ວິທີລົງຄະແນນສຽງ ໃນການເລືອກຕັ້ງຣັດ NSW ປີ 2023

ຜູ້ທີ່ມີສິດລົງຄະແນນສຽງໃນ NSW ຈະໄປລົງຄະແນນສຽງ ໃນວັນເສົາທີ 25 ມີນາ ເພື່ອເລືອກເອົາຜູ້ແທນຂອງພວກເຂົາ ສໍາລັບຣັຖສະພາຄັ້ງຕໍ່ໄປ. ການລົງຄະແນນສຽງ ແມ່ນເປັນການບັງຄັບສຳລັບທຸກຄົນ ທີ່ມີຊື່ໃນທະບຽນເລືອກຕັ້ງ.

ELECTION22 REID

More than 5.4 million people are eligible to vote in NSW. Source: AAP / DEAN LEWINS/AAPIMAGE

ຈຸດສຳຄັນ
  • ໃນຣັດ NSW, ຜູ້ທີ່ມີສິດອອກສຽງຈະ ຕ້ອງລົງທະບຽນ ແລະລົງຄະແນນສຽງໃນການເລືອກຕັ້ງຂອງຣັຖບານກາງ ແລະຣັດ, ຮວມທັງການເລືອກຕັ້ງຂອງຣັຖບານທ້ອງຖິ່ນ.
  • ນອກຈາກພາສາອັງກິດແລ້ວ, ຄນະກັມມະການເລືອກຕັ້ງຂອງຣັດ NSW ຍັງໃຫ້ຂໍ້ມູນກ່ຽວກັບການເລືອກຕັ້ງໃນຫຼາຍກວ່າ 20 ພາສາ.
  • ລະບົບການເລືອກຕັ້ງ ທາງອິນເຕີເນັດ iVote ຈະບໍ່ຖືກນໍາມາໃຊ້ ໃນການເລືອກຕັ້ງຄັ້ງນີ້.
ນໍາໂດຍທ່ານ Dominic Perrottet ນາຍົກຣັຖມົນຕີ ທີ່ກຳລັງດໍາລົງຕໍາແຫນ່ງ, ຣັຖບານ ປະສົມ ກໍາລັງຫາທາງທີ່ຈະຊນະການເລືອກຕັ້ງສມັຍທີສີ່ ຕິດຕໍ່ກັນ.

ຄູ່ແຂ່ງຫຼັກຂອງ Mr Perrottet ສໍາລັບຕໍາແຫນ່ງສູງສຸດແມ່ນທ່ານ Chris Minns ຜູ້ນໍາພັກແຮງງານ ຜູ້ທີ່ຈະລົງແຂ່ງຂັນໃນການ ເລືອກຕັ້ງຄັ້ງທໍາອິດຂອງທ່ານ ຫຼັງຈາກໄດ້ຮັບຕໍາແຫນ່ງຫົວໜ້າພັກ ໃນເດືອນມິຖຸນາ 2021.

ຣັຖສະພາ NSW ໃຊ້ລະບົບ 'bicameral' ຫຼື 'ສອງສະພາ' ເຊິ່ງປະກອບດ້ວຍ ສະພາຕ່ຳ(Legislative Assembly) ແລະສະພາສູງ (Legislative Council).

ການເລືອກຕັ້ງຂອງຣັດ ຈະເຫັນຜູ້ມີສິດເລືອກຕັ້ງ ໃນເຂດເລືອກຕັ້ງທັງຫມົດ 93 ແຫ່ງຂອງຣັດ ການເລືອກເອົາສະມາຊິກ ເພື່ອເປັນຕົວແທນໃຫ້ເຂົາເຈົ້າ ໃນສະພາຕ່ຳ.

ສະພາສູງ ປະກອບດ້ວຍສະມາຊິກ 42 ຄົນ ແລະແຕ່ລະເທື່ອໃນການເລືອກຕັ້ງ ຂອງຣັດ ຈະມີສະມາຊິກ 21 ຄົນທີ່ໄດ້ຖືກເລືອກໃຫ້ດຳຣົງຕຳແໜ່ງສອງວາຣະຂອງຣັຖສະພາ-ນັ້ນແມ່ນໄລຍະເວລາສູງສຸດ ແປດປີ.

ຖ້າສະຖານະການ ເຮັດໃຫ້ຜູ້ມີສິດລົງຄະແນນສຽງ ມາເລືອກຕັ້ງດ້ວຍຕົວເອງ ເປັນເລື້ອງຍາກ, ພວກເຂົາເຈົ້າອາດຈະມີສິດ ທີ່ຈະສມັກ ລົງຄະແນນສຽງທາງໄປສະນີ

ຄນະກັມມະການເລືອກຕັ້ງ NSW ຈະຕ້ອງໄດ້ຮັບໃບສມັກການລົງຄະແນນສຽງທາງໄປສະນີ ກ່ອນເວລາ 5 ໂມງແລງ ຂອງວັນທີ 20 ມີນາ.

ບັດລົງຄະແນນເລືອກຕັ້ງ ທີ່ຂຽນແລ້ວໆ ແລະໃບຢັ້ງຢືນການລົງຄະແນນສຽງທາງໄປສະນີ ຕ້ອງສົ່ງບໍ່ເກີນເວລາ 6 ໂມງແລງ ຂອງວັນທີ 10 ເມສາ.
NSW LABOR POLICE KEY ELECTION ASKS
Chris Minns took on the NSW Labor leadership in June 2021. Source: AAP / BIANCA DE MARCHI/AAPIMAGE
ລະບົບການອອກສຽງອອນໄລນ໌, iVote, ຈະບໍ່ຖືກນໍາມາໃຊ້ໃນການເລືອກຕັ້ງຄັ້ງນີ້.

ການລົງຄະແນນສຽງໃນວັນເລືອກຕັ້ງ – 25ມີນາ

ສູນເລືອກຕັ້ງຫຼາຍກວ່າ 2 450 ແຫ່ງ ຈະຖືກຈັດຂຶ້ນໃນໂບດ, ໂຮງຮຽນ, ສູນຊຸມຊົນ, ແລະສະຖານທີ່ອື່ນໆ ທົ່ວຣັດ NSW.

ສູນເຫລົ່ານີ້ ຈະເປີດໃນວັນນັ້ນ ເວລາ 8 ໂມງເຊົ້າ ຫາ 6 ໂມງແລງ.

ລາຍລະອຽດ ກ່ຽວກັບບ່ອນທີ່ຈະລົງຄະແນນສຽງ ຈະສາມາດຫາ ໄດ້ໃນ ເວັບໄຊຂອງຄນະກັມມະການເລືອກຕັ້ງ NSW

ເມື່ອເຂົ້າໄປໃນສູນເລືອກຕັ້ງ, ພະນັກງານ ຈະຖາມຊື່ ແລະທີ່ຢູ່ຂອງຜູ້ມີສິດເລືອກຕັ້ງ,ເຂດເລືອກຕັ້ງຂອງເຂົາເຈົ້າ, ແລະເຂົາເຈົ້າໄດ້ລົງຄະແນນສຽງໃນການເລືອກຕັ້ງແລ້ວຫຼືບໍ່.

ເມື່ອໄດ້ຮັບການຢືນຢັນລາຍລະອຽດແລ້ວ, ພວກເຂົາເຈົ້າ ຈະໄດ້ຮັບບັດລົງຄະແນນ.

ຖ້າພະນັກງານ ບໍ່ສາມາດຊອກຫາລາຍລະອຽດ ຂອງຜູ້ມີສິດເລືອກຕັ້ງ ໃນລາຍຊື່ເລືອກຕັ້ງ, ພວກເຂົາເຈົ້າຈະຕ້ອງ ຂຽນຄຳປະກາດຂອງການ ລົງຄະແນນສຽງ (declaration vote).
NSW Premier Dominic Perrottet
NSW Premier Dominic Perrottet. Source: AAP / Bianca De Marchi

ການລົງຄະແນນສຽງ ເປັນການບັງຄັບ

ໃນຣັດ NSW, ຜູ້ທີ່ມີສິດເລືອກຕັ້ງ ແລະໄດ້ລົງທະບຽນ ຈະຕ້ອງລົງຄະແນນສຽງ ໃນການເລືອກຕັ້ງທັງຫມົດ ຂອງຣັຖບານກາງ, ຣັດ ແລະທ້ອງຖິ່ນ.

ຜູ້ທີ່ບໍ່ເຮັດເຊັ່ນນັ້ນ ອາດຈະຖືກປັບໄໝ.

ການລົງຄະແນນສຽງ ຖ້າທ່ານບໍ່ມີທີ່ຢູ່ອາສັຍ, ຄົນພິການ, ຢູ່ຕ່າງຣັດ ຫຼືຕ່າງປະເທດ.

ປະຊາຊົນໃນຣັດ NSW ທີ່ບໍ່ມີທີ່ຢູ່ທີ່ແນ່ນອນ, ອາສັຍຢູ່ໃນບ່ອນພັກວິກິດ ຫຼືທີ່ພັກອາສັຍໄລຍະປ່ຽນຜ່ານ ກໍສາມາດລົງທະບຽນ ເປັນຜູ້ລົງຄະແນນສຽງໄດ້.

ຖ້າບຸກຄົນໃນປະເພດເຫຼົ່ານີ້ ບໍ່ສາມາດລົງຄະແນນສຽງໄດ້, ພວກເຂົາຈະບໍ່ຖືກປັບໃຫມ.

ຖ້າຜູ້ມີສິດເລືອກຕັ້ງ ທີ່ມີຄວາມພິການແລະຕ້ອງການ ຄວາມຊ່ວຍເຫຼືອ, ເຂົາເຈົ້າສາມາດ ພາເພື່ອນ ຫຼືຍາດພີ່ນ້ອງ ຜູ້ທີ່ສາມາດຊ່ວຍເຂົາເຈົ້າ ລົງຄະແນນສຽງ ຫຼືເຂົາເຈົ້າສາມາດ ຂໍຄວາມຊ່ວຍເຫຼືອ ຈາກເຈົ້າໜ້າທີ່ການເລືອກຕັ້ງ.

ຖ້າການລົງຄະແນນສຽງດ້ວຍຕົນເອງ ເປັນເລື້ອງຫຍຸ້ງຍາກ, ພວກເຂົາເຈົ້າສາມາດ ເລືອກເອົາການລົງຄະແນນສຽງລ່ວງໜ້າ, ການລົງຄະແນນສຽງໄປສະນີ, ການປະກາດການລົງຄະແນນສຽງ ໃນທີ່ເລືອກຕັ້ງ, ຫຼືການລົງຄະແນນສຽງ ທາງໂທຣະສັບ.

ຖ້າຫາກວ່າ ຜູ້ລົງຄະແນນສຽງຢູ່ຕ່າງຣັດ, ພວກເຂົາເຈົ້າ ສາມາດລົງຄະແນນສຽງດ້ວຍຕົນເອງໄດ້ ທີ່ສູນເລືອກຕັ້ງກ່ອນກຳນົດ ຫຼືໂດຍການລົງຄະແນນສຽງທາງໄປສະນີ.

ຜູ້ມີສິດລົງຄະແນນສຽງ ທີ່ໄດ້ລົງທະບຽນໃນ NSW ແຕ່ອາສັຍຢູ່ ຫຼືພັກຜ່ອນຢູ່ຕ່າງປະເທດໃນລະຫວ່າງການເລືອກຕັ້ງ ຈະຕ້ອງໄດ້ລົງຄະແນນສຽງທາງໄປສະນີ.

ຂໍ້ມູນໃນຫຼາຍພາສາ

ຄນະກັມມະການເລືອກຕັ້ງ NSW ໃຫ້ຂໍ້ມູນ ກ່ຽວກັບວິທີການລົງທະບຽນແລະລົງຄະແນນສຽງ, ແລະກ່ຽວກັບ ຜູ້ສມັກເປັນ 25ພາສາ, ຮວມທັງພາສາອັງກິດ

ຈະມີພະນັກງານ ຫຼືອາສາສມັກ ທີ່ເວົ້າໄດ້ຫຼາຍພາສາຢູ່ໃນສູນການເລືອກຕັ້ງລ່ວງໜ້າແລະໃນມື້ເລືອກຕັ້ງ ທີ່ໃສ່ປ້າຍຣະບຸວ່າ ເຂົາເຈົ້າສາມາດ ໃຫ້ການສນັບສນູນ ໃນພາສາໃດ.

ຄນະກັມມະການ ສເນີການບໍລິການ ແປພາສາທາງໂທຣະສັບ ໂດຍບໍ່ເສັຍຄ່າ ສໍາລັບພາສາ ທີ່ບໍ່ໄດ້ລວມຢູ່ໃນລາຍການ.

ພະນັກງານເລືອກຕັ້ງ ສາມາດເຊື່ອມຕໍ່ຜູ້ມາລົງຄະແນນສຽງ ກັບຫນ່ວຍງານແປພາສາ (TIS National) ຖ້າຫາກວ່າ ພວກເຂົາເຈົ້າຕ້ອງການ ການສນັບສນູນ ດ້ານພາສາເພີ່ມເຕີມ ທີ່ສູນເລືອກຕັ້ງ.

ເພື່ອຫຼຸດຄວາມສ່ຽງ ຂອງຂໍ້ມູນທີ່ບໍ່ຖືກຕ້ອງ ກ່ຽວກັບການເລືອກຕັ້ງ ທີ່ແຜ່ກະຈາຍຢູ່ໃນຊຸມຊົນ, ຄນະກັມມະການເລືອກຕັ້ງຣັດ NSW ກໍາລັງດໍາເນີນການ Disinformation Register ທີ່ຕິດຕາມ ແລະໂຕ້ແຍ່ງຄໍາເວົ້າ ທີ່ຫຼອກລວງ ແລະບໍ່ຈິງກ່ຽວກັບຂະບວນການເລືອກຕັ້ງ.

ຫາຂໍ້ມູນເພີ່ມເຕີມ ກ່ຽວກັບວິທີການລົງຄະແນນສຽງໃນ elections.nsw.gov.au ຫຼື ໂທຫາ 1300 135 736.

Share

Published

By Nikki Alfonso-Gregorio
Presented by Sak Phoumirath
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service