ອັບເດດ ໂຄວິດ-19 : ຊິດນີເປິດຄຼີນິກບ່ອນໃໜ່ ຍ່າງເຂົ້າໄປໃຫ້ສັກຢາວັກຊີນ

ນີ້ແມ່ນອັບເດດຂອງທ່ານກ່ຽ%ກັບ ໂຄໂຣນາໄວຣັສ ໃນອອສເຕຼເລັຍສຳຮັບ 25 ກໍຣະກະດາ 2021.

Polisi waonekana nje ya jengo ambalo liko chini ya makatazo yakutoka, katika mtaa wa Devitt Street, katika kitongoji cha Magharibi Sydney cha Blacktown

Polisi waonekana nje ya jengo ambalo liko chini ya makatazo yakutoka, katika mtaa wa Devitt Street, katika kitongoji cha Magharibi Sydney cha Blacktown Source: AAP Image/Mick Tsikas

* ຄີນິກຍ່າງເຂົ້າໄປໃຫ້ສັກຢາວັກຊີນເປີດຂຶ້ນແລ້ວໃນ ແວສເຕີນຊິດນີ Western Sydney.

* ວິກຕໍເຣັຍແລະເຊົາທ໌ອອສເຕຼເລັຍຍຸຕິລ໋ອກດາວໃນທ່ຽງຄືນນີ້.

* ບໍ່ມີກໍຣະນີເປັນ ໂຄວິດ-19 ໃນເຊົາທ໌ອອສເຕຼເລັຍແລະຄວິນສ໌ແລນດ໌.

* ມີການຫ່ວງໄຍນຳຈຳນວນການສັກຢາວັກຊີນສຳຮັບຄົນແຕ່ອາຍຸກ່ວາ 60 ປີ.

 

ໃນຣັດນີວຊາວແວນລ໌

ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ຈາກທ້ອງຖິ່ນເອງ 172 ຄົນ, ໂດຍມີຢ່າງໜ້ອຍ 60 ຄົນຢູ່ໃນຊຸມຊົນເມື່ອຕິດແປດຄົນອື່ນໄດຢູ່. ຕຶກຫ້ອງແຖວແຫ່ງນຶ່ງໃນ Blacktown ຢູ່ພາຍການຍາມຂອງຕ່ຳຣວດພາຍຫຼັງຄົນທີ່ຢູ່ກິນໃນຕຶກນັ້ນຖຶກກວດເຫັນເປັນ ໂຄວິດ-19.

ສາທາຣະນະສຸກນີວຊາວແວນລ໌ບໍຣິການຢາວັກຊີນ ອັສຕຼາຊີນິກາ ແກ່ສະມາຊິກຂອງຊຸມຊົນທຸກໆຄົນທີ່ມີອາຍຸ 40 ແລະແກ່ກ່ວານີ້ ຢູ່ນະທີ່ຄຼີນິກຍ່າງເຂົ້າໄປໃຫ້ສັກຕ່າງໆທົົ່ວເຂດ ເມີຣີແດນດ໌ສ໌ ແລະ ງຽນຟອດ ໃນ Western Sydney walk-in clinics across the Merrylands and Guilford areas in Western Sydney.

ຈາກແຕ່ມື້ອື່ນໄປ ຄົນທີ່ແກ່ກ່ວາ 18 ປີສາມາດໄປໃຫ້ສັກຢາວັກຊີນ ອັສຕຼຊີນິກາ ຈາກຮ້ານຂາຍຢາ, ນາຍົກຣັຖມົນຕີ ແບຣີຈິກກຼຽນ ຮຽກຮ້ອງໃຫ້ທຸກໆຄົນໄປໃຫ້ສັກຢາວັກຊີນໂດຍໄວເທົ່າທີ່ຈະໄວໄດ້.

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນເປັນ ໂຄວິດ-19 ຈາກທ້ອງຖິ່ນ 18 ຄົນ, ທັງໜົດນັ້ນຢູ່ໃນ quarantine ເມື່ອຕິດແປດກັນໄດ້ຢູ່. ລ໋ອກດາວຄັ້ງທີຫ້ານັ້ນຈະສຸດສິ້ນລົງໃນເວລາ 11 ມ 59 ນທ ຂອງເວລາພາກຕາເວັນອອກຂອງຄືນນີ້, ແຕ່ການຕ້ອງຫ້າມບາງຢ່າງຈະມີຢູ່ຕໍ່ໄປເຖິງສອງສັບປະດາ.

ຄົນວິກຕໍເຣັຍບໍ່ຖຶກອະນຸຍາດໃຫ້ຄົນມາບ້ານເຮືອນ, ການເຕົ້າໂຮມກັນໃນສາທາຣະນະຊົນຖຶກກຳໜົດໃຫ້ 10 ຄົນ, ແລະການຈຳຕ້ອງໃສ່ໜ້າກາກອານາມັຍຍັງມີຢູ່ຕໍ່ໄປ. ກົດເບີງ  latest COVID-19 restrictions.

 

ໃນ 24 ຊົ່ວໂມງຫຼ້າສຸດໃນທົ່ວອອສເຕຼເລັຍ

* ເມືອງ ແວກກາ ແວກກາ, ເຮ, ລ໋ອກຮາກທ໌ ແລະ ມາຣຳບດຈີ (Wagga Wagga, Hay, Lockhart ແລະ Murrumbidgee) ບໍ່ເປັນເຂດປອດ ໄປມາຫາສູກັນໄດ້ກັບນີວຊາວແວນລ໌ອີກແລ້ວ.

* ອີງຕມຂໍ້ມູນແຫ່ງຊາດ ມີພຽງແຕ່ປະມານ 15 ເປີເຊັນຂອງຄົນທີ່ແກ່ກ່ວາ 60 ປີຖືກສັກຢາວັກຊີນ ໂຄວິດ-19 ໃຫ້ເຕັມສ່ວນແລ້ວ.

 

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

NSW Travel & transport ແລະ Quarantine

VIC Travel permitOverseas travellers ແລະ Quarantine

ACT Transport ແລະ Quarantine

NT Travel ແລະ Quarantine

QLD Travel ແລະ Quarantine

SA Travel ແລະ Quarantine

TAS Travel ແລະ Quarantine

WA Travel ແລະ Quarantine

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ໜີ້ Click here ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌  Smart Traveller.

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  COVID-19 vaccine in your language.

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

COVID-19 Vaccination Glossary
Appointment Reminder Tool.

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

NSW 

Victoria 

Queensland 

South Australia 

ACT 

Western Australia 

Tasmania

Northern Territory 

 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

NSW 

Victoria 

Queensland 

South Australia 

ACT 

Western Australia 

Tasmania
Northern Territory


Share

2 min read

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Source: SBS




Share this with family and friends


Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now