ບັດນີ້ ພວກເຮົາຮູ້ຈັກຄໍາຖາມ ຂອງ Voice to Parliament, ຂັ້ນຕໍ່ໄປແມ່ນຫຍັງ ສໍາລັບການລົງປະຊາມະຕິ?

ບັດນີ້ ຊາວອອສເຕຣເລັຍ ຮູ້ຄໍາເວົ້າ ຂອງປະຊາມະຕິຂອງ Voice to Parliament ຂອງຊົນຊາດທໍາອິດ (First Nations). ນີ້ແມ່ນສິ່ງທີ່ເກີດຂຶ້ນຕໍ່ໄປ.

A split image showing the Aboriginal flag and the Torres Strait Islander flag

The Voice to Parliament referendum is due to take place this year. What do we know so far? Source: SBS / Lilian Cao

ຈຸດສໍາຄັນ
  • ທ່ານ Anthony Albanese ໄດ້ເປີດເຜີຍຄໍາເວົ້າ ຂອງການລົງປະຊາມະຕິ ຂອງthe Voice.
  • ຊາວອອສເຕຣເລັຍ ຈະມຸ້ງຫນ້າໄປລົງຄະແນນສຽງ ໃນທ້າຍປີນີ້.
  • ທ່ານ Albanese ໄດ້ເປີດເຜີຍລາຍລະອຽດໃຫມ່ ກ່ຽວກັບວ່າ the Voice ນີ້ ຈະປະຕິບັດງານແນວໃດ.
ບັດນີ້ ຊາວອອສເຕຣເລັຍ ຮູ້ຄໍາເວົ້າ ທີ່ເຂົາເຈົ້າ ຈະລົງຄະແນນສຽງ ໃນປະຊາມະຕິ ສຽງຂອງຊົນຊາດທໍາອິດ ຕໍ່ຣັຖສະພາ.
ປະຊາຊົນ ຈະລົງຄະແນນສຽງ ໃນປະຊາມະຕິ ເປັນຄັ້ງທໍາອິດ ໃນເກືອບຊາວຫ້າປີ, ແລະຫາກປະສົບຄວາມສໍາເລັດ, ມັນຈະເປັນເທື່ອທໍາອິດ ທີ່ຊາວອອສເຕຣເລັຍໄດ້ລົງຄະແນນສຽງ ເພື່ອແກ້ໄຂຣັຖທັມມະນູນຂອງເຂົາ ຕັ້ງແຕ່ປີ 1977.

ນາຍົກຣັຖມົນຕີ Anthony Albanese ກ່າວຫລັງການປະຊຸມ ກັບກຸ່ມເຮັດວຽກ ການລົງປະຊາມະຕິ the Voice ໃນວັນພະຫັດໄດ້ເປີດເຜີຍຄໍາຖາມ ທີ່ຈະພິມລົງໃນບັດ ດັ່ງນີ້:
ກົດຫມາຍທີ່ສເນີ: ເພື່ອແກ້ໄຂ ຣັຖທັມມະນູນ ເພື່ອຮັບຮູ້ປະຊາຊົນທໍາອິດ ຂອງອອສເຕຣເລັຍ ໂດຍການຈັດຕັ້ງ Voice ຂອງຊາວພື້ນເມືອງ ແລະ Torres Strait Islander. ທ່ານອະນຸມັດ ການປ່ຽນແປງນີ້ບໍ່?
ບັດນີ້ ມັນຈະໄປທີ່ຣັຖສະພາ ເພື່ອປະທັບຕາຢາງ ກ່ອນທີ່ຊາວອອສເຕຣເລັຍ ຈະມຸ້ງຫນ້າ ໄປບ່ອນລົງຄະແນນສຽງ ໃນທ້າຍປີ.

the Voice (ສຽງ) ຈະເປັນແນວໃດ?

The Voice ຈະເປັນຄນະ ທີ່ແນະນໍາຣັຖບານ ກ່ຽວກັບບັນຫາທີ່ສົ່ງຜົນກະທົບ ຕໍ່ຊົນຊາດທຳອິດ ຂອງອອສເຕຣເລັຍ. ມັນຈະບໍ່ມີອໍານາດທີ່ ຈະຄັດຄ້ານກົດຫມາຍ.
ທ່ານ Albanese ໄດ້ເປີດເຜີຍລາຍລະອຽດໃຫມ່ ກ່ຽວກັບວ່າ ອັນນີ້ ຈະເຮັດວຽກແນວໃດ ໂດຍກ່າວວ່າ:
  • ສະມາຊິກ ຈະມີກໍານົດໄລຍະເວລາ ເພື່ອ "ຮັບປະກັນຄວາມຮັບຜິດຊອບ"
  • ຈະມີຄວາມສົມດຸນທາງເພດ ແລະ ມີສະມາຊິກຊາວຫນຸ່ມເຂົ້າຮ່ວມ.
  • ຈະມີຕົວແທນຈາກທຸກຣັດ ແລະ ເຂດປົກຄອງ.
  • ຈະລວມເອົາຕົວແທນສະເພາະ ຈາກຊຸມຊົນຫ່າງໄກ.
ແຕ່ທ່ານ ບໍ່ໄດ້ຖືກຖາມວ່າ ສະມາຊິກ ຈະໄດ້ຮັບການເລືອກຕັ້ງ ແບບປະຊາທິປະໄຕ ຫລື ຖືກແຕ່ງຕັ້ງ.
Man in hat walks with men dressed in traditional Indigenous garb.
The question is slightly different to the draft wording Mr Albanese unveiled at the Garma festival last year. Source: AAP / Aaaron Bunch / AAP Image

ກ້າວຕໍ່ໄປ ແມ່ນຫຍັງ?

ການລົງຄະແນນສຽງໃນສະພາແຫ່ງຊາດ, ຈາກນັ້ນ ແມ່ນການລົງຄະແນນສຽງ ຂອງປະຊາຊົນ.

ສໍາລັບການຈະມີປະຊາມະຕິ ຈະຕ້ອງຜ່ານຣັຖສະພາ.
ມັນຜິດປົກກະຕິ ເພາະກົດຫມາຍ ບໍ່ຈໍາເປັນຕ້ອງຜ່ານ ສະພາຜູ້ແທນ ແລະສະພາສູງ. ຕາມທິດສະດີແລ້ວ ມັນສາມາດຜ່ານ ທາງສະພາຜູ້ແທນສອງເທື່ອ ຊຶ່ງພັກແຮງງານເປັນຣັຖບານ, ຫມາຍຄວາມວ່າ ທຸກຢ່າງຮັບປະກັນວ່າ ຈະປະສົບຜົນສໍາເລັດ.

ຈາກນັ້ນ ຜູ້ໃຫຍ່ຂອງອອສເຕຣເລັຍຈະຖືກຮຽກຮ້ອງ ໃຫ້ລົງຄະແນນສຽງວ່າ "ແມ່ນ" ຫຼື "ບໍ່" ກ່ຽວກັບຄໍາຖາມ ທີ່ທ່ານ Albanese ໄດ້ກ່າວ ໃນວັນພະຫັດ.
ເພື່ອເຮັດໃຫ້ the Voice ເປັນຈິງ, ຜູ້ມີສິດເລືອກຕັ້ງ ສ່ວນຫຼາຍ ແລະຜູ້ລົງຄະແນນສຽງສ່ວນຫຼາຍ ໃນຣັດສ່ວນໃຫຍ່ ຈະຕ້ອງລົງຄະແນນສຽງໃຫ້.

ຖ້າຫາກວ່າໄດ້ຕາມເກນ ດັ່ງກ່າວ, ທ່ານ Albanese ກ່າວວ່າ ຂະບວນການ ກັບຊຸມຊົນຊາວພື້ນເມືອງ ແລະ ສາທາຣະນະຊົນ ຈະເລີ່ມ "ດຳເນີນການ ການອອກແບບ the Voice ".

ຫຼັງຈາກນັ້ນ, ມັນຈະຖືກນໍາໄປສເນີຕໍ່ສະພາແຫ່ງຊາດ, ເຊັ່ນດຽວກັບກົດຫມາຍອື່ນໆ, ສໍາລັບການອະພິປາຍ ແລະການທົບທວນ.

ເຮົາຈະລົງຄະແນນສຽງເມື່ອໃດ?

Referendum Dates v2.jpg
ປ່ອງຢ້ຽມນ້ອຍໆ.

ທ່ານ Albanese ໄດ້ໃຫ້ສັນຍາຢູ່ສເມີວ່າ ການລົງຄະແນນສຽງ ຈະມີໃນທ້າຍປີນີ້.

ລາວໄດ້ເຮັດໃຫ້ເວລານັ້ນແຄບລົງອີກ ໃນເດືອນແລ້ວນີ້ ໂດຍຊີ້ວ່າ ປະຊາຊົນ ຈະມຸ້ງຫນ້າໄປບ່ອນລົງຄະແນນສຽງ ໃນລະຫວ່າງເດືອນ ຕຸລາ ຫາ ເດືອນທັນວາ.

ການລົງປະຊາມະຕິ ຈະມີຂຶ້ນໃນວັນເສົາ ຊຶ່ງຫມາຍຄວາມວ່າ ມີພຽງບໍ່ເທົ່າໃດມື້ເທົ່ານັ້ນ ທີ່ການລົງຄະແນນສຽງສາມາດເກີດຂຶ້ນໄດ້.

Share

Published

Updated

By Finn McHugh
Presented by Sak Phoumirath
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service