ຫ້າສິ່ງທີ່ທ່ານສາມາດເຮັດໄດ້ໃນຕອນນີ້ເພື່ອປັບປຸງສຸຂະພາບ ແລະຄວາມເປັນຢູ່ຂອງທ່ານ

ມີປໂຍດຫຼາຍຢ່າງ ໃນການຮັກສາສຸຂະພາບ ແລະຄວາມເປັນຢູ່ ຂອງທ່ານ, ແລະການບໍ່ສາມາດເຮັດໄດ້ອາດສົ່ງຜົນກະທົບຕໍ່ທ່ານທາງດ້ານຮ່າງກາຍ ແລະຈິດໃຈ.

Cette histoire fait partie de l'initiative Mind Your Health de SBS.

This story is part of the SBS initiative Mind Your Health. Source: iStockphoto / DisobeyArt/Getty Images/iStockphoto

ເລື່ອງນີ້ແມ່ນສ່ວນຫນຶ່ງຂອງການລິເລີ່ມດ້ານສຸຂະພາບແລະ ຄວາມເປັນຢູ່ ຂອງ SBS Mind Your Health. ຄຼິກ ບ່ອນນີ້ ເພື່ອເຂົ້າໄປໃນ portal, ມີເລື່ອງທາງດິຈິຕອນ, podcasts ແລະວິດີໂອເປັນພາສາອັງກິດ ແລະອີກຫຼາຍພາສາ.

ການອອກກໍາລັງກາຍ ແລະການບໍຣິໂພກອາຫານທີ່ສົມດຸນ ແມ່ນສອງຢ່າງ ທີ່ທ່ານສາມາດເຮັດໄດ້ໃນແຕ່ລະມື້ເພື່ອຮັກສາສຸຂະພາບທີ່ດີ, ທ່ານອາຈານກິດຈະກັມທາງຮ່າງກາຍ ແລະສຸຂະພາບ Anne Tiedemann ກ່າວ.

ນອກຈາກນີ້ ຍັງລວມເຖິງການຈໍາກັດການດື່ມເຫຼົ້າ, ງົດການສູບຢາ ແລະການຮັກສາການຕິດຕໍ່ທາງສັງຄົມ.

1. ການອອກກຳລັງກາຍ

ທ່ານ Prof Tiedemann ກ່າວວ່າ ມີຫລັກຖານຫລາຍຢ່າງ ທີ່ສະແດງວ່າ ການອອກກໍາລັງກາຍ ບໍ່ພຽງແຕ່ສົ່ງເສີມສຸຂະພາບທາງຮ່າງກາຍ, ຈິດໃຈ ແລະສັງຄົມເທົ່ານັ້ນ, ແຕ່ຍັງປ້ອງກັນບໍ່ໃຫ້ເກີດໂຣກໃນວັຍສູງຂຶ້ນນໍາອີກ.

ສິ່ງທີ່ເຮົາເຮັດໃນມື້ນີ້ ຫຼືໃນອາທິດນີ້ ສາມາດເປັນປໂຍດໃນອະນາຄົດ, ຜູ້ຊ່ຽວຊານຈາກມະຫາວິທະຍາໄລ Sydney ອະທິບາຍ.
ກ່ຽວກັບວ່າ ເຮົາຈະອອກກໍາລັງກາຍຫຼາຍປານໃດນັ້ນ, Prof Tiedemann ຊີ້ໃຫ້ເຫັນເຖິງ ການຊີ້ນໍາຂອງອົງການອະນາໄມໂລກ, ເຊິ່ງໃຫ້ຄໍາແນະນໍາໂດຍຂຶ້ນກັບອາຍຸ ແລະວ່າບຸກຄົນທີ່ເປັນໂຮກຊໍາເຮື້ອ ຫຼືມີຄວາມພິການ.

"ຂໍ້ຄວາມທີ່ສໍາຄັນ ທີ່ກ່ຽວກັບການອອກກຳລັງກາຍ ແມ່ນວ່າ ມັນເປັນສິ່ງທີ່ດີ ສໍາລັບທຸກຄົນ, ບໍ່ວ່າເຮົາຈະມີອາຍຸ ຫຼື ຄວາມພິການໃນລະດັບໃດກໍຕາມ.

"ແລະເຖິງວ່າ ທ່ານຈະບໍ່ສາມາດອອກກໍາລັງກາຍໄດ້ ຕາມລະດັບທີ່ແນະນໍາ, ແຕ່ພວກເຮົາຍັງຮູ້ຈາກການຄົ້ນຄວ້າທີ່ຊັດເຈນວ່າ ການອອກກໍາລັງກາຍຫຼືກິດຈະກັມທາງຮ່າງກາຍໃດໆ ກໍເປັນປໂຍດ ແລະການອອກກໍາລັງກາຍຫຼາຍກວ່າທີ່ທ່ານເຮັດຢູ່ໃນປັດຈຸບັນ ຈະນໍາຜົນປໂຍດທາງສຸຂະພາບມາໃຫ້ທ່ານ."

ນາງອະທິບາຍວ່າ ການອອກກໍາລັງກາຍ ສາມາດມາໃນຫລາຍຮູບແບບທີ່ແຕກຕ່າງກັນ ແລະບໍ່ຈໍາເປັນຕ້ອງເປັນກຸ່ມກິລາ ຫລືການອອກກໍາລັງກາຍແບບເປັນກຸ່ມ.

"ມັນອາດຈະເປັນການອອກໄປຍ່າງໃນເວລາພັກຜ່ອນຂອງທ່ານ, ຫຼືວ່າມັນອາດຈະເປັນວຽກບ້ານຂອງທ່ານ, ດັ່ງນັ້ນການເຮັດກິດຈະກັມໃນເຮືອນ, ການເຮັດສວນ, ສິ່ງທັງຫມົດເຫຼົ່ານັ້ນຄືການສົ່ງເສີມສຸຂະພາບ."

2. ກິນອາຫານທີ່ສົມດຸນ

Prof Tiedemann ກ່າວວ່າບໍຣິໂພກອາຫານທີ່ສົມດຸນ ເປັນສິ່ງສໍາຄັນ ເພື່ອຫລຸດຄວາມສ່ຽງ ໃນການຕິດພະຍາດໃນໄລຍະຍາວ ແລະລົດຄວາມສ່ຽງຂອງຄວາມອ້ວນ.

ສານອາຫານທີ່ດີໃນການບໍຣິໂພກອາຫານຂອງທ່ານ ແມ່ນດີສໍາລັບການໃຫ້ພລັງງານແກ່ຮ່າງກາຍຂອງທ່ານ, ຮັກສາກະດູກໃຫ້ແຂງແຮງ, ແລະຮູ້ສຶກມີກໍາລັງວັງຊາ.

"ສິ່ງທັງຫມົດນັ້ນສໍາຄັນຫຼາຍ ການກິນອາຫານທີ່ສົມດຸນ ບໍ່ມີການປຸງແຕ່ງອາຫານຫຼາຍເກີນໄປ ແລະ ບໍ່ມີນໍ້າຕານຫລາຍເກີນໄປ ຊຶ່ງມັນເປັນບັນຫາໃຫຍ່ໃນສັງຄົມດຽວນີ້."

ຄໍາແນະນໍາກ່ຽວກັບໂພຊະນາການ ຂອງອອສເຕຣເລັຍ Australia Dietary Guidelines ໃຫ້ຂໍ້ມູນກ່ຽວກັບປະເພດ ແລະປະລິມານອາຫານ, ກຸ່ມອາຫານ ແລະແບບແຜນໂພຊະນາການ.

ມັນສົ່ງເສີມໃຫ້ຊາວອອສເຕຣເລັຍ ເພີດເພີນກັບອາຫານ ທີ່ມີສານອາຫານ ທີ່ຫຼາກຫຼາຍ ຈາກກຸ່ມອາຫານຫ້າກຸ່ມ, ໃນຂນະທີ່ຈໍາກັດການກິນອາຫານ ທີ່ມີໄຂມັນອີ່ມໂຕ, ມີເກືອ ແລະນ້ໍາຕານສູງ ແລະເຫຼົ້າ.

3. ຈໍາກັດເຄື່ອງດື່ມຂອງທ່ານ ແລະງົດການສູບຢາ

"ພວກເຮົາຮູ້ວ່າສິ່ງເຫລົ່ານີ້ ແມ່ນປັດໄຈສ່ຽງທີ່ສໍາຄັນ ໃນການດໍາລົງຊີວິດສໍາລັບໂຣກຕ່າງໆ." ທ່ານ Prof Tiedemann ກ່າວກ່ຽວກັບຄວາມຈໍາເປັນທີ່ຈະຈໍາກັດເຫຼົ້າ ແລະງົດການສູບຢາ.

ອີງຕາມອົງການອະນາໄມໂລກ, ການດື່ມເຫຼົ້າມີສ່ວນເຮັດໃຫ້ມີຜູ້ເສັຍຊີວິດ 3 ລ້ານຄົນ ໃນແຕ່ລະປີໃນທົ່ວໂລກ ເຊັ່ນກັນກັບຄວາມພິການ ແລະ ສຸຂະພາບທີ່ບໍ່ດີຂອງຄົນຫຼາຍລ້ານຄົນ.

ຂໍ້ມູນຂອງສະຖາບັນສຸຂະພາບ ແລະສະຫວັດດີພາບ ຂອງອອສເຕຣເລັຍ (AIHW) ສະແດງໃຫ້ເຫັນວ່າ ມີຜູ້ເສັຍຊີວິດທີ່ເກີດຈາກເຫຼົ້າ 1,452 ຄົນທີ່ໄດ້ຖືກບັນທຶກໄວ້ໃນປີ 2020; ສ່ວນໃຫຍ່ (73ເປີເຊັນ) ໄດ້ຖືກບັນທຶກໄວ້ພົບວ່າເປັນຜູ້ຊາຍ.

ຄໍາແນະນໍາກ່ຽວກັບເຄື່ອງດື່ມຂອງ ອອສເຕຣເລັຍ ສະບັບປັບປຸງໃນປີ 2020 ໄດ້ກໍານົດແນວທາງ ສໍາລັບການບໍລິໂພກ ເພື່ອຫຼຸດຜ່ອນຄວາມສ່ຽງ ຕໍ່ສຸຂະພາບຈາກການດື່ມເຫຼົ້າ.

ຍິ່ງໄປກວ່ານັ້ນ, ສະພາມະເຮັງຍັງແນະນຳ 12 ຄໍາແນະນໍາເພື່ອທໍາລາຍນິດໄສການກິນເຫຼົ້າ ລວມທັງການລວມມື້ທີ່ ບໍ່ມີເຫຼົ້າ ແລະການໃຊ້ນໍ້າເພື່ອກໍາຈັດຄວາມກະຫາຍ.

4. ການເຊື່ອມຕໍ່ທາງສັງຄົມ

Prof Tiedemann ກ່າວວ່າຄວາມໂດດດ່ຽວເປັນ "ບັນຫາໃຫຍ່" ໃນສັງຄົມ, ແລະນັ້ນສາມາດເກີດຂຶ້ນໄດ້ເຖິງແມ່ນວ່າຄົນເຮົາຖືກອ້ອມຮອບດ້ວຍຄົນອື່ນ, ເພາະມັກຈະມີ "ການຂາດສາຍພົວພັນ".

"ມັນກ່ຽວກັບການຮູ້ສຶກເຊື່ອມຕໍ່ກັບຄົນທີ່ຢູ່ອ້ອມຮອບທ່ານ ແລະຮູ້ສຶກຕິດຕໍ່ກັບສັງຄົມ ທີ່ພວກເຮົາອາສັຍຢູ່.

"ມັນມາເຖິງຄວາມຮູ້ສຶກຄືກັບວ່າ ທ່ານມີຄວາມຫມາຍບາງສິ່ງຕໍ່ຄົນອື່ນ, ແລະຍັງສະແດງໃຫ້ເຫັນວ່າ ທ່ານສົນໃຈຄົນອື່ນ. ການພົວພັນຂອງ ມະນຸດທັງຫມົດ ນັ້ນແມ່ນສໍາຄັນຫຼາຍ."

ນາງກ່າວວ່າ ການຕິດຕໍ່ສາມາດບັນລຸໄດ້ ໃນຫລາຍວິທີ, ຮວມທັງໂດຍການເປັນອາສາສມັກ ແລະການມີສ່ວນຮ່ວມໃນຊຸມຊົນ.

"[ການເປັນອາສາສມັກ] ອາດເປັນວິທີການນຶ່ງທີ່ສົ່ງເສີມການເຊື່ອມໂຍງ ທາງສັງຄົມກັບຄົນອື່ນ ທີ່ເປັນສ່ວນຫນຶ່ງຂອງກຸ່ມ ແລະການມີຈຸດປະສົງຮ່ວມກັນ ສາມາດເປັນບາງສິ່ງບາງຢ່າງກໍໄດ້ ດັ່ງນັ້ນຫຼາຍຄົນຈຶ່ງພົບວ່າກິລາແມ່ນສິ່ງທີ່ດີ

"ທ່ານມີກິລາທີ່ເປັນທີມ, ທ່ານທຸກຄົນກໍມີເປົ້າຫມາຍທີ່ຈະໄດ້ຜົນແບບດຽວກັນ ແລະ ມີການເຊື່ອມຕໍ່ກັນໃນທາງນັ້ນ."

ຢ່າງໃດກໍຕາມ ລາວອະທິບາຍວ່າບາງຄົນກໍມັກຢູ່ຄົນດຽວ.

"ເຖິງວ່າເຂົາ [ຄົນເຫລົ່ານີ້] ມັກຢູ່ຄົນດຽວກໍຕາມ, ແຕ່ພວກເຂົາເຈົ້າ ຍັງມີການຕິດຕໍ່ນັ້ນຜ່ານວິທີອື່ນ."

Beyond Blue ແນະນໍາໃຫ້ມີວິທີ ທີ່ຈະຢູ່ໃນການຕິດຕໍ່ທາງສັງຄົມ ໂດຍການນໍາໃຊ້ເທັກໂນໂລຢີຕ່າງໆ ລວມທັງ Skype, Zoom, FaceTime ແລະແອັບຕ່າງໆເຊັ່ນ House Party ຊ່ອຍໃຫ້ຜູ້ຄົນ ສາມາດເຊື່ອມຕໍ່ເປັນກຸ່ມຜ່ານການສົນທະນາທາງວິດີໂອ.

ອົງກອນນີ້ ຍັງແນະນໍາໃຫ້ຈັດເວລາໃນການພົບປະໂອ້ລົມ ທາງສັງຄົມເປັນປະຈໍາ, ລວມທັງສະໂມສອນໜັງສື, ອາຫານແລງຂອງຄອບຄົວ, ງານປາຕີ້ ຫຼືການສົນທະນາ ໃນຕອນແລງກັບຫມູ່ເພື່ອນ.

5. ສົນໃຈໃນຕົວທ່ານເອງ ແລະ ຜູ້ທີ່ທ່ານຫ່ວງໃຍ

Prof Tiedemann ກ່າວວ່າ: Lockdowns ໃນລະຫວ່າງການລະບາດຂອງ COVID-19 ເປັນຕົວຢ່າງທີ່ດີວ່າ ເປັນຫຍັງຈຶ່ງມີຄວາມຈໍາເປັນ ທີ່ຈະເບິ່ງແຍງຕົນເອງ ແລະຄົນທີ່ທ່ານຫ່ວງໃຍ.

"ຂ້ອຍຄິດວ່າ ນັ້ນສໍາຄັນຫຼາຍ. ຕົວຢ່າງວ່າ ໂຕຂ້ອຍເອງ, ຈະເປັນຫ່ວງ ພໍ່ ແມ່ທີ່ສູງອາຍຸ ທີ່ຢູ່ໃນການ lockdown ຫລືໃຫ້ແນ່ໃຈວ່າ ເຂົາເຈົ້າມີສິ່ງ ທີ່ເຂົາເຈົ້າຕ້ອງການ.

"ແຕ່ທ່ານມັກຈະບໍ່ຮູ້ວ່າ ເຈົ້າກໍາລັງມີຄວາມກົດດັນ ແລະຄວາມກັງວົນຫລາຍ. ສະນັ້ນ, ພຽງແຕ່ກວດເບິ່ງຕົວທ່ານເອງ, ແລະໃຫ້ແນ່ໃຈວ່າ ທ່ານກໍາລັງເຮັດສິ່ງທີ່ດີ ເພື່ອຄວາມຢູ່ດີກິນດີຂອງທ່ານເອງ. ນັ້ນແມ່ນສິ່ງທີ່ສໍາຄັນ."

ສະຖາບັນ Black Dog Institute ແນະນໍາ ການກວດກາ ຫົກຢ່າງ ເຮົາຄວນກວດເບິ່ງຕົນເອງທຸກອາທິດເພື່ອຮັກສາສຸຂະພາບຈິດ ລວມທັງຄວາມຮູ້ສຶກ, ຮ່າງກາຍ, ການນອນ ແລະ ຄວາມຄິດຂອງຕົນເອງ.

ຜູ້ອ່ານທີ່ຊອກຫາການຊ່ອຍເຫຼືອ ສາມາດຕິດຕໍ່ Lifeline ສໍາລັບການຊ່ອຍເຫຼືອ ວິກິດການ 24-7 ທີ 13 11 14,

Suicide Call Back Service ທີ່ 1300 659 467  

Kids Helpline on 1800 55 1800 (ສໍາລັບໄວຫນຸ່ມອາຍຸ 5 ຫາ 25 ປີ).

ຂໍ້ມູນເພີ່ມເຕີມມີຢູ່ທີ່ Blue.org.auແລະlifeline.org.au.

ສນັບສນຸນ ສຸຂະພາບຈິດຫຼາຍວັທນະທັມ ສນັບສນູນ ຄົນຈາກພື້ນຖານທີ່ແຕກຕ່າງກັນ ທາງດ້ານວັທນະທັມ ແລະພາສາ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍແລະທົ່ວໂລກ ເປັນພາສາລາວ ໄດ້ທີ່ sbs.com.au/lao

ຫຼືຕິດຕາມໄດ້ທາງ Facebook: facebook.com/sbslao

Share

Published

Presented by Sak Phoumirath
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service