ການປະທ້ວງໃນໄທຍ໌ມີຜົນສະທ້ອນເຖິງຄົນລາວບໍ່?

The 7 Thai Kings (Geem Drake - SOPA Images - LightRocket via Getty Images)

The 7 Thai Kings (Geem Drake - SOPA Images - LightRocket via Getty Images) Source: Geem Drake - SOPA Images - LightRocket via Getty Images

ກ າ ນ ປ ະ ທ້ ວງ ໃ ນ ໄ ທ ຍ໌ ສ ະ ທ້ ອ ນ ໃ ສ່ ຄົ ນ ລ າ ວ ບໍ່ ? ? ?

ໃນປະຈຸບັນນີ້ປະເທດໄທຍ໌ເປັນປະເທດຣາຊາເສຣີປະຊາທິປະໄຕ.

ປະເທດໄທຍ໌ມີຣັຖປະຫານໂດຍກຳລັງທະຫານໄທຍ໌ມາກມາຍຫຼາຍຄັ້ງ

ທີ່ໃນບາງຄັ້ງບາງຄາວແຜນດິນໄທຍ໌ອາບເລືອດຍ້ອນກໍມີ...

 

ການຣັຖປະຫານຣັຖບານໄທຍ໌ ຮວດແລກໆ ມີຂຶ້ນໃນຄາວປະມານ 108 ປີກ່ອນນີ້ -ຄືໃນປີ 1912 ແລ້ວຕໍ່ມາກໍມີຂຶ້ນໃນປີ 1917, 1932, 1933, 1939, 1947, 1948, 1949,​ມິຖນາແລະທັນວາ 1951, 1957, 1958, 1976, ມີນາແລະຕຸລາ 1977, 1981, 1985, 1991, 2006, ແລະ 22 ເດືອນ 5 ສາກົນ 2014.

ນັ້ນແມ່ນມີທັງໜົດ 20 ຄັ້ງ. ຈາກຈຳນວນດັ່ງກ່າວ 15 ຄັັ້ງສຳເຣັດ ແຕ່ 5 ຄັ້ງລົ້ມເຫຼວ.

 

ໃນເວລານີ້ໃນກຸງເທບພະມະຫານະຄອນ ປະຊາຊົນໄທຍ໌ຈາກທຸກສັງຄົມແລະປັນຍາປະທ້ວງຣັຖບານ ພະຢຸດ ຊານໂອຊາ...

ຣັຖບານໄທຍ໌ທີ່ມີ ພະຢຸດ ເປັນນາຍົກຣັຖມົນຕີນຳພາ ຄັ້ນຊິເວົ້າແທ້ໆແລ້ວກຳເນີດເກີດຂຶ້ນມາໂດຍອຳນາດປາຍປືນ ຄືການຣັຖປະຫານສຳເຣັດຣັຖບານ ຍິ່ງຣັກ ສີນາວັດ.

ກອງທັບໄທຍ໌ໂດຍມີນາຍພົນ ພະຢຸດ ເປັນຜູ້ນຳພາແລະນາຍພົນອື່ນໆຈຳນວນນຶ່ງຢຶດອຳນາດການປົກຄອງຊົວຄາວຈາກ ຍິ່ງຣັກ ໄດ້ໃນວັນທີ 22 ເດືອນ

5 ສາກົນ 2014 ແລ້ວເຄື່ອນໄຫວໃນດ້ານການເມືອງຂຶ້ນຢ່າງວ່ອງໄວ.

 

ຍິງຣັກ ແລະພັກເພື່ອໄທຍ໌ທີ່ມີເຍື້ອໄປເຖິງ ທັກສິນ ສີນາວັດ ທີ່ກໍຖຶກຣັຖປະສານກະເດັນໄປລີ້ພັຍຢູ່ໃນຕ່າງປະເທດ ສະນະການເລືອກຕັ້ງໄທຍ໌ຢ່າງຂາດຮອຍ

ແລະສົມບຸນ ຂຶ້ນເປັນປົກຄອງປະເທດໄທຍ໌ໂດຍ ຍິ່ງຣັກ ເປັນນາຍົກຣັຖມົນຕີ.

ແຕ່ນີ້ມາ ຣັຖບານ ຍິ່ງຣັກ ຖຶກຕໍ່ຕ້ານໂດຍການນຳພາ ໂດຍທ່ານ ສະເທບ ເທືອກສຸວັນ ໂດຍນາໆວິທີການໃນດ້ານການເມືອງ.

ນີ້ເລີ້ມຕົ້ນຂຶ້ນໃນເດືອນ 11 ສາກົນ ປີ 2813.

ຕໍ່ມາຄົນເສື້ອສີແດງ ຫຼືວ່າພັກເພື່ອໄທຍ໌ທີເຂົ້າຂ້າງ ຍິ່ງຣັກ ກໍປະທ້ວງຕ່າງໆຢ່າງຮຸນແຮງ ສັບສົນກັນ ຈັກວ່າພວກເສື້ອສີແດງ, ສີເຫຼືອງ, ສີດຳ, ສີຂາວ, ສີບົວ ແລະອື່ນໆຮ້ອນວົນກັນໄປທົ່ວແກນໄທຍ໌.

ແລ້ວ ຍິ່່່ງຣັກ ຢຸບສະພາຜູ້ແທນຣາຊດອນໄທຍ໌ໃນວັນທີ 9 ທັນວາ 2013 ແລະປະກາດການເລືອກຕັ້ງແຫ່ງຊາດໄທຍ໌ຂຶ້ນເພື່ອວັນທີ 2 ກຸມພາ 2014 ແຕ່ຍ້ອນຄວ່ມຮ້ອນວົນຫວຸ້ນວາຍໃນໄທຍ໌ ການເລືອກຕັ້ງນີ້ນັ້ນບໍ່ມີຂຶ້ນ... ຍິ່ງຣັກເປັນຜູ້ປົກຄອງປະເທດໄທຍ໌ຢູ່ຕໍ່ໄປໃນການເປັນຜູ້ປົກຄອງຊົ່ວຄາວ.

ແຕ່ສານທັມນູນແຫ່ງປະເທດໄທຍ໌ປົດ ຍິ່ງຣັກ ອອກຈາກການປົກຄອງນັ້ນ.

ພາຍຫຼັງຣັຖປະຫານໂດຍ ພະຢຸດ ແລ້ວ ຍິງຣັກ ແລະຖັນແຖວກໍຖຶກຈັບໄວ້ເປັນເວລາບໍ່ເທົ່າໃດມື້ເພື່ອວ່າຄະນະ ພະຍຸດ ຈະຕັ້ງຫຼັກໄດ້ໃນການຄວບຄຸມປະເທດໄທຍ໌.

ຕໍ່ມາໃນປີ 2016 ຍິ່ງຣັກ ຖຶກຄະດີຕ່າໆຫຼາຍຢ່າງແຕ່ຜູ້ກ່ຽວບໍ່ໄປປະເຊີນໜ້າກັບສານແຫ່ງປະເທດໄທຍ໌ໃນເດືອນ ສິງຫາ 2017 ແລ້ວຖຶກສັ່ງຈັບແຕ່ ຍິ່ງຣັກ ປົບໜີໄປຕ່າງປະເທດສຳເຣັດໃນເດືອນກັນຍາ 2017.

 

ຫຼັງຈາກ ພະຢຸດ ສຳເຣັດຣັຖປະກຫານຣັຖບານ ຍິ່ງຣັກ ໃນວັນທີ 22 ເດືອນ 5 ສາກົນ 2014 ແລ້ວ ພະຢຸດ ກໍປະກາດໃຊ້ອຳນາດການປົກຄອງສຸກເສີນຂຶ້ນສຳຮັບທົ່ວປະເທດ ທັງກໍເຄື່ອນໄຫວໃນດ້ານການເມືອງແລະດັດແປງທັມນູນໄທຍ໌ ແລ້ວກຳແໜ້ນປະເທດໄທຍ໌ທັງຊາດແລະປະຊາຊົນໂດຍອຳນາດທະຫານ.

 

ສິ່ງນຶ່ງທີຄວນສັງເກດເຫັນແມ່ນທີ່ໃນວັນທີ 24 ເດືອນ 5 ສາກົນ 2014 ສົມເດັດເຈົ້າ ພູມີບົນ ອະດຸນຍະເດດ ພະມະຫາກະສັດໄທຍ໌ຮັບຮູ້ກ່ຽວເຖິງການຣັຖປະຫານຂອງ ພະຢຸດ ນັ້ນແຕ່ບໍ່ໄດ້ເອີຍຫັຍງກ່ຽວກັບການການຮັບເອົາການຣັຖປະຫານນັ້ນຫຼືບໍ່ ແຕ່ໃນວັນທີ 26 ເດືອນ 5 ສາກົນ 2014 ພະອົງແຕ່ງຕັ້ງ ພະຢຸດ ເປັນຜູ້ປົກຄອງປະເທດໄທຍ໌.  ນີ້ຖຶກມອງເຫັນວ່າການຢຶດອຳນາດໂດຍປາຍປືນຂອງ ພະຢຸດ ນັ້ນເປັນສິ່ງທີ່ຖຶກຕ້ອງ.

ຕໍ່ມາ ສະພາໄທຍ໌ແລະການເມືອງໄທຍຸກໍຖຶກກອງທັບໄທຍ໌ກຳແໜ້ນຮອບດ້ານຢ່າງວອງໄວໂດຍພຶດຕິການແລະກົນອູບາຍຕ່າງໆ ດັ່ງດັດແປງທັມນູນໄທຍ໌...

ແລ້ວກ່ຽວກັບການປະທ້ວງໃນໄທຍ໌ທີ່ມີຂຶ້ນໃນຍຸກສະໃໜ່ ສີນາວັດ ກໍໜົດໄປ. 

ຄະນະປະທ້ວງຈຸສຸດທ້າຍທີ່ອອກໄປຈາກອານຸສາວະລີປະຊາທິປະໄຕໃນ ບາງກອກ ມີຂຶ້ນໃນວັນທີ 23 ເດືອນ 5 ສາກົນ 2014.

ກອງທັບໄທຍ໌ເປັນຜູ້ຂົນສົ່ງຜູ້ປະທ້ວງນັ້ນກັບຖິນຖານຂອງພວກຂະເຈົ້າ.

 

ເຖິງຈະເປັນແນວນັ້ນກໍຕາມແສງສຽງຂອງການປະທ້ວງກໍຍັງມີຢູ່ໂດຍບໍ່ດັບມອດ.

ໃນດ້ານ ອອນລາຍນ໌ ອິນເຕີແນດຕ໌ ກໍມີການເຄື່ອນໄຫວຕ່າງໆ ຈົນວ່າມີການຍົກນີ້ວມືຂຶ້ນ 3 ນີ້ວຂຶ້ນ ອັນເປັນສັນຍາຮັກຂອງການຕໍ່ຕ້ານຣັຖບານ

ພະຢຸດ ຢູ່ຕໍ່ໆໄປ.

ສາມນີ້ວມືທີ່ຍົກຂຶ້ນນັ້ນມີຄວາມໜາຍ: (1) ເສຣີພາບ, (2) ຄວາມສເມີພາບ ແລະ (3) Brotherhood ທີ່ພາສາໄທຍ໌ຮຽກວ່າ "ພະລາດົນພາບ" ອັນຮຽກໄດ້ວ່າແມ່ນການເປັນພີ່ນ້ອງກັນແລະກັນ ກໍວ່າໄດ້.

ແຕ່ກອງທັບໄທຍ໌ປະກາດຈະຈັບທຸກຄົນທີ່ທຳການຍົກນີ້ວມື 3 ນີ້ວຂຶ້ນ ແຕ່ນີ້ວມືສາມນີ້ວນັ້ນກໍຖຶກນຳມາໃຊ້ໃນການລຸກຢືນຂຶ້ນໃສ່ຣັຖບານ ພະຢຸດ ຂອງທຸກໆມື້ນີ້.

 

ການປະທ້ວຣັຖບານ ພະຢຸດ ຂອງຮວດນີ້ເປັນຕົນເປັນໂຕໂດຍທີ່ຕາເປົ່າມອງເຫັນໄດ້ແຕ່ວັນພະຫັດ 15 ຕຸລາ 2020 ເປັນຕົ້ນມາ.

ນີ້ເກີດຂຶ້ນໃນກຸງເທບພະມະຫານະຄອນເພື່ອຮຽກຮ້ອງໃຫ້ ພະຢຸດ ລາອອກການປົກຄອງປະເທດໄທຍ໌, ໃຫ້ມີການດັດແປງທັມນູນໄທຍ໌,​ແລະປະຕິຮູບກະສັດໄທຍ໌.

ພະຢຸດປະກາດຕ້ອງຫ້າມການປະທ້ວງນັ້ນແຕ່ແລ້ວກໍອ່ອນຄໍລົງໃຫ້ກະທຳໄດ້.

ໃນການປະທ້ວງຂອງຮວດນີ້ມີປະຊາຊົນມາກມາຍຈາກທຸກຊັ້ນສັງຄົມແລະປັນຍາໄທຍ໌ເຂົ້າຮ່ວມນຳແລະກໍມີຫົວສັກດີນາອອກມາສນັບສູນກະສັດໄທຍ໌ໃຫ້ເຫັນເປັນຂັວນຕາດ້ວຍ.

ໃນເວລານີ້ການປະທ້ວງຍຸບ ພະຢຸດ ແລະຖັນແນວຍັງມີຢູ່ຕໍ່ໆໄປຢ່າງຝົດຝື້ນໂດຍກົງແລະໂດຍທາງ ອອນລາຍນ໌ ແຕ່ຣັຖບານ ພະຢຸດ ຍັງປົກຄອງຢູ່ຕໍ່ໄປຢູ່...

ຜົນການປະທວ້ງນັ້ນແລະການເມືອງໄທຍ໌ໃນສຸດນີ້ ຈະເປັນແນວໃດນັ້ນ ຍັງເປັນທີ່ຈັບຈິດຈັບໃຈແລະຫູຕາຂອງຄົນທັງຫຼາຍຢູ່...

 

ແຕ່ສຳຮັບຄົນລາວເດ້?

 

ເຊີນທ່ານຟັງການສຳພາກທ່ານ ຈອນ ຊາວາ ກ່ຽວກັຍຄວາມເຫັນຢ່າງບາງແນວຢູ່ນະທີ :https://www.sbs.com.au/language/lao/audio/is-the-thai-demonstration-affecting-lao?fbclid=IwAR0H1ivtKwkSfcgL7iIOQd1wcqrNyh9p5cu5bnJfXC3a9V-VAwjpYaqs9sk


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service