ຣັຖແລະເຂດປົກຄອງ ໃນ ອອສເຕຣເລັຍ ເລີ້ມຫລຸດຜ່ອນກົດເກນໃນການ ຈຳກັດຫ້າມ ກ່ຽວກັບ ໂຄໂຣນາໄວຣັສ ຫຍັງແດ່?

States an territories start relaxing coronavirus restrictions.

A COVID-19 test at Sydney's St George Hospital.

A COVID-19 test at Sydney's St George Hospital. Source: Getty

ຣັ

ຣັຖບານ ອອສເຕຣເລັຍ ປະກາດໃຊ້ແຜນ​ປະ​ຕິ​ບັດ​ງານ 3 ລະ​ຍະ ເພື່ອເລີ້ມຫລຸດຜ່ອນ ກົດ​ເກນ ໃນການຈຳ​ກັດ/ຫ້າມ ກ່ຽວກັບ ໂຄໂຣນາໄວຣັສ.

ຕໍ່ໄປນີ້ແມ່ນ ມາ​ຕ​ການທີ່ຣັຖແລະເຂດ​ປົກ​ຄອງ ໄດ້ເລີ້ມດຳ​ເນີນປະ​ຕິ​ບັດ​ການ ​ກັບ     ແ​ຜນ​ການ​ ທີ່ ຣັ​ຖ​ບານ​ກາງ ໄດ້​ບົ່ງ​ຊີ້​ອອກ​ມາ.

ຂໍ້​ມູນ​ຕໍ່ໄປນີ້ ​ມີ​ການ​ປ່ຽນ​ແປງ​ຢູ່​ເລື້ອຍໆ​ ຊຶ່ງພວກ​ເຮົາຂໍ​ແນະ​ນຳ​ ໃຫ້ທ່ານໄປ      ​ກວດ​ສອບເບິ່ງ ການ​ສື່​ສານ ການ​ປະ​ກາດ ຂອງ​ທາງ​ການຮັບ​ຜິດ​ຊອບ ໃນ​ແຕ່​ລະຣັຖ ແລະ ເຂດ​ປົກ​ຄອງ ຢ່າງ​ລະ​ອຽດ.

ຣັຖ ແລະ ເຂດ​ປົກ​ຄອງ ເລີ້ມຫລຸດຜ່ອນກົດ​ເກນໃນ​ການຈຳ​ກັດ/ຫ້າມ ກ່ຽວກັບ ໂຄໂຣນາໄວຣັສ ຫຍັງແດ່?

 

ວິກຕໍເຣັຍ (Victoria)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

ໃຫ້​ຄົນ​ມາເຕົ້າໂຮມກັນພາຍ​ໃນ​ເຮືອນ ແຕ່​ລະ​ເທື່ອໄດ້​ຮອດ 20 ຄົນ ຮວມ​ທັງ​ຄົນ​ທີ່​ຢູ່​ໃນ​ເຮື​ອນ​ເອງ.

ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

  • ຄົນ ທີ່​ຢູ່ໃນ​ ຣັ​ຖວິກຕໍເຣັຍ ຕ້ອງ​ເຮັດ​ວຽກ​ການ​ຢູ່​ເຮືອນ ຫາກ​ເປັນ​ໄປ​ໄດ້.
  • ຄົນ ວິກຕໍຣຽນ ສາ​ມາດ ຂໍ​ເງິນ $1,500 ໄດ້​ຫາກບໍ່​ສາ​ມາດ ເອົາ​ເງິນ ນຳ​ຍາຍ​ຈ້າງ​ເປັນ​ຄ່າ paid sick leave ຜ່ານ​ທາງນາຍ​ຈ້າງໄດ້ ເມື່ອ​ກວດ​ພົບ​ວ່າປ່ວຍ​ບໍ່​ສະ​ບາຍ ຍ້ອນ ໂຄໂຣນາໄວຣັສ ຫລື ເມື່ອ​ໄດ້​ຖືກ​ຮຽກ​ຮ້ອງໃ​ຫ້ຢູ່ແຍກ​ຫ່າງ ເພາະ​ໄດ້ ຕິດ​ຕໍ່​ພົວ​​ພັນ ກັບ​ຄົນ​ທີ່ ກວດ​ພົບ​ວ່າ​ຕິດ​ເຊື້ອ ໂຄໂຣນາໄວຣັສ ແລ້ວ.
ນັບ​ຕັ້ງ​ແຕ່ ວັນ​ທີ 22 ມິ​ຖຸ​ນາ ເປັນ​ຕົ້ນ​ໄປ:

 

  • ​ຈຳ​ນວນ​ຄົນ​ທີ່ ສາ​ມາດ​ມາ​ຢ້ຽມ​ຢາມ​ໃນ​ເຮືອນ​ຂອງ​ທ່ານ ​ໃນ​ແຕ່​ລະ​ເທື່ອ​ໄດ້ຫລຸດ​ລົງ​ ມາ​ເຫລືອຢູ່ 5 ຄົນ.
  • ການ​ມາ​ເຕົ້າ​ໂຮມ​ກັນ​ຢູ່ ບ່ອນໂລ່ງ​ແຈ້ງນອກ​ເຮືອນ ໄດ້​ກຸ່ມ​ນຶ່ງ 10 ຄົນ.
  • ຮ້ານ​ອາ​ຫານ, ຮ້ານ​ຂາຍ​ເຫລົ້າ -pubs, ສະ​ຖານ​ທີ່​ປະ​ມູນ​ສິ່ງ​ຂອງ, ສູນຊຸມຊົນ, ຫ້ອງ​ສະ​ໝຸດ, ພິ​ພິ​ຕ​ພັນ ແລະ ສະ​ຖານ​ທີ່ ເພື່ອ​ປະ​ຕິ​ບັດກິ​ຈ​ກັມ​ທາງ​ສາ​ສນາ ຍັງ​ມາ​ເຕົ້າ​ໂຮມ​ກັນ​ໄດ້ ໃນ​ແຕ່​ເທື່ອໃນແ​ຕ່​ລະ​ບ່ອນ ບໍ່​ໃຫ້​ກາຍ 20 ຄົນ​ຄື​ເກົ່າຈົນ​ຮອດ   ມື້ວັ​ນທີ 12 ກໍ​ຣະ​ກະ​ດາ.
  • ທຸ​ຣະ​ກິ​ຈ​ຕ່າງໆຮວມ​ທັງ​ບ່ອນ​ອອກ​ກຳ​ລັງກາຍ -gyms, ໂຮງ​ພານ​ພະ​ຍົນ -cinemas ໂຮງ​ລະ​ຄອນ, ບ່ອນ​ລົງ​ພະ​ນັນ -TABs ສາ​ມາດ​ເປີດ​ໄດ້ ໂດຍ​ມີ​ກຳ​ໜົດ 20 ຄົນ​ຕໍ່​ພື້ນ​ທີ່.
ສະ​ຖານ​ທີ່​ທັງໝົດເຫລົ່າ​ນີ້ ຕ້ອງ​ປະ​ຕິ​ບັດ ກົດ​ເກນ ຕ້ອງ​ຮັກ​ສາ ການ​ຈຳ​ກັດລະ​ຍະ​ຫ່າງ 1.5 ແມດ. ພ້ອມ​ດຽວ​ກັນ​ນັ້ນ ຍັງຕ້​ອງໄດ້​ບັນ​ທຶກ ຂໍ້​ມູນ ຂ​ອງ​ທຸກໆ​ຄົນທີ່​ເຂົ້າ​ມາ​ໃຊ້​ບໍ​ຣິ​ການ​ໄວ້ ເພື່ອ​ຊ່ວຍ​ໃນ​ການ ຕິດ​ຕໍ່​ຫາ ໃຫ້​ໄດ້​ໄວ​ວາ.   

ກົດ​ເກນກຳ​ໜົດ ໃນການຫ້າມ ກ່ຽວກັບການເດີນທາງ

  • ພາຍໃນ ຣັຖ ວິກຕໍເຣັຍ ບໍ່ມີການຫ້າມກ່ຽວກັບການເດີນທາງ.
  • ຜູ້​ຄົນ​ສາ​ມາດ ໄປພັກ​ຜ່ອນຢູ່​ບ້ານ​ພັກ ເຮືອນ holiday ຫລື ເຮືອນສ່ວນ​ຕົວ​ໄດ້.
  • ຜູ້​ຄົນ​ສາ​ມາດ ໄປ​ພັກ​ເຊົາ ຕາມ​ສະ​ຖານ​ທ່ອງ​ທ່ຽວ​ໄດ້, ຊຶ່ງ​ຈະ​ຮວມ​ທັງ ​caravan parks ​ແລະ camping grounds, ແຕ່​ຈະ​ບໍ່​ມີການ​ໃຊ້ ສິ່ງ​ອຳ​ນວຍ​ຄວາມ​ສະ​ດວກ ຮ່ວມ​ກັນ.
  • ໃນມື້​ວັນ​ທີ 22 ມິ​ຖຸ​ນາ ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ການ​ແພດ ອອສເຕຣເລັຍ ໄດ້​ເຕືອນບໍ່​ໃຫ້ ຄົນ​ເດີນ​ທາງ​ເຂົ້າ​ໄປ ໃນ​ພື້ນ​ທີ່ໆ​ມີ ກໍ​ຣະ​ນີ ໂຄໂຣນາໄວຣັສ ໃໝ່​ເກີດ​ຂຶ້ນ ຊຶ່ງ​ຮູ້​ວ່າ​ເປັນ​ເຂດ hotspots ຂອງຣັ​ຖ ວິກຕໍເຣັຍ ດັ່ງ​ຕໍ່​ໄປ​ນີ້:
  • Hume (17)
  • Brimbank (10)
  • Casey (7)
  • Darebin (6)
  • Moreland (6)
  • Cardinia (6)
ໂຮງຮຽນ

  • ໂຮງຮຽນ​ທັງ​ໝົດ ໃນ​ຣັ​ຖ ວິກຕໍເຣັຍ ໄດ້ເລີ້ມເຂົ້າຄືນ ແລະ ນັກ​ຮຽນ ກໍ​ໄດ້ ເຂົ້າຮຽນຄືນ ຕາມ​ປົກ​ກະ​ຕິ.
ສຳລັບຂໍ້ມູນເພີ້ມຕື່ມ ຂອງ​ຣັ​ຖ ວິກຕໍເຣັຍ ໃຫ້ເບິ່ງ: https://www.dhhs.vic.gov.au/gradual-easing-restrictions-covid-19.

 

ນີວຊາວແວນລ໌ (New South Wales)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

  • 20 ຄົນ ອະນຸຍາດໃຫ້ ມາຢູ່​ຮ່ວມ​ກັນ ໃນບ້ານເຮືອນໄດ້ ໃນ​ແຕ່​ລະ​ເທື່ອ ບໍ່​ໄລ່​ຄົນໃນເຮືອນ​ເອງ.
ກິ​ຈ​ກັມ ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

ກິ​ຈກັມ​ຕໍ່​ໄປ​ນີ້ ອະ​ນຸ​ຍາດ ໃຫ້​ປະ​ຕິ​ບັດ​ໄດ້:

  • ຮ້ານ cafes ແລະ ຮ້ານ​ອາ​ຫານ ສາ​ມາດ​ເປີດ​ໄດ້, ແຕ່​ມີ​ຂໍ້​ຈຳ​ກັດ:
-    ບໍ່​ໃຫ້ມີ​​ລູກ​ຄ້າ ກາຍ 50 ຄົນ ຫ​ລື ນຶ່ງ​ຄົນຕໍ່ 4 ຕະ​ລາງ​ແມັດ​ມົນ​ທົນ ຢູ່​ໃນ​ບ່ອນ​ນັ່ງ​ກິນ ທີ່​ມີ​ຢູ່​ແຕ່​ເກົ່າ​ແລ້ວ.

-    ການ​ຈ່ອງ​ໂຕ໊ະ​​ເຮັດໄດ້​ຮອດ 10 ຄົນ.

-    ທຸກ​ຄົນ​ທີ່​ເຂົ້າ​ມາ​ໃນ​ຮ້ານ​ອາ​ຫານ ຕ້ອງ​ໄດ້ ໃຫ້​​ຂຽນຊື່ ແລະ ລາຍ​ລະ​ອຽດຂໍ້​ມູນ ເພື່ອ​ການ​ຕິດ​ຕໍ່​ໄວ້.

-    ຜູ້​ປະ​ກອບ​ການ ຕ້ອ​ງໄດ້​ໃຊ້ COVID Safety Plans ແລະ ຈົດ​ບັນ​ທຶກ ຂໍ້​ມູນ ຂອງ ທຸກ​ຄົນ​ທີ່​ເຂົ້າ​ມາ​ໃນ​ຮ້ານ​ອາ​ຫານ ໄວ້.

ໃຫ້​ປະ​ຕິ​ບັດ​ຕາມ ຂໍ້​ບົ່ງ​ໄວ້ ຕາມ ເວັບ​ໄຊທ໌ ຂ້າງ​ລຸ່ມ​ນີ້:

 

  • ສູນ​ອາ​ຫານ ຫລື food courts ອະນຸຍາດ ໃຫ້ເປີດຄືນ​ໄດ້.
  • ຈຳ​ນວນ​ຄົນ ທີ່ອະນຸຍາດໃຫ້ ມາ​ເຕົ້າໂຮມ​ກັນ ຢູ່​ສະ​ຖານ​ທີ່​ໂລ່ງແຈ້ງນອກ​ເຮຶອນ ໄດ້​ເພີ້ມຂຶ້ນ​ຈາກ 10 ຄົນ ເປັນ 20 ຄົນ​.
  • ສະ​ຖານ​ທີ່ອອກ​ກຳ​ລັງ​ກາຍ gyms, pilates, ​ບ່ອນ​ຝຶກ ໂຍ​ຄະ ແລະ ສະ​ຖານ​ທີ່ຮຽນ/ຝຶກ​ເຕັ້ນ​ລຳ ສາ​ມາດ​ເປີດ​ຄືນໄດ້:
- 10 ຄົນ ຕໍ່​ຫ້ອງ​ຮຽນ​ນຶ່ງ​ ແລະ,

- 100 ຄົນ​ຢູ່​ໃນ ສະ​ຖານ​ທີ່​ໃນ​ຮົ່ມ.

  • ສູນ​ຊຸມຊົນ ເຊັ່ນ​ສູນ ສະ​ມາ​ຄົມ ຮວມ​ທັງ ສະ​ຖານ​ທີ່ ເພື່ອ​ການ ຊຸມ​ແຊວ ມ່ວນ​ຊື່ນ ສາ​ມາດ ເປີດ​ຄືນ​ໄດ້.
  • ສະ​ຖານ​ທີ່ ເພື່​ອ​ການພັກ​ຜ່ອນໃນ​ຮົ່ມ ບາງ​ບ່ອນ ຮວມ​ທັງ​ ສະ​ລອຍ​ນ້ຳ ແລະ Saunas ສາ​ມາດ ເປີດ​ຄືນ​ໄດ້ ໂດຍ​ມີ​ການຈຳ​ກັດ​ຈຳ​ນວນ.
  • ​ຮ້າຍ​ສັກ​ລາຍ, ຮ້ານນວດ ສາ​ມາດ ເປີດ​ຄືນ​ໄດ້ ໂດຍ​ມີ​ລູກ​ຄ້າ ບໍ່​ໃຫ້​ກາຍ 10 ຄົນ.
  • ໃນ ຣັ​ຖ ນີວຊາວແວນລ໌ ພິ​ພິ​ຕ​ພັນ, ຫ້ອງ​ວາງສະ​ແດງຮູບ​ພາບ -galleries ແລະ ຫ້ອງ​ສະໝຸດ ກໍ​ໄດ້​ຮັບອະນຸຍາດໃຫ້ເປີດຄືນ​ໄດ້ ໂດຍ​ຕ້ອງ​ປະ​ຕິ​ບັດຕາມ ກົດ​ເກນ COVID-19 safe way.
ນັບ​ຕັ້ງ​ແຕ່ ວັນ​ທີ 1 ກໍ​ຣະ​ກະ​ດາ:

  • ກິ​ລາ​ຊຸມ​ຊົນ ສຳ​ລັບ ເດັກ​ນ້ອຍ ແລະ ຜູ້​ໃຫຍ່ ຈະໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ເລີ້ມ​ຄືນ​ໄດ້.
  • ຈຳ​ນວນ​ຄົນ​ທີ່ ອະ​ນຸ​ຍາດ​ໃຫ້​ມາ​ຢູ່​ໃນ​ສະ​ຖານ​ທີ່​ໃນ​ຮົ່ມ ຕ້ອງ​ໄດ້​ປະ​ຕິ​ບັດ ກົດ​ລະ​ບຽບ ແຍກ​ຫ່າງ 4 ແມດ​ມົນ​ທົນ​, ບໍ່​ຈຳ​ກັດ​ຈຳ​ນວນ, ແຕ່​ຕ້ອງ​ເປັນ​ບ່ອນ​ນັ່ງ​ເທົ່າ​ນັ້ນ​, ຊຶ່ງ​ຈະ​ຮວມ​ທັງ​ງານ ຊາ​ປະ​ນະ​ກິ​ຈ​ສົບ​ນຳ.
  • ພິ​ທີ​ທາງວັ​ທ​ນະ​ທັມ ແລະ ການ​ແຂ່ງ​ຂັນ​ກິ​ລາ ຢູ່ໃນ​ສະ​ຖານ​ທີ່ ໂລ່ງ​ແຈ້ງນອກ​ຫ້ອງ ທີ່​ສາ​ມາດ ບັນ​ຈຸ​ຄົນ​ໄດ້ ຮອດ 40,000 ຄົນ ຈະ​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້ ຮັບ​ຄົນ​ໄດ້ 25 ເປີ​ເຊັນ ຂອງ​ປະ​ຣິ​ມານ ທີ່​ຮັບ​ຄົນ​ໄດ້​ຕາມ​ປົກ​ກະ​ຕິ.
  • ກົດ​ເກນ​ຂໍ້​ກຳ​ໜົດ​ອື່ນໆ ຮວມ​ທັງ​ການອ​ະ​ນຸ​ຍາດໃຫ້ ມີ​ແຂກ​ຜູ້​ມາ​ຢ້ຽມ​ຢາມຢູ່​ໃນ​ເຮືອນ ໄດ້ 20 ຄົນ​ຢູ່​ໃນ​ເຮືອນ ແລະ 20 ຄົນ​ຢູ່ນອກ​ເຮືອນ ນັ້ນ​ຍັງ​ຢູ່​ຄື​ເກົ່າ​ບໍ່​ໄດ້​ປ່ຽນ​ແປງ.​
 ການ​ເດີນ​ທາງ

  • ປະ​ຊາ​ຊົນທີ່​ອາ​ສັຍ​ຢູ່ ພາຍ​ໃນ​ຣັ​ຖ ນີວຊາວແວນລ໌ ສາ​ມາດ​ເດີນທາງ​ໄປ​ທ່ອງ​ທ່ຽວ ຢູ່​ໃສ​ ກໍ​ໄດ້ພາຍ​ໃນ​ຣັ​ຖ.
  • ຄົນທ່ອງ​ທ່ຽວຈາກຮັ​ຖ​ອື່ນ ກໍ​ສາ​ມາດ​ມາ​ຢ້ຽມ​ຢາມ ຣັ​ຖ ນີວຊາວແວນລ໌ ເພື່ອ​ພັກ​ຜ່ອນ ເພື່ອ holiday ໄດ້ ແຕ່​ຕ້ອງ​ປະ​ຕິ​ບັດ​ຕາມ ລະ​ບຽບ​ກົດ​ເກນ ທີ່​ບົ່ງ​ໄວ້ ໃນ​ຣັ​ຖ ຂອງ​ພວກ​ຂະ​ເຈົ້າ​ເອງ ເມື່ອ​ກັບ​ຄືນ​ເມືອ.
  • Caravan parks ​ແລະ camping grounds ບາງ​ບ່ອນ​ໄດ້​ເລີ້ມ​ເປີດ​ຄືນ. ນັກ​ທ່ອງ​ທ່ຽວທີ່​ມີ ​ແຜນ​ການ ເດີນ​ທາງໄປ​ທ່ອງ​ທ່ຽວ​ຕາມ national parks ໃຫ້​ກວດ​ສອບ​ຂໍ້​ມູນເພີ້ມ​ຕື່ມ ຈາກ: www.nationalparks.nsw.gov.au
ໂຮງຮຽນ

  • ນັກ​ຮຽນ ໃນຣັ​ຖ ນີວຊາວແວນລ໌ ໄດ້​ກັບ​ເຂົ້າ​ຮຽນ​​ ເຕັມ​ເວ​ລາຄືນ ຕາມ​ປົກ​ກະ​ຕິ.
  • ການ​ຮຽນ​ແລະ​ການ​ສອນ​ວິ​ຊາ​ຕື່ມ ເຊັ່ນ​ ດົນ​ຕ​ຣີ ແລະ ການ​ສະ​ແດງ ສາ​ມາດ   ຮຽນ ​ແລະ ​​ສອນ ໃນ​ໂຮງ​ຮຽນ​ໄດ້.
  • ກິ​ຈ​ການ​ຊຸມ​ຊົນ ເຊັ່ນ ໂຮງ​ຮຽນ​ເຕັ້ນ​ລຳ ສາ​ມາດ ຮຽນ ​ແລະ ​​ສອນ ໃນ​ໂຮງ​ຮຽນ​ໄດ້.
  • ກິ​ຈ​ກັມ ວິ​ຊາເສີມ ເຊັ່ນ ໂຄ​ງການ​ປ້ອງ​ກັນລ່ວງ​ໜ້າ ແລະ ການ​ໃຫ້​ບໍ​ຣິ​ການດ້ານ  ຄຳ​ແນະ​ນຳ ຈາກ​ພາຍນອກ ກໍ​ສາ​ມາດ ໃຊ້​ສະ​ຖານ​ທີ່ ໃນ​ໂຮງ​ຮຽນ​ໄດ້.
  • ກິ​ຈ​ກັມ ການ​ກິ​ລາ ໂຮງ​ຮຽນ, ຮວມ​ທັງ​ການ​ແຂ່ງ​ຂັນ ລະ​ຫວ່າງ​ໂຮງ​ຮຽນ ແລະ ການ​ແຂ່ງ​ກິ​ລາ ທີ່​ມີ​ການ​ແຕະ​ຕ້ອງ​ສໍາ​ພັດ​ກັນ ສາ​ມາດ​ເລີ້ມ​ຫລິ້ນ​ໄດ້ ເລີ້ມ​ຈາກ ເທີມ 3 ໃນ​ມື້​ວັນ​ທີ 20 ກໍ​ຣະ​ກະ​ດາ 2020. ຊຶ່ງ​ຈະ​ສອດ​ຄ່ອງ​ກັບ ການ​ແຂ່ງ​ກິ​ລາ ຊຸມ​ຊົນ.
ຊອກ​ຫາ​ຂໍ້​ມູນ ເພີ້ມ​ຕື່ມ​ ເພື່ອ​ຄອບ​ຄົວ​ໄດ້ ​ຈາກ:

ສ່ວນຂໍ້ມູນເພີ້ມຕື່ມ ກ່ຽວກັບ ຣັ​ຖ ນີວຊາວແວນລ໌ ຫາ​ໄດ້​ຈາກ: information:

 

ຄວີນສະແລນດ໌ (Queensland)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

  • 20 ຄົນ ອະນຸຍາດໃຫ້ມາເຕົ້າໂຮມກັນຢູ່ ພາຍ​ໃນ ແລະ ນອກເຮືອນໄດ້.
  • 20 ຄົນ ອະນຸຍາດໃຫ້ໄປ​ຮ່ວມ ໃນ​ພິ​ທີ ວິວາຫະມົງຄຸນ ສົມ​ຣົດ​ໄດ້.
  • 100 ຄົນ ອະນຸຍາດໃຫ້ໄປ​ຮ່ວມ ໃນ​ພິ​ທີ ຊາປະນະກິຈສົບ ໄດ້..
ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

ລະ​ຫວ່າງງ​ເດືອນ ມິ​ຖຸ​ນາ ຫາ ທັນ​ວາ 2020 ຄົນ​ງານ​ຊົ່ວ​ຄາວ -casual workers ທີ່ບໍ່​ໄດ້​ຮັບ​ເງິນ​ເມື່ອ​ເຈັບ​ປ່ວຍ -sick leave, ຈະ​ໄດ້​ຮັບ​ເງິນ​ເປັນ​ກ້ອນ $1,500 ຈາກ​  ຣັ​ຖ​ບານ ຣັ​ຖ ຄວີນສະແລນດ໌ ຫາກ​ໄດ້​ຖືກກວດ​ພົບ​ວ່າ ຕິດ​ເຊື້ອ ໂຄໂຣນາໄວຣັສ. ເງິນ​ສວັດ​ດີ​ການ ດັ່ງ​ກ່າວ ຈະ​ຮວມ​ເອົາ ຄົນ​ງານ ທີ່ບໍ່​ສາ​ມາດ​ໄດ້​ຮັບ​ເງິນ ຈາກ​ໂຄງ​ການ JobKeeper ຂອງ​ຣັ​ຖ​ບານ​ກາງນັ້ນ​ນຳ ທີ່ບໍ່​ຈ່າຍ​ໃຫ້ ຄົນ​ງານ​ຊົ່ວ​ຄາວ ທີ່​ເຮັດ​ການ​ຊົ່ວ​ຄາວ​ເຫິງ​ນານ -long-term casual.

20 ອະ​ນຸ​ຍາດ​ໃຫ້​ຢູ່ ​ຮ່ວມ​ກັນ​ໄດ້ ໃນ​ແຕ່​ລະ​ເທື່ອ ເພື່ອ:

  • ໄປ​ກິນ​ອາ​ຫານ ຕາມຮ້ານອາຫານ, ​ຮ້ານ Cafes, ຕາມ ຮ້ານ​ຂາຍ​ເຫລົ້າ pubs, ຕາມ clubs ທີ່​ມີໃບ​ອະ​ນຸ​ຍາດ, ຕາມ RSL clubs, ຕາມ​ໂຮງ​ແຮມ ແລະ casinos ໄດ້, ແຕ່ bars ແລະ ​ການ​ພະ​ນັນ ​ຍັງ​ ມີ​ການ​ຫ້າມ​ຢູ່. ພາຍ​ໃນ​ຮ້ານ ຕ່າງໆ ເຫລົ່ານີ້ ຕ້ອງ​ໄດ້​ ປະ​ຕິ​ບັດ (COVID SAFE).
ໃຫ້​ເບິ່ງ​ລາຍ​ລະ​ອຍດ​ຕາມນີ້: https://www.covid19.qld.gov.au/_data/assets/pdf_file/0020/127235/COVID-Safe-Checklist-RestCafes.pdf)

  • ໄປໂຮງ​ພາບ​ພະ​ຍົນ -cinemas ໃນຮົ່ມ.
  • ໄປ open homes ແລະ ບ່ອນ​ຈັດ​ການ​ປະ​ມູນ.
  • ສວນສ​ນຸກ amusement park ກາງ​ແຈ້ງ, ສະ​ຖານ​ທີ່​ເພື່ອ​ນັກ​ທ່ອງ​ທ່ຽວ, ສວນ​ສັດ ແລະ arcades ໄດ້.
  • ໄປ ບ່ອນ​ສະ​ແດງ​ດົນ​ຕ​ຣີ, ໂຮງ​ລະ​ຄອນ -theatres, ສັງ​ວຽນ, ຫໍ​ປະ​ຊຸມ, ສະໜາມກິລາ ໄດ້.
  • ໄປ ຮ້າມ​ເສີມ​ຄວາມ​ສວຍ​ຄວາ​ມງາມ, ຮ້ານ​ເຮັດ​ເລັບ, ຮ້ານ​ອົບ​ຜິວ, ຮ້ານ ສັກ​ລາຍ ແລະ spas ໄດ້.
ສະ​ຖານ​ທີ່​ທັງ​ໝົດນີ້ ຕ້ອງ​ໄດ້​ປະ​ຕິ​ບັດ (COVID SAFE Checklist).   

ຂໍ້​ຈຳ​ກັດ ໃນ​ການ​ເດີນ​ທາງ

  • ການເດີນທາງ ບໍ່​ມີ​ຂອບ​ເຂດຈຳ​ກັດ ບໍ່​ວ່າ ຈະ​ເດີນ​ທາງເພື່ອໄປພັກ​ຜ່ອນ ຫລື ເພື່ອ​ຄ້າງ​ຄືນ ໃນ​ຣັຖ ຄວີນສະແລນດ໌.
  • ສ່ວນ ຜູ້​ທີ່ຢູ່​ອາ​ສັຍ ໃນເຂດ​ຊົນ​ນະ​ບົດ -outback ສາ​ມາດ ເດີນ​ທາງ​​ໄປພັກ​ຜ່ອນ ຢູ່ໃສ​ກໍ​ໄດ້ ພາຍ​ໃນ​ລະ​ຍະ​ທາງ 500 ກິໂລແມດ ຫ່າງຈາກບ້ານເຮືອນຕົນ​ເອງ.
  • ຣັ​ຖ​ບານ ຣັ​ຖ ຄວີນສະແລນດ໌ ໄດ້​ຮ່ວມມ​ມື​ກັບ ຜູ້​ນຳຊົນ​ເຜົ່າ Aboriginal ແລະ Torres Strait Islander ທີ່​ຢູ່​ຕາມ ຊົນ​ນະ​ບົດ​ຫ່າງ​ໄກ ເພື່ອ​ປະ​ຕິ​ບັດ ແຜນ​ປະ​ຕິ​ບັດ​ການ 3 ລະ​ຍະ ເພື່ອ​ຄວາມ​ປອດ​ພັຍ ແລະ ຫລຸດຜ່ອນ ກົດ​ເກນ​ທີ່​ໄດ້ ລະ​ບຸ​ໄວ້.
ພື້ນ​ທີ່​ແນ​ໃສ່ ໃຫ້​ເບິ່ງ​ຕາມນີ້:

https//www.datsip.qld.gov.au/resources/datsima/covid/remote-communities-roadmap.pdf

ໂຮງຮຽນ

  • ໂຮງ​ຮຽນ ທັງ​ໝົດ ໃນ​ຣັ​ຖ ຄວີນສະແລນດ໌ ໄດ້​ເລີ້ມ​ເຂົາ​ຮຽນ​ຕາມ​ປົກ​ກະ​ຕິ​ຄືນ.
ສຳລັບຂໍ້ມູນເພີ້ມຕື່ມ: https://www.qld.gov.au/covid-19/government-actions/roadmap-to-easing-queenslands-restrictions

 

ເຊົາທ໌ອອສເຕ​ຣເລັຍ (South Australia)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

  • ສູງ​ສຸດ 300 ຄົນ ອະ​ນຸ​ຍາດໃຫ້​ມາ​ ຢູ່ເຕົ້າໂຮມກັນໄດ້ ໃນສະ​ຖານ​ທີ່​ນຶ່ງ.
  • ໃນ​ຫ້ອງ ຫລື ສະ​ຖານ​ທີ່​ນຶ່ງ ສາ​ມາດ​ບັນ​ຈຸ​ຄົນ​ໄດ້ 75 ຄົນ (ໂດຍ​ຕ້ອງ​ຈຳ​ກັດ ໃຊ້​  ກົດ​ເກນ 1 ຄົນຕໍ່ 4 ແມດ​ມົນ​ທົນ).
  • ການ​ຮັກ​ສາ​ລະ​ຍະ​ຫ່າງລະ​ຫວ່າງ​ກັນ ຍັງ​ແມ່ນ 1 ແມດ ເຄິ່ງ​ຢູ່​ຄື​ເກົ່າ.
ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

  • ອະນຸຍາດໃຫ້ ຮັບປະທານອາ​ຫານ ຢູ່ນອກສະ​ຖານ​ທີ່​ ສຳຮັບຮ້ານອາຫານ ແລະ ຮ້ານກາເຟ ໄດ້.
  • ຫ້ອງສະໜຸດ ແລະ ສະລອຍນ້ຳ ເປີດໄດ້ ແຕ່ມີ​ຂອບ​ເຂດຈຳກັດ.
  • ເດີ່ນ​ເດັກນ້ອຍຫລິ້ນ playgrounds, ທຸຣະກິຈການຂາຍເຄື່ອງຂອງຫຍ່ອຍ (retail), campgrounds ແລະ caravan parks ອະນຸຍາດໃຫ້ເປີດ​ໄດ້.
  • ໂຮງ​ພາບ​ພະ​ຍົນ -cinemas ແລະ ໂຮງ​ລະ​ຄອນ ສາ​ມາດ​ເປີດ ຄືນ​ໄດ້.
  • ຫ້ອງ​ຮຽນ​ເຕັ້ນ​ລຳ ແລະ ອອກ​ກຳ​ລັງ​ກາຍ ໃນ​ຫ້ອງ​ໂຖວ​ໃຫຍ່ ສາ​ມາດ​ຮຽນ​ຮ່ວມ​ກັນ​ໄດ້ ເທື່ອ​ລະ 20 ຄົນ, (ແຕ່​ຕ້​ອງ​ຮັກ​ສາ​ແຍກ​ລະ​ຍະ​ຫ່າງ 1 ຄົນ ຕໍ່ 7 ແມັດ​ມົນ​ທົນ)​. ສ່ວນຫ້ອງ​ທີ່​ນ້ອຍ ສາ​ມາດ​ຮຽນ​ຮ່ວມ​ກັນ​ໄດ້ ເທື່ອ​ລະ 10 ຄົນ, (ແຕ່​ຕ້​ອງ​ຮັກ​ສາ​ແຍກ​ລະ​ຍະ​ຫ່າງ 1 ຄົນ ຕໍ່ 4 ແມັດ​ມົນ​ທົນ)​.
ນັບ​ຕັ້ງ​ແຕ່ ວັນ​ທີ 29 ມິ​ຖຸ​ນາ, ຈະ​ເລີ້ມ​ໃຊ້ ກົດ​ເກນ ຂັ້ນ​ສາມ ທີ່​ຈະ​ເປັນ​ຫລັກ​ການ ທີ່​ມີ​ພື້ນ​ຖານ​ງ່າຍ, ນອກ​ຈາກ ກິ​ຈ​ກັມ​ບາງ​ຢ່າງ​ທີ່​ມີ​ຄວາມ​ສ່ຍງ​ສູງ.

ກົດ​ເກນ​ການຈຳ​ກັດ ການເດີນທາງ

  • ພາຍໃນຣັ​ຖ ເຊົາທ໌ອອສເຕຣເລັຍ ການເດີນທາງໄປໃນເຂດຊົນນະບົດບໍ່​ມີ​ການຈຳ​ກັດ.
  • ຣັ​ຖ ເຊົາທ໌ອອສເຕຣເລັຍ ໄດ້​ເລີ້ມ​ເປີດ ເຂດ​ຊາຍ​ແດນ ໃຫ້​ຄົນ​ເດີນ​ທາງ ຈາກ Western Australia, Northern Territory ແລະ Tasmania ເດີນ​ທາງ​ເຂົ້າ​ມາ​ໄດ້. ຜູ້ເດີນ​ທາງເຂົ້າ​ມາ ບໍ່​ຈຳ​ເປັນ​ຕ້ອງ ແຍກ​ກັກ​ໂຕ 14 ມື້​ເມື່ອ​ທາ​ຮອດ ເຊົາທ໌ອອສເຕຣເລັຍ.
ໂຮງຮຽນ

  • ໂຮງຮຽນ ໃນ​ຣັ​ຖ ເຊົາອອສເຕຼເລັຍ ໄດ້ເປີດມານັບ​ຕັ້ງແຕ່ຕອນເລີ້ມຕົ້ນງຂອງເທີມ 2 ແລະ ນັກຮຽນໄດ້ ຮັບຄຳ​ແນະ​ນຳສ​ນັບ​ສ​ນູນ ໃຫ້ໄປເຂົ້າໂຮງຮຽນ. ພາຍຫລັງການ​ເປີດ​ຮຽນ ເທີມ 2 ການຊີ້ນຳ ສຳລັບໂຮງຮຽນຫລວງ ຂອງຣັ​ຖ ເຊົາອອສເຕຣເລັຍ ແມ່ນ​ແນ​ໃສ່ ໂຕ້ຕອບ ການຣະບາດ ຂອງ ໂກວິດ-19. ໃຫ້ເບິ່ງ: https://www.education.sa.gov.au/sites/default/files/term-2-operating-guidelines.pdf
ສຳຮັບຂໍ້ມູນເພີ້ມ​ຕື່ມ: https://www.covid-19.sa.gov.au/recovery

 

ແວສເຕີນອອສເຕ​ຣເລັຍ (Western Australia)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

ຈຳ​ນວນຄົນ ທີ່ບໍ່​ແມ່ນ​ມາເຮັດ​ວຽກ​ເຮັດ​ການ ອະ​ນຸ​ຍາດ​ໃຫ້ເຕົ້າໂຮມກັນໄດ້​ຫລາຍ​ຂຶ້ນ, ແລະ ທຸ​ຣະ​ກິ​ຈ​ການ​ຄ້າ ກໍ​ສາ​ມາດ ເປີດ​ໄດ້ ຫລາຍ​ຕຶ່​ມ​ຂຶ້ນ.

  • ຂໍ້​ຈຳ​ກັດໃຫ້​ແຕ່​ລະ​ຄົນ​ແຍກ​ລະ​ຍະ​ຫ່າງ ຢູ່​ໃນ​ຂອບ 4 ແມດ​ມົນ​ທົນ ໄດ້​ຖືກ​ຕັດ​ຫລຸດ ລົງ​ມາ​ເຫລື​ອ​ ຢູ່ 2 ແມດ​ມົນ​ທົນຕາມ​ສະ​ຖານ​ທີ່ພົບ​ປະສັງ​ສັນ​ກັນທຸກ​ບ່ອນ ພາຍ​ໃນ ຣັ​ຖ ແວສເຕີນອອສເຕ​ຣເລັຍ ແລະ ກິ​ຈກັມທັງ​ໝົດ ກໍ​ໄດ້​ຮັບ​ອະ​ນຸ​ຍາດ ໃຫ້​ໃຊ້ການ​ຄວບ​ຄຸມ ລະ​ຍະ 3 ຫລື Phase 3.
  • ທຸຣະກິຈການຄ້າທົ່ວ​ໄປ ໃນຣັ​ຖ ແວສເຕີນອອສເຕ​ຣເລັຍ ຕ້ອງ​ປະ​ຕິ​ບັດ​ຕາມເງື່ອນ​ໄຂ ​ກຳ​ໜົດ​ບົ່ງ​ໄວ້ ໃນ COVID Safety Plan ກ່ອນທີ່​ຈະ​ເລີ້ມ​ເປີດ ກິ​ຈ​ກາ​ນ​ຄືນ.
ທຸຣະກິຈການຄ້າ ທີ່​ໄດ້​ເປີດ​ຄືນ ພາຍ​ໄຕ້ ກົດ​ເກນ ການ​ຄວບ​ຄຸມ ລະ​ຍະ 2 ຫລື Phase 2 ຕ້ອງ​ໄດ້ ດັດ​ແປງ update COVID Safety Plans ຂອງ​ຕົນ.

  • ການ​ເຕົ້າ​ໂຮມ​ກັນ ໂດຍທີ່ບໍ່​ແມ່ນເພື່ອ​ມາ​ເຮັດ​ວຽກ​ເຮັດ​ການ ທັງ​ຢູ​ພາຍ​ໃນ ແລະ ນອກ​ສະ​ຖານ​ທີ່ ອະ​ນຸ​ຍາດ​ໃຫ້ ມີ​ໄດ້​ຮອດ 100 ຄົນ ຕໍ່​ນຶ່ງພື້ນ​ທີ່ໆ ບໍ່​ແຍກ​ກັນ, ແລະ ອະ​ນຸ​ຍາດ​ໃຫ້ ມີ​ໄດ້​ຮອດ 300 ຄົນ ໃນ​ສະ​ຖານ​ທີ່​ທັງ​ໝົດ ທີ່​ມີ​ພື້ນ​ທີ່​ແບ່ງ​ແຍກ​ກັນ ເປັນ​ຫລາຍໆ​ຫ້ອງ (ໂດຍ​ໃຊ້​ກົດ​ລະ​ບຽບ 100/300).
  • ພິ​ທີ ວິ​ວາ​ຫະ​ມຸງ​ຄຸນ ແລະ ຊາ​ປະ​ນະ​ກິ​ຈ​ສົບ ອະ​ນຸ​ຍາດ​ໃຫ້ ມີ​​ຮອດ 100 ຄົນມາ​ຮ່ວມ​ໄດ້.
ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

  • ຮ້ານ​ອາ​ຫານ ແລະ ຮ້ານທີ່​ມີໃບອະ​ນຸ​ຍາດ ສາ​ມາດ​ເປີດ​ໄດ້.
  • ຂາຍເຫລົ້າ ໂດຍບໍ່​ຕ້ອງ​ກິນອາ​ຫານ​ນຳ​ໄດ້.
  • ສູນ​ອາ​ຫານ food courts ສາ​ມາດ​ເປີດ ຄຶນ​ໄດ້.
ຮ້ານ​ອາ​ຫານ ແລະ ຮ້ານ​ຂາຍ​ເຄື່ອງ​ດື່ມ​ທັ​ງ​ໝົດ ສາ​ມາດ​ເປີດ​ໄດ້ ໂດຍ​ທີ່ ແຂກ/ລູກ​ຄ້າ ຕ້ອງ​ນັ່ງ.

  • ການ​ບໍ​ຣິ​ການ ດ້ານຄວາມ​ສວຍ​ຄວາມ​ງາມ​ທັງ​ໝົດ ຮວມ​ທັງ​ ການ​ເຮັດ​ເລັບ, ການ​ເຮັດ​ສີ​ຜິວ ແລະ ການ​ເຄືອບ​ສີ​ກາຍ ສາ​ມາດ​ເລີ້ມ​ຄືນ​ໄດ້​.
  • Saunas, bath houses, ສູນ​ບໍ​ຣິ​ການ ສຸ​ຂ​ພາບເພື່ອ​ການ​ຢູ່​ດີ, float centres, spas ແລະ ສູນນວດ​ຮ່າງ​ກາຍ ສາ​ມາດ​ເປີດ ຄຶນ​ໄດ້ (ໂດຍ​ໃຊ້​ກົດ​ລະ​ບຽບ 100/300).
  • ບ່ອນ​ອອກ​ກຳ​ລັງ​ກາຍ gyms, health clubs, ແລະ ສູນກິ​ລາ​ໃນ​ຮົ່ມ ສາ​ມາດ​ໃຫ້​ບໍຣິ​ການ ຕາມກິ​ຈ​ກັມ​ປົກ​ກະ​ຕິ​ໄດ້, ຊຶ່ງ​ຮວມ​ທັງ​ການ​ໃຊ້ ອຸ​ປະ​ກອນ ທັງ​ໝົດ​ຂອງ gym (ແຕ່ gyms ຕ້ອງ​ມີ​ເຈົ້າ​ໜ້າ​ທີ່ ເບິ່ງ​ແຍງຕ​ລອດ​ເວ​ລາ ເພື່ອ​ທຳ​ຄວາມ​ສະ​ອາດ ໃຫ້​ສມໍ່າ​ສ​ເມີ)
  • ກິລາແຂ່ງ​ຂັນ ທີ່ມີ​ການຖືກ​ເນື້ອ​ຕ້ອງ​ຕົວ ແຕະຕ້ອງກັນ ​ທັງການຝຶກຫັດ​ ກິ​ລາ ອະນຸຍາດ ໃຫ້ເຮັດ​ໄດ້.
  • ເດີ່ນ​ເດັກນ້ອຍ​ຫລິ້ນ -playgrounds, ອຸ​ປະ​ກອນ ຂອງ gym ກາງ​ແຈ້ງງ ແລະ skate parks ອະນຸຍາດ ໃຫ້ໃຊ້​ໄດ້.
  • ຫ້ອງວາງ​ສະ​ແດງ​ຮູບ​ພາບ -galleries, ພິ​ພິ​ຕ​ພັນ, ໂຮງ​ລະ​ຄອນ, ຫ້ອງ​ປະ​ຊຸມ, ໂຮງ​ພາບ​ພະ​ຍົນ ແລະ ບ່ອນ​ສະ​ແດ​ງ​ດົນ​ຕ​ຣີ ສາ​ມາດ​ເປີດ ຄຶນ​ໄດ້. (ໃນ​ເວ​ລາ​ທີ່​ມີ​ການ ສະ​ແດງ ຜູ້​ເຂົ້າ​ເບິ່ງ ຕ້ອງ​ນັ່ງ​ (ໂດຍ​ໃຊ້​ກົດ​ລະ​ບຽບ 100/300).
  • ສວນ​ສັດ ຢູ່​ Perth ຈະ​ເປີດ​ໄດ້ ບໍ່​ມີ​ການ​ຈຳ​ກັດ​ຈຳ​ນວນ ຄົນ​ເຂົ້າ​ເບິ່ງ, (ແຕ່​ສຳ​ລັບ ສະ​ຖານ​ທີ່ ​ໃນ​ຮົ່ມ ເຊັ່ນ ຮ້ານອາຫານ ແລະ ຮ້ານກາເຟ ຕ້ອງ​ໃຊ້ ກົດ​ລະ​ບຽບ 100/300).
  • ບ່ອນ​ເບິ່ງ​ທັມ​ມະ​ຊາດ ແລະ ສັດ​ປ່າ -wildlife ແລະ ສວນສ​ນຸກ amusement parks ສາ​ມາດ​ເປີດ ຄຶນ​ໄດ້ (ໂດຍ​ໃຊ້​ກົດ​ລະ​ບຽບ 100/300).
  • Arcades (ຮວມ​ທັງ pool/snooker, ten pin bowling ແລະ Timezone) skate rinks ແລະ ສູນ​ເດັກ​ນ້ອຍ​ຫລິ້ນ ໃນ​ຮົ່ມ ສາ​ມາດ​ເປີດ ຄຶນ​ໄດ້ (ໂດຍ​ໃຊ້​ກົດ​ລະ​ບຽບ 100/300).
  • Rottnest Island ເລີ້ມ​ເປີດ ເພື່ອ​ສາ​ທາ​ຣະ​ນະຊົນ ​ຄືນ.
  • TABs ແລະ Pub TABs ອະນຸຍາດ ໃຫ້ເປີດ​ຄືນ ເພື່ອ​ລົງ​ພະ​ນັນ ແລະ ເບິ່ງ​ການ​ຖ່າຍ​ທອດການ​ຫລີ້ນກິ​ລາ ​ໄດ້.
  • ການ​ຫລິ້ນ​ພະ​ນັນ ໃນ Crown Casino ຍັງ​ອັດ​ຕໍ່​ໄປ​ຢູ່ ໃນ ລະ​ຍະ 3 ຫລື Phase 3 ນີ້. 
ກົດ​ເກນ​ການຈຳ​ກັດ ການເດີນທາງ

  • ການ​ເດີນ​ທາງໄດ້​ຮັບ​ອະ​ນຸ​ຍາດໃຫ້​ເຮັດ​ໄດ້ ພາຍ​ໃນ​ຣັ​ຖ ແວສເຕີນອອສເຕ​ຣເລັຍ ​ຮວມ​ທັງເຂດ​ພື້ນ​ທີ່ the Kimberley, ແຕ່ເຂດຊຸມ​ຊົນ Aboriginal ທີ່​ຢູ່​ຫ່າງ​ໄກ​ສອກ​ຫລີກ ຍັງ​ມີ​ການ​ສັ່ງ​ຫ້າມ​ຢູ່.
  • ຫາກ​ທ່ານເດີນ​ທາງ​ໄປພັກ​ຜ່ອນ ໄປ holidays ໃຫ້​ປະ​ຕິ​ບັດ ການ​ຮັກ​ສາ​ລະ​ຍະ​ຫ່າງ ແລະ ຮັກ​ສາ ສຸ​ຂ​ອະ​ນາ​ມັຍ ຢ່າ​ໄປພັກ​ຜ່ອນ ໄປ holidays ຫາກ​ຮູ້​ສຶກ ບໍ່​ສະ​ບາຍ.
ໂຮງຮຽນ

  • ໂຮງຮຽນຫລວງ ໃນ​ຣັ​ຖ ແວສເຕີນອອສເຕຼເລັຍ ໄດ້ເປີດຂຶ້ນໃນ ຕອນຕົ້ນ ຂອງເທີມທີ່ 2 ສຳລັບທຸກຄອບຄົວທີ່ ເລືອກ ສົ່ງລູກໆ ໄປເຂົ້າໂຮງຮຽນ.
  • ສຳລັບນັກຮຽນທີ່ຮຽນຢູ່ບ້ານຢູ່​ເຮືອນ, ກໍມີການຊ່ວຍເຫລືອ ເພື່ອ​ການ​ຮຽນທາງໄກ ແລະ ມີອຸ​ປະກອນ ໄວ້ໃຫ້ບໍຣິການ.
  • ພໍ່​ແມ່/ຜູ້​ປົກ​ຄອງ ສາ​ມາດ ເຂົ້າ​ໄປ​ໃນ​ພື້ນ​ທີ່ ເຂບ​ເຂດໂຮງ​ຮຽນ​ໄດ້ ເມື່ອ​ໄປ​ສົ່ງ ແລະ ຮັບ​ເອົາ ເດັກ​ນ້ອຍ ລູກ​ຫລານ.
ສຳລັບຂໍ້ມູນເພີ້ມຕື່ມ ກ່ຽວ​ກັບໂຮງຮຽນ ໃນ ແວສເຕີນອອສເຕຣເລັຍ ໃຫ້​ເຂົ້າ​ເບິ່ງ: https://www.wa.gov.au/organisation/department-of-the-premier-and-cabinet/covid-19-coronavirus-education-and-family-advice.

ສຳລັບຂໍ້ມູນເພີ້ມ: http://www.wa.gov.au/covid19roadmap

 

ທັສມາເນັຍ (Tasmania)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

  • 20 ຄົນ ອະນຸຍາດໃຫ້ເຕົ້າໂຮມກັນ ທັງຢູ່ໃນຮົ່ມ ແລະ ຢູ່ໃນທີ່​ໂລ່ງ​ແຈ້ງ
​ໄດ້ ຮວມ​ທັງໃນ ຮ້ານ​ອາ​ຫານ​/ຮ້ານ cafes, ໂຮງ​ພາບ​ພ​ຍົນ -cinemas, ພິ​ພິ​ຕ​ພັນ, ຫ້ອງວາງ​ສະ​ແດງ​ຮູບ​ພານ -galleries, ສະ​ຖານ​ທີ່​ທາງ​ປ​ວັດ​ສາດ, ທັງ​ການ ເຕົ້າໂຮມກັນ ເພື່ອ​ທຳ​ພິ​ທີ​ທາງ​ສາ​ສ​ນາ ແລະ ງານ​ວິ​ວາ​ຫະ​ມຸງ​ຄຸນ ນັ້ນ​ນຳ.

  • ​50 ຄົນ ອະນຸຍາດໃຫ້ ໄປ​ຮ່ວມ​ໃນ​ພິ​ທີ ຊາປະນະກິຈ​ສົບກາງ​ແຈ້ງ​ -outdoor ໄດ້.
ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

ກົດ​ເກນ​ການຈຳ​ກັດ ການເດີນທາງ

  • ການຄວບຄຸມເຂດຊາຍແດນຍັງ​ກຳ​ໜົດໃຫ້ແຍກກັກໂຕ -quarantine 14​ ມື້ຕໍ່ໄປຢູ່, ແຕ່​ລຳ​ລັບຄົນ ທັສມາເນັຍ ເອງ ​ສາ​ມາດແຍກ​ກັກໂຕ -quarantine ຢູ່​ເຮື​ອນ​ຕົນ​ເອງ​ໄດ້ ຫາກ​ມີ​ຄວາມ​ເໝາະ​ສົມ.
  • ບ່ອນ​ພັກ​ພາ​ອາ​ສັຍ ບໍ່​ມີ​ເຂດ​ຈຳ​ກັດ
  • ບ່ອນ camping, ບ່ອນຄ້າງ​ຄືນ​ໃນ​ເຮືອ ​ກະຕູ​ບ​ບ່ອນ​ພັກ​ຊົ່ວ​ຄາວ ເລີ້ມ​ເປີດ​ຄືນ​ໄດ້.
  • Open homes ແລະ ບ່ອນ​ຈັດ​ການ​ປະ​ມູນ ເລີ້ມ​ເປີດ​ຄືນ​ໄດ້ ມີ​ກຳ​ນົດ 20 ຄົນ.
  • ບ່ອນອອກ​ກຳ​ລັງ​ກາຍ -gyms, ສູນ​ຝຶ​ຫັດ -boot camps ໃຊ້​ໄດ້​ເທື່ອ​ລະ 20 ຄົນ.
  • ຮ້ານ​ເສີມ​ຄວາມ​ສວຍ​ຄວາມ​ງາມ (ຮວມ​ທັງ​ງ​ຮ້ານ ສັກ​ລາຍ, ເຮັດ​ເລັບ, ທາ​ນ້ຳ​ມັນ, ເຮັດ​ໜ້າ ແລະ ຄືບ​ສີຮ່າງກາຍ) ເປີດ​ໄດ້ ບໍ່​ໃຫ້​ກາຍ 20 ຄົນ.
  • ອຸ​ປກອນ ອອກ​ກໍ​ລັງ​ກາຍໃນ​ສວນ​ສ​າທາຣະ​ນະ ແລະ ບ່ອນ​ຫລິ້ນ​ເດັກ​ນ້ອຍ ເປີດ​ໄດ້ ບໍ່​ໃຫ້​ກາຍ 20 ຄົນ.
  • ກິ​ລາ​ຊຸມ​ຊົນ​ກາງ​ແຈ້ງເລີ້ມ​ຄືນ​ໄດ້ບໍ່​ໃຫ້​ກາຍ 20 ຄົນ ຮວມ​ທັງ​ນັກ​ກິ​ລາ​ແລະ​ຄ​ຣູ​ສອນ.
  • ກິ​ລາ​ໃນ​ຮົ່ມ ແລະ ກິ​ຈ​ກັມ​ເພື່ອ​ການ​ພັກ​ພ່ອນ ຮວມ​ທັງ​ງ​ສະ​ລອຍຍຍ​ນໍ້າ ອະ​ນຸ​ຍາດ​ໃຫ້​ໃຊ້​ໄດ້​ຮອດ 20 ຄົນ ບໍ່​ໃຫ້​ມີ​ຄົນ​ເຂົ້າ​ເບິ່ງ.
ໂຮງ​ຮຽນ

  • ໂຮງຮຽນ​ທັງ​ໝົດ ໃນ​ຣັ​ຖ ທັສມາເນັຍ ໄດ້ເລີ້ມເຂົ້າຄືນ ແລະ ນັກ​ຮຽນ ກໍ​ໄດ້ ເຂົ້າຮຽນຄືນ ຕາມ​ປົກ​ກະ​ຕິ.
ຕ້ອງ​ການ ຂໍ້ມູນເພີ້ມຕື່ມ ໃຫ້​ເບິ່ງ: http://www.premier.tas.gov.au/releases/tasmanias_roadmap_to_recovery

 

ນໍເທີນເທຣິຕໍຣີ (Northern Territory)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

ສຳ​ລັບ ນໍເທີນເທຣິຕໍຣີ (Northern Territory) ກົດ​ລະ​ບຽບ​ໃໝ່ ໃນ​ການ ເກັບ​ກັກ​ແຍກຕົນ​ເອງ:

  • ນໍເທີນເທຣິຕໍຣີ (NT) ໄດ້​ປ່ຽນ​ແປງ​ຈາກການ ເກັບ​ກັກ​ແຍກຕົວ -quarantine 14 ມື້ ​ແບບ​ອັ​ຕ​ຕະ​ໂນ​ມັດ ແລະ ມີ​ການ​ຄວບ​ຄຸມ ມາ​ເປັນ​ການ ເກັບ​ກັກ​ແຍກຕົວ -quarantine 14 ມື້ດ້ວຍ​ຕົນ​ເອງ ແລະ ໃນ​ເຮືອນ ຂອງ​ຕົນ​ເອງ ຫລື ໃນ​ບ່ອນ​ຢູ່​ສ່ວນ​ຕົວ; ຫລື ຢູ່​ຕາມ ບ່ອນ​ຢູ່ ໃຫ້​ເຊົ່າ​ຈ່າຍ​ເງິນ​ເອງ. ຄວນກວດ​ກາ​ເບິ່ງ ກົດ​ລະ​ບຽບ ໃຫ້​ຄັກ​ແນ່ ຕາມ ເວັບໄຊ້ທ໌ ຂ້າງ​ລຸ່ມ ນີ້:
  • ບໍ່ມີ ກົດ​ເກນ​ການຈຳ​ກັດ ຈຳນວນຄົນເຕົ້າໂຮມກັນ ພາຍ​ໃນ ນໍເທີນເທຣິຕໍຣີ, ແຕ່  ປະ​ຊາ​ຊົນ ໄດ້ຖຶກຮຽກຮ້ອງຂໍໃຫ້ ຍຶດ​ຖື​ປະ​ຕິ​ບັດ ລະ​ບົບ​ຮັກ​ສາ​ລະ​ຍະ​ຫ່າງ 1 ແມດ ເຄີ່ງ ສຳ​ລັບສ່ວນ​ບຸກ​ຄົນ.
  • ງານວິວາຫະມົງຄຸນ ແລະ ພິ​ທີຊາ​ປະ​ນະ​ກິ​ຈ​ສົບ ໄດ້​ຮັບອະນຸຍາດ.
ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

  • ການອອກກຳລັງກາຍ, ການເຕົ້າໂຮມກັນຢູ່ນອກເຮືອນ, ການລອຍນ້ຳ, ການຕຶກເບັດ ແລະ ການ​ຂັບຂີ່ເຮືອ ໄດ້​ຮັບອະນຸຍາດ.
  • ສວນຫລິ້ນ skate ຫລື skate parks, ສະລອຍນ້ຳ, ສະ​ໜາມເດັກ​ນ້ອຍ​ຫລິ້ນ playgrounds ແລະ ບ່ອນ​ອອກ​ກຳ​ລັງ​ກາຍ gyms ທີ່ຢູ່ກາງ​ແຈ້ງ ໄດ້​ຮັບອະນຸຍາດ ໃຫ້ເປີດ ໃຊ້​ໄດ້​.
  • ເລີ້ມແຕ່ວັນທີ 15 ພຶດສະພາ 2020 ມາ ຮ້ານກາເຟ, ຮ້ານອາຫານ, ບາຣ -bars, ການຝຶກຫັດນັກກິລາ, ຕລາດຢູ່ກ້ອງຫລັງຄາ, gyms, ຫ້ອງສະໜຸດ, ຫ້ອງວາງ​   ສະ​ແດງຮູບ​ພາບ -galleries, ​ພິ​ພິ​ຕະ​ພັນ ໄດ້ຖຶກ ອະນຸຍາດ ໃຫ້ເປີດ.
  • ສະ​ຖານ​ທີ່ ຫລິ້ນ​ພະ​ນັນ ທີ່​ມີ​ໃບ​ອະ​ນຸ​ຍາດ ຮວມ​ທັງ​ TAB ໄດ້ຮັບອະນຸຍາດ ໃຫ້ເປີດຄືນ​ໝົດ.
  • ກິ​ລາປະ​ເພດ​ທີ່​ຫລິ້ນ​ເປັນໝູ່ເປັນທີມເຊັ່ນ football, basketball, soccer, netball ໄດ້​ເລີ້ມ​ຄືນ.
  • ໂຮງ cinema, ໂຮງ​ລະ​ຄອນ, ບ່ອນ​ສະ​ແດງ​ດົນ​ຕ​ຣີ, ບ່ອນ​ເຕັ້ນ​ລຳ, nightclubs ແລະ​ ບາ​ຣ -bars ທີ່ບໍ່ຈໍາ​ເປັນ​ຕ້ອງ ໃຫ້​ການ​ບໍ​ຣິ​ການ ດ້ານອາ​ຫານ​ນຳນັ້ນ ກໍ​ໄດ້ ໃຫ້​ບໍ​ຣິ​ການ ຄືນ​ອີກ.
  • ຍັງມີ ການ​ກຳໜົດ​ຈຳ​ກັດທີ່​ຜ່ານ​ມາ ສຳ​ລັບ ການ​ຜ່າ​ຕັດ ເພື່ອ​ຄວາມ​ສວຍ​ຄວາມ​ງາມ. ການ​ກຳ​ໜົດ​ຈຳ​ກັດ ທີ່​ຜ່ານ​ມາ ສຳ​ລັບ ການສັກ​ລາຍ ກໍໄດ້​ຮັບອະນຸຍາດໃຫ້ເປີດໃຊ້.
  • ສວນ​ສະ​ໜຸກ amusement parks, ສູນ​ຊ່ວຍ​ເຫລື​ອ​ຊຸມ​ຊົນ, ສູນ​ພັກຜ່ອນ ຫລື play centre ແມ່ນ​ໄດ້​ເປີດ​ຄືນ​ໝົດ.
  • ການ​ຮ່ວມ​ເຂົ້າ​ເບິ່ງ​ກິ​ລາ​ຊຸມ​ຊົນ ຫາກ​ມີ ຄົນ​ເຂົ້າ​ເບິ່ງ​ຫລາຍກວ່າ 500 ຄົນ ຕ້ອງ​ໄດ້​ຮັບ​ອະ​ນຸ​ຍາດ ສະ​ເພາະ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ COVID-19 Safety Plan.
  • ທຸຣະກິຈການຄ້າ, ສ​ະ​ຖານ​ທີ່​ອຳ​ນວຍຄວາມ​ສະ​ດວກ ແລະ ໃຫ້​ການ​ບໍ​ຣິ​ການ ຕ່າງໆ ທີ່​ເຄີຍ ມີກຳໜົດ​ຈຳ​ກັດ​ຫ້າມ ບາດນີ້ ໄດ້​ຮັບ​ອະ​ນຸ​ມັດ ໃຫ້ ເປີດ​ຄືນໄດ້.
  • ກິ​ຈ​ການ ໃຫຍ່ໆ ກໍ​ຈະ​ໄດ້​ຮັບ ອະ​ນຸ​ມັດ ເປັນ ກໍ​ຣະ​ນີ ກໍ​ຣະ​ນີ ໄປ.
ກົດ​ເກນ​ການຈຳ​ກັດ ການເດີນທາງ

ສະ​ຖານ​ທີ່ໆ​ຮ້ອງວ່າ biosecurity zones ໄດ້​ຖືກ ເປີດ​ຄືນ. ນອກ​ຈາກວ່າ ຈະ​ອັດ​ຕາມ​ລະ​ດູ​ການ, parks ແລະ reserves ຈະ​ຖືກ​ເປີດ​ຄືນ ເພື່ອ​ໃຫ້ປະ​ຊາ​ຊົນ ນໍເທີນເທຣິຕໍຣີ ເຂົ້າ​ໄປ​ໄດ້.

ເງື່ອນ​ໄຂແລະການ​ສາ​ມາດ​ເຂົ້າ​ໄປ ໃນ parks ໄດ້ ຢູ່ ນໍເທີນເທຣິຕໍຣີ (NT) ສາ​ມາດ​ປ່ຽນ​ແປງ​ໄດ້ ໃນ​ເວ​ລາ​ອັນ​ກະ​ຈັ້ນ, ດ້ວຍ​ເຫດນີ້ຈຶ່ງ​ຄວນກວດເບິ່ງ ເວັບໄຊ້ທ໌ ຂ້າງ​ລຸ່ມ​ກ່ອນ:

  • ​ກວດ​ເບິ່ງງວ່າ parks ເປີດບໍ່: ໃນ​ເ​ຂດ Darwin
  • ກວດ​ເບິ່ງງວ່າ parks ເປີດບໍ່: ໃນ​ເ​ຂດ Katherine
  • ກວດ​ເບິ່ງວ່າ parks ເປີດບໍ່: ໃນ​ເ​ຂດ Tennant Creek ແລະ Barkly
  • ກວດ​ເບິ່ງວ່າ parks ເປີດບໍ່: ໃນ​ເ​ຂດ Alice Springs
ຄົນ​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດ ຍັງ​ຕ້ອງ​ໄດ້ ເກັບ​ກັກ​ແຍກຕົວ -quarantine 14 ມື້ ​ແບບ​ອັ​ຕ​ຕະ​ໂນ​ມັດ ແລະ ມີ​ການ​ຄວບ​ຄຸມ ຢູ່​ຕາມ ບ່ອນ​ຢູ່ ໃຫ້​ເຊົ່າ​ຈ່າຍ​ເງິນ​ເອງ ນັ້ນ​ຕໍ່​ໄປ. ເນື່ອງ​ຈາກວ່າ ຄວາມ​ສ່ຽງ​ຍັງ​ມີ​ສູງກວ່າ ສຳ​ລັບຄົນ​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດ.

ໂຮງຮຽນ

  • ນັກ​ຮຽນທຸກ​ຄົນ ໃນ​ເຂດ​ປົກ​ຄອງ ນໍເທີນເທຣິຕໍຣີ ໄດ້ກັບ​ຄືນໄປເຂົ້າໂຮງຮຽນ ຕາມ​ປົກ​ກະ​ຕິ ແລ້ວ.
  • ໃນ​ກໍ​ຣະ​ນີ​ທີ່ຄອບ​ຄົວ ເລືອກ​ທີ່​ຈະ ບໍ່​ສົ່ງລູກ​ເຕົ້າ ໄປ​ເຂົ້າໂຮງຮຽນ, ເດັກ​ນ້ອຍນັກ​ຮຽນ ຕ້ອງ​ໄດ້​ຮຽນຢູ່​ບ້ານ​ຢູ່​ເຮືອນ ຄື learning from home.
ຂໍ້ມູນເພີ້ມຕື່ມ ກ່ຽວກັບໂຮງຮຽນ ໃນ ເຂດ​ປົກ​ຄອງງນໍເທີນເທຣິຕໍຣີ: https://education.nt.gov.au/publications/information-for-term-2-2020? SQ_VARIATION_814972=0

 

ເອຊີທີ (Australian Capital Territory)

ກົດ​ເກນ​ການຈຳ​ກັດ ຈຳນວນຄົນທີ່​ມາເຕົ້າໂຮມກັນ

  • ຈຳນວນຄົນທີ່​ມາຢ້ຽມ​ຢາມ ເຕົ້າໂຮມກັນ ພາຍ​ໃນ​ເຮືອນ ບໍ່​ມີ​ຂໍ້​ຈໍາກັດ.
  • ການເຕົ້າໂຮມກັນ ຂອງ​ສາ​ທາ​ຣະ​ນະ ອະ​ນຸ​ຍາດ​ໃຫ້ ມີ​ໄດ້​ຮອດ 100 ຄົນ (1 ຄົນ ຕໍ່ 4 ແມັດ​ມົນ​ທົນ ສໍາ​ລັບ ສະ​ຖານ​ທີ່​ໃນ​ຮົ່ມ​ແລະ​ໂລ່ງ​ແຈ້ງ), ຮວມ​ທັງ​ພິ​ທີ ຊາ​ປະ​ນະ​ກິ​ຈ​ສົບ​ນັ້ນ​ດ້ວຍ.
ຂໍ້​ມູນ​ເພີ້ມ​ຕື່ມ ສໍາ​ລັບ ການເຕົ້າໂຮມກັນ ໃຫ້​ເບິ່ງ:

ກົດ​ເກນ​ການຈຳ​ກັດ ການເດີນທາງ

  • ນັບ​ຕັ້ງ​ແຕ່ມື້ວັນ​ທີ 1 ມິ​ຖຸ​ນາ 2020 ມາ ປະ​ຊາ​ຊົນທີ່​ອາ​ສັຍ ຢູ່ Canberra ​ສາ​ມາດ ເດີນ​ທາງ ໄປຢ້ຽມ​ຢາມ ຄືໄປ holiday ໃນ ຣັ​ຖ NSW ໄດ້.
 ທຸຣະກິຈການຄ້າ ແລະ ການພັກ​ຜ່ອນ

  • ຂໍ້​ສເນີແນະ ສຳ​ລັບ ACT ເພື່ອ ທຸຣະກິຈການຄ້າ: https://www.covid19.act.gov.au/resources
  • ສຳ​ລັບ ຜ​ະແນກການຕ້ອນ​ຮັບ ແລະ ການ​ບໍ​ລິ​ການ (ຮ້ານກາເຟ, ຮ້ານອາຫານ, ບາຣ -bars, ຮ້ານ​ດື່ມ​ເຫລົ້າ pubs, clubs, ຈຳ​ນວນ​ລູກ​ຄ້າ ທີ່​ເຂົ້າ​ມາ​ໄດ້ ແຕ່​ລະ​ເທື່ອ ແມ່ນບໍ່​ໃຫ້​ກາຍ 100 ຄົນ ທັງ​ສະ​ຖານ​ທີ່​ໃນ​ຮົ່ມ ແລະ ກາງ​ແຈ້ງ, ຫລື ຜູ້​ນຶ່ງ​ຕ້ອງ ແຍກ​ລະ​ຍະ​ຫ່າງ 4 ແມັດ​ມົນ​ທົນ ເອົາ​ຕາມ​ກໍ​ຣະ​ນີ​ໃດໜ້​ອຍກວ່າ ແລະຈຳ​ນວນ ນີ້ ບໍ່​ນັບ​ໄລ່​ຮວມ​ເອົາ ພະ​ນັກ​ງານ​ເຮັດ​ວຽກ​ນັ້ນ​ນຳ.
  • ສຳ​ລັບ ບາຣ -bars, ຮ້ານ​ດື່ມ​ເຫລົ້າ pubs, clubs ໃຫ້​ບໍ​ລິ​ການ ຫລື ເສີບ​ເຫລົ້າ​ໄດ້ ໃຫ້​ກຸ່ມ​ລູກ​ຄ້າ ທີ່​ຈອງ​ໂຕ໋ະ​ໄວ້​ ໂດຍບໍ່​ກາຍ 10 ຄົນ ຫລື ໂຕ໋ະທີ່ບໍ່ ເສີບ​ອາ​ຫານ​ກໍ​ໄດ້.
  • ການ​ຊ້ອມ​ກິ​ລາ, ການ​ເຕັ້ນ​ລຳ ແລະ ສິ​ລປະການ​ຕໍ່​ສູ້ ປະ​ເພດທີ່ ແຕະ​ຕ້ອງຖືກ​ເນື້ອ​ຕ້ອງ​ຕົວ​ກັນ ກໍ​ອະ​ນຸ​ຍາດ​ເຮັດ​ໄດ້.
ກິ​ຈ​ກັມ​ຕໍ່​ໄປ​ນີ້ ສາ​ມາດ​ເປີດ​ໄດ້, ໂດຍ​ຕ້ອງ ແຍກ​ລະ​ຍະ​ຫ່າງ 4 ແມັດ​ມົນ​ທົນ ຕໍ່​ຄົນ​(ຮວມ​ທັງ ພະ​ນັກ​ງານ​ເຮັດ​ວຽກ​ນັ້ນ​ນຳ):

  • ສະ​ຖານ​ທີ່ ເພື່ອ​ທຳ​ພິ​ທີ​ທາງ​ສາ​ສ​ນາ.​
  • ​ໂຮງ​ພາບ​ພະ​ຍົນ ແລະ ໂຮງ​ລະ​ຄອນ.
  • ສະ​ຖານ​ທີ່ ທັງ​ໃນ​ຮົ່ມ ແລະ ກາງ​ແຈ້ງ ເພື່ອມະ​ຫໍຣະ​ສົບ, ຫ້ອງວາງ​ສະ​ແດງ​ຮູບ​ພາບ ແລະ ບ່ອນ ສໍາ​ລັບ ເດັກ​ນ້ອຍ​ຫລີິ້ນ.
  • ບ່ອນ​ອອກ​ກຳ​ລັງ​ກາຍ, ສະ​ໂມ​ສອນ​ເພື່ອ​ສຸ​ຂ​ພາບ, fitness ແລະ ບ່ອນເຕັ້ນ​ລຳ.
  • ສະ​ລອຍ​ນ້ຳ.
  • ການ​ແຂ່ງ​ຂັນ​ກິ​ລາ​ຊຸມ​ຊົນ ແລະ ກິ​ຈ​ກັມການ​ແຂ່ງ​ຂັນ​ກິ​ລາ ອື່ນໆ.
  • ກຸ່ມ​ນັກ​ຮ້ອງ​ປະ​ສານ​ສຽງ, ວົງ​ດົນ​ຕ​ຣີ ແລະ ວົງ​ມະ​ໂຫຣີ.
  • ການບໍ​ຣິ​ການ ສ່ວນ​ຕົວ (ເສີມ​ສວຍ ແລະ ເຮັດ​ເລັບ), ສັກ​ລາຍ, ກາ​ນນວດຮ່າງ​ກາຍ ແລະ ອື່ນໆ.)
  • Caravan parks, campgrounds ແລະ camp sites.
ໂຮງຮຽນ

  • ຫ້ອງ​ຮຽນ​ທັງ​ໝົດ ຂອງໂຮງຮຽນຫລວງໄດ້​ເລີ້ມ ກັບຄືນເຂົ້າຮຽນຢູ່ໃນໂຮງຮຽນເປັນ ປົກ​ກະ​ຕິ.
  • The ACT ຈະ​ເປັນ ບ່ອນ​ທຳ​ອິດ ທີ່​ຈະ​ເປີດ​ຮັບ​ເອົາ ນັກ​ຮຽນ​ນັກ​ສອກ​ສາ ນາໆ​ຊາດ ນັບ​ຕັ້ງ​ແຕ່​ເດືອນ ກໍ​ຣະ​ກະ​ດາ 2020 ໄປ ຊຶ່ງ​ສອດ​ຄ່ອງ​ກັບ ລະ​ຍະ ຫລື phase ຂອງ​ຮັ​ຖ​ບານ​ກາງ ໃນ​ການອະ​ນຸ​ຍາດ​ໃຫ້ ນັກ​ຮຽນ​ນັກ​ສອກ​ສາຕ່າງ​ປະ​ເທດກັບ​ຄືນ​ມາ.
ສຳຮັບຂໍ້ມູນເພີ້ມຕື່ມ: https://www.covid19.act.gov.au/updates


 

ປະ​ຊາ​ຊົນ ຄົນທີ່ອາ​ສັຍຢູ່ໃນ ອອສເຕຣເລັຍ ຈະຕ້ອງ ຮັກ​ສາ​ລະ​ຍະຫ່າງ ລະ​ຫວ່າງ ກັນແລະກັນ 1 ແມດ ເຄິ່ງ. ໃຫ້ກວດເບິ່ງ ກົດ​ເກນການ​ຈຳ​ກັດ ຈຳນວນຄົນເຕົ້າໂຮມກັນ ໃນຣັ​ຖ​ ຂອງ​ທ່ານ.

ການກວດເບິ່ງຫາ ໂຄໂຣນາໄວຣັສ ໃນ​ປະ​ຈຸ​ບັນ ມີ​ຢ່າງກວ້າງ​ຂວາງ ທົ່ວ​ໄປ ໃນ ອອສເຕຣເລັຍ. ຫາກ​ທ່ານ​ຮູ້​ສຶກວ່າ ມີ​ອາ​ການ ເປັນຫວັດທັມ​ມະ​ດາ ຫລື ໄຂ້​ຫວັດ​ໃຫຍ່, ຄວນຈັດ​ແຈງ​ຊອກຫາ ​ການກວດ​ຮ່າງ​ກາຍ ໂດຍ​ການ ໂທຣະ​ສັບຕິດ​ຕໍ່ຫາທ່ານໜໍ ຂອງ ທ່ານ ຫລື ຕິດຕໍ່ຫາ Coronavirus Health Information Hotline ໂດຍ 1800 020 080.

 

ແອບປ໌ CovidSafe ຂອງຣັຖບານກາງ ແມ່ນມີໄວ້ເພື່ອ download ເອົາຈາກ App Store ໃນ ໂທຣສັບມືຖືຂອງທ່ານ.

 

SBS ໃຫ້​ຄວາມ​ສຳ​ຄັນກັບການ ໃຫ້​ຂໍ້​ມູນ ແກ່ນາໆຊຸມຊົນ ໃນ ອອ​ສ​ເຕ​ຣ​ເລັຍ ກ່ຽວກັບ ການ​ພັ​ທ​ນາ ແພ່​ຣະ​ບາດ ຫລ່າສຸດຂອງ COVID-19.

ມີຂ່າວ ແລະ ຂໍ້ມູນໄວ້ບໍຣິການ ທັ​ງ​ໝົດໃນ 63 ພາສາ ຢູ່ sbs.com.au/coronavirus

ຖແລະເຂດ​ປົກ​ຄອງ "ເຕຣີໂຕຣີ" ໃນ ອອສເຕຣເລັຍ ເລີ້ມຫລຸດຜ່ອນກົດ​ເກນໃນ​ການຈຳ​ກັດ/ຫ້າມ ກ່ຽວກັບ ໂຄໂຣນາໄວຣັສ ຫຍັງແດ່?

 


Share

Published

Updated

Presented by Pho Ratanavong

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service