ກວດ ໂກວິດ-19 ລາວ ແລະໃສ່ໜ້າກາກອານາມັຍ ນີວຊາວແວນລ໌

Hundreds of people have gathered in Sydney to protest human rights abuses in several countries, including Cambodia, Vietnam, Laos, Thailand and Myanmar.

Hundreds of people have gathered in Sydney to protest human rights abuses in several countries, including Cambodia, Vietnam, Laos, Thailand and Myanmar. Source: SBS/Vinh Hoang

ໂກວິດ -19 ມັນເປັນພະຍາດທີ່ຮ້າຍແຮງແລະຮ້າຍກາດທີ່ມາຈາກ ສປປຈີນ.

ມັນບຸກຣຸກທຸກໆຄົນໄດ້ໂດຍມັນບໍ່ໄວ້ໜ້າໃຜຫຼືຖືຊາວ່າແມ່ນຜູ້ນັ້ນຜູ້ນີ້ແລະບໍ່ຍ້ານ

ບໍ່ກົວອຳນາດໃດໆທັງສິ້ນ.

 

ໃນວັນສຸກທີ 29 ສິງຫາ 2020 ກະຊວງສາທາຣະນະສຸກນີວຊາວແວນລ໌ເອົາຫໍ

ວັທນະທັມລາວ ນີວຊາວແລນລ໌ ເປັນບ່ອນກວດເບິ່ງພະຍາດ ໂກວິດ-19 ໃຫ້

ແກ່ຄົນທົ່ວໄປເພາະສະຖານທີ່ດັ່ງກ່າວເໜາະສົມຮອບດ້ານ.

ໃນການກະທຳດັ່ງນັ້ນ ຊຸມຊົລາວ ນີວຊາວແວນລ໌ກໍພາກັນໄປໃຫ້ກວດເບິ່ງພໍ

ສົມຄວນ.

ແຕ່ກະທັ້ງທີ່ວ່າທ່ານ ເດດ ສີແສງຣັດ ປະທານສະມາຄົມສົ່ງເສີມຊຸມຊົນລາວ

ໃນຣັດນີວຊາວແວນລ໌ ທີ່ເປັນເຈົ້າຂອງຂອງສະຖານທີ່ດັ່ງກ່າວ ຮຽກຮ້ອງໃຫ້

ຊຸມຊົນລາວເຮົາໄປໃຫ້ກວດເບິ່ງ ໂກວິດ-19 ຢູ່ທີ່ຫໍວັທນະທັມລາວນະທີ່ວັດພະ

ຍອດແກ້ວກໍຕາມ ແມ່ນວ່າມັນກໍຍັງມີບາງຜູ້ບາງຄົນຂອງຊຸມຊົນນັ້ນຍັງບໍ່ໄດ້

ໄປໃຫ້ກວດເບິ່ງເທື່ອ.

 

ທ່ານຮຽກຮ້ອງໃຫ້ທຸກໆຄົນຈົ່ງໄປໃຫ້ກວດເບິ່ງ ໂກວິດ-19 ເພື່ອຜົນປະໂຫຍດ

ຂອງທຸກໆຄົນ ທັງກໍກ່າວວ່າມີຄົນລາວນີວຊາວແວນລ໌ປະມານສິບຄົນເປັນ

ໂກວິດ-19 ແລ້ວ.

 

ຈັ່ງໃດກໍຕາມໃນວັນສຸກ ທີ 4 ກັນຍາ 2020 ນະທີ່ວັດພະຍອດແກ້ວກໍຈະມີການ

ກວດ ໂກວິດ-19 ໃຫ້ຄົນທັງຫຼາຍອີກ.

 

ໂກວິດ-19 ມັນຈະແອບແຝງຢູ່ກັບມະນຸດຢູ່ຕໍ່ໆໄປຢູ່ ໂດຍທີ່ວ່າມັນຈອບກິນຫົວ

ພວກເຮົາຢູ່ສເມີໄປ.

ດ້ວຍເຫດນີ້ຂໍໃຫ້ທຸກຄົນຈົ່ງຣະມັດຣະວັງກ່ຽວກັບ ໂກວິດ-19 ແທ້ໆແລະໄປໃຫ້

ກວດເບິ່ງ.

 

ແລະທາງການສາທາຣະນະສຸກນນີວຊາວແວນລ໌ກໍຮຽກຮ້ອງໃຫ້ຄົນທັງຫຼາຍຈົ່ງໃສ່

ໜ້າກາກອານາມັຍດ້ວຍ.

 

 


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service