ໂຮງຮຽນອານຸບານຟຼີໃນຣັດ ນີວຊາວແລນລ໌ ສຳຮັບເທີບ 4

Preschool children - AAP

Preschool children - AAP Source: AAP

ໂຮງຮຽນການຕຽມເຂົ້າໂຮງຮຽນຟຼີໃນຣັດນີວຊາວແວນລ໌ມີໃຫ້ຕໍ່ໄປສຳຮັບເທີມ 4.

 

ໃນວັນທີ 19 ສິງຫາ 2020 ແລ້ວນີ້ ຣັຖບານ ນີວຊາວແວນລ໌​ (ນຊວ) ປະກາດຕໍ່

ຍາວອອກການຄ້ຳຈູນການຜ່ອນຄາຍຊຸມຊົນກ່ຽວກັບ ໂກວິດ-19 ແລະໂຮງຮຽນທີ່

ຮຽກວ່າ Mobile Preschool ຈົນຮອດທ້າຍເທີມ 4.

 

ຍານາງ Sarah Mitchell ຣັຖມົນຕີ Education and Early Childhood Learning

ຣັດ ນຊວ ເວົ້າວ່າການທີ່ມີການຄ້ຳຈູນຢູ່ຕໍ່ໆໄປແມ່ນການຮັບຮູ້ເຖິງຄວາມສຳຄັນຂອງ

ການຊົດຊ່ວຍຄອບຄົວທັງຫຼາຍໃຫ້ລູກໃຫ້ເຕົ້າພົວພັນກັບການສຶກສາໃນ Preschool

Education ຢູ່ຕໍ່ໆໄປ.

 

ຍານາງເວົ້າວ່າ ການຄົ້ນຄ້ວາ ຢ່າງສັດເຈນຊີ້ແຈງວ່າເດັກໆທີ່ເຂົ້າໂຮງຮຽນ preschool

ເຖິງ 600 ຊົ່ວໂມງໃນປີກ່ອນທີ່ພວກເຂົາເລີ້ມເຂົ້າໂຮງຮຽນ ມີຜົນສຳເຣັດດີໃນຕລອດຊີ

ວິດຂອງພວກເຂົ້າ.

ຍານາງກໍເອີຍວ່າ ການຂະຫຍາຽການຄ້ຳຈູນການຜ່ອນຄາຍນີ້ຈະຊົດຊ່ວຍຄອບຄົວທັງຫຼາຍ

ໃຫ້ລູກໄດ້ເຂົ້າໂຮງຮຽນໃນປີອັນສຳຄັນຂອງການສຶກສາໃນຕອນຕົ້ນຂອງຊີວິດຢູ່ຕໍ່ໆໄປ.

 

ໂກວິດ-19 ສ້າງຄວາມຄັດສົນຕໍ່ທຸກສິ່ງທຸກຢ່າງຂອງຊີວິດຂອງພວກເຮົາຢູ່ແລ້ວ.

ດ້ວຍເຫດນີ້ມັນສຳຄັນຫຼາຍຕື່ມກ່ວາເມືອໃດທີ່ຈະເຮັດໃຫ້ແນ່ວ່າຄອບຄົວທັງຫຼາຍ

ຖຶກຄ້ຳຈູນເພື່ອລູກໆຈະໄດ້ເຂົ້າການສຶກສາທີ່ມີຄຸນນະພາບແລະການດູແລຢູ່ຕໍ່ໄປ.

 

Dominic Perrottet ນາຍຄັງໃຫຍ່ ນຊວ ເວົ້າວ່າຣັຖບານ ນຊວ ຢຶດໜັ້ນກັບການ

ເຮັດໃຫ້ແນ່ວ່າເດັກໄດ້ຮັບການສຶກສາອັນສຳຄັນຂອງຕອນຕົ້ນຊີວິດ ໂດຍສະເພາະ

ໃນປີກ່ອນການເຂົ້າໂຮງຮຽນ.

ທ່ານກໍເວົ້າວ່າ ພວກທ່ານຮູ້ວ່ານີ້ເປັນເວລາການທົດລອງແລະນັ້ນແມ່ນທີ່ດ້ວຍ

ເຫດໃດພວກທ່ານໃຫ້ການຄ້ຳຈູນອັນສຳຄັນຢູ່ຕໍ່ໆໄປເພື່ອຜ່ອນຄາຍຄວາມກົດດັນ

ຂອງຄ່າການຢູ່ກິນແລະເພື່ອເຮັດໃຫ້ເດັກໆທົ່ວຣັດ ນຊວ ມີການສຶກສາທີ່ພວກເຂົາ

ຕ້ອງການແລະຄວນໄດ້.

ແລະທ່ານກໍຊີ້ແຈງອີກວ່າ ການຄ້ຳຈູນນີ້ຈະເຮັດໃຫ້ແນ່ວ່າ preschools ຂອງຊຸມຊົນ

ຈະເປີດຢູ່ຕໍ່ໆໄປແລະຈະບໍ່ຖຶກດັນໃຫ້ປິດລົງ ຖ້າຫາກວ່າຈຳນວນນັກຮຽນຕົກຕ່ຳລົງ.

 

ທ່ານເວົ້າວ່າ ກິຈການທີ່ສາມາດໄດ້ຮັບການຊ່ວຍເຫຼືອສາມາດເລືອກເອົາການຄ້ຳ

ຈູນການເງິນເພື່ອໃຫ້ພວກຂະເຈົ້າໄດ້ໃຫ້ການຜ່ອນຄາຍຟຼີໆແລະມີພະນັກງານຄືເກົ່າ.

ກິຈການຕ່າງໆຈະຖຶກຕິດຕໍ່ຫາໂດຍຕົງກ່ຽວກັບການຊີ້ແຈງກ່ຽວກັບວິທີການຂອງ

ການມັກຊອບທາງເລືອກແລະການໄດ້ການໃຫ້ເງິນໃນເທີມ 4.

 

ເມື່ອທີ່ຣັຖບານ ນຊວ ໃຫ້ການຄ້ຳຈູນສຳຮັບໂຮງຮຽນຢູ່ຕໍ່ໆໄປຢູ່ ການຊ່ວຍເຫຼືອນີ້

ໃຫ້ການຄ້ຳຈູນເຜີ້ມເພື່ອຊົດຊ່ວຍພໍ່ແມ່ກ່ຽວກັບຄ່າໂຮງຮຽນແລະຜົນສະທ້ອນຂອງ

ການທີ່ໂຮງຮຽນມີນັກຮຽນໜ້ອຍລົງ.

 


Share

Published

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ໂຮງຮຽນອານຸບານຟຼີໃນຣັດ ນີວຊາວແລນລ໌ ສຳຮັບເທີບ 4 | SBS Lao