* ຄົນເຕັມກະສຽນທີ່ໜຸ່ມນ້ອຍເປັນຈຳນວນຫຼາຍທີ່ສຸດຂອງຄົນທີ່ເປັນໂຄວິດໃນຣັດນີວຊາວທ໌ແວນລ໌
* ວິກຕໍເລັຍຈະສັກຢາວັກຊີນໂຄວິດໃຫ້ນຶ່ງລ້ານຄົນພາຍໃນຫ້າສັບປະດາ
* ເອຊີທີມີຄົນເປັນໂຄວິດຈາກທ້ອງຖິ່ນເອງສອງຄົນ
* ຄົນທີໄປຮອດຄີວນສ໌ແລນດ໌ຈາກເອຊີທີຈຳຕ້ອງ quarantine.
ໃນຣັດນີວຊາວທ໌ແວນລ໌
ນີວຊາວທ໌ແວນລ໌ມີຄົຄໃໜ່ 390 ຄົນເປັນໂຄວິດຈາກທ້ອງຖິ່ນເອງແລະຕາຍສອງຄົນ. ເປັນຢ່າງໜ້ອຍ 60 ກໍຣະນີຢູ່ໃນຊຸມຊົນເມື່ອຕິດແປດກັນໄດ້ຢູ່.
ສ່ວນຫຼາຍຂອງກໍຣະນີທີ່ເປັນ 25 ຄົນແມ່ນຢູ່ Dubbo ແລະ Walgett ຖຶກກວດເຫັນໃນຄົນ Aboriginal ຮວມດ້ວຍເດັກໆ.
Dr Maryanne Gale ທີສາທາຣະນະສຸກນີວຊາວທ໌ແວນລ໌ເວົ້າວ່າໃນສອງສັບປະດາທີ່ຜ່ານມາຜູ້ເຕັມກະສຽນທີ່ໜຸ່ມນ້ອຍ ອາຍຸ 20 - 29 ປີ ຢູ່ໃນຈຳນວນທີ່ຖຶກແຕະຕ້ອງທີ່ສຸດໂດຍ ໂຄວິດ-19 ແລະຮຽກຮ້ອງໃຫ້ທຸກໆຄົນຈົ່ງອອກມາໃຫ້ສັກຢາວັກຊີນໂຄວິດໂດຍຮີບດ່ວນ.
ໃຫ້ຊອກເບິ່ງລາຍຊື່ສູນກາງສັກຢາວັກຊີນໂດຍກົດໃສ່ list of vaccination clinics.
ໃນຣັດວິກຕໍເຣັຍ
ວິກຕໍເຣັຍມີຄົນໃໜ່ 15 ຄົນເປັນໂຄວິດຈາກທ້ອງຖິ່ນເອງ ທີ່ສີ່ຄົນບໍ່ມີສາຍພົວພັນເຖິງການຣະບາດທີ່ຮູ້ແລ້ວ.
ນາຍົກຣັຖມົນຕີ Daniel Andrews ເວົ້າວ່າຢາວັກຊີນ ໂຄວິດ-19 ຍີ່ຫໍ້ AstraZeneca ຈະມີໄວ້ບໍຣິການແກ່ທຸກຄົນທີ່ແກ່ກ່ວາ 18 ປີ ຢູ່ນະທີ່ສູນກາງສັກຢາວັກຊີນທີ່ຖຶກຄວບຄຸມໂດຍວິກຕໍເຣັຍ ແລະຊີ້ແຈງວ່າຣັຖບານວິກຕໍເຣັຍຢາກໃຫ້ນຶ່ງລ້ານຄົນຖຶກສັກຢາວັກຊີນໃຫ້ໃນຣະຍະຫ້າສັບປະດາຂ້າງໜ້າ.
ໃຫ້ຊອກເບິ່ງລາຍຊື່ສູນກາງສັກຢາວັກຊີນໂດຍກົດໃສ່ list of vaccination centres.
ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ
* ຄີວນສ໌ແລນດ໌ມີຄົນໃໜ່ເຈັດຄົນເປັນໂຄວິດຈາກທ້ອງຖິ່ນເອງ. ຈາກແຕ່ວັນເສົາ ທີ 14 ສິງຫາ ທຸກຄົນທີ່ໄປເຖິງຄີວນສ໌ແລນດ໌ຈາກ ເອຊີທີ ຈຳຕ້ອງເຂົ້າ hotel quarantine.
* ທາງການເອຊີທີຢັ້ງຢືນວ່າມີ 3,000 close contacts ແລະມີທັງໜົດຫົກລາຍທີເປັນກໍຣະນີທີ່ຕິດແປດກັນໂດ້ຢູ່.
* ທຸຣະກິດຕັສມາເນັຍທີ່ຖຶກແຕະຕ້ອງຍ້ອນການປິດຊາຍແດນຕ່າງໆແລະລ໋ອກດາວຢູ່ໃນຣັດອື່ນໆສາມາດຮ້ອງຂໍເອົາ hardship grants ຈາກແຕ່ວັນທີ 17 ສິງຫາ 2021.
Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.
Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.
NSW Travel & transport ແລະ Quarantine
VIC Travel permit, Overseas travellers ແລະ Quarantine
ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine
ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.
* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່ COVID-19 vaccine in your language.
ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service :
COVID-19 Vaccination Glossary
Appointment Reminder Tool.
ມີຄຼີນິກການກວດໃນແຕ່ລະຣັດແລະ territory :
ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

