ຂໍເຊີນທ່ານຟັງກາຮສຳພາດກຽວກັນຍເຣື່ອງໃນກ້ອງນີ້ຢູ່ນະທີ່ : https://www.sbs.com.au/language/lao/audio/how-safe-is-lao-on-australia-roads
ລາວເຮົາໃນອອສເຕຼເລັຍມີຄວາມປອດພັຍກັບການສັນຈອນ
ໄປມາໃນທ້ອງຖນົນຫົນທາງປານໃດ?
ລາວເຮົາທີ່ໂຕນໜີຈາກກຳມືຂອງພັກຣັຖສັງຄົມນິຍົມຄອບ
ມຸຍນິສຕ໌ມາຢູ່ໃນອອສເຕຼເລັຍແຕ່ໃນເວາປະມານ 3 ໂມງຂອດແຈ້ງຂອງວັນສຸກທີ 19 ເດືອນມີນາ 1976 ເປັນຕົ້ມາ.
ໃນສຸດແລກໆນັ້ນມີປະມານ 75 ຄົນ ທີ່ປະມານ 1/3 ຖຶກນຳໄປຕັ້ງຖິ່ນຖານແລະຊີວິດໃໜ່ຢູ່ໃນນະຄອນ ແມນລ໌ເບິນ ໂດຍທີ່ບໍ່ເທົາໃດຄົນຖຶກນຳໄປຢູ່ໃນນະຄອຍ ອາດີເລດ. ສ່ວນທີ່ເຫຼືອ ຄືປະມານ 2/3 ຖຶກນຳໄປມີຊີວິດອັນສົດໃສໃໜ່ໃນນະຄອນ ຊີດນີ.
ພວກເຫຼົ່ານີ້ຕັ້ງພູມລຳເນົາແລະຊີວິດໃໜ່ໃນອອສເຕຼເລັຍໄດ້ດີເປັນພິເສດແລະຈະເຣີນຮຸງເຮືອງມາເຖິງປະຈຸບັນນີ້ ຄືຕໍ່ແຕ່ມາຮອດອອສເລັຍໃໜ່ໆໃນຄາວ 44 ປີ 8 ເດືອນກ່ອນນີ້ ທີ່ໃນກ່ອນນີ້ນັ້ນແມ່້ນມາຈາກສູນອົພຍົບໃນປະເທດໄທຍຍ໌ຕໍ່ຈາກການລອດລົ້ມລອດຕາຍຈາກຖັນແຖວແລະຂະບວນການຂອງອຳນາດການປົກຄອງຂອງພັກຣັຖໃນຜື້ນແຜ່ນດິນລາວ ແລ້ວບໍ່ແລ້ວຍັງຖຶກ
ປອກລອກໃນຊາຍແດນໄທຍ໌ແລະກ່ອນຈະໄດ້ ຕ.ມ. ເຂົ້າສູນອົພ
ຍົບກິນເຂົ້າສະຫະປະຊາຊາດໃສ່ຫົວປາທູແລະໄກ່ພັນກະດູກລອດ
ເຖິງປາແເດງສີນ້ຳຂີ້ສີກເປັນເວລາຍາວນານແລະເຖິງຂັ້ນໜົດອາຍຸໄປໃນສູນນັ້ນກໍມີມາກມາຍ...
ແນ່ນອນ ບາງຄົນຄົນເມື່ອໄປຮອດປະເທດທີສາມແລ້ວກໍມີການປະສົບການກັບສິ່ງນຶ່ງທີຮຽກກັນວ່າ "ໃບຂັບຂີ່ 150 ບາດ"...
ສັບປະດາຄວາມປອດພັຍໃນທ້ອງຖນົນຫົນທາງໃນອອສເຕຼເລັຍເປັນສິ່ງນຶ່ງເພື່ອເຮັດໃຫ້ມີຄວາມປອດພັຍໃນດ້ານການສັນຈອນໄປມາໃນທ້ອງຖນົນຫົນທາງໃນປະເທດນີ້.
ອຸບບັດເຫດແລະອຸປະຕິເຫດໃນທ້ອງຖນົນຫົນທາງເກີດຂຶ້ນໄດ້ທຸກເມື່່ອ.
ບາງຄັ້ງກໍຮ້າຍແຮງເຖິງຂັ້ນພິການຫຼືສູນເສັຍຊີວິຍ້ອນ ດັ່ງໄວລຸ້ນລາວຈຳນວນເກີດອຸປຕິເຫດຣົດຕຳກັນກັບຣົດພວງບັນທຸກສິນຄ້າຢູ່່ີໃນເສັ້ນທາງຫຼວງ ແມນລ໌ເບິນ-ຊິດນີ ຕາຍໄປໜົດທັງຣົດແລະຄາທີ່ ແຕ່ກໍມີຫຼາຍກໍຣະນີທີ່ບໍ່ເປັນຫັຍງແຕ່ກໍສູນເສັຍເງິນຄຳໂດຍຕົງແລະ/ຫຼືໂດຍທາງອ້ອມກໍມີ...
ທ່ານ ເດດ ສີແສງຣັດ ເປັນຄົນລາວອົພຍົບໃນອອສເຕຼເລັຍມານານແສນນານແລ້ວ.
ທ່ານມີບົດບາດຫຼາຍຢ່າງທີ່ຈົບດີແລະຄຸນງາມຄວາມດີຫຼາຍແທ້ໆຕໍ່ສັງຄົມລາວໃນຣັດນີວຊາວແວນລ໌ ອອສເຕຼເລັຍ, ຄັນບໍ່ວ່າຕໍ່ລາວເຮົາໃນອອສເຕຼເລັຍທັງໜົດ.
ທ່ານມີຄວາມປະສົບການກັບສັງຄົມລາວເຮົາມາກມາຍ...
ໃນການສຳພາດທ່ານກ່ຽວກັບຄວາມປອດພັຍໃນທ້ອງຖນົນຫົນທາງໃນອອສເຕຼເລັຍ ກ່ຽວກັບຄົນລາວເຮົາ ທ່ານກໍ"ມີຄວາມເຫັນນຳທີ່ວ່າລາວເຮົາມີການປະສົບການອັນບໍ່ດັກບໍ່ດີໃນການການສັນຈອນໃນທ້ອງຖນົນຫົນທາງໃນອອສເຕຼເລັຍ".
ທ່ານກໍບອກໃຫ້ຊາບວ່າ"ທາງສະມາຄົມສົ່ງເສີມຊຸມຊົນຊາວລາວໃນຣັດນີວຊາວແວນລ໌ ເປັນປະຈຳ ນຳເອົາທາງການມາຊີ້ແຈງຄວາມປອດພັນໃນທ້ອງຖນົນໃຫ້ລາວເຮົາຊາບ ແຕ່ບໍ່ຄ່ອຍມີໃຜສົນໃຈຫຼາຍໜັກ..." ແຕ່"ບາດມີບັນຫາກັບຈາຣະຈອນແລະກົດໜາຍໃນດ້ານຂັບຣົດແລ້ວຊ້ຳຜັດໄປຫາເອົາຄວາມຊ່ວຍເຫຼືອຈາກພວກທ່ານ ທີພວກທ່ານກໍໃຫ້ການຊ່ວຍເຫຼືອອັນຈົບດີຢູ່
ຕລອດມາ"...
ທ່ານຟັງການສຳພາດນັ້ນໄດ້ຢູ່ນະທີ່:https://www.sbs.com.au/language/lao/audio/how-safe-is-lao-on-australia-roads