ວິທີເບິ່ງ ການແຂ່ງຂັນເຕະບານໂລກ 2022TM ສົດ ແລະ ຟຣີ ທາງ SBS

ການແຂ່ງຂັນເຕະບານໂລກ ຟີຟາ 2022TM ເລີ່ມຂຶ້ນທີ່ປະເທດກາຕ້າ ໃນວັນຈັນທີ 21 ພະຈິກ ແລະ SBS ຈະເປັນຜູ້ຖ່າຍທອດສົດຟຣີ ສໍາລັບແຟນບານພຽງຜູ້ດຽວ ໃນອອສເຕຣເລັຍ. ນີ້ແມ່ນສິ່ງ ທີ່ທ່ານ ຈໍາເປັນຕ້ອງຮູ້ ກ່ຽວກັບວິທີການຕິດຕາມ ການແຂ່ງຂັນ ແລະເບິ່ງທັງຫມົດ 64 ການແຂ່ງຂັນ ສົດແລະຟຣີ.

Cristiano Ronaldo of Portugal, Australia's Aaron Mooy, Lionel Messi of Argentina and France forward Kylian Mbappe

Cristiano Ronaldo of Portugal, Australia's Aaron Mooy, Lionel Messi of Argentina and France forward Kylian Mbappe will all be in action at the 2022 FIFA World Cup in Qatar.

ເບິ່ງທຸກການແຂ່ງຂັນເຕະບານໂລກ ທຸກນັດ ຂອງ FIFA World Cup 2022TM ສົດ ແລະຟຣີ ທາງ SBS ແລະ SBS On Demand.

ການແຂ່ງຂັນເຕະບານໂລກ 2022TM ເລີ່ມຂຶ້ນໃນວັນທີ 21 ພະຈິກ 2022 ແລະ ຈະເປັນການຖ່າຍທອດສົດແລະ ຟຣີທາງ SBS ໃນ ອອສເຕຣເລັຍ.

ທັງ 64 ນັດຂອງການແຂ່ງຂັນ ຈາກ ກາຕາ ຈະຖືກຖ່າຍທອດສົດ ແລະຟຣີ, ມີແປດ ເກມສົດ ທີ່ຖືກຖ່າຍທອດ ທາງ SBS VICELAND.

ການແຂ່ງຂັນເຕະບານໂລກ 2022 ຂອງFIFA ເລີ່ມຕົ້ນເມື່ອໃດ?

ການແຂ່ງຂັນເຕະບານໂລກ 2022TM ເລີ່ມຂຶ້ນໃນວັນທີ 21 ພະຈິກ ນີ້ ແລະ ຈະເປັນການຖ່າຍທອດສົດຟຣີ ໃນອອສເຕຣເລັຍ ທາງ SBS ພຽງຜູ້ດຽວ.

ການແຂ່ງຂັນເຕະບານໂລກ 2022 ຂອງ FIFA ວັນທີ ແລະເວລາ.

ພິທີເປີດງານ ຈະມີຂຶ້ນກ່ອນການປະທະກັນ ລະຫວ່າງເຈົ້າພາບ ກາຕາ (Qatar) ແລະ ຄູ່ແຂ່ງໃນກຸ່ມ ອີກົວດໍ (Ecuador). ຮອບແບ່ງກຸ່ມ ຍັງດໍາເນີນຕໍ່ໄປ ຈົນເຖິງການແຂ່ງຂັນນັດສຸດທ້າຍ ລະຫວ່າງ ເຊີເບັຍ (Serbia) ແລະ ສະວິດເຊີແລນ (Switzerland) ໃນວັນທີ 3 ທັນວາ (AEDT).

ຊົມການແຂ່ງຂັນເຕະບານໂລກ 2022TM ທາງໂທຣະພາບ

SBS ແລະ SBS VICELAND ຈະເປັນບ່ອນທີ່ຖ່າຍທອດ ການແຂ່ງຂັນທັງຫມົດ 64 ນັດຟຣີ ໂດຍມີເນື້ອຫາທັງຫມົດ 500 ຊົ່ວໂມງຂອງການແຂ່ງຂັນ ເຕະບານໂລກຂອງ ຟີຟ່າ ທີ່ຖືກຖ່າຍທອດຜ່ານ ສອງຊ່ອງຕລອດການແຂ່ງຂັນ.

ນອກເຫນືອໄປຈາກ ການຖ່າຍທອດການແຂ່ງຂັນສົດ ຂອງທັງຫມົດ 64 ນັດນັ້ນ-ແປດນັດ ຈະຖືກຖ່າຍທອດ ໃນ SBS VICELAND-ການສເນີເນື້ອຫາຂອງພວກເຮົາ ຈະລວມເອົາການແຂ່ງຂັນບານເຕະໂລກປະຈຳວັນ ແລະລາຍການຕົວຢ່າງ FIFA TV, ການແຂ່ງຂັນບານເຕະໂລກ Classic ແລະການແຂ່ງຂັນ Replays ຈາກ ກາຕາ (Qatar) 2022.

ການແຂ່ງຂັນຫຼາຍນັດ ຈະເປັນເວລາທີ່ດີ ສໍາລັບແຟນບານ ຊາວອອສເຕຣເລັຍ ໂດຍມີ ເຈັດນັດ ໃນຮອບແບ່ງກຸ່ມ ທີ່ຈະເລີ້ມເຕະໃນເວລາ 9 ໂມງ (AEDT) ແລະ 20 ນັດໃນຮອບແບ່ງກຸ່ມ ທີ່ຈະເລີ່ມຕົ້ນ ໃນເວລາ 6 ໂມງເຊົ້າ (AEDT).

ຣາຍການບານເຕະໂລກປະຈໍາວັນ ແລະ ລາຍການ FIFA TV Preview Show

ຣາຍການບານເຕະໂລກປະຈໍາວັນ (The World Cup Daily show) ຈະເປັນຣາຍການດຽວສໍາລັບຊາວອອສເຕຣເລັຍ ທີ່ຈະຕິດຕາມ ທຸກຢ່າງ ໃນທຸກໆມື້ຂອງການແຂ່ງຂັນເຕະບານໂລກຂອງ FIFA.

ທຸກຕອນທີ່ເຕັມໄປດ້ວຍ Action ຈະລວມເອົາ ຈຸດເດັ່ນ (Highlights) ທີ່ໄດ້ຖືກອັບເດດ, ຕົວຢ່າງ, ການວິເຄາະໂດຍຜູ້ຊ່ຽວຊານ, ການສໍາພາດພິເສດ, ແລະ ແຂກສຳຄັນ, ພ້ອມທັງມີຂ່າວຫຼ້າສຸດ, ຄວາມຄິດເຫັນ, ແລະ ປະຕິກິຣິຍາຈາກຜູ້ຄົນ ຈາກກາຕ້າ (Qatar), ໃນອອສເຕຣເລັຍ ແລະ ທົ່ວໂລກ.

ຣາຍການບານເຕະໂລກປະຈໍາວັນ (The World Cup Daily show) ຈະຖ່າຍທອດ ຕັ້ງແຕ່ເວລາ 5:30ໂມງ (AEDT) ໃນແຕ່ລະຄືນທາງ SBS ແລະ ຕໍ່ດ້ວຍ ລາຍການຕົວຢ່າງ ທາງໂທລະພາບ (TV Preview Show) ຂອງ FIFA. ການສເນີ VOD ຄັ້ງທໍາອິດແບບດິຈິຕອນຈະມີໃຫ້ກ່ອນຫນ້ານີ້ຜ່ານ ທາງ ຕາມຄວາມຕ້ອງການ (SBS On Demand).

ການແຂ່ງຂັນເຕະບານໂລກ Classic.

SBS ຕາມຄວາມຕ້ອງການ (SBS On Demand) ມີ 25 ການແຂ່ງຂັນເຕະບານໂລກແບບ classic ຈາກປີ 1986 ຫາ 2018 ເພື່ອໃຫ້ຜູ້ຊົມ ໄດ້ຫວນຄືນໄປເບິ່ງເກມທີ່ ຍິ່ງໃຫຍ່ທີ່ສຸດ ບາງເກມ ໃນເວທີ ທີ່ ໃຫຍ່ທີ່ສຸດ ຂອງເກມບານເຕະ.

ສ່ວນໃຫຍ່ຂອງການແຂ່ງຂັນ Classic ຍັງຈະມີການຖ່າຍທອດໃນ SBS ແລະ SBS VICELAND ໃນລະຫວ່າງການແຂ່ງຂັນເຕະບານໂລກ.


2 min read

Published

By SBS Sport

Presented by Sak Phoumirath

Source: SBS / SBS Sport



Share this with family and friends


Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now