Feature

ຣັດແລະເຂດປົກຄອງພິເສດໃນອອສເຕຼເລັຍຜ່ອນຄາຍກົດເກນຂໍ້ຫ້າມ ກ່ຽວກັບໂຄໂຣນາໄວຣັສແບບໃດ?

ຣັຖບານອອສເຕຼເລັຍໄດ້ປະກາດ 3 ບາດກ້າວເພື່ອເລີ່ມ ຜ່ອນຄາຍກົດເກນຂໍ້ຫ້າມກ່ຽວກັບໂຄໂຣນາໄວຣັສແລ້ວ. ຕໍ່ໄປນີ້ແມ່ນວິທີການ ທີ່ຣັດແລະເຂດປົກຄອງພິເສດກຳລັງບັນຍັດບາດ ກ້າວຕ່າງໆນັ້ນ.

Prime Minister Scott Morrison delivering the 3 step COVID-19 plan

Prime Minister Scott Morrison speaks during a press conference following a National Cabinet meeting. Source: Getty Images AsiaPac

ສຳ​ລັບຂໍ້​ມູນ​ແຫ່ງ​ຊາດ​ກ່ຽວ​ກັບ SBS COVID-19, ໃຫ້​ຄ​ລິກ​ທີ່​ນີ້ CLICK HERE

ຂໍ້​ມູນນີ້​ໄດ້​ຖືກ​ອັ​ບ​ເດດ​ຢ່າງ​ຕໍ່​ເນື່ອງ​ແຕ່​ວ່າ​ຢ່າງ​ໃດ​ກໍ​ດີ​ເຮົາ​ກໍ​ຂໍ​ແນະ​ນຳ​ໃຫ້​ທ່ານກວດ​ເບິ່ງ ລິ້ງ​ຄ໌​ຂອງ​ທາງ​ການຮັບ​ຜິດ​ຊອບ​ໃນ​ແຕ່​ລະ​ຣັດເພື່ອ​ຣາຍ​ລະ​ອຽດ​ທີ່​ຄົບ​ຖ້ວນ​ແລະ​ຂໍ້​ຍົກ​ເວັ້ນ​ຕ່າງໆ. ໂປຼດ​ສັງ​ເກ​ດ​ດ້ວຍ​ວ່າ​ເວ​ລາທີ່​ຈະ​ກັບ​ຄືນ​ໄປ​ເຂົ້​າ​ໂຮງ​ຮຽນ​ກໍ​ແຕກ​ຕ່າງ​ກັນ​ໄປ​ໃນ​ແຕ່​ລະ​ຣັດ​ແລະ​ແຕ່​ລະ​ໂຮງ​ຮຽນ. ເພື່ອ​ຄວາມ​ແນ່ນອນ​ສຳ​ລັບ​ເວ​ລາ​ກັບ​ໄປ​ເຂົ້າ​ໂຮງ​ຮຽນ​ຂອງ​ລູກ​ທ່ານນັ້ນ, ເຮົາ​ຂໍ​ແນະ​ນຳ​ໃຫ້​ກວດ​ເບິ່ງ​ກັບ​ໂຮງ​ຮຽນ​ນັ້ນ​ໂດຍ​ຕົງ.

ຣັດແລະເຂດ​ປົກ​ຄອງພິ​ເສດ ໃນ ອອສເຕຣເລັຍ ຫລຸດຜ່ອນ ກົດ​ເກນຂໍ້ຫ້າມ ກ່ຽວກັບ ໂຄໂຣນາໄວຣັສ ຢ່າງ​ໃດ?

ວິກຕໍເຣັຍ (Victoria)

ໄດ້​ມີ​ກົດ​ເກນ​ອອກ​ມາ​ໃໝ່​ສຳ​ລັບ​ຣັດ Victoria ນັ​ບແຕ່​ວັ​ນ​​ພຸດ ​ທີ 8  ກໍ​ຣະ​ກະ​ດາ ຈົນ​ເຖິງ ວັນ​ພຸດ ທີ 19 ສິງ​ຫາ.

ເຂດ​ທີ່​ຕ້ອງ​ກັບ​ໄປ​ສູ່​ລະ​ດັບ3 ຊຶ່ງ​ມີ​ກົດ​ເກນ ‘​ໃຫ້ຢູ່​ບ້ານ’ ນັ້ນ​ປະ​ກອບ​ດ້ວຍ​ເຂດ​ຕ່າງໆ​ໃນ​ຕົວ​ເມືອງ​ຂອງ​ຣັ​ຖ​ບານ​ທ້ອງ​ຖິ່ນ​ຂອງ Melbourne (LGAs) 31 ເຂດ ແລະ ເຂດ​ທ້ອງ​ຖິ່ນ Mitchell Shire LGA.

ຂໍ້​ມູນ​ກ່ຽວ​ກັບ Victoria ໃນ​ເຈັ້ຍຂໍ້​ມູນ​ຄວາມ​ຈິງນີ້​ແມ່ນ​ໄດ້​ແບ່ງ​ອອກ​ເປັນ​ສອງ​ພາກ​ສ່ວນຢ່າງ​ລະ​ອຽດ:

  • ເຂດ​ຕົວ​ເມືອງໃນ​ Melbourne ທີ່​ຖືກ​ປິດ​ເມືອງ
  • ​ເຂດ​ຊົນ​ນະ​ບົດ​ຂອງ Victoria, ທີ່ນອກ​ເໜືອ​ໄປ​ຈາກ​ເຂດ​ຣັ​ຖ​ບານ​ທ້ອງ​ຖິ່ນຂອງ Mitchell Shire (LGA)
ເຂດ​ຕົວ​ເມືອງ​ໃນ Melbourne ທີ່​ຖືກ​ປິດ​ເມືອງ

ຕຶກ​ເຮືອນຫຼວງເກົ້າ​ຕຶກ​ທີ່ Flemington ແລະ Kensington: ​ກົດ​ເກນ​ທີ່ໃຫ້​ມີການ ‘ກັກ​ກັນ’ ​ຈະ​ຖືກ​ຍົກ​ເລີກ​ແລະ​ປ່ຽນ​ມາ​ເປັນ ‘ໃຫ້​ຢູ່​ເຮືອນ’

  • ເມື່ອ​ ​ຫົວ​ໜ້າເຈົ້າ​ໜ້າ​ທີ່​ການ​ແພດ ແຈ້ງວ່າ​ເປັນ​ການ​ປອດ​ໄພ​ທີ່​ຈະ​ເຮັດ​ໄດ້ແລ້ວ.
  • ເຂດ​ຣັ​ຖ​ບານ​ທ້ອງ​ຖິ່ນ​ທີ່​ຕ້ອງ​ກັບ​ຄືນ​ໄປ​ສູ່​ລະ​ດັບ 3 ມີ​ດັ່ງ​ນີ້: Banyule, Hume, Moreland, Bayside, Kingston, Mornington Peninsula, Boroondara, Knox, Nillumbik, Brimbank, Manningham, Port Phillip, Cardinia, Maribyrnong, Stonnington, Casey, Maroondah, Whitehorse, Darebin, Melbourne, Whittlesea, Frankston, Melton, Wyndham, Glen Eira, Monash, Yarra, Greater Dandenong , Moonee Valley, Yarra Ranges, Hobsons Bay. 
​ເຫດ​ຜົນ​ໃນ​ການ​ອອກ​ຈາກ​ບ້ານ​ໄດ້

  • ຊື້ສິ່ງ​ຂອງ​ແລະ​ໄປ​ໃຊ້​ບໍ​ຣິ​ການ​ທີ່​ຈຳ​ເປັນ;
  • ໄປ​ເຮັດ​ວຽກ​ແລະ​ໄປ​ໂຮງ​ຮຽນ​ຖ້າ​ຈຳ​ເປັນ;
  • ເຫດ​ຜົນ​ດ້ານ​ສຸ​ຂະ​ພາບຫຼືໄປ​ຊ່ວຍ​ເຫຼືອ​ດ້ວຍ​ຄວາ​ມ​ເຫັນ​ອົກ​ເຫັນ​ໃຈ; ການ​ອອກ​ກຳ​ລັງ​ກາຍ​ແລະ​ການ​ພັກ​ຜ່ອນຢ່ອນ​ໃຈ​ທີ່​ຈັດ​ຢູ່​ໃນເຮືອນ.
​ຂໍ້​ຍົກ​ເວັ້ນ​ແມ່ນ​ອະ​ນຸ​ຍາດ​ໃຫ້ໄປ​ຢ້​ຽມ​ຜູ້​ທີ່​ທ່ານ​ມີ​ຄວາມ​ສຳ​ພັນ​ໃກ້​ຊິດ, ອັນ​ນີ້​ແມ່ນຮວມ​ທັງຜູ້​ທີ່​ຢູ່ນອກ​ເຂດ​ຕົວ​ເມືອງ Melbourne ​ແລະ Mitchell Shire LGA.

ບໍ່​ສາ​ມາດ​ອອກ​ຈາກ​ເຂດ​ທີ່​ຖືກ​​ກົດ​ເກນ​ເພື່ອ​ໄປ​ອອກ​ກຳ​ລັງ​ກາຍຫຼື​ໄປ​ພັກ​ຜ່ອນ​ຢ່ອນ​ໃຈ.

ການ​​ເຕົ້າ​ໂຮມ​ກັນ & ການ​ເດີນ​ທາງ

  • ເຮືອນ​ສ່ວນ​ຕົວ: ​ຫ້າມບໍ່​ໃຫ້​ມີ​ຄົນ​ມາ​ຢ້ຽມ​ຢາມ.
  • ໃນທີ່​ສາ​ທາ​ຣະ​ນະ: ​ໄດ້​ຮອດ 2 ຄົນຫຼື​ຄົນ​ເຮືອນ​ດຽວ​ກັນ​ເທົ່າ​ນັ້ນ
  •  
  • ​ເຮືອນຫຼັງ​ທີ​ສອງ – ທ່ານບໍ່​ສາ​ມາດ​ອອກ​ໄປ​​ນອດ​ເຂດ​ກົດ​ເກນ​ໄດ້​ໂດຍ​ມີ​ບາງຂໍ້​ຍົກ​ເວັ້ນ​ (ເຊັ່ນ ເຫ​ດ​ກາ​ນ​ສຸກ​ເສີນຫຼື​ຕ້ອງ​ມີ​ການ​ສ້ອມ​ແປງ; ການ​ແບ່ງ​ເວ​ລາ​ເບິ່ງ​ລູກ; ການ​ຢູ່​ກັບ​ຄູ່​ຄອງ​ທີ່ບໍ່​ໄດ້​ຢູ່​ເຮືອນ​ດຽວ​ກັບ​ທ່ານ)
  • ພິ​ທີ​ກັມ​ທາງ​ສາ​ສ​ນາ​ແລະ​ການ​ກາບ​ໄຫວ້​ແບບ​ສ່ວນ​ຕົວ: ໃຫ້​ປະ​ຕິ​ບັດ​ແບບ​ອອກ​ອາ​ກາດ​ເທົ່າ​ນັ້ນ.
  • ການ​ແຕ່ງດອງ:  ໄດ້​ເຖິງ 5 ຄົນ (ຄູ່​​ບ່າວ​ສາວ, ພະ​ຍານ​ສອງ​ຄົ​ນ ແລະ ຜູ້​ປະ​ກອບ​ພິ​ທີ).
  • ງານ​ຊາ​ປະ​ນະ​ກິ​ຈ​ສົ​ພ: ໄດ້​ຮອດ 10 ຄົນ, ​ເພີ່ມ​ບັນ​ດາ​ຄົນ​ທີ່​ດຳ​ເນີນ​ການ​ເລື່ອງ​ງານ​ຊາ​ປາ​ນະ​ກິ​ຈ​ສົ​ພ​ໄດ້.
ນາຍ​ຈ້າງ

ຕ້ອງບໍ່​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ພະ​ນັກ​ງານ​ເຮັດ​ວຽກ​ຢູ່​ໂຮງ​ການ​ຖ້າ​ສາ​ມາດ​ເຮັດ​ໄດ້​​ຢ່າງ​ສົມ​ເຫດ​ຜົນ.

ໂຮງ​ຮຽນ

  • ບັນ​ດາ​ນັກ​ຮຽນຫ້ອງ 11 ແລະ 12 ແລະ ຫ້ອງ 10 ​ທີ່​ຮຽນ VCE, ແລະ​ໂຮງ​ຮຽນ​ພິ​ເສດຈະ​ໄດ້​ກັບ​ໄປ​ຮຽນ​ໃນ​ວັນ​ຈັນ 13 ກໍ​ຣະ​ກະ​ດາ ສຳ​ລັບ​ການ​ເລີ່ມ​​ຕົ້ນເທີມທີ 3.
  • ມີ​ການ​ຍືດ​ເວ​ລາອາ​ທິດ​ນຶ່ງ​ໃຫ້​ເປັນ​ມື້​ທີ່ບໍ່​ມີ​ນັກ​ຮຽນ ສຳ​ລັບ ພວກນັກ​ຮຽນ Prep-10.
ການ​ໄປ​ຊື້​ສິ່ງ​ຂອງ, ຮ້ານ​ອາ​ຫານ, ການ​​ບັນ​ເທິງ

ປິດ​ໝົດ, ນອກ​ຈາກ:

ຮ້ານ​ຂາ​ຍ​ອາ​ຫານ​ເທັກ​ອາ​ເວ (take away)

  • ຮ້ານ​ຂາຍ​ເຫຼົ້າ​ເ​ທັກ​ອາ​ເວ (take away)
  • ຮ້ານ​ເຮັດ​ຜົມ
  • ​ຕ​ລາດ​ແລະ​ສູນ​ການ​ຄ້າ: ແມ່ນ​ອີງ​ຕາມ​ຈຳ​ນວນ​ຄວາມ​ໜາ​ແໜ້​ນທີ່​ອະ​ນຸ​ຍາດ​ໃຫ້, ແຕ່​ວ່າ​ຄົນ​ທັງຫຼາຍ​ຈະ​ສາ​ມາດ​ໄປ​ ​ເພື່ອ​ຊື້​ອາ​ຫານ​ແລະ​ໃຊ້​ບໍ​ຣິ​ການ​ທີ່​ຈຳ​ເປັນ​ເທົ່າ​ນັ້ນ.
  • ຫໍ​ສ​ມຸດ​ແລະ​ສູນ​ຊຸມ​ຊົນ​ທຸກ​ແຫ່ງ​​ແມ່ນ​ຖືກ​ປິດ, ນອກ​ຈາກ​ໃຊ້​ເປັນ​ບ່ອນ​ປະ​ກອບ​ພິ​ທີ​ການ​ແຕ່ງດອງຫຼື​ງານ​ຊາ​​ປາ​ນະ​ກິ​ຈ​ສົ​ພ.
ເຂດ​ຊົນ​ນະ​ບົດ Victoria, ນອ​ກ​ເໜືອ​ໄປ​ຈາກ​ເຂດຣັ​ຖ​ບານ​ທ້ອງ​ຖິ່ນ Mitchell Shire (LGA)

ທຸຣະກິດ​ຕ່າງໆແລະການພັກຜ່ອນ

ຄົນທີ່​ຢູ່ໃນ​ ຣັ​​ດວິກ​ຕໍ​ເຣັຍ ຕ້ອງ​ເຮັດ​ວຽກ​​ຢູ່​ເຮືອນ ຫາກ​ເປັນ​ໄປ​ໄດ້.

ຄົນ ວິກຕໍຣຽນ ສາ​ມາດ ຂໍ​ເງິນ $1,500 ໄດ້​ຫາກບໍ່​ສາ​ມາດຂໍ ເອົາ​ເງິນ ​ຄ່າເຈັບ​ປ່ວຍ ​ຈາກ​ທາງນາຍ​ຈ້າງໄດ້ ເມື່ອ​ກວດ​ພົບ​ວ່າ​ຕົນປ່ວຍ​ບໍ່​ສະ​ບາຍ ຍ້ອນ ໂຄໂຣນາໄວຣັສ ຫລື ເມື່ອ​ໄດ້​ຖືກ​ຮຽກ​ຮ້ອງໃ​ຫ້ຢູ່ແຍກ​​ປ່ຽວ-ຕົນ​ເອງ ເພາະ​ໄດ້ ຕິດ​ຕໍ່​ພົວ​​ພັນ​ໃກ້​ຊິດ ກັບ​ຄົນ​ທີ່ ກວດ​ພົບ​ວ່າ​ຕິດ​ເຊື້ອ ໂຄໂຣນາໄວຣັສ ແລ້ວ.

ການ​ເຕົ້າ​ໂຮມ​ກັນ

  • ຈຳ​ນວນ​ຄົນ​ທີ່​ ​ສາ​ມາດ​ມາຢ້​ຽມ​ຢາມ​ເຮືອນ​ທ່ານ ໄດ້​ຖືກຫຼຸດ​ລົງ​ເປັນ​ຈຳ​ນວນ 5 ຄົນ.
  • ການ​ເຕົ້າ​ໂຮມ​ໃນ​ທີ່​ໂລ່ງ​ແຈ້ງ​ໄດ້​ຖືກຫຼຸດ​ລົງ​ເປັນ​ຈຳ​ນວນ​ກຸ່ມ​ນຶ່ງສຸງ​ສຸດ 10 ຄົນ​.
  • ຮ້ານ​ອາ​ຫານ, ຜັບ​ຂາຍ​ເຫຼົ້າ, ​ສ​ະ​ຖານ​ທີ່​ປະ​ມູນ, ​ສູນຊຸມ​ຊົນ, ຫໍ​ ສ​ມຸດ,  ຫໍ​ພິ​ພິ​ທ​ພັນ ແລະ ສະ​ຖານ​ທີ່​ກາບ​ໄຫວ້​ບູ​ຊາ​ຍັງ​ອະ​ນຸ​ຍາດ​ໃຫ້ໄດ້ ​ໃນ​ຈຳ​ນວນ​ສູງ​ສຸດ 20 ຄົນ ໃນ​ແຕ່​ລະ​ສ​ະ​ຖານ​ທີ່​ໃດ​ນຶ່ງ​ຈົນ​ຮອດ​ວັນ​ທີ 12     ກໍຣະ​ກະ​ດາ.
  • ​ທຸ​ຣະ​ກິດຕ່າງໆ​ຮວ​ມ​ທັງ​ສ​ະ​ຖານ​ທີ່​ອອກ​ກຳ​ລັງ​ກາຍ, ໂຮງ​ພາ​ພະ​ຍົນ, ໂຮງ​ລະ​ຄອນ ແລະ ບ່ອນ​ລົງ​​ການພະ​ນັນTABs ​ສາ​ມາດ​ເປີດ​ໄດ້, ໂດຍ​ອະ​ນຸ​ຍາດ​ໃຫ້​ມີ​ຈຳ​ນວນ​ຄົນ​ສູງ​ສຸດ​ໄດ້ 20 ຄົນ​ໃນ​ແຕ່​ລະ​ບ່ອນ.
ອະ​ນຸ​ຍາດ​ໃຫ້​ເປີດ​ໄດ້:

  • ຮ້ານ​ເສີ​ມ​ຄວາມ​ງາມ​ແລ​ະ​ແຕ່ງ​ເລັບ
  • ຮ້ານ​ສະ​ປາ
  • ຮ້ານ​ສັກ​ລາຍ
  • ຜັບ​ຂາຍ​ເຫຼົ້າ
  • ຮ້ານ​ວາງ​ສະ​ແດງ
  • ຫໍ​ພິ​ພິ​ທ​ພັນ
  • ຫໍ​ສ​ມຸດ
  • ສູ​ນ​ຊາວ​ໜຸ່ມ​ແລະ​ສ​ະ​ຖານ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ​ແກ່ຊຸມ​ຊົນ.
​ສ​ະ​ຖານ​ທີ່​ທັງ​ໝົດ​ດັ່ງ​ກ່າວ​ຕ້ອງ​ເຄົາ​ຣົບ​ຕໍ່​ກົດ​ເກນ​ຈຳ​ກັດສູງ​ສຸດ 20ຄົນ​ແລະ​ການ​ຢູ່​ຫ່າງ​ກັນ 1.5 ແມັດ ລະ​ຫວ່າງ​ໂຕະ​ແລະ​ຕ້ອງ​ບັນ​ທຶກ​ ​ຂໍ້​ມູນ​​ຂອງ​ລູກ​ຄ້າ​ທຸກໆ​ຄົນ ເພື່ອ​ຊ່ວຍ​ໃນ​ການ ຕິດ​ຕໍ່​ຫາ ໃຫ້​ໄດ້​ຢ່າງໄວ​ວາ.

ຂໍ້​ຈຳ​ກັດ​​ໃນການ​ເດີນ​ທາງ

  • ບໍ່​ມີ​ກົດ​ເກນ​​ຈຳ​ກັດ​ການ​ເດີນ​ທາງ​ພາຍ​ໃນ​ຣັດ Victoria, ຍົກ​ເວັ້ນ​ເຂດ​ຕ່າງໆ​ທີ່​ເປັນ​ເຂດປິດເມືອງລ​ອັກ​ດາວ​ນ໌ (lock-down).
  • ​ຄົນ​ວິກ​ຕໍ​ເຣັຍ ບໍ່​ສາ​ມາດ​ເດີນ​ທາງ​ໄປ ຣັດ​ນິວ​ເຊົາ​ເວ​ລ ໄດ້ ນັບ​ຈາກ​ທ່ຽງ​ຄືນ​ວັນ​ອັງ​ຄານ​ທີ 7 ກໍ​ຣະ​ກະ​ດາ (ຊາຍ​ແດນ​ປິດ, ຍົກ​ເວັ້ນ​ບຸກ​ຄົນ​ທີ່​ມີ​ໃບ​ອະ​ນຸ​ຍາດ​ພິ​ເສດ)
  • ສາ​ມາດ​ຢູ່​ເຮື​ອນພັກຕ​າກ​ອາ​ກາດ ​ (holiday) ຫຼື ເຮືອນ​ສ່ວນ​ຕົວ​ໄດ້.
​ສາ​ມາດ​ຢູ່​ໃນ​ສ​ະ​ຖານ​ທີ່ພັກ​ສຳ​ລັບ​ນັກ​ທ່ອງ​ທ່ຽວ, ຮວມ​ທັງ​​ລານ​ຈອດ​ຣົດ​ຄາ​ຣາ​ວານ ແລະ ເຂດ​ໃຫ້​ຕັ້ງ​ແຄ້ມ, ຊຶ່ງບໍ່​ມີ​ບ່ອນ​ອຳ​ນວຍ​ຄວາມ​ສະ​ດວກ​ແບບ​ສ່ວນ​ຮວມ.  

ໂຮງ​ຮຽນ

ທຸກໆຫ້ອງ​ຮຽນ​ໄດ້​ສືບ​ຕໍ່, ແລະ ນັກ​ຮຽນ​ທຸກ​ຄົນ​ແມ່ນ​ໄດ້​ກັບ​ໄປ​ໂຮງ​ຮຽນ.  https://www.dhhs.vic.gov.au/gradual-easing-restrictions-covid-19

​ຂໍ້​ມູນ​ເພີ່ມ​ເຕີມ ສຳ​ລັບ Victoria https://www.premier.vic.gov.au/statement-from-the-premier-49/ 

ນີວຊາວແວນລ໌ (New South Wales)

ຂໍ້​ຈຳ​ກັດ​​ໃນການ​ເຕົ້າ​ໂຮມກັນ

​ອະ​ນຸ​ຍາດ​ໃຫ້​ໄດ້​ຮອດ​ຈຳ​ນວນ​ທັງ​ໝົດ 20 ຄົນ​ໃນ​ເຮືອນ, ບໍ່​ນັບ​ຄົນ​ທີ່​ອາ​ສັຍ​ຢູ່​ໃນ​ເຮືອນນັ້ນ. 

ທຸ​ຣະ​ກິດ​ຕ່າງໆ​ແລະ​ກິ​ຈ​ກັມ​ພັກ​ຜ່ອນ​ຢ່ອນ​ໃຈ

ຈຳ​ນວນ​ຄົນ​ທັງ​ໝົດ​ທີ່​ອະ​ນຸ​ຍາດ​ໃຫ້​ສຳ​ລັບ​ສ​ະ​ຖານ​ທີ່​ໃນ​ຮົ່ມ​ແມ່ນ​ອີງ​ຕາມຫຼັກ​ການ ‘ນຶ່ງ​ຄົນ​ຕໍ່ 4 ແມັດ​ມົນ​ທົນ’, ໂດຍບໍ່​ຈຳ​ກັດ​ຈຳ​ນວນ​ສູງ​ສຸດ (​ໃຫ້​ນັ່ງ​ເທົ່າ​ນັ້ນ), ກົດ​ເກນນີ້​ແມ່ນຮວ​ມ​ເຖິງງານ​ຊາ​ປະ​ນະ​ກິ​ຈ​ສົ​ພ.

ພິ​ທີທາງວັ​ທ​ນະ​ທັມ ແລະ ການ​ແຂ່ງ​ຂັນ​ກິ​ລາ ຢູ່ໃນ​ສະ​ຖານ​ທີ່ ໂລ່ງ​ແຈ້ງ ທີ່​ສາ​ມາດ ບັນ​ຈຸ​ຄົນ​ໄດ້ ຮອດ 40,000 ຄົນ ຈະ​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້ ຮັບ​ຄົນ​ໄດ້ 25 ເປີ​ເຊັນ ຂອງ​ປະ​ຣິ​ມານ ທີ່​ຮັບ​ຄົນ​ໄດ້​ຕາມ​ປົກ​ກະ​ຕິ.

ການ​ຫຼິ້ນ​ກິ​ລາ​ເດັກ​ໃນ​ຊຸມ​ຊົນ​ແລະ​ກິ​ລາ​ຜູ້​ໃຫຍ່​ໄດ້​ສືບ​ຕໍ່​ຕາມ​ປົກ​ກະ​ຕິ.

​ບັນ​ດາຜູ້​ປະ​ກອບ​ການ​ທຸ​ຣະ​ກິດ​ແລະ​ຈັດ​ພິ​ທີ​ຕ່າງໆ​ຕ້ອງ​ມີ​ແຜນ​ການ​ຄວ​ບ​ຄຸມ​ຄວາມ​ປອດ​ໄພ​ຈາກ COVID-19 ແລະ​ບັນ​ທຶກ​ການ​ເຂົ້າ​ມາ​ໃນ​ເຂດ​ຂອງ​ທຸກໆ​ຄົນ:​ https://www.nsw.gov.au/covid-19/covid-safe-businesses

ການ​ເດີນ​ທາງ

  • ​ຄົນ​ທີ່​ອາ​ສັຍ​ຢູ່​ໃນ​ຣັດ NSW ທຸກໆ​ຄົນ​ສາ​ມາດ​ເດີນ​ທາງ​ໄປ​ທ່ອງ​ທ່ຽວ​ທີ່​ໃດ​ກໍ​ໄດ້​ພາຍ​ໃນ​ຣັດ NSW ເອງ.
  • ຜູ້​ທີ່​ເດີນ​ທາງ​ມາ​ຈາກ​ຣັດ​ອື່ນ​ສາ​ມາດ​ໄປ​ທ່ອງ​ທ່ຽວ​ໃນ​ຣັດ NSW ໄດ້​ແຕ່​ຕ້ອ​ງ​ປະ​ຕິ​ບັດ​​ຕາມ​ກົດ​ລະບຽບ​ຂອງ ​ຣັດຕົນ​ເອງ​ເມື່ອ​ກັບ​ບ້ານ.
  • ໃນປັດ​ຈຸ​ບັນ NSW ​ໄດ້​ອອກ​ກົດ​ລະ​ບຽບ​ຢ່າງ​ເຄັ່ງ​ຄັດ​ໃນ​ການ​ປັບ​ໄໝ ຄົນ​ທີ່​ອາ​ສັຍ​ຢູ່ ໃນ​ເຂດແພ່​ລະ​ບາດ​ຂອງ Melbourne ທີ່​ຫາ​ຊ່ອງ​ທາງ​ເຂົ້າ​ມາ​ໃນ​ຣັດ NSW ໂດຍ​ການເຮັດ​ຜິດ​ກົດ​ລະ​ບຽບການ​ຫ້າມ​ປາມ ​ທີ່​ທາງ​ກະ​ຊວງ​ສາ​ທາ​ຣະ​ນະ​ສຸກ​ຂອງ​ຣັດ NSW ອອ​ກ​ມາ.
  • ​ກົດ​ການ​ຫ້າມ​ປາມ​ທີ່​ທາງ​ຣັດ NSW ​ອອ​ກ​ມານີ້ ກໍ​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ຄົນ​ທີ່​ມາ​ຈາກ ​ເຂດທີ່ ​ພະ​ຍາດ ຊຸຸກ​ຊຸມ​ເດີນ​ທາງ​ເຂົ້າ​ມາ​ຣັດ NSW ນອກ​ຈາກວ່າ​ແມ່ນ​ກໍ​ຣະ​ນີ​ທີ່​ຄົນ NSW ເອງ​ກັບ​ຄືນ​ບ້ານ ຫຼື ຖ້າ​ວ່າ​ມີ​ເຫດ​ຜົນ​ໃນການ​ທີ່​ຕ້ອງ​ເຮັດ​ຍ້ອນ​ຄວາມ​ເຫັນ​ອົກ​ເຫັນ​ໃຈ.
  • ​ບຸກ​ຄົນ​ໃດ​ທີ່​ໄດ້​ຢູ່​ໃນ​ເຂດ​ທີ່​ພະ​ຍາດ​​ຊຸ​ກ​ຊຸມພາຍ​ໃນ 14 ມືີ້​ທີ​ຜ່ານ​ມາ, ​ຮວມ​ທັງ​ຄົນ​ຂອງ ຣັດ NSW ເອງ, ຕ້ອງ​ປະ​ຕິ​ບັດ​ກົດ​ລະ​ບຽບ​ການ​ຢູ່​ເຮືອນ ເປັນ​ເວ​ລາ​ສອງ​ອາ​ທິດ.
  • ການ​ໄປ​ຢ້ຽມ​ຢາມ​ບ້ານ​ພັກ​ຄົນ​ຊຸ​ະ​ຣາຫຼື​ບໍ​ຣິ​ການ​ທາງ​ການ​ແພດ​ແມ່ນ​ກົດ​ເກນ​ຈຳ​ກັດ.
  • ບຸກ​ຄົນ​ໃດ​ທີ່​ຝ່າ​ຝືນ​ຕໍ່​ກົດ​ລະ​ບຽບ​ໃໝ່​ນີ້ ອາດ​ຖືກ​ຈຳ​ຄຸກ​ເປັນ​ເວ​ລາ​ຫົກ​ເດືອນ ຫຼື ຖືກ​ປັບ​ໄໝ​ສູງ​ສຸດ $11,000 ຫຼື​ຖືກ​ໂທດ​ທັງ​ສອງ​ຢ່າງ.
  • ລານຈອດ​ຣົດ​ຄາ​ຣາ​ວານ​ແລະ​ບ່ອນ​ໃຫ້​ຕັ້ງ​ແຄ້ມຫຼາຍ​ແຫ່ງ​ມີ​ການ​ເປີດ​ໃຫ້​ໃຊ້​ບໍ​ຣິ​ການ. ຜູ້​ເດີນ​ທາງ​ຄົນ​ໃດ​ທີ່​ວາງ​ແຜນ​ຈະ​ໄປ​ຢ້ຽມ​ຢາມ​ສວນ​ສາ​ທາ​ຣະ​ນະ​ແຫ່ງ​ຊາດ​ຄວນກວດ​ເບິ່ງ​ຣາຍ​ລະ​ອຽດ​ທີ່ www.nationalparks.nsw.gov.au ເພື່ອ​ເອົາ​ຂໍ້​ມູນ​ເພີ່ມ​ເຕີມ.
ໂຮງ​ຮຽນ

  • ນັກ​ຮຽນ​ໃນ​ຣັດ NSW ກັບ​ໄປ​ຮຽ​ນ​ໃນ​ຫ້ອງ​ຮຽນ​ແບບ​ເຕັມ​ເວ​ລາ​ແລ້ວ.
  • ຜູ້​ບໍ​ຣິ​ການ​ພາຍນອກ​ເຊັ່ນ​ຄ​ຣູ​ສອນ​ດົນ​ຕ​ຣີ​ແລະ​ການ​ສະ​ແດງ​ລະ​ຄອນ​ສາ​ມາດ​ໃຫ້​ການ​ສິດ​ສອນ​ພາຍ​ໃນ​ເຂດ​ໂຮງ​ຮຽນ​ໄດ້.
  • ຊຸມ​ຊົນ​ທີ່​ເຮັດ​ກິ​ຈ​ກັມ​ເຊັ່ນ​ໂຮງ​ຮຽນ​ສອນ​ຟ້ອນ​ສາ​ມາດ​ສືບ​ຕໍ່​ໃຊ້​ຫ້ອງ​ໃນ​ເຂດ​ຂອງ​ໂຮງ​ຮຽນ​ໄດ້.
  • ບໍ​ຣິ​ການ​ອູ້ມ​ຊູ​ຕ່າງໆເຊັ່ນ​ໂຄງ​ການ​ຊ່ວຍ​ເຫຼືອ​ໃນ​ຕອນຕົ້ນ​ແລະ​ການ​ໃຫ້​ຄຳ​ປຶກ​ສາ​ດ້ານ​ຈິດ​ໃຈ​ຈາກ​ທາງນອກ​ສາ​ມາດ​ໃຫ້​ບໍ​ຣິ​ການ​ພາຍ​ໃນ​ເຂດ​ໂຮງ​ຮຽນ​ໄດ້.
  • ​ກິ​ຈ​ກັມ​ກິ​ລາ​ຂອງ​ໂຮງ​ຮຽນ, ຮວມ​ທັງ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ໂຮງ​ຮຽນ ແລະ ກິ​ລາ​ທີ່​ຖືກ​ຕ້ອງ​ຕົວ​ກັນ, ສາ​ມາດ​ສືບ​ຕໍ່​ໄດ້​ເມື່ອ​ເລີ່ມ​ເທີມ​ທີ 3 ໃນ​ວັນ​ທີ 20 ກໍ​ຣະ​ກະ​ດາ 2020, ຊຶ່ງ​ສອດ​ຄ່ອງ​ກັບ​ການ​ເລີ່ມ​ຕົ້ນ​ກິ​ລາ​ໃນ​ຊຸມ​ຊົນ.
​ຂໍ້​ມູນ​ເພີ່ມ​ເຕີມສຳ​ລັບ NSW: 

ຄວີນສະແລນດ໌ (Queensland)

ຂໍ້​ຈຳ​ກັດ​ໃນ​ການ​ເຕົ້າ​ໂຮມ​ກັນ

  • ການ​ເຕົ້າ​ໂຮມ​ລະ​ຫວ່າງ​ຄອບ​ຄົວ, ​ໝູ່​ເພື່ອນ ແລະ ຊຸມ​ຊົນ​ໃຫ້​ໄດ້​ຮອດ 100 ຄົນ​ກັບ​ໝູ່​ເພື່ອນ​ແລະ​ຄອບ​ຄົວ
  • ງານ​ແຕ່ງດອງ​ແລະ​ງານ​ຊາ​ປາ​ນະ​ກິ​ຈ​ສົ​ພ (ສູງ​ສຸດ 100 ຄົນ)
ທຸ​ຣະ​ກິດ​ຕ່າງໆ​ແລະ​ການ​ພັກ​ຜ່ອນ​ຢ່ອນ​ໃຈ

ນັບ​ຈາກ​ເດືອນ​ມິ​ຖຸ​ນາ​ຫາ​ເດືອນ​ທັນ​ວາ 2020 ພະ​ນັກ​ງານ​ຊົ່ວ​ຄາວ​ທີ່ບໍ່​​ມີ​ສິດ​ຂໍ​​ພັກ​​ລາ​ປ່ວຍໄດ້ ຈະ​ໄດ້​ຮັບ​ເງິນ​ກ້ອນເປັນ​ຈຳ​ນວນ $1,500 ຈາກ​ຣັ​ຖ​ບານ​ຣັດ​ Queensland ຖ້າ​ວ່າ​ເຂົາ​ເຈົ້າ​ຖືກກວດ​ພົບ​ວ່າ​ໄດ້​ຕິດ​ເຊື້ອ​ໂຄ​ໂຣ​ນາ​ໄວ​ຣັ​ສ. ເງິນນີ້​ຈະ​ໃຫ້​ແກ່​ບັນ​ດາພະ​ນັກ​ງານ​ທີ່ບໍ່​ມີ​ສິດ​ໄດ້​ຮັບ​ເງິນ​ຈາກ​ໂຄງ​ການ​ຜູ້​ທີ່​ຮັກ​ສາ​ວຽກ​ໄວ້​ (JobKeeper), ຊຶ່ງ​ຈະ​ໃຫ້​ສະ​ເພາ​ະ​ບັນ​ດາ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຊົ່ວ​ຄາວ​ແບບ​ລະ​ຍະ​ຍາວ​ເທົ່າ​ນັ້ນ.

ກົດ​ລະ​ບຽບ ນຶ່ງ​ຄົນ​ຕໍ່​ 4ແມັດ​ມົນ​ທົນ ນຳ​ມາ​ໃຊ້​ກັບ:

  • ຈຳ​ນວນ​ຂອງ​ລູກ​ຄ້າ​ໃນ​ທຸ​ຣະ​ກິດ​ນຶ່ງ (ສຳ​ລັບ​ສະ​ຖານ​ທີ່​ນ້ອຍ​ຊຶ່ງ​ຕ່ຳ​ກວ່າ 200 ແມັດ​ມົນ​ທົນ, ຄົນ​ນຶ່ງ​ຕໍ່ 2 ແມັດ​ມົນ​ທົນ​ແລະ​ໃຫ້ຮັບ​ລູກ​ຄ້າ​ໄດ້​ຮອດ 50 ສູງ​ສຸດ)
  • ​ຫໍ​ພິ​ພິ​ທ​ພັນ, ​ສ​ະ​ຖານ​ທີ່​ວາງ​ສະ​ແດງ​ສິ​ລ​ປະ, ຫໍ​ສ​ມຸດ​ແລະ​ສ​ະຖານ​ທີ່​ທາງ​ປ​ວັດ​ສາດ.
  • ​ອົງການ​ກິ​ລາ, ພັ​ກ​ຜ່ອນ​ ແລະ ອອກ​ກຳ​ລັງ​ກາຍ​ເມື່ອ​ປະ​ຕິ​ບັດ​ຕາມ​ແຜນ​ການ​ປອດ​ໄພ​ຈາກ COVID ແບບ​ອຸ​ສາ​ຫະ​ກັມ.
  • ກ​ານ​ແຂ່ງ​ຂັນ​ແລະ​ກິ​ລາ​ທີ່​ມີ​ການ​ຖືກ​ຕ້ອງ​ຮ່າງ​ກາຍກັນ​ໃນ​ສ​ນາມ​ກິ​ລາ
  • ສະ​ຖານ​ທີ່ຫຼິ້ນ​ກິ​ລາ​ໃນ​ຮົ່ມ 
  • ອະ​ນຸ​ຍາດ​ໃຫ້​ມີ​ຄົນ​ເບິ່ງໄດ້​ຮອດ 25,000 ​ຄົນຫຼື 50% ຂອງ
  • ປະ​ຣິ​ມານ (ອັນ​ໃດ​ທີ່​ເປັນ​ຈຳ​ນວນ​ນ້ອຍ​ກວ່າ) ທີ່​ສະ​ຖານ​ກິ​ລາ​ໃຫຍ່ໆ​ຂອງ Queensland, ໂດຍ​ມີ​ແຜນ​ການ​ປອດ​ໄພ​ຈາກ COVID ​ສຳ​ລັບ​ສະ​ຖານ​ທີ່​ຈັດ​ຄອນ​ເສີດ, ໂຮງ​ລະ​ຄອນ​ແລະ ຫ້ອງ​ຊຸມ​ນຸມ​ໃຫຍ່ (ຫຼື​ຮອດ​ 50% ຂອງ​ປະ​ຣິ​ມານ) ໂດຍ​ມີ​ແຜນ​ການ​ ປອດ​ໄພ​ຈາກ COVID
ເຂດ​ຫ່າງ​ໄກຊົນ​ນະ​ບົດ

ອະ​ນຸ​ຍາດ​ໃຫ້​ໄດ້​ຮອດ 50 ຄົນ​ໃນ​ການ​ກິນ​ອາ​ຫານແຕ່​ລະ​ຄັ້ງ​ໃນ​ສະ​ຖານ​ທີ່​ດັ່ງ​ຂ້າງ​ລຸ່ມນີ້: (ໂດຍ​ມີ​ລາຍ​ການ​ປອດ​ໄພ​ຈາກ COVID): 

  • ຮ້າ​ນ​ອາ​ຫານ, ຮ້ານ​ກາ​ເຟ, ຜັບ​ຂາຍ​ເຫຼົ້າ, ຄ​ລັບ​ທີ່​ລົງ​ທະ​ບຽນ​ແລະ​ມີ​ໃບ​ອະ​ນຸ​ຍາດ, ຄ​ລັບ RSL ແລະ ໂຮງ​ແຮມ​ສຳ​ລັບ​ຄົນ​ທ້ອງ​ຖິ່ນ​ເທົ່າ​ນັ້ນ      (ຕ້ອງ​ແຈ້ງຫຼັກ​ຖານ​ທີ່​ຢູ່) – ບໍ່​ໃຫ້​ມີ​ບາ​ຣ໌ຫຼືມີ​ບ່ອນຫຼິ້ນ​ການ​ພະ​ນັນ.
  • ທ່ອງ​ທ່ຽວ​ເພື່ອ​ການ​ພັກ​ຜ່ອນ​ຢ່ອນ​ໃຈ​ພາຍ​ໃນ​ເຂດ​ຫ່າງ​ໄກ​ຊົນ​ນະ​ບົດ​ເທົ່າ​ນັ້ນ​ຖ້າ​ວ່າ​ທ່ານ​ຢູ່​ໃນ​ເຂດ​ຫ່າງ​ໄກ​ຊົນ​ນະ​ບົດ​.
ຊູມ​ຊົນ​ພື້ນ​ເມືອງ - ເຂດ​ຮັກ​ສາ-ຊີ​ວະ​ພາບ

​ຣັ​ຖ​ບານ​ປະ​ຈຳ​ຣັດ​ແລະ​ຜູ້​ນຳ​ຊົນ​ເຜົ່າ​ພື້ນ​ເມືອງ​ໄດ້​ເຫັນ​ດີ​ຕົກ​ລົງ​ກັນ​ໃຫ້​ມີ​ແຜນ​ການ​ສາມ-ຂັ້ນ​ຕອນ​ໃນ​ການ​ຜ່ອນ​ຄາຍ​ກົດ​ເກນການ​ຫ້າມ​ຕ່າງໆ​ໃນ​ເຂດ​ທີ່​ຣັ​ຖ​ບານ​ກາງ​ກຳ​ນົດ​ໄວ້​ວ່າ​ເປັນ​ເຂດ​ຮັກ​ສາ-ຊີ​ວະ​ພາບ.  

ບັນ​ດາ​ຊຸມ​ຊົນ​ທີ່​ຖືກ​ກຳ​ນົດ​ໄວ້​ນີ້​ຈະ​ໄດ້​ປ່ຽນ​ຈາກ​ກົດ​ເກນ​ການ​ຫ້າມ​ໃນ​ການ​ຮັກ​ສາ-ຊີ​ວະ​ພາບ ສຸກ​ເສີນ​ຊຶ່ງ​ຢູ່​ພາຍ​ໃຕ້​ຣັ​ຖ​ບານ​ໃນ​ປັ​ດ​ຈຸ​ບັນ ໄປ​ສູ່​ການ​ຄຸ້ມ​ຄອງ​ຂອງ​ຣັ​ຖ​ບານ​ປະ​ຈຳ​ຣັດ

  • ຂັ້ນ​ຕອນ​ທີ 1: ຄົນ​ໃດ​ທີ່​ເຂົ້າ​ໄປຫຼື​​ກັບເຂົ້າ​ໄປ​ໃນ​ຊຸມ​ຊົນຄືນ ຈະ​ຕ້ອງ​ໄດ້​ແຍກ​ກັກ​ກັນ​-​ຕົນ​ເອງ ເມື່ອ​ໃດ​ທີ່​ເຫັນ​ວ່າ​ເຮັດ​ໄດ້​ຢ່າງ​ປອດ​ໄພ. ຢ່າງ​ໃດ​ກໍ​ຕາມ, ຍັງ​ຈະ​ມີ​ການ​ຍົກ​ເວັ້ນ​ການ​ກັກ​ກັນ​ນີ້​ສຳ​ລັບ​ພະ​ນັກ​ງານ​ທີ່​ເຮັດ​ວຽກ​ຈຳ​ເປັນ, ຜູ້​ໃດ​ທີ່
ເດີນ​ທາງ​ຜ່ານ​ບັນ​ຊຸມ​ຊົນ​ເຫຼົ່າ​ນັ້ນ​ໂດຍບໍ່​ຢຸດ​ພັກ​ແລະ​ຜູ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ຖືກ​ຍົກ​ເວັ້ນ​ໄດ້. 

ຂັ້ນ​ຕອນ​ທີ 2: ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ທາງ​ການ​ແພດ​ຈະ​ອອກ​ກົດ​ເກນ​ໃຫ້​ເພື່ອ​ອະ​ນຸ​ມັດ​ໃຫ້​ຊຸມ​ຊົນ​ດັ່ງ​ກ່າວ​ກາຍ​ມາ​ເປັນ​ພາກ​ສ່ວນ​ນຶ່ງ​ຂອງ ’ເຂດ​ເດີນ​ທາງ​ທີ່​ປອດ​ໄພ’ ເພື່ອ​ວ່າ​ຜູ້​ອາ​ສັຍ​ຢູ່​ເຂດ​ດັ່ງ​ກ່າວ​ຈະ​ສາ​ມາດ​ເດີນ​ທາງ​ໄປ​ມາ​ໄດ້ ​ຢ່າງ​ສະ​ດວກ​ໂດຍ​ອີງ​ຕາມ​ການ​ແນະ​ນຳ​ຂອງ​ທາງ​ການ​ສາ​ທາ​ຣະ​ນະ​ສຸກ.  

ຂັ້ນ​ຕອນ​ທີ 3: ກົດ​ເກນ​ຈຳ​ກັດ​ເລື່ອງ​ກັກ​ກັນ​ເພື່ອ​ການ​ເຂົ້າ​ໄປ​ໃນ​ຊຸມ​ຊົນ​ພື້ນ​ເມືອງ​ທີ່​ຫ່າງ​ໄກ​ສອກຫຼີກ​ຈະ​ໄດ້​ຖືກ​ຍົກ​ເລີກ, ໂດຍ​ທີ່ ເຂດ Burke ແລະ Cook Shires ຈະ​ຖືກ​ຖື​ຢູ່​ໃນ​ເງື່ອນ​ໄຂ​ດຽວ​ກັນ​ກັບ​ເຂດ​ອື່ນໆ​ຂອງ Queensland ພາຍ​ໃຕ້ ເສັ້ນ​ທາງ​ໄປ​ສູ່​ການ​ຜ່ອນ​ຄາຍ​ກົດ​ເກນ​ການ​ຫ້າມ : https://www.covid19.qld.gov.au/government-actions/roadmap-to-easing-queenslands-restrictions

​ຂໍ້​ຫ້າມ​ໃນ​ການ​ເດີນ​ທາງ

  • ບໍ່​ມີ​ການ​ຫ້າມ​ເດີນ​ທາງ​ແລະ​ການ​ນອນ​ຄ້າງ​ຄືນ​ສຳ​ລັບ  ທຸກໆ Queensland# (ຮວມ​ເຖິງ​ຍາມ​ພັກ​ໂຮງ​ຮຽນ) 
  • ຜູ້​ອາ​ສັຍ​ຢູ່​ເຂດ​ຫ່າງ​ໄກ​ຊົນ​ນະ​ບົດ​ຈະ​ສາ​ມາດ​ເດີນ​ທາງໄກ​ໄດ້​ຮອດ 500 km ​ຈາກ​ເຮືອນ​ຂອງ​ຕົນ
  • ຣັ​ຖ​ບານ Queensland ໄດ້​ເຮັດ​ວຽກ​ຮ່ວມ​ກັບ​ຜູ້​ນຳ​ຊົນເຜົ່າ​ພື້ນ​ເມືອງ Aboriginal ແລະ Torres Strait Islander ໃນ​ເຂດ​ຊຸມ​ຊົນ​ຫ່າງ​ໄກ​ສອກຫຼີກ​ເພື່ອ​ນຳ​ໃຊ້​ປະ​ຕິ​ບັດ ແຜນ​ການ​ສາມ​ຂັ້ນ​ຕອນນີ້ ເພື່ອ​ຜ່ອນ​ຄາຍ​ກົດ​ເກນ​ການຈຳ​ກັດ​ໃນ​ເຂດທີ່​ໄດ້​ກຳ​ນົດ​ໄວ້: https://www.datsip.qld.gov.au/resources/datsima/covid/remote-communities-roadmap.pdf 
ໂຮງ​ຮຽນ

  • ​ຫ້ອງ​ຮຽນ​ທັງ​ໝົດ​ໄດ້​ເປີດຄືນ​ແລ້ວ, ແລະ​ນັກ​ຮຽນ​ທຸກ​ຄົນ​ໄດ້​ເຂົ້າ​ໂຮງ​ຮຽນ​ຄືນ.     
​ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ໂຮງ​ຮຽນ​ໃນ Queensland: https://qed.qld.gov.au/about-us/news-and-media/novel-coronavirus

ເຊົາທ໌ອອສເຕຣເລັຍ (South Australia)

South Australia ໄດ້​ເຂົ້າ​ສູ່​ບາດ​ກ້າວ​ທີ 3, ຊື່ງ​ແມ່ນ​ວິ​ທີ​ທີ່​ນຳ​ໃຊ້ ຫຼັກ​ການ-ແບບ​ງ່າຍໆ, ນອກ​ຈາກ​ກິ​ຈ​ກັມ​ບາງ​ຢ່າງ​ທີ່​ຖື​ວ່າ​ມີ​ຄວາມ​ສ່ຽງ​ສູງ.

ຂໍ້​ຈຳ​ກັດ​ໃນ​ການ​ເຕົ້າ​ໂຮມ​ກັນ

ໃນ​ຂະ​ນະ​ທີ່​ຍັງ​ມີ​ການ​ສ​ນັບ​ສ​ນູນຢ່າງ​ແຂງ​ແຮງ​ໃຫ້​ປະ​ຕິ​ບັດ​ການ​ຢູ່​ຫ່າງ​ກັນ  1.5 m ​ຢູ່ນັ້ນ, ເງື່ອນ​ໄຂ​ການ​ຢູ່​ແອ​ອັດ​ກັນ​ພາຍ​ໃນ​ສ​ະ​ຖານ​ທີ່​ຕ່າງໆ​ຈະ​ຖືກ​ຜ່ອນ​ຄາຍ​ລົງ​ເປັນ​ນຶ່ງ​ຄົນ​ຕໍ່​ສອງ​ແມັດ​ມົນ​ທົນ.

ທຸ​ຣະ​ກິດ​ຕ່າງໆ​ແລະ​ການ​ພັກ​ຜ່ອນ​ຢ່ອນ​ໃຈ

ບັນ​ດາ​ທຸ​ຣະ​ກິດ, ກິ​ຈ​ກັມ​ຕ່າງໆ​ແລະ​ການ​ເຕົ້າ​ໂຮມ​ກັນ ພາຍ​ໃຕ້​ບາດ​ກ້າວ​ທີ 3 ໄດ້​ຂຽນ​ໄວ້​ໃນ ກົດ​ເກນ​ການ​ເຮັດ​ກິ​ຈ​ກັມ​ໃນ​ທີ່​ສາ​ທາ​ຣະ​ນະ ເລກ​ທີ   https://www.covid-19.sa.gov.au/emergency-declarations/public-activities

  • ທຸ​ຣະ​ກິດ​ຕ່າງໆ​ແລະ​ກິ​ຈ​ກັມ​ໃນ​ທີ່​ສາ​ທາ​ຣະ​ນະ​ທີ່​ບົ່ງ​ໄວ້ ຊຶ່ງ​ມີ​ແຜນ​ການ ປອດ​ໄພ​ຈາກ-COVID ຢູ່​ແລ້ວບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ແຜນ​ການ​ໃໝ່
  • ຖ້າ​ທ່ານ​ມີ​ແຜນ​ການ​ປອດ​ໄພ​ຈາກ-COVID ແຕ່​ວ່າ​ໃນ​ປັດ​ຈຸ​ບັນ​ທ່ານ​ໄດ້​ເປີດ​ໃຫ້​ມີ​ບ່ອນຫຼື​ສະ​ຖານ​ທີ່ກວ້າງ​ຂວາງ​ຂຶ້ນ, ທ່ານ​ຕ້ອງ​ໄດ້​ສ້າງ​ແຜນ​ການ​ອັນ​ໃໝ່​ຂຶ້ນ.
  • ທຸ​ຣະ​ກິດ​ແລະ​ກິ​ຈ​ກັມ​ໃນ​ທີ່​ສາ​ທາ​ຣະ​ນະ​ທີ່​ບົ່ງ​ໄວ້ ທີ່ຍັງບໍ່​ທັນ​ມີ​ແຜນ​ການ​ປອດ​ໄພ​ຈາກ-COVID ​ຕ້ອງ​ໄດ້​ເຮັດ​ແຜນ​ການນີ້​ກ່ອນ ຈຶ່ງ​ຈະ​ເລີ່ມ​ເປີດ​ດຳ​ເນີນ​ທຸ​ຣະ​ກິດ​ໄດ້:  
  • https://www.covid-19.sa.gov.au/recovery/create-a-covid-safe-plan
ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ບາດ​ກ້າວ​ທີ 3: https://www.covid-19.sa.gov.au/__data/assets/pdf_file/0016/223072/FAQ-Step-3-01072020.pdf

​ຂໍ້​ຈຳ​ກັດ​ໃນ​ການ​ເດີນ​ທາງ

  • ການ​ເດີນ​ທາງ​ພາຍ​ໃນ​ເຂດ​ຊົນ​ນະ​ບົດ​ໄດ້​ຖືກ​ອະ​ນຸ​ຍາດ​ພາຍ​ໃນ​ຣັດ South Australia
  • ຊາຍ​ແດນ​ຂອງ South Australia ໄດ້​ຖືກ​ເປີດ​ຄືນ​ໃຫ້​ແກ່​ຜູ້​ທີ່​ເດີນ​ທາງ​ມາ​ຈາກ Western Australia, ເຂດ​ປົກ​ຄອງ​ພິ​ເສດ Northern Territory ແລະ Tasmania. ບັນ​ດາຜູ້​ເດີນ​ທາງ​ດັ່ງ​ກ່າວບໍ່​ຈຳ​ເປັນ​ຕ້ອງ​ແຍກ​ປ່ຽວ​ຕົນ​ເອງ​ເປັນ​ເວ​ລາ 14 ມື້ ເມື່ອ​ເຂົາ​ເຈົ້າ​ເຂົ້າ​ມາ​ໃນ South Australia. 
ໂຮງ​ຮຽນ

​ໂຮງ​ຮຽນ​ໃນ ຣັດ South Australia ໄດ້​ເປີດ​ມາ​ແຕ່​ ​ຕົ້ນ​ເທີມ​ທີ 2 ແລະ​ບັນ​ດາ​ນັກ​ຮຽນ​ໄດ້​ຖືກ​ສົ່ງ​ເສີມ​ໃຫ້​ໄປ​ເຂົ້າ​ໂຮງ​ຮຽນ, ພາຍ​ໃຕ້ກົດ​ເກນ​ການ​ແນະ​ນຳ ກ​ານ​ເປີດໂຮງ​ຮຽນ​ ​ເທີມ 2 ສຳ​ລັບໂຮງ​ຮຽນ​ຫຼວງ​ຂອງ  SA ໃນ​ການ​ຕອບ​ໂຕ້​ກັບ ການ​ແພ່​ລະ​ບາດ COVID-19: https://www.education.sa.gov.au/sites/default/files/term-2-operating-guidelines.pdf 

ສຳ​ລັບ​ຂໍ້​ມູນ​ເພີ່ມ​ເຕີມ: https://www.covid-19.sa.gov.au/recovery

ແວສເຕີນອອສເຕຣເລັຍ (Western Australia)

ຂໍ້​ຈຳ​ກັດ​ໃນ​ການ​ເຕົ້າ​ໂຮມ​ກັນ

ຈຳ​ນວນ​ຂອງ​ຄົນ​ທີ່​ເຕົ້າ​ໂຮມ​ກັນ​ໃນ​ສະ​ພາບ​ທີ່ບໍ່​ແມ່ນ-​ການ​ເຮັດ​ວຽກໄດ້​ເພີ່ມ​ຂຶ້ນ, ແລະ ບັນ​ດາທຸ​ຣະ​ກິດຫຼາຍ​ຂ​ແນງ​ກໍ​ສາ​ມາດ​ເປີດ​ຄືນ​ໄດ້​ແລ້ວ.

ກົດ​ລະ​ບຽບ 4ແມັດ​ມົນ​ທົນ​ໄດ້​ຖືກ​ທົບ​ທວນ​ຄືນ​ມາ​ເປັນ 2 ແມັດ​ມົນ​ທົນ​ຕໍ່​ຄົນ​ນຶ່ງ​ສຳ​ລັບ​ສະ​ຖ​ານ​ທີ່​ທຸກ​ແຫ່ງ​ໃນ WA ແລະ ທຸກ​ໆ​ກິ​ຈ​ກັມ​ທີ່​ໄດ້​ຖືກ​ອະ​ນຸ​ມັດ​ໃນ ຂັ້ນ​ຕ​ອນ​ທີ 3.

ບັນ​ດາ​ທຸ​ຣະ​ກິດໃນ WA ຕ້ອງ​ຍື່ນ​ແຜນ​ການ​ປອດ​ໄພ​ຈາກ-COVID ເຂົ້າ​ໄປ​ກ່ອນ​ຈຶ່ງ​ເປີດ​ຄືນ​ໄດ້. (https://www.wa.gov.au/organisation/department-of-the-premier-and-cabinet/covid-19-coronavirus-business-and-industry-advice

ສະ​ຖານ​ທີ່​ຕ່າງໆ​ທີ່​ໄດ້​ເປີດ​ໃນ​ລະ​ຫວ່າງ​ຂັ້ນ​ຕອນ​ທີ 2 ຕ້ອງ​ໄດ້​ອັບ​ເດດ​ແຜນ​ການ​ປອດ​ໄພ​ຈາກ-COVID ຂອງ​ຕົນ. 

  • ການ​ເຕົ້າ​ໂຮມ​ກັນ​ທີ່ບໍ່​ແມ່ນ-​ການ​ເຮັດ​ວຽກ ໃນ​ຮົ່ມ​ແລະ​ໃນ​ເຂດ​ໂລ່ງ​ແຈ້ງ ໃຫ້​ມີ​ໄດ້​ຮອດ 100 ​ຄົນ​ຕໍ່​ສະ​ຖານ​ທີ່​ ​ໃດ​ນຶ່ງທີ່ບໍ່​ໄດ້​ແບ່ງເປັນ​ເຂດ,  ​ແລະ​ໄດ້​ຮອດ 300 ຄົນ​ເປັນ​ຈຳ​ນ​ວນ​ທັງ​ໝົດ​ຕໍ່​ສະ​ຖານ​ທີ່​ແຫ່ງ​ນຶ່ງ ທີ່​ມີຫຼາຍ​ເຂດ (ກົດ​ລະ​ບຽບ100/300)
  • ງານ​ແຕ່ງດອງ​ແລະ​ງານ​ຊາ​ປະ​ນະ​ກິ​ຈ​ສົ​ພ​ ແມ່ນ ໄດ້​ຮອດ 100 ຄົນ.
ທຸ​ຣະ​ກິດ​ຕ່າງໆ​ແລະ​ການ​ພັກ​ຜ່ອນ​ຢ່ອນ​ໃຈ

  • ທຸ​ຣະ​ກິດ​ຂາຍ​ອາ​ຫານ​ແລະ​ສະ​ຖານ​ທີ່​ທີ່​ມີ​ໃບ​ອະ​ນຸ​ຍາດ​ສາ​ມາດ​ດຳ​ເນີນ​ທຸ​ຣະ​ກິດ​ໄດ້.
  • ອະ​ນຸ​ຍາດ​ໃຫ້​ເສີບ​ເຫຼົ້າ​ໄດ້​ໂດຍບໍ່​ຕ້ອງ​ມີ​ອາ​ຫານ.
  • ສູນ​ຂາຍ​ອາ​ຫານ (food courts) ສາ​ມາດ​ເປີດ​ຄືນ​ໄດ້.
ສະ​ຖານ​ທີ່​ຂາຍ​ອາ​ຫານ​ແລະ​ເຄື່ອງ​ດື່ມ​ທຸກ​ແຫ່ງ​ສາ​ມາດ​ເປີດ​ໄດ້​ຖ້າ​​ບັນ​ດາລູກ​ຄ້າ​ນັ່ງ​ກິນ.

  • ສະ​ຖານ​ບໍ​ຣິ​ການ​ເສີມ​ຄວາມ​ງາມ​ທຸກ​ແຫ່ງ​ຮວມ​ເຖິງ ຮ້ານ​ແຕ່ງ​ເລັບ, ຮ້ານ​ອົບ​​ສີຜິວ​ແລະ​​ຖອນ​ຂົນ​ ​ສາ​ມາດ​ສືບ​ຕໍ່ເປີດ​ໄດ້
  • ​ຫ້ອງ​ອົບ​, ເຮືອນ​ອາບ​ນ້ຳ, ສູນດູ​ແລ​ສຸ​ຂ​ະ​ພາບ, ສູນ​ອົບ​ໂຕ​ແບບ​ຮູ້​ສຶກລອຍ  (float centres), ​ສະ​ປາ​ແລະ​ສູນນ​ວດ ສາ​ມາດ​ເປີດ​ຄືນ​ໄດ້ (ກົດ​ລະ​ບຽບ 100/300).
  • ສະ​ຖານ​ທີ່​ອອກ​ກຳ​ລັງ​ກາຍ, ຄ​ລັບ​ສຸ​ຂ​ະ​ພາບ, ແລະ​ສູນ​ກິ​ລາ​ໃນ​ຮົ່ມ​ສາ ມາດ ​ໃຫ້​ບໍ​ຣິ​ການ​ກິ​ຈ​ກັມ​ແບບ​ທັມ​ມະ​ດາ​ທົ່ວ​ໄປ, ຮ​ວມ​ເຖິງ​ການ​ໃຊ້​ອຸ​ປະ​ກອນ​ອອກ​ແຮງ​ກາຍ​ທຸກ​ຊະ​ນິດ (ສະ​ຖ​ານ​ທີ່​ອອກ​ກຳ​ລັງ​ກາຍ​ຕ້ອງ​ມີ​ພະ​ນັກ​ງານ​ຄວບ​ຄຸມ​ຕ​ລອດ​ເວ​ລາ​ແລະ​ທຳ​ຄວາມ​ສະ​ອາດ​ເປັນ​ປະ​ຈຳ)
  • ກິ​ລາ​ທີ່​ມີ​ການ​ຈັບ​ຕ້ອງ​ຮ່າງ​ກາຍ​ແລະ​ການ​ຝຶກ
  •  ເດີ່ນ​ຫຼິ້ນເດັກ​ນ້ອຍ, ເຄື່ອງ​ອອກ​ແຮງ​ກາຍ​ໃນ​ທີ່​ໂລ່ງ​ແຈ້ງ ແລະ ສວນຫຼິ້ນ​ສະ​ເກັດ ຖືກ​ອະ​ນຸ​ຍາດ​ໃຫ້​ໃຊ້​ໄດ້
  • ສະ​ຖານ​ທີ່​ວາງ​ສະ​ແດງ, ຫໍ​ພິ​ພິ​ທ​ພັນ, ໂຮງ​ລະ​ຄອນ, ຫໍ​ຊຸມ​ນຸມ, ໂຮງ​ພາ​ພະ​ຍົນ ແລະ ສະ​ຖານ​ທີ່​ສະ​ແດງ​ຄອນ​ເສີດ ສາ​ມາດ ເປີດ​ຄືນ​ໄດ້ (ໃນ​ການ​ສະ​ແດງ​ແຕ່​ລະ​ເທື່ອ, ບັນ​ດາຜູ້​ຊົມ​ຕ້ອງ​ໄດ້​ນັ່ງ​ລົງ (ກົດ​ລະ​ບຽບ 100/300)
  • ສວນ​ສັດ​ຢູ່ Perth ຈະ​ໄດ້​ເປີດ​ໂດຍບໍ່​ຈຳ​ກັດ​​ຈຳ​ນວນຜູ້​ມາ​ຢ້ຽ​ມ ​ສຳ​ລັບ​ສະ​ຖານ​ທີ່​ທັງ​ໝົດ (ກົດລະ​ບຽບ 100/300 ຕ້ອງ​ນຳ​ມາ​ໃຊ້​ໃນ​ເຂດ​ໃນ​ຮົ່ມ​ແລະ​ຮ້ານ​ກາ​ເຟ/ຮ້ານ​ອາ​ຫານ)
  • ສວນ​ຊີ​ວິດ​ສັດ​ປ່າ​ແລະ​ສວນ​ສ​ນຸກ​ສາ​ມາດ​ເປີດ​ຄືນ​ໄດ້ (ກົດ​ລະ​ບຽບ 100/300)
  • ບ່ອນຫຼິ້ນ​ເກມ (ຮວມ​ເຖິງ ພຸ​ລ/ສ​ນຸກ​ເກີ້, ແທັນ​ພິນ​ໂບ​ລີ່ງ, Timezone), ເດີ່ນ​ສະ​ເກັດ ແລະ ສູນຫຼິ້ນ​ໃນ​ຮົ່ມ (ກົດ​ລະ​ບຽບ 100/300)
  • Rottnest Island ຈະ​ເປີດ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ໄປ​ຄືນ.
  • TABs ແລະ Pub TABs ອາ​ດ​ຈະ​ເປີດ​ຄືນ​ສຳ​ລັບ​ ​ການ​ລົງ​ພະ​ນັນ​ແລະ​ຊົມ​ການ​ແຂ່ງ​ຂັນ.
  • ຊັ້ນຫຼີ້ນ​ເກມ​ພ​ະ​ນັນ​ຂອງ Crown Casino ຈະ​ຍັງຖືກ​ປິດບໍ່​ໃຫ້ຫຼິ້ນ​ການ​ພະ​ນັນ​ໃນ​ລະ​ຫວ່າງ ຂັ້ນ​ຕອນ​ທີ 3.
​​ຂໍ້​ຈຳ​ກັດ​ໃນ​ການ​ເດີນ​ທາງ

  • ການ​ເດີນ​ທາງ​ໄດ້​ຖືກ​ອະ​ນຸ​ຍາດ​ໃນ​ທົ່ວ​ຣັດ Western Australia, ຮວມ​ເຖິ​ງ​ເຂດ Kimberley. ການ​ເຂົ້າ​ໄປ​ໃນ​ເຂດ​ຫ່າງ​ໄກ​ສອກຫຼີກຊຸມ​ຊົນ​ພື້ນ​ເມືອງ​ຊາວ Aboriginal ​ຍັງ​ຈ​ະ​ຖືກ​ຫ້າມ.
  • ຖ້າ​ທ່ານ​ໄປ​ທ່ຽວ​ຮໍ​ລີ​ເດ, ຈົ່ງ​ສືບ​ຕໍ່​ປະ​ຕິ​ບັດ​ການ​ຢູ່​ຫ່າງ​ກັນ​ແລະ​ປະ​ຕິ​ບັດ​ສຸ​ຂະ​ອະ​ນາ​ມັຍ. ຢ່າ​ໄປ​ທ່ຽວ​ຮໍ​ລີ​ເດ​ຖ້າ​ທ່ານ​ຮູ້​ສຶກບໍ່​ສະ​ບາຍ.
ໂຮງ​ຮຽນ

  • ໂຮງ​ຮຽນຫຼວງ​ຂອງ Western Australian ໄດ້​ເປີດ​ແຕ່​ຕົ້ນ​ເທີມ​ 2 ສຳ​ລັບ​ທຸກ​ຄອບ​ຄົວ​​ຊື່ງ​ເລືອກ​ທີ່​ຈະ​ສົ່ງ​ລູກ​ໄປ​ໂຮງ​ຮຽນ.
  • ສຳ​ລັບ​ບັນ​ດາ​ນັກ​ຮຽນ​ທີ່​ຮຽນ​ຢູ່​ບ້ານ, ​ແບບ​ຮຽນ​​ເປັນ​ຊຸດ​ທາງ​ໄກແລະ  ບົ​ດ​ຮຽນຕ່າງໆ​ໄດ້​ຖືກ​ຈັດ​ສົ່ງ​ໃຫ້. 
  • ພໍ່​ແມ່/ຜູ້​ປົກ​ຄອງ​ສາ​ມາດ​ເຂົ້າ​ໄປ​ໃນ​ເດີ່ນ​ໂຮງ​ຮຽນໄດ້​ເພື່ອ​ມາ​ສົ່ງ​ແລະ​ມາ​ຮັບ​ລູກ.  
​ຂໍ້​ມູນ​ເພີ່ມ​ເຕີມ​ສຳ​ລັບໂຮງ​ຮຽນ ໃນ​ຣັດ Western Australia: https://www.wa.gov.au/organisation/department-of-the-premier-and-cabinet/covid-19-coronavirus-education-and-family-advice
ຂໍ້​ມູນ​ເພີ່ມ​ເຕີມ: http://www.wa.gov.au/covid19roadmap

ທັສມາເນັຍ (Tasmania)

ຂໍ້​ຈຳ​ກັດ​ໃນ​ການ​ເຕົ້າ​ໂຮມ​ກັນ

  • ການ​ເຕົ້າ​ໂຮມ​ກັນ​ຈະ​ໃຫ້​ເພີ່ມ​ຂຶ້ນ​ເປັນ 20 ຄົນ​ໃນ​ແຕ່​ລະ​ຄັ້ງ​ສຳ​ລັບ​ໃນ​ຮົ່ມ​ແລະ​ໃນ​ທີ່​ໂລ່ງ​ແຈ້ງ​ຮ​ວມ​ເຖິງ​ຮ້ານ​ອາ​ຫານ/ຮ້ານ​ກາ​ເຟ, ໂຮງ​ພາ​ພະ​ຍົນ, ຫໍ​ພິ​ພິ​ທ​ພັນ, ສະ​ຖານ​ທີ່​ວາງ​ສະ​ແດງ, ເຂດ​ແດນ​ປ​ວັດ​ສາດ, ການ​ເຕົ້າ​ໂຮມ​ທາງ​ສາ​ສ​ນາ​ແລະ​ການ​ແຕ່ງດອງ;
  • ງານ​ຊາ​ປະ​ນາ​ກິ​ຈ​ສົ​ພ​ອະ​ນຸ​ຍາດ​ໃຫ້ມີ​ຜູ້​ມາ​ຮ່ວມ​ໄດ້ ຮອດ 50 ຄົນ;
ທຸ​ຣະ​ກິດ​ຕ່າງໆ​ແລະ​ການ​ພັກ​ຜ່ອນ​ຢ່ອນ​ໃຈ

ສະ​ຖານ​ທີ່​ພັກ​ເຊົາ​ບໍ່​ຈຳ​ກັດ

  • ການ​ຕັ້ງ​ແຄ້ມ, ລ່ອງ​ເຮືອ​ຍາມ​ກາງ​ຄືນ ແລະ ກ​ະ​ຕູ​ບ ອະ​ນຸ​ຍາດ​ໃຫ້​ເປີດ
  • ການ​ເປີດ​ໃຫ້​ຊົມ​ເຮືອນ​ແລະ​ການ​ປະ​ມູນ​ສາ​ມາດ​ສືບ​ຕໍ່​ໄດ້​ໂດຍ​ໃຫ້​ມີຮອດ​ສູງ​ສຸດ 20 ​ຄົນ
  • ​ສ​ະ​ຖານ​ອອກ​ແຮງ​ກາຍ​ແລະ​ອອກ​ແຮງ​ກາຍ​ໃນ​ທີ່​ໂລ່ງ​ແຈ້ງ​ອະ​ນຸ​ຍາດ​ໃຫ້​ໄດ້​ຮອດ 20 ຄົນ
  • ບໍ​ຣິ​ການ​ເສີມ​ຄວາມ​ງາມ (ຮວມ​ເຖິງ ການ​ສັກ​ລາຍ, ແຕ່ງ​ເລັບ, ຖອນ​ຂົນ, ນວດ​ໜ້າ​ແລະ​ອົບ​ສີ​ຜິວ) ສ​າ​ມາດ​ເປີດ​ຮັບ​ໄດ້​ຮອດ​ສູງ​ສຸດ 20 ຄົນ;
  • ​ອຸ​ປະ​ກອນ​ການ​ອອກ​ແຮງ​ກາຍ​ໃນ​ສວນ​ແລະ​ເດີ່ນຫຼິ້ນ​ເປີດ​ຮັບ​ໄດ້​ຮອດ 20 ຄົນ;
  • ກິ​ລາ​ຊຸມ​ຊົນ​ໃນ​ທີ່​ໂລ່ງ​ແຈ້ງ​ສາ​ມາດ​ສືບ​ຕໍ່​ໄດ້, ໂດຍ​ໃຫ້​ມີ​ຮອດ​ສູງ​ສຸດ 20 ຄົນ​ທີ່​ເປັນ​ນັກ​ກິ​ລາ/ຜູ້​ເຮັດ​ວຽກ
  • ກິ​ລາ​ໃນ​ຮົ່ມ​ແລະ​ການ​ພັກ​ຜ່ອນ​ຢ່ອນ​ໃຈ^, ຮວມ​ເຖິງ​ສະ​ລອຍ​ນ້ຳ​ອະ​ນຸ​ຍາດ​ໃຫ້​ຮັບ​ໄດ້​ຮອດ 20 ຄົນ​ໂດຍບໍ່​ໃຫ້​ມີ​ຄົນ​ນັ່ງ​ເບິ່ງ.
​ຂໍ້​​ຈຳ​ກັດ​ໃນ​ການ​ເດີນ​ທາງ

  • ການຄວບ​ຄຸມ​ຊາຍ​ແດນ​ໂດຍ​ການ​ແຍກ​ກັກ​ກັນ​ໂຕ14 ມື້ ​ຍັງ​ຕ້ອງ​ປະ​ຕິ​ບັດ​ຕໍ່​ໄປ, ແຕ່​ວ່າ​ຜູ້​ອາ​ສັຍ​ຢູ່​ໃນ​ຣັດ​ສາ​ມາດ​ແຍກ​ກັກ​ກັນ​ຢູ່​ເຮືອນ​ຕົນ​ເອງ​ໄດ້​ຖ້າ​ມີ​ຄວາມ​ເໝາະ​ສົມ
ໂຮງ​ຮຽນ

ຫ້ອງ​ຮຽນ​ທຸກ​ແຫ່ງ​ໄດ້​ເຂົ້າ​ຄືນ, ແລະບັນ​ດາ​ນັກ​ຮຽນ​ທັງ​ໝົດ​ໄດ້​ໄປ​ເຂົ້າ​ໂຮ​ງ​ຮຽນ.  

ຂໍ້​ມູນ ເພີ່ມຕີມ: http://www.premier.tas.gov.au/releases/tasmanias_roadmap_to_recovery

ນໍເທີນເທຣິຕໍຣີ (Northern Territory)

ຂໍ້​ຈຳ​ກັດໃນ​ການ​ເຕົ້າ​ໂຮມກັນ

  • ບໍ່​ມີ​ກົດ​ເກນ​ຂໍ້​ຫ້າມ​ຈຳ​ກັດ​ໃນ​ NT, ແຕ່​ວ່າ​ປະ​ຊາ​ຊົນ​ໄດ້​ຖືກ​ຮຽກ​ຮ້ອງ​ໃຫ້​ເຄົາ​ຣົບ​ຕໍ່​ລະ​ບຽບການ​ຢູ່​ຫ່າງ​ກັນ 1.5 ແມັດ
  • ​ງານ​ແຕ່ງດອງ​ແລະ​ງານ​ຊາ​ປະ​ນະ​ກິ​ຈ​ສົ​ພ​ອະ​ນຸ​ຍາດ​ໃຫ້​ຈັດ​ໄດ້
​ທຸ​ຣະ​ກິດ​ຕ່າງໆ​ແລະ​ການ​ພັກ​ຜ່ອນ​ຢ່ອນ​ໃຈ

  • ການ​ອອກ​ແຮງ​ກາຍ, ການ​ເຕົ້າ​ໂຮມ​ໃນ​ທີ່​ໂລ່ງ​ແຈ້ງ, ການ​ລອຍ​ນ້ຳ, ຕຶກ​ປາ ແລະ ຂີ່​ເຮືອ​ອະ​ນຸ​ຍາດ​ໃຫ້​ເຮັດ​ໄດ້
  • ສວນຫຼິ້ນ​ສະ​ເກັດ, ສະ​ລອຍ​ນ້ຳ, ເດີ່ນຫຼິ້ນ​ແລະ ການ​ອອກ​ແຮງ​ກາຍ​ໃນ​ທີ່​ໂລ່ງ​ແຈ້ງ​ອະ​ນຸ​ຍາດ​ໃຫ້​ເປີດ​ໄດ້
  • ນັບ​ຈາກ​ເດືອນ​ພຶ​ສ​ພາ 15 ຮ້ານ​ກາ​ເຟ, ຮ້ານ​ອາ​ຫານ, ບາ​ຣ໌​ເຫຼົ້າ, ການ​ຝຶກ​ແອບ​ກິ​ລາ, ຕ​ລາດ​ໃນ​ຮົ່ມ, ສະ​ຖານ​ອອກ​ແຮງ​ກາຍ, ຫໍ​ສ​ມຸດ, ສ​ະ​ຖານ​ທີ່​ວາງ​ສະ​ແດງ ແລະ ຫໍ​ພິ​ພິ​ທ​ພັນ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ເປີດ​ໄດ້
  • ໃຫ້​ດຳ​ເນີນ​ກິ​ຈ​ກັມ​ການຫຼິ້ນ​ເກມ​ທີ່​ໄດ້​ຖືກ​ລົງ​ທະ​ບ​ຽນ​ໄດ້ ຮວມ​ເຖິງ TAB.
  • ກິ​ລາ​ເປັນ​ທິມ​ເຊັ່ນ ຟຸດ​ບອ​ລ, ບາ​ສ​ເກັດ​ບອ​ລ, ເຕະ​ບານແລະເນັດ​ບອ​ລ.
  • ໂຮງ​ພາ​ພະ​ຍົນຫຼື​ໂຮງ​ລະ​ຄອນ, ຫໍ​ສະ​ແດງຄອນ​ເສີດ, ຫໍ​ສະ​ແດງ​ດົນ​ຕ​ຣີ, ໂຮງ​ເຕັ້ນ​ລຳ, ໄນ​ຄ​ລັບ
  • ​ໄປ​ບາ​ຣ໌​ເຫຼົ້າ​ໂດຍບໍ່​ຕ້ອງ​ກິນ​ອາ​ຫານ​ພ້ອມ.
  • ບໍ​ຣິ​ການຕ່າງ​ໆ​ທີ່​ຖືກ​ຫ້າມໃນ​ເມື່ອ​ກ່ອນ ທີ່ ບ່ອນ​ປິ່ນ​ປົວເສີມ​ຄວາມ​ງາມ ແລະ/ຫຼື ​ບໍ​ຣິ​ການ​ຜ່າ​ຕັດ​ເສີມ​ຄວາມ​ງາມ
  • ບໍ​ຣິ​ການຕ່າງ​ໆ​ທີ່​ຖືກ​ຫ້າມໃນ​ເມື່ອ​ກ່ອນ ​ທີ່​ສະ​ຖານ​ທີ່​ສັກ​ລາຍຫຼື​ແຕ້ມ  ​ສິ​ລ​ປະ​ຕາມຮ່າງ​ກາຍ​ແລະ​ບໍ​ຣິ​ການ​ເຈາະ​ຕາມ​ພາກ​ສ່ວນ​ຮ່າງ​ກາຍ
  • ໄປ​ທ່ຽວ​ສວນ​ສ​ນຸກ, ສູນ​ຊູມ​ຊົນ, ສູນ​ພັກ​ຜ່ອນ​ຢ່ອນ​ໃຈຫຼື​ສູນ​ລະຫຼິ້ນ​ຕ່າງໆ.
  • ​ໄປ​ຮ່ວມ​ການ​ແຂ່ງ​ຂັນ​ໃນ​ຊຸມ​ຊົນ​ແລະ​ແຂ່ງ​ຂັນ​ກິ​ລາ​ໂດຍ​ມີ​ຜູ້​ຊົມ​ໃນ​ທີ່​ນັ່ງ​​ທີ່​ຈັດ​ໄວ້​ຕາມ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ.  ຖ້າ​ເກີນ 500 ຄົນ​ຂຶ້ນ​ໄປ ງານນັ້ນ​ຕ້ອງ​ມີ​ແຜນ​ການ​ປອດ​ໄພ​ຈາກ-COVID-19 ​ຊຶ່ງ​ໄດ້ຮັບ​ການ​ອະ​ນຸ​ຍາດ​ຕ່າງ​ຫາກ.
  • ບັນ​ດາທຸ​ຣະ​ກິດ, ສະ​ຖາ​ນ​ທີ່​ອຳ​ນວຍ​ຄວາມ​ສະ​ດວກ ແລະ ບໍ​ຣິ​ການ​ທັງ​ໝົດ​ທີ່​ໄດ້​ຖືກ​ກົດ​ເກນ​ຂໍ້​ຫ້າ​ມ​ໃນ​ເມື່ອ​ກ່ອນ ປັດ​ຈຸ​ບັນ​ສາ​ມາດ​ສືບ​ຕໍ່​ໄດ້ ໂດຍ​ການ​ຮັບ​ປະ​ກັນ​ວ່າ​ຕ້ອງ​ປະ​ຕິ​ບັດ​ຕາມຫຼັກການ​ທີ່​ສຳ​ຄັນ.
  • ​ການ​ຈັດ​ພິ​ທີ​ໃຫຍ່ໆ​ຈະ​ຖືກ​ອະ​ນຸ​ຍາດ​ຕາມ​ແຕ່​ລະກໍ​ຣະ​ນີ​ໄປ.
ຂໍ້​​ຈຳ​ກັດ​ໃນ​ການ​ເດີນ​ທາງ

ເຂດ​ແດນ​ທີ່​ຖືກ​ກຳ​ນົດ​ໃຫ້​ເປັນ​ເຂດ​ຮັກ​ສາ​ຊີ​ວະ​ພາບ ໄດ້​ຖືກ​ຍົກ​ເລີກ. ນອກ​ຈາກວ່າ​ຕ້ອງ​ປິດ​ຕາມ​ລະ​ດູ​ການ​ທີ່​ເຄີຍ​ປິດມາ​ກ່ອນ, ສວນ​ແລະ​ເຂດ​ປ່າ​ສງວນ​ຈະ​ໄດ້​ເປີດ​ແລະ​ໃຫ້​ຄົນ​ທີ່​ຢູ່​ໃນ​ເຂດ​ປົກ​ຄອງ​ພິ​ເສດ​ເຂົ້າ​ໄປ​ຊົມ​ໃຊ້​ໄດ້. 

ເງື່ອນ​ໄຂ​ແລະ​ການ​ເຂົ້າ​ໄປ​ໃນ​ສວນ​ຕ່າງໆ​ໃນ Northern Territory (NT) ອາດ​ຈະ​ຖືກ​ປ່ຽນ​ແປງ​ໂດຍ​ການ​ເຕືອນ​ໃນລະ​ຍະ​ສັ້ນ. ​ຂໍ​ໃຫ້​ກວດ​ເບິ່ງ​ເວັບ​ໄຊ້​ຂ້າງ​ລຸ່ມນີ້​ກ່ອນ​ໄປ​ຢ້ຽມ​ຢາມ: 

ກົດ​ເກນໃໝ່​ໃນ​ການ​ແຍກ​ກັກ​ກັນ-​ຕົນ​ເອງ

ເຂດ​ປົກ​ຄອງ​ພິ​ເສດ Northern Territory (NT) ໄດ້​ປ່ຽນ​ຈາກ​ການ​ໃຫ້​ແຍກ​ກັກ​ກັນ-​ຕົນ​ເອງແບບ​ບັງ​ຄັບ​ເປັນ​ເວ​ລາ 14 ມື້​ພາຍ​ໃຕ້​ການ​ຕິດ​ຕາມກວດ​ຂັນ​ມາ​ເປັນ​ກ​ານ​ກັກ​ກັນ-​ຕົນ​ເອງ​ແບບ​ບັງ​ຄັບເປັນ​ເວ​ລາ 14 ມື້​ຢູ່​ໃນ​ເຮືອນ​ຕົນ​ເອງ; ໃນ​​ທີ່​ຢູ່ສ່ວນ​ຕົວ; ຫຼື​ໃນ​ທີ່​ຢູ່​ແບບ​​ເສັຍ​​ເງິນ​ທີ່​ເໝາະ​ສົມ​ໂດຍ​ຕ້ອງ​ຈ່າຍ​ເອງ. ໃຫ້​ກວດ​ເບິ່ງ​ກົດ​ເກນ​ຂໍ້​ແນະ​ນຳ​ ທີ່ນີ້: https://coronavirus.nt.gov.au/__data/assets/pdf_file/0013/889987/self-quarantine-guidelines.pdf 

ຜູ້​ທີ່​ມາ​ຈາກ​ຕ່າງ​ປະ​ເທດ​ຍັງ​ຈະ​ຕ້ອງ​ໄດ້​ເຮັດ​ການ​ກັກ​ກັນ​ແບບ​ບັງ​ຄັບເປັນ​ລະ​ຍະ​ເວ​ລາ 14 ມື້​ຢູ່​ໃນ​ສະ​ຖານ​ທີ່​ພັກ​ເຊົາ​ທີ່​ເສັຍ​ເງິນ​ໂດຍ​ຕ້ອງ​ຈ່າຍ​ເອງ, ເນື່ອງ​ຈາກວ່າ​ມີ​ຄວາມ​ສ່ຽງ​ສູງ​ຂຶ້ນ​ຈາກ​ການ​ເດີນ​ທາງມາ​ຈາກ​ຕ່າງ​ປ​ະ​ເທດ.

ໂຮງ​ຮຽນ

  • ນັບ​ຈາກວັນ​ທີ 20 ເມ​ສາ 2020, ບັນ​ດາ​ນັກ​ຮຽນ​ທຸກ​ຄົ​ນ​ໃນ  Northern Territory ຖືກ​ຄາດ​ຫວັງ​ໃຫ້​ກັບ​ໄປ​ເຂົ້າ​​ຮຽນ​ໂດຍ​ມີ​ໜ້າ​ຢູ່​ທີ່​ໂຮງ​ຮຽນ
  • ໃນ​ກໍ​ຣະ​ນີ​ທີ່​ຄອບ​ຄົວ​ເລືອກ​ທີ່​ຈະ​ບໍ່​ສົ່ງ​ລູກ​ໄປ​ໂຮງ​ຮຽນ. ເດັກ​ນ້ອຍ​ຕ້ອງ​ໄດ້​ຮຽນ​ຢູ່​ເຮືອນ
ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ຂໍ້​ມູນ ​ເຣື່ອງໂຮງ​ຮຽນ​ທີ່ Northern Territory: https://education.nt.gov.au/publications/information-for-term-2-2020?SQ_VARIATION_814972=0
ເສັ້ນ​ທາງ​ຂອງ NT: https://coronavirus.nt.gov.au/steps-to-restart/roadmap-new-normal

ຄຳ​ຖາມ​ທີ່​ຖືກ​ຖາມ​ເລື້ອຍໆ:​https://coronavirus.nt.gov.au/__data/assets/pdf_file/0007/819106/roadmap-faqs.pdf

ເອຊີທີ (Australian Capital Territory)

ຂໍ້​ຈຳ​ກັດ​ໃນ​ການ​ເຕົ້າ​ໂຮມ​ກັນ

  • ບໍ່​ມີ​ການ​ຈຳ​ກັດ​ໃນ​ການ​ໄປ​ຢ້ຽມ​ຢາມ​ກັນ​ຢູ່​ເຮືອນ.
  • ການ​ເຕົ້າ​ໂຮມ​ໃນ​ທີ່​ສາ​ທາ​ຣະ​ນະ​ທຸກ​ແຫ່ງ​ແມ່ນ​ອະ​ນຸ​ຍາດ​ໃຫ້​ໄດ້​ສູງ​ສຸດຮອດ 100 ​ຄົນ (1 ຄົນ​ຕໍ່ 4 ແມັດ​ມົນ​ທົນສຳ​ລັບ​ບ່ອນ​ໃນ​ຮົ່ມ​ແລະ​ໃນ​ທີ່​ໂລ່ງ​ແຈ້ງ), ຮວ​ມ​ທັງ ງານ​ຊາ​ປານະ​ກິ​ຈ​ສົ​ພ.
ຂໍ້​ມູນ​ເພີ່ມ​ເຕີມ​ກ່ຽວ​ກັບ​ການ ເຕົ້າ​ໂຮມ ກັນ: https://www.covid19.act.gov.au/protecting-yourself-and-others/groups-and-gatherings

ການ​ເດີນ​ທາງ 

ນັບ​ຈາກວັນ​ທີ  1 ມິ​ຖູ​ນາ 2020 ຄົນ​ທີ່​ອາ​ສັຍ​ຢູ່​ແຄນ​ເບີ​ຣາ​ຖືກ​ອະ​ນຸ​ຍາດ​ໃຫ້​ໄປ​ ທ່ອງ​ທ່ຽວ​ຮໍ​ລີ​ເດ​ໃນຣັດ NSW ໄດ້. 

ທຸ​ຣະ​ກິດ​ຕ່າງໆ​ແລະ​ການ​ພັກ​ຜ່ອນ​ຢ່ອນ​ໃຈ

ສຳ​ລັບ​ຂ​ແນງ​ບໍ​ຣິ​ການ (ຮ້ານ​ກາ​ເຟ, ຮ້ານ​ອາ​ຫານ, ບາ​ຣ໌​ຂາຍ​ເຫຼົ້​າ, ຜັບ​ແລະຄ​ລັບ) ການ​ເຕົ້າ​ໂຮມ​ຈະ​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້ ຮັບ​ແຂກ​ໄດ້ 100 ຄົນ​ສຳ​ລັບ​ບ່ອນ​ໃນ​ຮົ່ມ​ແລະ​ໃນ​ທີ່​ໂລ່ງ​ແຈ້ງ, ຫຼື

  • ນຶ່ງ​ຄົນ​ຕໍ່ 4 ແມັດ​ມົນ​ທົນ, ​ອັນ​ໃດ​ກໍ​ໄດ້​ທີ່​ຈຳ​ນວນນ້ອຍ​ກວ່າ.  ​ການ​ຈຳ​ກັດ​ນີ້ບໍ່​ນັບເອົາ​ຈຳ​ນວນ​ພະ​ນັກ​ງານ.
  • ​ບາ​ຣ໌​ຂາຍ​ເຫຼົ້າ, ຜັບ, ແລະ ຄ​ລັບ ສາ​ມາດ​ເສີບ​ເຫຼົ້າ​ໃຫ້​ແຂກ​ເປັນ​ກຸ່ມ​ໄດ້​ຮອດກຸ່ມ​ລະ 10ຄົນ​ຕໍ່​ການ​ຈອງ​ຄັ້ງ​ນຶ່ງຫຼື​ໂຕະ​ນຶ່ງໂດຍບໍ່​ຕ້ອງ​ເສີບ​ອາ​ຫານ​ພ້ອມ. 
  • ການ​ຝຶກ​ແບບ​ຈັບ​ຕ້ອງ​ຮ່າງ​ກາຍ​-ແບບ​ເຕັມ ສຳ​ລັບ​ກິ​ລາ, ເຕັ້ນ​ລຳ ແລະ ສິ​ລ​ປະ​ ມວຍ ໃນ​ປັດ​ຈຸ​ບັນ​ໄດ້​ຖືກ​ອະ​ນຸ​ຍາດ​ແລ້ວ.
  • ສະ​ຖານ​ທີ່​ດັ່ງ​ກ່າວ​ຂ້າງ​ລຸ່ມນີ້​ສາ​ມາດ​ເປີດ​ໄດ້, ໂດຍ​ການ​ປະ​ຕິ​ບັດ​ຕາມ​ກົດ​ລະ​ບຽບ​ນຶ່ງ​ຄົນ​ຕໍ່ 4ແມັດ​ມົນ​ທົນ ສຳ​ລັບ​ຮອດ 100 ຄົນ (ຮວມ​ທັງ​ພະ​ນັກ​ງານ):
  • ສະ​ຖານ​ທີ່​ກາບ​ໄຫວ້​ບູ​ຊາ​ແລະ​ພິ​ທີ​ທາງ​ສາ​ສ​ນາ.
  • ໂຮງ​ພາ​ພະ​ຍົນ​ແລະ​ໂຮງ​ໜັງ
  • ​ສວນ​ສ​ນຸກ​ໃນ​ຮົ່ມ​ແລະ​ໃນ​ທີ່​ໂລ່ງ​ແຈ້ງ, ບ່ອນຫຼິ້ນ​ເກມ, ແລະ ສູນ​ລະຫຼິ້ນ​ຕ່າງໆ
  • ສະ​ຖານ​ທີ່​ອອກ​ແຮງ​ກາຍ, ຄ​ລັບ​ສຸ​ຂ​ພາບ, ສ​ະ​ຖານ​ທີ່​ຟິດ​ຮ່າງ​ກາຍ, ບ່ອນ​ເຕັ້ນ​ລຳ
  • ສະ​ລອຍນ້ຳ
  • ກິ​ລາ​ຊຸມ​ຊົນ​ແລະ​ກິ​ຈ​ກັມ​ກິ​ລາ​ທີ່​ຈັດ​ຂຶ້ນ
  • ກຸ່ມ​ຮ້ອງ​ເພງ​ປະ​ສານ​ສຽງ, ວົງ​ດົນ​ຕ​ຣີ​ແລະ​ວົງ​ດຸ​ຣິ​ຍາງ
  • ບໍ​ຣິ​ການ​ສ່ວນ​ຕົວ (ເຊັ່ນ​ຮ້ານ​ເສີມ​ຄວາມ​ງາມ​ແລະ​ແຕ່ງ​ເລັບ, ບ່ອນ​ສັກ​ລາຍ, ຮ້ານນວດ, ຯ​ລຯ.)
  • ສວນ​ຈອດ​ຣົດ​ຄາ​ຣາ​ວານ, ເດີ່ນ​ຕັ້ງ​ແຄ້ມ ແລະ ເຂດ​ໃຫ້​ຕັ້ງ​ແຄ້ມ
ການ​ສຶກ​ສາ 

  • ຫ້ອງ​ຮຽນ​ທຸກ​ຫ້ອງ​ໃນ​ໂຮງ​ຮຽນຫຼວງ​ໄດ້​ກັບ​ຄືນ​ໄປ​ຮຽນ​ແບບ​ຢູ່​ໃນ​ວິ​ທ​ຍາ​ເຂດ.  
  • ACT ແມ່ນ​ຣັດ​ທຳ​ອິດ​ໃນ​ການ​ສ​ເນີ​ ໃຫ້​ນັກ​ຮຽນ​ຕ່າງ​ປະ​ເທດ​ກັບຄືນ​ມາ​ຮຽນ​ໃນ​ເດືອນ​ກໍ​ຣະ​ກະ​ດາ 2020, ໂດຍ​ສອດ​ຄ່ອງ​ກັບ​ວາ​ຣະ​ການ​ກັບ​ມາ​ຂອ​ງ​ບັນ​ດາ​ນັກ​ຮຽນ​ຕ່າງ​ປະ​ເທດ​ທີ່​ທາງ​ຣັ​ຖ​ບານ​ກາງ​ບົ່ງ​ໄວ້. 
ຂໍ້​ມູນ ເພີ່ມເຕີມ: https://www.covid19.act.gov.au/updates

…………………………………………………………………………..

ປະ​ຊາ​ຊົນ​ໃນ​ປະ​ເທດອອ​ສ​ເຕ​ຣ​ເລັຍ​ຕ້ອງ​ຢູ່​ຫ່າງຈາກ​ຄົນ​ອື່ນ​ຢ່າງ​ນ້ອຍ 1.5 ແມັດ. ໃຫ້​ກວດ​ເບິ່ງ​ກົດ​ເກນ​ຂໍ້​ບັງ​ຄັບ​ຂອງ​ຣັດ​ຂອງ​ທ່ານ​ກ່ຽວ​ກັບ​ການ​ຈຳ​ກັດ​ການ​ເຕົ້າ​ໂຮມ​ກັນ.  

ຖ້າ​ທ່ານ​ຮູ້​ສຶກວ່າ​ມີ​ອາ​ການ​ເປັນ​ຫວັດຫຼື​ໄຂ້​ຫວັດ​ໃຫຍ່, ໃຫ້​ຢູ່​ເຮືອນ​ແລະ​ຈັດ​ການ​ເຣື່ອງ​ໄປ​ກວດ​ໂດຍ​ໂທ​ຣະ​ສັບ​ຫາ​ທ່ານ​ໝໍ​ຂອງ​ທ່ານຫຼື​ຕິດ​ຕໍ່​ຫາ​ສາຍ​ດ່ວນ​ຂໍ້​ມູນ​ສຸ​ຂ​ະ​ພາບ​ໂຄ​ໂຣ​ນາ​ໄວ​ຣັ​ສ ທີ່​ເລກ​ໂທ 1800 020 080.

ມີຂ່າວ ແລະ ຂໍ້ມູນໄວ້ບໍຣິການ ​ເປັນທັ​ງ​ໝົດ 63 ພາສາ ຢູ່ sbs.com.au/coronavirus


Share

Published

Updated

By SBS/ALC Content
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service