19 ກໍຣະກະດາ ວຽກງານການກໍສ້າງທຸກຢ່າງແລະການສ້ອມແປງອັນບໍ່ຈຳເປັນ ຮວມດ້ວຍກິຈການອານາມັຍແລະການສ້ອມແປງສະຖານທີ່່ີທີ່ຢູ່ກິນ ຈະຖຶກໂຈະໄວ້.
ນີວຊາວແວນລ໌ມີຄົນເປັນໂຄໂຣນາໄວຣັສໃໜ່ໃນທ້ອງຖິ່ນ 111 ຄົນ, ແລະຊາຍອາຍຸໃນວັຍທ້າຍ 80 ສູນເສັຍຊີວິດຢູ່ທີ່ South Eastern Sydney. ຊອກເບິ່ງຢູ່ໜີ້, locations of the cases ສະຖານທີ່ຂອງກໍຣະນີຕ່າງໆໃນລາຍຊື່ຫຼືແຜນທີ່. ການ ລ໋ອກດາວ ຂອງປັດຈຸບັນນີ້ຈະຖຶກຕໍ່ດົນນານອອກຈົນກ່ວາ 11 ມ 59 ນທ ຕອນຄ່ຳຂອງວັນສຸກທີ 30 ກໍຣະກະດາ.
ຣັດວິກຕໍເຣັຍ
ມີຄົນເປັນໂຄໂຣນາໄວຣັສໃນທ້ອງຖິ່ນ 19 ຄົນໃໜ່. ທຸກກໍຣະນີມີສາຍພົວພັນເຖິງບ່ອນທີເປັນເປັນຢູ່ແລ້ວ. ຈຳນວນຄົນທັງໜົດທີ່ເປັນ ໂຄວິດ-19 ທີ່ຍັງຕິດແປດກັນໄດ້ມີ 54 ຄົນ.
ບັດນີ້ມີບອນທີ່ເປັນພະຍາດນັ້ນເຖິງຫຼາຍກ່ວາ 150 ແຫ່ງ, ຮວມດ້ວຍເຂດຊົນນະບົດວິກຕໍເຣັຍສອງສາມແຫ່ງ. ຊອກເບິ່ງຢູ່ໜີ້ locations of the cases ໃນລາຍຊື່ຫຼືແຜນທີ່. ການ ຫຼ໋ອກດາວ ຄັ້ງທີ 5 ນີ້ນັ້ນຈະຄົງມີຢູ່ຈົນກ່ວາ 11 ມ 59 ນທ ຕອນຄ່ຳຂອງວັນອັງຄານ ທີ 20 ກໍຣະກະດາ.
ໃນຣະຍະ 24 ຊົ່ວໂມງສຸດທ້າຍທົ່ວອອສເຕຼເລັ*
* ບໍ່ມີກໍລະນີຕິດແປດກັນໃນຣັດຄີວນສ໌ແດນດ໌ໃນ 24 ຊົ່ວໂມງສຸດທ້າຍ.
* ເປັນຄັ້ງທຳອິດທີ່ສິ້ນສ່ວນຂອງໂຄໂຣນາໄວຣັສຖຶກກວດເຫັນຢູ່ໃນນ້ຳເສດນ້ຳເຫຼືອຢູ່ນອກ Howard Spring ແລະ Royal Darwin Hospital.
Quarantine ການເດີນທາງ ສະຖານທີ່ກວດ ເບັ້ຍ pandemic disaster
Quarantine ແລະການກວດເປັນສິ່ງຈຳຕ້ອງແລະຖຶກຄວບຄຸມແລະບັນຍັດໂດຍຣັຖນານຂັ້ນຣັດແລະ territory.
NSW Travel & transport and Quarantine
VIC Travel permit, Overseas travellers and Quarantine
ACT Transport and Quarantine
NT Travel and Quarantine
QLD Travel and Quarantine
SA Travel and Quarantine
TAS Travel and Quarantine
WA Travel and Quarantine
ຖ້າຫາກທ່ານຢາກເດີນທາງໄປຍັງຕ່າງປະເທດ ທ່ທານສາມາດຮ້ອງຂໍທາງ online ເພື່ອການຍົກເວັ້ນໃຫ້ໄປ. ກົດ Click here ສຳຮັບຂໍ້ມູນກ່ຽວກັບກົດເກນເພື່ອອອກໄປຈາກອອສເຕຼເລັຍ. ມີຣະບົບການຊົ່ວຄາວສຳຮັບການບິນສາກົນທີ່ຖຶກລື້ມພິຈາຣະນາເປັນປະຈຳໂດຍຣັຖບານແລະຖຶກປັບມຫ້ທັນການຢູ່ນະທີ່ແວບໄຊຕ໌ Smart Traveller.
* ຂ່າວຄາວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
* ການຊີ້ນຳອັນທັນການສຳຮັບຣັດແລະ territory ຂອງທ່ານ : NSW, Victoria, Queensland, Western Australia, South Australia, Northern Territory, ACT, Tasmania.
* ຂໍ້ມູນກ່ຽວກັບ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service:
COVID-19 Vaccination Glossary
Appointment Reminder Tool.
ບ່ອນກວດໃນແຕ່ບະຣັດແລະ territory:
ຂໍ້ມູນກ່ຽວກັບໃນທຸກຣັດແລະ territory: ເບັ້ຍ Pandemic disaster payment:

