Feature

ວິທີຮັບຟັງການແຂ່ງຂັນເຕະບານໂລກ 2022TM ສົດ ແລະ ຟຣີ ທາງວິທຍຸ SBS

ຟັງ ການແຂ່ງຂັນເຕະບານໂລກຂອງ™ ຟີຟ່າ ທຸກນັດທີ່ ປະເທດກາຕ້າ ດ້ວຍການຣາຍງານສົດ ຂອງ ວິທະຍຸ SBS ທົ່ວອອສເຕຣເລັຍ.

QATAR SOCCER FIFA WORLD CUP 2022

Cameroon's goalkeeper Gael Ondoua (L) and Brazil's Neymar (R) on office buildings in Doha, Qatar. Source: EPA / NOUSHAD THEKKAYIL/EPA/AAP Image

ການແຂ່ງຂັນເຕະບານໂລກ 2022™ ເລີ່ມຂຶ້ນໃນວັນທີ 21 ພະຈິກ 2022 ແລະ ຈະເປັນການຖ່າຍທອດສົດຟຣີ ທາງ SBS ໃນອອສເຕຣເລັຍ ການແຂ່ງຂັນທັງ 64 ນັດ ມີການຖ່າຍທອດສົດ ແລະຟຣີ ທີ່ຈະຟັງໄດ້ໃນ:

  • ວິທຍຸ ດິຈິຕອລ DAB
  • ອອນໄລນ໌ທີ່ sbs.com.au/radio
  • ແອັບມືຖື SBS Radio iOS | Android

ວິທີຮັບຟັງ

ໝູນເຂົ້າໄປທີ່ ສະຖານີ FIFA World Cup 2022™ ໂດຍສະເພາະຂອງເຮົາ SBS Football 1, 2 ແລະ 3 ໃນ ວິທຍຸ DAB ຂອງ ທ່ານ, ເວັບໄຊທ໌ ວິທຍຸ SBS, ຫຼື ຜ່ານແອັບມືຖື SBS    ວິທຍຸຟຣີ , ເພື່ອຟັງທຸກ ການແຂ່ງຂັນສົດໃນ 12 ພາສາ .
  • SBS Football 1 (ມີຢູ່ຕອນນີ້): ບັນຍາຍເປັນພາສາອັງກິດ ໃນທຸກນັດຂອງ ການແຂ່ງຂັນ, ພ້ອມກັບເພງ ຂອງ World Cup ຕລອດເວລາ.
  • SBS Football 2 ແລະ 3 (ເປີດຕົວວັນທີ 14 ພະຈິກ): ບັນຍາຍສົດໃນພາສາຂອງທີມທີ່ ແຂ່ງຂັນໃນແຕ່ລະນັດ.
  • SBS Arabic24: ບັນຍາຍເປັນພາສາອາຣັບ ໃນທຸກນັດຂອງ ການແຂ່ງຂັນ
ຄຳບັນຍາຍຖືກຈັດໃຫ້ໂດຍຄູ່ຮ່ວມງານການຖ່າຍທອດສົດຂອງ FIFA World Cup™ ຈາກທົ່ວໂລກ ແລະຈະມີຢູ່ໃນ SBS ໃນພາສາອາຣັບ, ສະເປນ, ປອກຕຸຍການ, ຝຣັ່ງ, ເຢັຍລະມັນ, ໂຮນລັງ, ໂຄຣເອເຊັຍ, ໂປແລນ, ຍີ່ປຸ່ນ, ເກົາຫຼີ, ເປີເຊັຍ, ແລະ ອັງກິດ.
ໃນລະຫວ່າງການແຂ່ງຂັນ SBS Radio 3 ຈະກາຍເປັນ SBS Football 2 - ໃຫ້ຄໍາບັນຍາຍ ໃນພາສາຂອງທຸກໆການແຂ່ງຂັນ. ເພື່ອສືບຕໍ່ຮັບຟັງຣາຍການ BBC World Service ໃນໄລຍະນີ້, ກະລຸນາເຂົ້າເບິ່ງເວັບໄຊທ໌ BBC Sounds ເພື່ອເຂົ້າເຖິງເວັບໄຊທ໌ສົດ.

ເພງຂອງການແຂ່ງຂັນ

ນອກຈາກ ການແຂ່ງຂັນສົດແລ້ວ, ໃຫ້ຕິດຕາມ ເພງຮິດ ຂອງແຂ່ງຂັນບານເຕະຢ່າງຕໍ່ເນື່ອງ, ຮວມທັງເພງທີ່ເປັນທາງການຈາກການແຂ່ງຂັນທີ່ຜ່ານມາ, ແລະບາງເພງທີ່ດີທີ່ສຸດ (ແລະຂີ້ຮ້າຍທີ່ສຸດ) ຂອງທີມຊາດຕ່າງໆ. ເລີ້ມຕົ້ນປະສົບການ World Cup ຂອງທ່ານໃນຕອນຕົ້ນ ແລະຟັງ SBS Football 1 ສົດຕອນນີ້, ໃນວິທຍຸ DAB ຫຼື ເວັບໄຊທ໌ວິທະຍຸ SBS.

FIFA World Cup 2022TM ວັນທີ ແລະເວລາ

ຕາຕະລາງການບັນຍາຍ ໃນພາສາຕ່າງໆຂອງ SBS Radio ຈະຖືກອັບເດດ ເມື່ອໃກ້ຈະເຖິງມື້ເລີ້ມຕົ້ນການແຂ່ງຂັນ.
  • ຮອບແບ່ງກຸ່ມ: 21 ພະຈິກ - 3 ທັນວາ
  • ຮອບ 16 ທີມ: 4 ທັນວາ – 7
  • ຮອບກ່ອນຮອງຊນະເລີດ: ວັນທີ 10 – 11 ທັນວາ
  • ຮອບຮອງຊນະເລີດ: ວັນທີ 14 – 15 ທັນວາ
  • ຮອບຊິງທີ 3: December 18
  • ຮອບຊິງຊະນະເລີດ: ວັນທີ 19 ທັນວາ
ຄູ່ຮ່ວມງານການຖ່າຍທອດພາສາ ໄດ້ແກ່: BBC, Radio Nacional de España, Radio France Internationale, BAND, beIN, RTP, ARD, SRF, RNE, Radio Oriental Montevideo, HRT, RFI, NHK, NOS, VRT, Polskie Radio, Seoul Broadcasting System.

Share

Published

By SBS Radio
Presented by Sak Phoumirath
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service