ລາວນອກໂຮມພະລັງນຳເອົາສັນຕິພາບແປະຊາທິປະໄຕໄປສູ່ລາວ

Royal Lapo National flag - AAP

Royal Lapo National flag - AAP Source: AAP

ສຳພາດ: ທ່ານ ຄຳແຜວ ຣັດທະມະນີ

 

ລາວເອີຍລາວ... ລາວເຮົາມີມາແຕ່ດົນນານແລ້ວ ທັງກໍເຄີຍເປັນປະເທດທີ່ມີເຂດແດນອັນກ້ວາງໃຫ່ຍແລະອູດົມສົມບຸນທັງກໍມີພະລັງວັງ

ຊາດ້ວຍ ແຕ່ແລ້ວຍັງມີເຂດແດນທີ່ຮູ້ເຫັນກັນທີ່ມີເຫຼືອຢູ່ໃນທຸກໆວັນນີ້ເທົ່ານັ້ນ... ແລະນັ້ນ ຖ້າບໍ່ໄປເພີ່ງພາອາໄສປາຣະມີຂອງປະເທດ

ຝຣັ່ງເສດກໍຄົງບໍ່ມີພະຣາອານາຈັກລາວໄປແລ້ວແຕ່ດົນນານພຸ້ນ... ຂເມນແລະວຽດນາມກໍຄືກັນດັ່ງລາວເຮົາ...

 

ເສີກສົງຄາມໃນລາວຣະຫ່ວາງຝ່າຍເສຣີແລະສັງຄົມນີຍົມ (ຄອມມຸຍນິສຕ໌) ແມ່ນເປັນສົງຄາມອັນຍາວນານທີ່ລາມມາຈາກປະເທດ

ວຽດນາມ ທີ່ແທ້ໆແລ້ວແມ່ນເລີ້ມມາຈາກປະເທດຈີນແປ່ນດິນໃຫຍ່ພຸ້ນ...​

ສົງຄາມວຽດນາມແມ່ນກຳເນີດມາຈາກສົງຄາມເຢັນທີ່ມີຊີວິດຊີວາຂຶ້ນພາຍຫຼັງສົງຄາມໂລກຄັ້ງສອງຣະຫ່ວາງໂລກເສຣີແລະໂລກ

ຄອມມຸຍນິສຕ໌.

ໃນສົງຄາມວຽດນາມໃນລາວ ຝ່າຍພະຣາຊອານາຈັກລາວແລະຄອມມຸຍນິສຕ໌ຕໍ່ສູ້ກັນຢ່າງນອງເລືອດກັນຈົນວ່າໃນທຸກໆວັນນີ້ຂົນ

ເອົາຊາກຊົບທະຫານວຽດນາມເໜືອກັບຄືນໄປຍັງວຽດນາມກໍບໍ່ໜົດບໍ່ສ້ຽງຈັກເທື່ອໆ. ສົງຄາມວຽດນາມໃນພະຣາຊອານາຈັກລາວ,

ຂເມນ, ວຽດນາມເໜືອແລະໃຕ້ຖຶກສະຫະຣັດອະເມຣິກາລ້າງຕີນລ້າງມືໄປຈາກຝ່າຍເສຣີ ຄື ວຽດນາມເສຣີ, ຂເມນເສຣີແລະລາວ

ເສຣີ (ລາວຂາວ). ນີ້ພາໃຫ້ລາວຄອມມຸຍນິສຕ໌ (ລາວແດງ) ແລະລາວຂາວ ຫັນໜ້າເຂົາຫາກັນເພື່ອເປັນອັນນຶ່ງອັນດຽວກັນເພື່ອ

ສັນຕິພາບແລະຄວາມຈະເລີນຮຸງເຮືອງສີວິລັຍຂອງລາວເຮົາ... ແຕ່ແລ້ວຄວາມປາຖນານັ້ນບໍ່ມີຂຶ້ນແລະຝ່າຍພະຣາຊອານາຈັກລາວ

ຖຶກປາບປາມໂດຍກົງແລະໂດຍທາງອ້ອມ ເຊັ່ນ ໂດຍແຜນການຂອງ ຄຳໄຕ ສີພັນດອນ ແລະ ພູນສີປະເສີດ ທີ່ໃຊ້ກົນອູບາຍນີທານ

ນົກເຈົາຈຳສິນ ມາກວດລ້າງຝ່າຍພະຣາຊ

ອານາຈັກລາວຈົນສຳເຣັດ. ການເວົ້າວ່າກ່ຽວກັບການກະທຳຂອງ ຄຳໄຕ ແລະ ພູນ ນັ້ນແມ່ນອີງຕາມໜັງສືພິມ ສຽງປະຊາຊົນ

ສະບັບນຶ່ງທີເປັນກະບອກປາກຂອງພັກຣັຖປະຕິວັດປະຊາຊົນລາວ.

ເມື່ອເປັນດັ່ງນັ້ນແລະຍ້ອນອຳນາດປາຍປືນໃນລາວໃນສະໃໜ 70, 80 ແລະ 90 ຄົນໃນລາວກໍລັງໄຫຼຂ້າມແມ່ນ້ຳຂອງເຂົາໄປເພີ່ງ

ພາອາໃສຄວາມຊຸມເຢັນໃນພະຣາຊອານາຈັກໄທຍ໌ແລະໄປຢູ່ໃນປະເທດສາມຕໍ່ ຈົນວ່າເກືອບບໍ່ມີທະວີບໃດທີ່ບໍ່ມີຄົນລາວປົບລົບໜີໄປຢູ່.

ຄົນລາວທີ່ໜີຈາກຄ້ອນກັບກ່ຽວໃນລາວໄປຢູ່ໃນປະເທດທີສາມນັ້ນມີປະມານນຶ່ງລ້ານຄົນທີ່ໃນສະໃໜນັ້ນພົນລະເມືອງລາວມີພຽງແຕ່ປະ

ມານສາມລ້ານຄົນເທົ່ານັ້ນ.

ນັບຕັ້ງແຕ່ໜີອອກຈາກແຜ່ນລາວມາ ຄົນລາວນັ້ນ ຄືອົພຍົບກໍມີການກູ້ຊາດລາວຂື້ນ ລາມໄປຕາມລຳແມ່ນ້ຳຂອງ ແຕ່ການກະ

ທຳດັ່ງນັ້ນໂດຍມີຫົວມີຫາງແຕ່ບໍ່ມີຄື່ມີແປ ເອົາແຕ່ໃຜຈະເຮັດຈະກະທຳ ທັງກໍບໍ່ມີການຖຶກຕ້ອງບອງດອງກັນ ບໍ່ວ່າໃນປະເທດທີນຶ່ງ,

ສອງແລະສາມ ເລີຍພາໃຫ້ທຸກສິ່ງທຸກຢ່າງເປັນໄປບໍ່ໄດ້...

ບັດນີ້ປາກົດວ່າຄວາມບໍ່ສຳເຮັດໃນການກູ້ໍາດລາວນັ້ນກັບກາຍເປັນບົດຮຽນອັນນຶ່ງຂຶ້ນແລ້ວແລະເລີ້ມມີການຫັນໜ້າເຂົ້າກອດຄໍຖືແຂນ

ກັນຂຶ້ນແດ່ແລ້ວ... ແຕ່ນີ້ຈະເປັນໄປເຖິງໃສກັນນັ້ນແມ່ນເປັນເຣື່ອງນຶ່ງທີ່ຄວນຕິດຕາມມອງເບິ່ງໆ.

 

ໃນບໍ່ນານອແລ້ວນີ້ ທີ່ສະຫະຣັດອະເມຣິກາ ເກີດມີການເຕົ້າໂຮມລາວ ໂຮມພະລັງລາວ ໂຮມຈິດໃຈລາວ ແລະ ໂຮມແນວຄິດລາວ

ເຂົ້າກັນເພື່ອນຳເອົາສັນຕິພາບແລະປະຊາທິປະໄຕໄປສູ່ຜື້ນແຜນດິນແລະປະຊາຊົນລາວ.

ນີ້ແມ່ນມີການໂຮມລາວທັງໃນແລະນອກເຂົ້າກັນພາຍໃຕ້ສິ່ງນຶ່ງທີ່ຮຽກວ່າ "ອົງການໂຮມລາວເພື່ອສັນຕິພາບປະຊາທິປະໄຕ".

 

ກ່ຽວກັບອົງການຈັດຕັ້ງດັ່ງກາວ ຂໍນຳເອົາການສຳພາດທ່ານ ຄຳແຜວ ຣັດທະມະນີ ທີ່ມີບົດບາດໃນນັ້ນມາເວົ້າມາວ່າສູທ່ານຟັງນະທີ່ :

 

 

 


Share

Published

By Khamleck Thongvilu

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service