Rural landscape, Western Australia, Australia
Rural landscape, Western Australia, Australia

ເພງຊາດ ແລະຄໍາປະຕິຍານຕົນ ຕອນຮັບສັນຊາດອອສເຕຣເລັຍ ໃນພາສາຂອງທ່ານ

ພວກເຮົາ ໄດ້ທຳການແປເພງຊາດອອສເຕຣເລັຍ ແລະຄໍາປະຕິຍານຕົນ ເປັນພົນລະເມືອງອອສເຕຣເລັຍ ໃນຫລາຍພາສາ ທີ່ໃຊ້ສື່ສານທົ່ວອອສເຕຣເລັຍ.

Published

Presented by Sak Phoumirath
Source: SBS

SBS ສະແດງຄວາມຮັບຮູ້ຊາວ Aboriginal ແລະ Torres Strait Islander ທົ່ວອອສເຕຣເລັຍວ່າເປັນເຈົ້າຂອງດັ້ງເດີມຂອງປະເທດ, ແລະການເຊື່ອມຕໍ່ ກັບແຜ່ນດິນ, ນ້ຳ ແລະຊຸມຊົນ.

ເນື້ອເພງເດີມຂອງ Advance Australia Fair ໄດ້ຖືກແຕ່ງໄວ້ ໃນປີ 1878 ໂດຍຄູສອນ ແລະນັກແຕ່ງເພງຊາວອອສເຕຣເລັຍ ຊື່ Peter Dodds McCormick. ເພງນີ້ໄດ້ຖືກປະກາດ ໃຫ້ເປັນເພງຊາດຂອງອອສເຕຣເລັຍ ໃນວັນທີ 19 ເດືອນເມສາ ປີ 1984.

ໃນປີ 2021 ຄໍາເວົ້າໃນແຖວທີສອງຂອງເພງ ໄດ້ຖືກປັບປ່ຽນຈາກ ‘young and free’ ມາເປັນ‘one and free’ ເພື່ອສະທ້ອນເຖິງການມີສ່ວນຮ່ວມ.

ເພງຊາດນີ້ ບັນເລງໃນພິທີທາງການ, ການແຂ່ງຂັນກິລາ ແລະກິດຈະກັມຊຸມຊົນຕ່າງໆ.

ເນື້ອຮ້ອງຂອງເພງຊາດ ອອສເຕຣເລັຍ

ຊາວອອສເຕຣເລັຍທຸກຄົນ ໃຫ້ເຮົາປິຕິຍິນດີ,

ເພາະເຮົາເປັນຫນຶ່ງ ແລະມີເສຣີ

ມີແຜ່ນດິນທອງ ແລະຊັບສິນໃຫ້ເຮົາຂຸດຄົ້ນ;

ບ້ານເຮົາ ອ້ອມຮອບດ້ວຍທະເລ

ແຜ່ນດິນຂອງເຮົາ ເຕັມໄປດ້ວຍຂອງປະທານ ຈາກທັມມະຊາດ

ຄວາມສວຍງາມ, ຄວາມຮັ່ງມີ ແລະຫາຍາກ

ໃນທຸກເວທີ ຂອງທຸກໜ້າປວັດສາດ,

ເພື່ອຄວາມກ້າວຫນ້າ ຂອງອອສເຕຣເລັຍ

ເຮົາຈົ່ງຮ້ອງເພງ ດ້ວຍຄວາມຊື່ນຊົມ

ເພື່ອຄວາມກ້າວຫນ້າ ຂອງອອສເຕຣເລັຍ

ພາຍໃຕ້ ດວງດາວອັນຮຸ່ງເຫຼື້ອມ

ພວກເຮົາຈະສູ້ວຽກຫນັກ ດ້ວຍໃຈ ແລະມື;

ເພື່ອໃຫ້ຈັກກະພົບ ນີ້ຂອງເຮົາ

ຊື່ສຽງເລື່ອງລືທົ່ວແດນ;

ສໍາລັບ ຜູ້ທີ່ໄດ້ຂ້າມທະເລມາ

ພວກເຮົາ ມີຜືນດິນທີ່ໄຮ້ຂອບເຂດ ທີ່ຈະແບ່ງປັນ

ເຮົາມາຮ່ວມກັນ ດ້ວຍຄວາມກ້າຫານ

ເພື່ອຄວາມກ້າວຫນ້າ ຂອງອອສເຕຣເລັຍ

ເຮົາຈົ່ງຮ້ອງເພງ ດ້ວຍຄວາມຊື່ນຊົມ

ເພື່ອຄວາມກ້າວຫນ້າ ຂອງອອສເຕຣເລັຍ

Australians Celebrate Australia Day As Debate Continues Over Changing The Date
- Credit: Don Arnold/Getty Images

SBS ສະແດງຄວາມຮັບຮູ້ຊາວ Aboriginal ແລະ Torres Strait Islander ທົ່ວອອສເຕຣເລັຍວ່າເປັນເຈົ້າຂອງດັ້ງເດີມຂອງປະເທດ, ແລະການເຊື່ອມຕໍ່ ກັບແຜ່ນດິນ, ນ້ຳ ແລະຊຸມຊົນ.

ເນື້ອເພງເດີມຂອງ Advance Australia Fair ໄດ້ຖືກແຕ່ງໄວ້ ໃນປີ 1878 ໂດຍຄູສອນ ແລະນັກແຕ່ງເພງຊາວອອສເຕຣເລັຍ ຊື່ Peter Dodds McCormick. ເພງນີ້ໄດ້ຖືກປະກາດ ໃຫ້ເປັນເພງຊາດຂອງອອສເຕຣເລັຍ ໃນວັນທີ 19 ເດືອນເມສາ ປີ 1984.

ໃນປີ 2021 ຄໍາເວົ້າໃນແຖວທີສອງຂອງເພງ ໄດ້ຖືກປັບປ່ຽນຈາກ ‘young and free’ ມາເປັນ‘one and free’ ເພື່ອສະທ້ອນເຖິງການມີສ່ວນຮ່ວມ.

ເພງຊາດນີ້ ບັນເລງໃນພິທີທາງການ, ການແຂ່ງຂັນກິລາ ແລະກິດຈະກັມຊຸມຊົນຕ່າງໆ.

ຄໍາປະຕິຍານ ທີ 1

ນັບແຕ່ເວລານີ້ເປັນຕົ້ນໄປ, ພາຍໃຕ້ພຣະເຈົ້າ,

ຂ້າພະເຈົ້າສັນຍາວ່າ ຈະຈົງຮັກພັກດີ ຕໍ່ອອສເຕຣເລັຍ ແລະປະຊາຊົນ,

ຜູ້ທີ່ຂ້າພະເຈົ້າແບ່ງປັນ ຄວາມເຊື່ອໃນປະຊາທິປະໄຕ,

ຊຶ່ງຂ້າພະເຈົ້າ ເຄົາຣົບສິດທິ ແລະເສຣີພາບ, ແລະ

ຂ້າພະເຈົ້າ ຈະຍຶດຫມັ້ນ ແລະເຊື່ອຟັງກົດໝາຍຂອງພຣະອົງ.

ຄໍາປະຕິຍານ ທີ 2

ນັບແຕ່ເວລານີ້ເປັນຕົ້ນໄປ,

ຂ້າພະເຈົ້າສັນຍາວ່າ ຈະຈົງຮັກພັກດີ ຕໍ່ອອສເຕຣເລັຍ ແລະປະຊາຊົນ,

ຜູ້ທີ່ຂ້າພະເຈົ້າແບ່ງປັນ ຄວາມເຊື່ອໃນປະຊາທິປະໄຕ,

ຊຶ່ງຂ້າພະເຈົ້າ ເຄົາຣົບສິດທິ ແລະເສຣີພາບ, ແລະ

ຂ້າພະເຈົ້າ ຈະຍຶດຫມັ້ນ ແລະເຊື່ອຟັງກົດໝາຍ.

Read and listen Australian National Anthem and citizenship pledge in your language


Share

Follow SBS Lao

Download our apps

Watch on SBS

SBS World News

Take a global view with Australia's most comprehensive world news service

Watch now