COVID-19 update: Vic extends lockdown by another week, SA announces level five restrictions

Wynyard railway station

Commuters wait for buses at Wynyard railway station in the central business district in Sydney, Tuesday, July 20, 2021. Source: AAP Image/Mick Tsikas

* ການລ໋ອກດາວຣັດວິກຕໍເຣັຍຖຶກຕໍ່ດົນນານອອກຈົນຮອດວັນອັງຄານທີ 27 ກໍຣະກະດາ 2021.
* ຣັດນີວຊາວແວນລ໌ມີຄົນຕາຍເປັນຄົນທີຫ້າຈາກການແຜ່ຣະບາດຂອງ ໂຄວິດ-19​ ແດນຕາ.
* ຣັດ ເຊົາທ໌ອອສເຕຼເລັຍ ປະກາດບັນຍັດການຕ້ອງຫ້າມຣະດັດ 5 ສຳຮັບຈາກແຕ່ 6 ໂມງແລງຂອງມື້ນີ້.
* ຄົນອອສເຕຼເລັຍເຖິງຫຼາຍກ່ວາ 10.1 ລ້ານຄົນຖຶກສັກຢາວັກຊີນ ໂຄວິດ-19 ເຂັມທີນຶ່ງແລ້ວເມື່ອທີ່ 2.8 ລ້ານຄົນຖຶກສັກໃຫ້ແລ້ວເຕັມສ່ວນ.

 

ຣັດວິກຕໍເຣັຍ

ນາຍົກຣັຖມົນຕີ ດານຽນ ແອນທຼູສ໌ ປະກາດຕໍ່ດົນນານຕື່ມການລ໋ອກດາວຂອງປັດຈຸບັນອອກມາແລ້ວສຳຮັບຈົນຮອດ 11:59 ໂມງແລງຂອງວັນອັງຄານ ທີ 27 ກໍຣະກະດາ 2021.

 

ວິກຕໍເຣັຍມີຄົນໃໜ່ເປັນ ໂຄວິດ-19 ໃນທ້ອງຖິນ 13 ຄົນ, ຮວມດ້ວຍກໍຣະນີອັນລຶກລັບອັນນຶ່ງ. ອີກເກົ້າກໍຣະນີຖຶກກັກໂຕໄວ້ໃນຣະການຕິດແປດຂອງພວກຂະເຈົ້ານັ້ນ. ຈຳນວນໃນວິກຕໍເຣັຍທີເປັນ ໂຄວິດ-19 ທີ່ມີຊີວິຊີວາຢູ່ ມີ 96 ຄົນ.

ການໄປວິກຕໍເຣັຍໂດຍໃຊ້ອະນຸຍາດສີແດງຈະຖຶກໂຈະໄວ້. ການປະກາດກ່ຽວກັບການຄ້ຳຈູນທຸຣະກິດຕື່ມອີກຖຶກຄາດວ່າຈະມີຂຶ້ນໃນມື້ອື່ນ. 

ບັດນີ້ມີ 15,800 ຄົນທີ່ເປັນຄົນໄດ້ໃກ້ຊິດກັບຄົນເປັນ ໂຄວິດ-19 ແລະມີເຖິງຫຼາຍກ່ວາ 300 ບ່ອນທີ່ເປັນ ໂຄວິດ-19, ຮວມດ້ວຍບ່ອນຕ່າງໆໃນເກາະ  Phillip Island ໃນພາກໃຕ້ຂອງຣັດ ເຖິງ Mildura ໃນພາກເໜືອສ່ຽງຕາເວັນຕົກ. ຊອກເບິ່ງຢູ່ໜີ້ locations of the cases ສະຖານທີ່ຂອງກໍຣະນີເປັນ ໂຄວິດ-19 ໃນລາຍຊື່ຫຼືແຜນທີ່.

 

ຣັດນີວຊາວແວນລ໌

ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໂດຍການຕິດແປດກັນໃນທ້ອງຖິ່ນເອງ 78 ຄົນ ໂດຍມີ 21 ຄົນທີ່ເປັນນັ້ນຢູ່ໃນຊຸມຊົນເມື່ອຕິດແປດຄົນອື່ນໄດ້ຢູ່. ຍິງຄົນນຶ່ງໃນວັຍ 50 ເສັຍຊີວິດນະທີ Sydney ພາກໃຕ້ສ່ຽງຕາເວັນຕົກ. ການຕາຍຂອງຜູ້ກ່ຽວນັ້ນເປັນຄົນທີ 61 ທີ່ກ່ຽວກັບ ໂຄວິດ-19 ໃນຣັດນີວຊາວແວນລ໌ແລະເປັນຄົນທີ 5 ຂອງການຣະບາດຂອງປັດຈຸບັນນີ້.

Service NSW ເປີດຮັບການຮ້ອງຂໍເອົາເງິນການລ໋ອກດາວສຳຮັບທຸຣະກິດຂັ້ນນ້ອຍແລະຂັ້ນກາງຢູ່. ການຮ້ອງຂໍຈະປິດລົງໃນເວລາ 11: 59 ໂມງແລງຂອງວັນທີ 13 ກັນຍາ 2021. ເພື່ອຂໍ້ມູນຕື່ມອີກ ໃຫ້ເຂົາເບິ່ງ  2021 COVID-19 business grant – Guidelines

ຊອກເບິງຢູ່ໜີ້ locations of the cases ສະຖານທີ່ບ່ອນເປັນ ໂຄວິດ-19 ໃນລາຍຊື່ແລະແຜນທີ່.

 

ທົ່ວອອສເຕຼເລັຍໃນ 24 ຊົ່ວໂມງທີ່ຜ່ານມາ

* ເຊົາອອສເຕຼເລັຍມີຄົນເປັນ ໂຄວິດ-19 ໃໜ່ໃນຊຸມຊົນຫ້າຄົນ. ນາຍົກຣັຖມົນຕີ ສະຕີເວີນ ມາກຊານລ໌ ປະກາດອອກມາແລ້ວການຕ້ອງຫ້າມຣະດັບ 5 ສຳຮັບແຕ່ 6:00 ແລງມື້ນີ້ຈົນກ່ວາວັນອັງຄານ ທີ 27 ກໍຣະກະດາ 2021. ໃນເວລານີ້ມີບ່ອນເປັນ ໂຄວິດ-19 ເຖິງ 16 ແຫ່ງ. ຊອກເບິງຢູ່ໜີ້ locations of the cases ສະຖານທີ່ຂອງກໍຣະນີຕ່າງໆໃນລາຍຊື່.

* ຣັດ ຄີວນສ໌ແດນດ໌ ມີຄົນໃໜ່ເປັນໂຄໂຣນາໄວຣັສຈາກການຕິດແປດໃນທ້ອງຖິ່ນ ນຶ່ງຄົນ.

* ສະມາຊິກຄົນເຮືອທັງ ແປດຄົນ ຂອງກຳປັ່ນສິ້ນຄ້າທີ່ຈອດຢູ່ Fremantle ໃນ Western Australia ຖຶກກວດເຫັນເປັນ ໂຄວິດ-19.

ເບັ້ຽ  COVID-19 Disaster Payment ເປັນການໃຫ້ເງິນຄັ້ງໃໜ່ເປັນລາຍສັບປະດາທີ່ມີໄວ້ບໍຣິການສຳຮັບບຸກຄົນທີ່ຢູ່ກິນຢູ່ໃນບອ່ນຮ້ອນວົນທີ່ຣັຖບານອອສເຕຼເລັຍປະກາດອອກມາທີມີການຕ້ອງຫ້າມຕ່າງໆທີ່ດົນນານກ່ວາເຈັດມື້ທີ່ໄດ້ເຮັດໃຫ້ພວກຂະເຈົ້າປະສົບກັບຊົວໂມງການເຮັດວຽກຖຶກຫຼຸດລົງຫຼືສູນເສັຍຣາຍໄດ້. ຂໍ້ມູນມີໄວ້ເປັນ 60 ພາສາ in over 60 languages ເມື່ອທີ່ມີກິຈການໂທຣະສັບນາໆພາສາໄວ້ບໍ່ຣິການໂດຍນ້ຳເບີ 131​202.

 

ບຸນ Eid al Adha (“Festival of the Sacrifice”) ຈະຈົບສິ້ນລົງໃນວັນສຸກທີ 23​ກໍຣະກະດາ 2021. ມັນເປັນສິ່ງສຳຄັນທີ່ຈະປົກປ້ອງໂຕເອງແລະຄົນອື່ນໆໃນຣະຍະມື້ການກາບຫວາຍ Eid al-Fitr ໂດຍ :

* ເລືອກກາບຫວາຍຢູ່ເຮືອນ

*ຣົລລ້າງການເຕົ້າໂຮວມັນອັນໃຫຍ່ໂຕ

* ໃສ່ໜ້າກາກອານາມັຍ

* ໃຊ້ຜ້າພົມການກາບຫວາຍຂອງໂຕເອງ



ຕຳນານກ່ຽວກັບ ໂຄວິດ-19

ຢາວັກຊີນ ໂຄວິດ-19 ບໍ່ປອດພັຍຍ້ອນວ່າມັນຖຶກສ້າງຂຶ້ນມາໄວຫຼາຍ.

 

ຄວາມຈິງກ່ຽວກັບ ໂວິດ-19

ຢາວັກຊີນ ໂຄວິກ-19 ແຕ່ຣະອັນຈຳຕ້ອງຖຶກຕ້ອງຄວາມຕ້ອງການອັນເຄັ່ງຄັດ ຂອງ Therapeutic Goods Administration (TGA) ສຳຮັບຄວາມປອດພັຍ, ຄຸນນະພາບແລະປະສິດທິຜົນກ່ອນທີ່ຈະອະນຸຍາດໃຫ້ນຳມາໃຊ້ໄດ້. TGA ຈະຕິດຕາມມອງເບິ່ງຢ່າງໃກ້ສິດຢູ່ຕໍ່ໆໄປສິ່ງບໍ່ດີອັນວ່ອງໄວຂອງຢາວັກຊີນນັ້ນແລະໂຕ້ຕອບເຣື່ອງລາວຄວາມບໍ່ປອດພັນສຸກເສີນໃດໆທັງໃນອອສເຕຼເລັຍແລະໃນຕ່າງປະເທດ. TGA ກໍ

ກວດເບິ່ງຄຸນນະພາບຂອງທຸກໆຊຸດສະບຽງຢາວັກຊີນໃນອອສເຕຼເລັຍກ່ອນພວກມັນຈະຖຶກປ່ອຍອອກມາ.

 

ໃນສະຫາຣັດອະເມຣິ້ກາ analysis of public health data (ຂໍ້ມູນການວິເຄາະສຸຂພາບສາທາຣະນະຊົນ) ບອກໃຫ້ຮູ້ເຫັນວ່າການຕາຍຂອງເກືອບທັງໜົດຂອງກໍຣະນີ ໂຄວິດ-19 ໃນສະຫະຣັດແມ່ນຍ້ອນສາຍພັນອັນບໍ່ຄືກັນທີຄົນທີ່ບໍ່ໄດ້ໃຫ້ສັກຢາວັກຊີນນັ້ນຫຼືຖຶກໃຫ້ແລ້ວເຂັມດຽວເທົານັ້ນຕາຍຍ້ອນ. 

 

Quarantine, ການເດີນທາງແລະເບັ້ຍ pandemic disaster payment

ການຈຳຕ້ອງຖຶກ Quarantine ແລະກວດຖຶກຄວບຄຸມແລະບັນຍັດໂດຍຣັຖບານຂັ້ນຣັດແລະ territory :

ACT Transport ແລະ Quarantine
NT Travel ແລະ Quarantine
QLD Travel ແລະ Quarantine
SA Travel ແລະ Quarantine
TAS Travel ແລະ Quarantine
WA Travel ແລະ Quarantine

ຖ້າກວ່າທ່ານຢາກເດີນທາງໄປຍັງຕ່າງປະເທດ ທ່ານສາມາດຮ້ອງຂໍທາງ online ເພື່ອກາຍົກເວັ້ນ. ກົດໃສ່ໜີ້ Click here ສຳຮັບຂໍ້ມູນເພີ້ມກ່ຽວກັບກົດເກນເພື່ອອອກໄປຈາກອອສເຕຼເລັຍ. ມີວິທີການຊົ່ວຄາວສຳຮັບການບິນສາກົນທີ່ຖຶກລື້ມພິຈາຣະນາເບິ່ງເປັນປະຈຳໂດຍຣັຖບານແລະປັບໃຫ້ທັນການຢູ່ໃນແວບໄຊຕ໌ Smart Traveller.

 

* ມີຂ່າວຄາວແລະຂໍ້ມູນເປັນຫຼາຍກ່ວາ 60 ພາສາຢູ່ນະທີ່ sbs.com.au/coronavirus
* ມີການແນະນຳອັນທີ່ກ່ຽວຂອງທັນການສຳຮັບຣັດແລະ territory ຂອງທ່ານຢູ່ : NSW, VictoriaQueenslandWestern AustraliaSouth AustraliaNorthern TerritoryACTTasmania.  
* ຂໍ້ມູນກ່ຽວກັບຢາວັກຊີນ ໂຄວິດ-19 ເປັນພາສາຂອງທ່ານຢູ່ທີ່ COVID-19 vaccine in your language.



 

ໃຫ້ເຂົ້າເບິ່ງ ການແປຂອງ NSW Multicultural Health Communication Service ກຽວກັບຄວາມໜາຍແລະວິທີການຕ່າງໆຢູ່ນະທີ່

 

ຄຼີນິກການກວດໃນແຕຣະຣັດແລະ territory

NSW 
ACT 
 

ຂໍ້ມູນກ່ຽວກັບເບັ້ຍ Pandemic disaster payment ໃນແຕ່ຣະລັດແລະ territory :

NSW 
ACT 
 

 

 

 

 

 

 

 

 

 


Share

Published

Updated

By SBS/ALC Content, Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service