ຄົນລາວປ້ອງກັນ ໂກວິດ-19 ແບບໃດໃນຣັດຄີວນສ໌ແລນດ໌?

Nurse examining a patient Credit: Getty Images/FG Trade

Nurse examining a patient Credit: Getty Images/FG Trade Source: Getty Images/FG Trade

ເຊີນກົດຟັງດ້ວຍຢູ່ນະທີ່ : https://www.sbs.com.au/language/lao/audio/how-qld-elderly-lao-prevent-being-killed-by-covid-19?fbclid=IwAR3Lo79ySyl9W7djQ768LpOBhaH0osRpka8eTvAyfnTd9cCgHxaNM43IesY

 

ຄົນລາວທີ່ມາຢູ່ໃນອອສເຕຼເລັຍໃນເວລາປະມານ 3 ໂມງແຈ້ງຂອງວັນທີ 19

ເດືອນມີນາ ປີ 1976 ເປັນຕົ້ນມາແມ່ນມີປະມານສິບພັນຄົນ ໂດຍທີ່ວ່າຈຳ

ນວນດັ່ງກ່າວບໍ່ຂຶ້ນບໍ່ລົງກະທັ້ງທີ່ວ່າຕາຍໄປ້ແລ້ວແລະເກີດໃໜ່ໃຫຍ່ນຳຫຼັງກະ

ມີ ກໍຕາມແຕ່.

 

ຈາກສິບພັນຄົນນັ້ນແມ່ນກະຈູ້ກະຈາຍກັນໄປຢູ່ໃນທຸກຫົນແຫ່ງອອສເຕຼເລັຍ.

ຈາກຈຳນວນດັ່ງກ່າວໄປຢູ່ໃນຣັດ ຄີວນສ໌ແລນດ໌ ກໍມີຫຼາຍພໍສົມຄວນ.

ຄີວນສ໌ແດນດ໌ ໃນແງ່ນຶ່ງ ເປັນຄ້າຍກັບວ່າເກືອບມີອາການດັ່ງຖິ່ນຖານບ້ານ

ເກີດເມືອງນອນຂອງຄົນລາວ.

ນີີ້ເອັງອາດເປັນສາເຫດອັນນຶ່ງທີ່ດຶ່ງດູດຄົນລາວໄປຢູ່ຫຼາຍຂຶ້ນຕລອດມາຢູ່.

 

ໂກວິດ-19 ເປັນພະຍາດອັນຮ້າຍແຮງຮອບດ້ານ. ມັນບໍ່ໄວ້ໜາໃຜ ປະເທດໃດແລະຫົນແຫ່ງໃດ. ຕາມຂໍ້ມູນທີ່ມີຢູ່ ມັນຖຶກປະປ່ອຍໃຫ້ບິນອອກມາຈາກນະຄອນ ວູຮານ ສປຈີນ ລາມໄປທຸກແຫ່ງຂອງໂລກນີ້...

ອອສເຕຼເລັຍ ໃນເມື່ອຂຽນບົດນຳນີ້ຢູ່ ມີຄົນເປັນມັນແລ້ວ 27,182 ຄົນ ຕາຍໄປແລ້ວ 897 ຄົນ ແຕ່ຟື້ນດີຄືນໄດ້ເຖິງ 24937 ຄົນ.

ທຸກຣັດອອສເຕຼເລັຍເປັນ ໂກວິດ-19.

ເປັນໜັກເປັນແຮງແມ່ນໃນຣັດ ວິກຕໍເຣັ້ຍ.

ຄີວນສ໌ແລນດ໌ ທີ່ສະກັດກັ້ນມັນຢ່າງແຮງແລະເຄັ່ງຄັດກໍບໍ່ປັສຈາກຈາກມັນໄດ້.

 

ຄົນລາວໃນ ຄີວນສ໌ແລນດ໌ ຣະມັດລະວັງພະຍາດດັ່ງກ່າວເປັນພິເສດ...

ໂຊກດີ ຄົນລາວໃນ ຄີວນສ໌ແລນດ໌ ທີ່ຢູ່ໃນວັຍເຮັດວຽກ ໂດຍອີງຕາມ ທ່ານ ຄຳສິງ ຄຳມະນີວົງ ແມ່ນເກືອບທຸກຄົນມີວຽກມີການເຮັດແລະບໍ່ຄ່ອຍມີໃຜຕົກວຽກຕົກການ.

ກຽວກັບຄວາມຢ້ານກົວ ໂກວິດ-19 ນັ້ນແມ່ນວ່າທ່ານກໍບອກໃຫ້ຮູ້ວ່າ "ໃນເວລານີ້ທຸກສິ່ງທຸກຢ່າງແມ່ນມີຫັຍງກະມີແຕ່ໂທຫາກັນເອົາ ວ່າຊັ້ນ.

ກຽວກັບວ່າຄົນລາວນັ້ນຢ້ານກົວ ໂກວິດ-19 ປານໃດນັ້ນ ທ່ານເວົ້າວ່າ "ພວກເຮົາຢ້ານເອັງ ຜູ້ເຖົ້າກະບໍ່ຢາກອອກເຮືອນ ລູກຫຼານກະບໍ່ຢາກໃຫ້ອອກ".

ນີ້ບອກໃຫ້ຮູ້ວ່າພວກທ່ານນັ້ນຣະມັດຣະວັງ ໂກວິດ-19 ແທ້ໆ.

ໃນແງ່ນີ້ທ່ານອະທິບາຍວ່າ "ພວກເຮົາຕ້ອງຣະວັງທີ່ສຸດ ໃຜກະດາຍ ມີແຕ່ໂທເອົາ ຂັ້ນນ້າສາວຂອງທ່ານເອັງທີ່ຢູ່ໃກ້ເຮືອນໜີ້ ບໍ່ຮອດຮ້ອຍແມດ ກະຍັງບໍ່ໄປຫາກັນ ໃດນີ້ ເພາະຢ້ານ".

ໃນດ້ານສາສນາພວກທ່ານກໍມີບັນຫາ ເຊັ່ນວ່າການໄປຈັ່ງຫັນແລະ/ຫຼືເພນ ກະຕ້ອງເອົາອາຫານໄປຫ້ອຍປະຕູວັດແລ້ວໂທບອກພະສົງອອກມາເອົາເອງ.

ແຕ່ເມື່ອຖາມວ່າຄູບາບໍ່ອຶດເຂົ້າເບາະ ທ່ານຕອບວ່າມັນບໍ່ເຖິງຂັ້ນນັ້ນດອກ...

ແລະບາດເຈັບບາດໄຂທ່ານເວົ້າສູ່ຟັງວ່າ ທ່ານໜໍກະໄປກວດເບິ່ງຢູ່ໃນບ້ານ ວ່າຊັ້ນ.

 

ເຖິງຈະເປັນແນວໃດກໍຕາມທ່ານ ຄຳສິງ ຄຳມະນີວົງ ບອກໃຫ້ຊາບວ່າ ຍັງບໍ່ໄດ້ຍິນວ່າມີຄົນລາວເປັນຫຼືຕາຍຍ້ອນ ໂກວິດຫ-19 ເທື່ອ.

ສາທຸ ທ້ອນ!

 

>>>>> ເຊີນົດຟັງດ້ວຍຢູ່ນະທີ່ : https://www.sbs.com.au/language/lao/audio/how-qld-elderly-lao-prevent-being-killed-by-covid-19?fbclid=IwAR3Lo79ySyl9W7djQ768LpOBhaH0osRpka8eTvAyfnTd9cCgHxaNM43IesY


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ຄົນລາວປ້ອງກັນ ໂກວິດ-19 ແບບໃດໃນຣັດຄີວນສ໌ແລນດ໌? | SBS Lao