ອັບເດດ ໂຄວິດ-19 : ທຳເວີດທ໌ ນີວຊາວທ໌ແວນລ໌ ລ໋ອກດາວ ເມື່ອການຕ້ອງຫ້າມໃນຊົນນະບົດວິກຕໍເຣັຍຜ່ອນຜັນລົງ

ນີ້ແມ່ນການປັບໃຫ້ທັນການສຳຮັບທ່ານກ່ຽວກັບໂຄໂຣນາໄວຣັສໃນອອສເຕຼເລັຍສຳຮັບ 09 ສິງຫາ 2021.

Health Workers at a drive-through COVID-19 vaccine hub in Melton, Monday, August 9, 2021. Victoria has entered a seven-day lockdown to contain a growing outbreak of the Delta variant of COVID-19 in the state. (AAP Image/Luis Ascui) NO ARCHIVING

Health Workers at a drive-through COVID-19 vaccine hub in Melton, Monday, August 9, 2021. Source: AAP Image/Luis Ascui

* ທຳເວີດທ໌ ເຂົ້າສູ່ລ໋ອກດາວ, ອ່າວ Byron Bay ຣະມັດຣະວັງຕຽມພ້ອມ

* ຫລ໋ອກດາວເຂດຊົນນະບົດວິກຕໍເຣັຍຈົບສິ້ນລົງຈາກແຕ່ທ່ຽງຄືນນີ້

* ສູນກາງການໄປໃຫ້ສັກຢາວັກຊີນໂຄວິດໂດຍຂັບຣົດຜ່ານເຂົ້າໄປ ອັນທຳອິດໃນອອສເຕຼເລັຍ ເປີດຂຶ້ນໃນແມນລ໌ເບິນ

* ຣະບົບ Mandatory QR code check-in ຖຶກປະກາດຂຶ້ນໃນຕັສມາເນັຍ.

 

ໃນຣັດນວີຊາວທ໌ແວນລ໌

ນີວຊາວທ໌ແວນລ໌ມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 263 ຄົນແລະມີຕາຍນຶ່ງຄົນ. ເປັນຢ່າງໜ້ອຍມີ 64 ຄົນທີ່ເປັນນັ້ນ ຢູ່ໃນຊຸມຊົນເມື່ອຍັງຕິດແດຄົນອື່ນໄດ້ຢູ່.

ທຳເວິດທ໌ຈະເຂົ້າສູ່ລ໋ອກດາວເຈດມື້ຈາກແຕ່ 5 ໂມງແລງຍ້ອນຮູ້ບ່ອນມີຄວາມສ່ຽງພາຍຫຼັງຄົນນຶ່ງທີ່ເປັນ ໂຄວິດ-19 ຈາກ ນີວຄາສເຊນ ເດີນທາງໄປໃນເຂດດັ່ງກ່າວ.

ຍາຍົກ Gladys Berejiklian ກໍຮຽກຮ້ອງໃຫ້ທະວີການກວດໂຄວິດຂຶ້ນໃນເຂດອ່າວ Byron Bay ທີ່ຊາຍຄົນນຶ່ງຖຶກກວດເຫັນເປັນ ໂຄວິດ-19.

ໃຫ້ຊອກເບິ່ງລາຍຊື່ຄຼີນິກການສັກຢາວັກຊີນໂດຍກົດໃສ່ list of vaccination clinics.

 

ໃນຣັດວິກຕໍເຣັຍ

ວິກຕໍເຣັຍມີຄົນເປັນໂຄວິດໃໜ່ຈາກທ້ອງຖິ່ນເອງ 11 ຄົນ ທີ່ທຸຸກລາຍມີສາຍພົວພັນເຖິງບ່ອນທີ່ເປັນຢູ່.

ນາຍົກ Daniel Andrews ປະກາດຍຸຕິລ໋ອກດາວສຳຮັບຊົນນະບົດວິກຕໍເຣັຍຈາກແຕ່ 12 ມ 01 ນທ ຕອນເຊົ້າ ຂອງວັນອັງຄານ ທີ 10 ສິງຫາ 2021 ແລະບອກເຕືອນຄົນທີ່ຢູ່ກິນໃນແມນລ໌ເບີນຈົ່ງຢ່າເດີນທາງໄປມາພາຍໃນຣັດໂດຍບໍ່ມີເຫດຜົນອັນຖຶກຕ້ອງ.

ສູນກາງສັກຢາວັກຊີນແບບຂັບຣົດຜ່ານເຂົ້າໄປໃຫ້ສັກ ອັນທຳອິດໃນອອສເຕຼເລັຍ ເປີ້ດຂຶ້ນທີ ແມນລ໌ເຕິນ ທີ່ຕັ້ງຢູ່ໃນພາກຕາເວັນຕົກຂອງແມນລ໌ເບິນ. ໃຫ້ຊອກເບິ່ງລາຍຊື່ສູນກາງສັກຢາວັກຊີນໂດຍກົດໃສ່ list of vaccination centres.

 

ໃນ 24 ຊົ່ວໂມງຫຼ້າສຸດທົ່ວອອສເຕຼເລັຍ

* ຄວີຍສ໌ແລນດ໌ມີສີ່ຄົນໃໜ່ເປັນໂຄວິດຈາກທ້ອງຖິ່ນເອງສີ່ຄົນ. ໃຫ້ຊອກເບິ່ງການຕ້ອງຫ້າມທີ່ຖຶກບັນຍັດໃສ່ພາກໃຕ້ສ໋ຽງຕາເວັນອອກຂອງຄວີນສ໌ແດນດ໌ໂດຍກົດໃສ່ restrictions in place for South East Queensland.

* ລ໋ອກດາວໃນ Cairns ແລະ Yarrabah ຈະຈົບສິ້ນລົງໃນວັນພຸດ 11 ສິງຫາ 2021.

* ໃນຣັດຕັສມາເນັຍ Uber ແລະກິຈການ ແທກຊີ ຕ້ອງມີຣະບົບ QR code check-in ຈາກແຕ່ 6 ໂມງແລງຂອງວັນສຸກທີ່ 13 ສິງຫາ 2021.

Quarantine, ການເດີນທາງ, ຄຼີນິກການກວດ ແລະ ເບັ້ຍ pandemic disaster payment.

Quarantine ແລະຄວາມຕ້ອງການກ່ຽວກັບການກວດ ຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory.

NSW Travel & transport ແລະ Quarantine

VIC Travel permitOverseas travellers ແລະ Quarantine

ACT Transport ແລະ Quarantine

NT Travel ແລະ Quarantine

QLD Travel ແລະ Quarantine

SA Travel ແລະ Quarantine

TAS Travel ແລະ Quarantine

WA Travel ແລະ Quarantine

ຖ້າຫາກທ່ານຢາກເດີນທາງໄປຕ່າງປະເທດ, ທ່ານສາມາດຮ້ອງຂໍ online ສຳຮັບການຍົກເວັ້ນໃຫ້. ກົດໃສ່ Click here  ສຳຮັບຂໍ້ມູນຕື່ມອີກກ່ຽວກັບຫຼັກການເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບຖ້ຽວບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານອອສເຕຼເລັຍແລະປັບໃຫ້ທັນການຢູ່ທີ່ແວບໄຊຕ໌ Smart Traveller.

 

* ມີຂ່າວແລະຂໍ້ມູນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus

ມີຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານນະທີ່  COVID-19 vaccine in your language.

 

ໃຫ້ເຂົ້າເບິ່ງການແປຂອງ NSW Multicultural Health Communication Service : 

COVID-19 Vaccination Glossary
Appointment Reminder Tool.

 

ມີຄຼີນິກການກວດໃນແຕ່ລະຣັດແລະ territory :

NSW 

Victoria 

Queensland 

South Australia 

ACT 

Western Australia 

Tasmania

Northern Territory 

 

ມີຂໍ້ມູນເບັ້ຍ Pandemic disaster payment ໃນແຕ່ລະຣັດແລະ territory :

NSW 

Victoria 

Queensland 

South Australia 

ACT 

Western Australia 

Tasmania
Northern Territory.


Share

2 min read

Published

Updated

By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Source: SBS




Share this with family and friends


Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now