ຂ່ າ ວ

rice transplanting

Source: Pixabay

ຫົວຂໍ້ຂ່າວທີ່ຄິດວ່າສຳຄັນ​:

0 ອອສເຕຼເລັຍບໍ່ຮັບຮູ້ທີ່ ສປຈີນ ກຳເອົາທະເລຈີນໃຕ້

0 ຈຳນວນຄົນເປັນ ໂກວິດ-19 ໃນອອສເຕຼເລັຍຖ່ຽງທຸ່ນແຕ່ມາກມາຍ

0 ວິກຕໍເຣັຍຂາດເຂີນພະນັກງານດູແລຄົນແກ່ສະຣາຢ່າງມາກມາຍ

 

0 ອອສເຕຼເລັຍເຂົ້າຮ່ວມ ສຫຣອະເມຣິກາບໍ່ຮັບຮູ້ອີກໃໜ່ທີ່ ສປຈີນ ຂະຫຍາຽເຂດແດນເອົາທະເລຈີນ

ໃຕ້ເກືອບໂດຍນາໆວິທການແລະກົນອູບາຍ.

ໂດຍການປະຕິເສດເຖິງສະຫະປະຊາຂາດ ອອສເຕຼເລັຍຊີ້ແຈງການກະທຳຂອງ ສປຈີນ ນັນວ່າເປັນສິ່ງ

ບໍ່ຖຶກຕ້ອງກັບກົດໜາຍສາກົນແລະເປັນສິ່ງທີ່ໃຊ້ການບໍ່ໄດ້.

 

0 ທ່ານ ເຄຼກ ຮັນຕ໌ ຣັຖມົນຕຼີສາທາຣະນະສຸກອອສເຕຼເຣັຍເວົ້າວ່າຈຳນວນຄົນເປັນ ໂກວິດ-19 ໃນອອສ

ເຕຼເລັຍຖ່ຽງທຸ່ນແຕ່ມາກມາຍ.

ທ່ານເວົ້າດັ່ງນັ້ນອອກມາເມື່ອທີ່ໃນຣັດວິກຕໍເຣັບມີບໍ່ຫຼຸດອີກໃໜ່ 5 ຄົນຕາຍຍ້ອນ ໂກວິດ-19 ແລະກໍມີ

ອີກ 357 ຄົນເປັນພະຍາດທີ່ຈິບຫາຍນັ້ນດ້ວຍ.

     

0 ຣັຖບານອອສເຕຼເລັຍແລະວິກຕໍເຣັຍຈະລົງໄມ້ລົງມືກະທຳການໂຕ້ຕອບແກ້ໄຂ ໂກວິກ-19 ທີ່ເກີດຂຶ້ນ

ຢູ່ຕາມສະຖານທີ່ດູແລຄົນແກ່ສະຣາໃນຣັດວິກຕໍເຣັຍ.

ພະນັກງານເຖິງຫຼາຍກ່ວາ 500 ຄົນແລະຄົນທີ່ຢູ່ໃນສະຖານທີ່ດູແລຜູ້ເຖົ້າໃນບໍ່ຫຼຸດ 20 ຫົນແຫ່ງເປັນ

ໂກວິດ-19 ຢູ່ ທີ່ມີດ້ວຍ 1 ສ່ວນ 3 ທີ່ຕາຍຍ້ອນແລ້ວແມ່ນມາຈາກບ່ອນລ້ຽງດູຄົນແກ່ສະຣາ.

ຝ່າຍນຳໜ້າການນຳພາ =ລິດດິງ ເອຊ໌ ເຊີກວິດເຊສ= ກຳລັງຕ້ອງການມາກມາຍພະນັກງານການດູແລ

ຄົນແກ່ສະຣາຣັດວິກຕໍເຣັຍໂດຍໃຫ້ພະນັກງານທີ່
Fee face mask - Pixabay
Fee face mask - Pixabay Source: Pixabay
ເຮັດວຽກຊົ່ວເຮັດວຽກຢູ່ແຕ່ໃນບ່ອນດຽວໂດຍສະເພາະ.

 

ທ່ານ ທອມ ຮິກ ໂຄສົກຕາງໜ້າ =ລິດດິງ ເອຊ໌ ເຊີກວິດເຊສ=

ເວົ້າວ່າກົດເກນໃໜ່ນັ້ນເຮັດໃຫ້ຂາດເຂີນພະນັກງານນັ້ນ.

 

0 ຕຳຣວດຣັດວິກຕໍເຣັຍກຳລັງປາມປາມຄົນທີ່ລ່ວງຣະເມີດກົດເກນການຕ້ອງຫ້າມຕ່າງໆ. ນີ້ມີຂຶ້ນພາຍຫຼັງທີ່ຄົນນັບເປັນຫຼາຍຮ້ອຍບໍ່ປະຕິບັດຕາມກົດເກນການຕ້ອງຢູ່ຫ່າງກັນ 1 ແມດ ເຄິ່ງ ແລະຈຳນວນຄົນ່ີທຖຶກອະນຸຍາດໃຫ້ເຕົ້າໂຮມກັນໄດ້.

ຕຳຣວດນັ້ນຈັບໄດ້ຄົນມາກຈາກຝຸງຄົນອັນໃຫຍ່ໂຕອັນນຶ່ງທີ່ໄປຮ່ວມງານສິນຣະປິນອັນນ່ຶງທີ່ຖຶກຈັດຂຶ້ນ

ໃນປ່່ທີ່ຢູ່ໃກ້ກັບ =ຈິງດາບາຍນ໌ ວິກຕໍເຣັຍ.

ງານນັ້ນມີປຸບປະກອນສິນຣະປິນມາກມາຍແລະ ດີເຈ ດ້ວຍ.

 

0 ການໂຄສະນາອັນນຶ່ງຂອງຣັດວິກຕໍເຣັຍທີ່ໂຈະໂຈງໃສ່ຜົນສະທ້ອນຂອງ ໂກວິດ-19 ຈະຖຶກກະທຳຂຶ້ນ

ເປັນນາໆພາສາເພື່ອ

ທໍຣະພາຍ, ວິທຍຸກະຈາຍສຽງແລະຊືສັງຄົມສື່ສັງຄົໃມ.

ການໂຄສະນາເປັນນາໆພາສານັ້ນມີໄວ້ແລ້ວທີ່ໜືນດັງການໂຄສະນາຕໍ່ຕ້ານການດູດຢາດູດແລະຈຳນວນ

ຄົນຕາຍໃນທ້ອງຖນົນຫົນທາງຕ່າງໆ.

 

0 ປະທານາທິບໍ່ດີຂອງປະເທດບຼາຊຽນຂຽນອອກຜ່ານທາງ ທວິດເຕີ ວ່າທ່ານຖຶກກວດເຫັນບໍ່ເປັນ

ໂກວິດ-19.ເຊື່ອວ່າທ່ານຖຶກກວກເບິາງ ໂກວິດ-19 ມາແລ້ວສີ່ຄັ້ງ ທີ່ຄັ້ງນຶ່ງເຫັນວ່າທ່ານເປັນພະ

ຍາດດັ່ງກ່າວ.

 

0 ຄົນໃນປະເທດສະເປນທີ່ເຂົ້າໄປປະເທດອັງກິດ, ນອກເທີນອາຍເຣີແລນດ໌ ແລະ ສະກອດແລນດ໌

ຈຳຕ້ອງແຍກໂຕເພື່ອຂ້າພະຍາດ 14 ມື້.

ນີ້ແມ່ນປະເທດສະເປນຖຶກຖອນຈາກລາຍຊື່ຄົນຂອງປະເທດທີ່ເຂົ້າໄປໃນອັງກິດໄດ້ໂດຍບໍ່ຕ້ອງກະທຳ

ດັ່ງນັ້ນ.

 

0 ໃນ ສຫຣ ອະເມຣິກາ ຝຸງຊົນທີ່ປະທ້ວງຢັງຢູ່ດ້ານນອກຂອງສາຮສູງສຸດແຫ່ງຊາດ ສຫຣັດ ໃນນະຄອນ

ພອກແລນດ໌ ຣັດອໍຣີກັນ ຢູ່ຕໍ່ໆໄປຢູ່.

ໃນການປະທ້ວງມື້ທີ່ 57 ນັ້ນມີຄົນຫຼາຍພັນຄົນເດີຍຂະບວນປະທ້ວງຄວາມບໍ່ເປັນທັມໃນດ້ານເຊື້ອສາຍ

ພົງພັນ ກະທັ້ງມີການປະທະກັນກັບທະຫານແຫ່ງຊາດ ສຫຣັດ ກໍຕາມແຕ່.

 

0 ໃນປະເທດໄທຍ໌ ນັກປຸກຣະດົມມວນຊົນທີ່ເປັນຄົນ =ແອນລ໌ ຈີ ບີ ທີ ຄີວ= ຊຸມນຸມປະທ້ວງຂຶ້ນຢູ່ນະທີ່ອານຸສາວະລີປະຊາທິປະຕັຍໃນກຸງເທບພະມະຫານະຄອນ ຮຽກຮ້ອງໃຫ້ມີການສເມີພາບໃນດ້ານເພດແລະປະນາມຣັຖບານ ພະຢຸດ ຊານໂອຊາ.

ໃນສັບປະດາຜ່ານມານັກປຸກຣະດົມມວນຊົນທັງຫຼາຍໂຮໃກັນຈາກທົ່ວປະເທດໄທຍ໌ ຮຽກໃຫ້ຍຸບສະພາໄທຍ໌ແລະໃຫ້ຣັຖບານພະຢຸດລາອອກການປົກຄອງ.

 

0 ຊຸນ ເວ ຢຽວ ຊາຍຄົນ ສິງກະໂປ ຮັບຜິດວ່າຕົນເຮັດວຽກເປັນສິ້ນສ່ວນສາຍສືບຂອງ ສປຈີນ ເພື່ອສົ່ງ

ເສີມສາຍສືບນັ້ນໃນ ສຫຣອະເມຣິກາ.

ສຫຣັດ ເວົ້າວ່າ ຢຽວ ຖຶກວາງຄະດີໃສ່ກ່ຽວກັບການໃຊ້ ແວບໄຊຕ໌ ການປຶກາປອມເພື່ອຫາເອົາຂໍ້ມູນ

ຕ່າງໆຂອງຣັຖບານ ສຫຣັດແລະທະຫານ ສຫຣັດ.

ຢຽວ ຮັບຮູ້ວ່າໄດ້ຕິດຕໍ່ຫາຄົນ ສຫຣັດທີ່ມີຄວາມສະດວກສະບາຍຫຼາຍໃນການ ແນດເວີດກິງ ແວບໄຊຕ໌ ທີ່ຊ່ຽວຊານໂດຍບອກພວກຂະເຈົ້າຂຽນໜັງສືລາຍງານເພື່ອລູກຄ້າປອມ.

 

0 ຄົນຣັດເເຊັຍຫຼາຍພັນຄົນປະທ້ວງຂຶ້ນຕໍ່ຕ້ານຣັຖບານຣັດເຊັຍແລະຮຽກໃຫ້ປະທານໃຫຍ່ ປຸດຕີນ

ລາອອກຕຳແໜ່ງ.

ນີ້ເປັນການປະທ້ວງສັບປະດາທີ 3 ແລ້ວນະທີ່ ຄາບາໂຣມວ໌ ພາຍຫຼັງເຈົ້າແຂວງ ເຊີກຊີ ເຟີການ ຖຶກ

ຈັບແລະວ່າງຄະດີຄາດຕະກັມໃສ່.

 


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)
Source: SBS Radio

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service