Anthony Albanese ຊນະ ຕໍາ ແຫນ່ງ ນາຍົກຣັຖມົນຕີ ອອສເຕຣເລັຍສມັຍທີສອງ ໃນ ຂນະ ທີ່ Labor ມີສຽງສ່ວນໃຫຍ່ໃນສະພາ

Anthony Albanese secured a larger majority in parliament while Opposition Leader Peter Dutton lost his Queensland seat.

ELECTION25 ANTHONY ALBANESE CAMPAIGN

Australian Prime Minister Anthony Albanese, Partner Jodie Haydon and son Nathan acknowledge the crowd at the Labor Election Night function at Canterbury-Hurlstone Park RSL Club. Source: AAP / LUKAS COCH/AAPIMAGE

Anthony Albanese ຊນະ ຕໍາ ແຫນ່ງ  ນາຍົກຣັຖມົນຕີ ອອສເຕຣເລັຍສມັຍທີສອງ  ໃນ ຂນະ ທີ່ Labor ມີສຽງສ່ວນໃຫຍ່ໃນສະພາ
 
Albanese ໄດ້ບອກຜູ້ສນັບສນູນ ໃນເມືອງ Sydney ວ່າການຮັບໃຊ້ ໃນຕຳແໜ່ງນາຍົກຣັຖມົນຕີ ເປັນກຽດທີ່ຍິ່ງໃຫຍ່ທີ່ສຸດ ໃນຊີວິດຂອງລາວ.

"ດ້ວຍຄວາມຖ່ອມຕົວ ແລະຄວາມຮັບຜິດຊອບທີ່ເລິກຊຶ້ງ ສິ່ງທໍາອິດທີ່ຂ້າພະເຈົ້າເຮັດໃນຄືນນີ້ ຄືການກ່າວ 'ຂອບໃຈ' ຕໍ່ຊາວອອສເຕຣເລັຍ ສໍາລັບໂອກາດ ທີ່ຈະຮັບໃຊ້ປະເທດ ທີ່ດີທີ່ສຸດ ໃນໂລກຕໍ່ໄປ," ລາວກ່າວ.

"ມື້ນີ້, ຊາວອອສເຕຣເລັຍ ໄດ້ເລືອກເອົາຄຸນຄ່າ ຂອງອອສເຕຣເລັຍ,ເລືອກຄວາມຍຸດຕິທັມ, ຄວາມທະເຍີທະຍານ ແລະໂອກາດສໍາລັບທຸກຄົນ.

"ຊາວອອສເຕຣເລັຍ ໄດ້ເລືອກເອົາ ອະນາຄົດທີ່ຍຶດຫມັ້ນ ກັບຄຸນຄ່າເຫລົ່ານີ້, ອະນາຄົດ ທີ່ຖືກສ້າງຂຶ້ນ ຈາກທຸກສິ່ງທີ່ນໍາເຮົາມາໂຮມກັນ."
Labor ຈະຕັ້ງຣັຖບານ ດ້ວຍຕົວເອງ ດ້ວຍຈໍານວນສຽງ ໃນສະພາທີ່ເພີ່ມຂຶ້ນ ຫລັງຈາກຜູ້ລົງສມັກ ຂອງພັກຣັຖບານ ຊນະທີ່ນັ່ງໃນຫລາຍຣັດ.

ໃນບັນດາທີ່ນັ່ງສຳຄັນ ສໍາລັບ Labor ແມ່ນບ່ອນນັ່ງ ຂອງຜູ້ນໍາຝ່າຍຄ້ານ, Peter Dutton ໃນເຂດເລືອກຕັ້ງ Dickson ໃນ Queensland.

Dutton ໄດ້ສູນເສັຍບ່ອນນັ່ງ ໃຫ້ແກ່ Ali France ຂອງພັກ Labor, ແລະເປັນເທື່ອທໍາອິດ ທີ່ຜູ້ນໍາຝ່າຍຄ້ານ ໄດ້ສູນເສັຍບ່ອນນັ່ງ ໃນການເລືອກຕັ້ງຣັຖບານກາງ.
Australia Election
ຜູ້ນໍາພັກ Liberal ຂອງປະເທດອອສເຕຣເລັຍ Peter Dutton, ທີສາມຈາກຊ້າຍ, ຢືນຢູ່ກັບຄອບຄົວຂອງລາວ ໃນຂນະທີ່ກ່າວປາສັຍ ຫລັງຈາກການເລືອກຕັ້ງ ໃນ Brisbane .ແຫລ່ງ:AP/PatHoelscher/AP Source: AP / Pat Hoelscher/AP
Mr Dutton ຍອມຮັບຮັບຜິດຊອບຢ່າງເຕັມທີ່ ສໍາລັບການສູນເສັຍຂອງພັກຮ່ວມ (The Coalition).

"ພວກເຮົາ ບໍ່ໄດ້ເຮັດດີພໍ ໃນໄລຍະການຫາສຽງນີ້, ສິ່ງນັ້ນ ກໍເຫັນໄດ້ຢ່າງຊັດແຈ້ງແທ້ໆ ໃນຄືນນີ້," ລາວກ່າວ.

"ຂ້າພະເຈົ້າ ຕ້ອງການຊີວິດສາທາຣະນະສເມີ ສໍາລັບສິ່ງທີ່ດີທີ່ສຸດ ສໍາລັບປະເທດຂອງເຮົາ ແລະດີທີ່ສຸດ ສໍາລັບຊາວອອສເຕຣເລັຍທຸກຄົນ.

"ມັນເປັນເວລາແຫ່ງປວັດສາດ ສໍາລັບ Labor Party ແລະພວກເຮົາກໍຮັບຮູ້ສິ່ງນັ້ນ."

ໃນບັນດາ ນະໂຍບາຍທີ່ Albanese ໄດ້ປະກາດ ແມ່ນຊ່ອຍໃຫ້ຜູ້ຊື້ເຮືອນຫຼັງ ທໍາອິດເຂົ້າໄປໃນຕລາດຊັບສິນ ດ້ວຍເງິນມັດຈຳ ຈໍານວນ 5 ເປີເຊັນ, ໃນຂນະທີ່ ສັນຍາວ່າ ຈະໃຊ້ເງິນ 10ພັນລ້ານໂດລາ ເພື່ອສ້າງເຮືອນໃຫມ່ເຖິງ 100,000 ຫລັງ.

ລາວຍັງໄດ້ສັນຍາວ່າ ຈະໃຫ້ເງິນ 8.5 ພັນລ້ານໂດລາ ສໍາລັບການໄປຫາທ່ານຫມໍ ທີ່ໄດ້ຮັບຄ່າບໍາລຸງລ້ຽງຕື່ມອີກ 18 ລ້ານໂດລາ ໃນແຕ່ລະປີ ຊຶ່ງເປັນສ່ວນຫນຶ່ງ ຂອງການເພີ່ມຄວາມເຂັ້ມແຂງໃ ຫ້ແກ່ Medicare.

Labor ຍັງສັນຍາຈ ະໃຫ້ເງິນ 2.3 ພັນລ້ານໂດລາ ເພື່ອຊ່ວຍເຫຼືອຫມໍ້ໄຟຟ້າ ໃນບ້ານເຮືອນ ເພື່ອເກັບພະລັງງານແສງຕາເວັນ, ໃນຂນະດຽວກັນ ກໍສັນຍາວ່າ ຈະຢັບຢັ້ງການໂກ່ງລາຄາ ໂດຍ Supermarkets

ເນື້ອເລື່ອງໂດຍ   ຂ່າວ SBS News,

ຈັດທຳໂດຍ ສັກ ພູມີຣັຕນ໌ ວິທຍຸ SBS  ພາກ ພາສາລາວ.

ທ່ານສາມາດຕິດຕາມຂ່າວສານຫຼ້າສຸດ ຈາກ ອອສເຕຣເລັຍ ແລະທົ່ວໂລກ ເປັນພາສາລາວຈາກ ເອສບີເອສ ລາວ ໄດ້ທີ່ເວັບໄຊ້ຕ໌  sbs.com.au/lao

ທ່ານຍັງສາມາດ ຕິດຕາມທາງ facebook ໄດ້ທີ່ facebook.com/sbslao

Share

Published

By SBS News
Presented by Sak Phoumirath
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
Anthony Albanese ຊນະ ຕໍາ ແຫນ່ງ ນາຍົກຣັຖມົນຕີ ອອສເຕຣເລັຍສມັຍທີສອງ ໃນ ຂນະ ທີ່ Labor ມີສຽງສ່ວນໃຫຍ່ໃນສະພາ | SBS Lao