ບົດຂຽນ : ປັບໃຫ້ທັນການກ່ຽວກັບການຕ້ອງຫ້າມ (18-5-20)

ກົດເກນແລະການຕ້ອງຫ້າມກ່ຽວກັບ ໂຄໂຣນາໄວຣັສ ປ່ຽນແປງຢູ່ສເມີມາ ຈົນເຖິງທີ່ຈະຕິດຕາມແທບບໍ່ທັນ... ທ່ານຮູ້ແລະຊາບເຖິງກົດເກນແລະການຕ້ອງຫ້າມໃໜ່ນັ້ນແລ້ວຫຼືຍັງ?

More than 90 per cent of hospital beds secured for COVID-19 patients in the capital Tokyo have already been occupied.

More than 90 per cent of hospital beds secured for COVID-19 patients in the capital Tokyo have already been occupied. Source: SBS

UPDATE 1 (18-5-20)

 

ສຳຮັບຣັດ ວິກຕໍເຣັຍ:

ທຸຣະກິດແລະການລື້ນເລີງ

ຣັຖບານວິກຕໍເຣັຍຍັງບໍ່ໄດ້ເປີດຄືນໃໜ່ທຸຣະກິດດ້ານການຮັບແຂກຮັບຄົນ (hospitality) ເທື່ອ

ແລະໄດ້ບົ່ງວາງເຫດຜົນ 5 ຢ່າງໄວ້ ເພື່ອອອກບ້ານອອກເຮືອນ:

0  ໄປຊືື້ອາຫານທີ່ຕ້ອງການ

0  ໄປຫາເອົາການດູແລແລະໃຫ້ການດູແລ

0  ໄປອອກກຳລັງກາຍແລະຫຼິ້ນຢູ່ນອກບ້ານ

0  ໄປເຮັດວຽກເຮັດການແລະສຶກສາ

0  ໄປຢ້ຽມຢາມເພື່ອນມິດແລະຄອບຄົວ

 

ຄົນໃນຣັດວິກຕໍເຣັຍຈຳຕ້ອງເຮັດວຽກຢູ່ບ້ານເມື່ອສາມາດກະທຳໄດ້.

 

ຮ້ານອາຫານແລະກາເຟຈະສາມາດດຳເນີນໃໜ່ໄດ້ :

0  ຈາກແຕ່ວັນທີ 1 ມິຖຸນາ ໂດຍມີລູກຄ້າບໍ່ເກີນ 20​ ຄົນໃນບ່ອນທີ່ປິດອ້ອມ

0  ຈາກແຕ່ 22 ມິຖຸນາ ໂດຍມີລູກຄ້າໄດ້ເຖິງ 50 ຄົນໃນບ່ອນທີ່ປິດອ້ອມ

0  ໄດ້ເຖິງ 100 ຄົນໃນບ່ອນທີ່ປິດອ້ອມໃນຣະຍະເຄິ່ງທີສອງຂອງເດືອນກໍຣະກະດາ.

 

ຮ້ານຕ້ອງເຄົາລົບນັບຖືການມີໂຕະຢູ່ຫ່າງກັນ 1.5 ແມດ ແລະບັນທຶກທີ່ຕິດຕໍ່ຫາລູກຄ້າທຸກໆຄົນ

ເພື່ອຊົດຊ່ວຍໃນການໄຕ້ຕາມຫາກັນຢ່າງວ່ອງໄວ.

 

ໂຮງຮຽນ:

 

0  ນັກຮຽນການຕຽມເຂົ້າໂຮງຮຽນ (prep), ປ. 1 ແລະ 2 ແລະປີທີ 11 ແລະ 12 ຈະເຂົ້າໂຮງຮຽນຄືນ

    ໃນວັນທີ 26 ພຶດສະພາ. ໂຮງຮຽນພິເສດທຸກແຫ່ງກໍກັບຄືນເຂົ້າໂຮງຮຽນໃນວັນທີດຽວກັນນີ້.

0  ໃນວັນອັງຄານ ທີ 9 ມິຖຸນາ ນັກຮຽນທີ່ເຫຼືອນັ້ນ (ປ. 3 ຮອດ ປີທີ 10) ຈະກັບເຂົ້າໂຮງຮຽນຄືນ.

 

ສຳຮັບຣັດ ນີວຊາວແວນລ໌

 

ການກຳໜົດການເຕົ້າໂຮມກັນ:

 

0  ຫ້າຄົນຖຶກອະນຸຍາດມາຢ້ຽມຢາມເຮືອນໄດ້

0  10 ຄົນສາມາດເຕົ້າໂຮມກັນຢູ່ນອກເຮືອນ

0  20 ຄົນສຳຮັບສາປາກິດສົບຢູ່ໃນເຮືອນ,​ 30 ສຳຮັບນອກເຮືອນ

0  10 ຄົນສຳຮັບການເຕົ້າໂຮມກັນໃນດ້ານສາສນາ.

 

ຣັດ ຄີວນສະແລນດ໌:

 

0​​  ໃນປັດຈຸບັນນີ້ຫ້າຄົນຖຶກອະນຸຍາດສຳຮັນໃນເຮືອນ

0  10 ຄົນສາມາດເຕົ້າໂຮມກັນໄດ້ຢູ່ໃນແລະນອກເຮືອນ

0  10 ຄົນຮັບການວິວາ

0  20 ຄົນສຳຮັບສານະປິກິດສົບຢູ່ໃນເຮືອນ, 30 ຄົນຢູ່ນອກເຮືອນ.

 

ໂຮງຮຽນ:

0  ຈາກແຕ່ວັນຈັນ ທີ 11 ພຶດສະພາ 2020 ເປັນຕົ້ນມານັກຮຽນປະຖົມ, ການ

    ຕຽມເຂົ້າໂຮງຮຽນ (prep), ປີທີ 1, ປີທີ 11 ແລະ 12 ເຂົ້າໂຮງຮຽນຫຼວງຫຼື

    ໂຮງຮຽນອະນຸບານຂອງຊຸມຊົນຄືນ.

0  ນັກຮຽນໃນປີທີ 2 - 10 ຈະຮຽນຢູ່ບ້ານຢູ່ຕໍ່ໆໄປ, ແລະກັບຄືນເຂົ້າໂຮງຮຽນ

    ຈາກແຕ່ວັນຈັນ ທີ 25 ພຶດສະພາ 2020.

 

ຣັດແວສເຕີນອອສເຕຼເລັຍ:

 

ກຳໜົດການເຕົ້າໂຮມກັນ

 

0  20 ຄົນຖຶກອະນຸຍາດສຳຮັບການເຕົ້າໂຮມກັນໃນເຮືຶອນແລະນອກເຮືອນ, ປະຕິບັດຕາມ

     ກົດເກນ 4 ຕາຕະລາວແມດຕໍ່ຄົນ

0  20 ຄົນສຳຮັບສານະປະກິດສົບຢູ່ໃນເຮືອນແລະການວິວາ, 30 ຄົນສຳຮັບນອກເຮືອນ.

 

ທຸຣະກິດແລະການລື້ນເລີງ

 

0  ຮ້ານກາເຟແລະອາຫານຖຶກອະນຸຍາດໃຫ້ມີລູກຄ້າໄດ້ເຖິງ 20 ຄົນ

0  ກີລາທີ່ບໍ່ແຕະຕ້ອງກັນ, ການສອນອອກກຳລັງກາຍແລະສະລອຍນ້ຳສາທາຣະ ນະຊົoຖຶກ

    ອະນຸຍາດໃຫ້ມີໄດ້ເຖິງ 20 ຄົນ

0  ທຸຣະກິດທົ່ວ ແວສເຕີນອອສເຕຼເລັຍຕ້ອງປະຕິບັດຕາມກົດເກນທີ່ຊີ້ແຈງໄວ້ຢູ່ໃນ

    Covid Safety Guidelines ແລະກະຕຽມ COVID Safety Plan (ແຜນການຄວາມປອດພັຍ

    ສຳຮັບ ໂກວິດ) ກ່ອນທີ່ພວກຂະເຈົ້າເປີດຄືນໃໜ່ ເພື່ອປົກປ້ອງພະນັກງານແລະລູກຄ້າ

0  ສະຖານທີ່ດ້ານສາສນາ, ສະຖານທີ່ຊຸມຊົນແລະຫໍສະໜຸດ ຖຶກອະນະຍາດໃຫ້ເປີດຄືນ

0  ຄົນແວສເຕີນອອສເຕຼເລັຍຖຶກໃຫ້ກຳລັງໃຈໃຫ້ກັບຄືນໄປເຮັດວຽກ, ຖ້າຫາກວ່າບໍ່ບໍ່ສະບາຍຫຼື

   ບໍ່ມີຄວາມສ່ຽງ.

 

ຣັດຕັສມາເນັຍ:

 

ກຳໜົດການເຕົ້າໂຮມກັນ

 

0 ຫ້າຄົນຖຶກອະນຸຍາດສຳຮັບການເຕົ້າໂຮມກັນຢູ່ໃນເຮືອນ

0 10 ຄົນຖຶກອະນຸຍາດສຳຮັບທຸກການເຕົ້າໂຮມຢູ່ໃນເຮືອນແລະນອກເຮືອນ,ໂດຍປະຕິບັດຕາມ

   ກົດເກນສີ່ຕາຕະລາງແມດຕໍ່ຄົນ

0  30 ຄົນຖຶກອະນຸຍາດສຳຮັບສານະປະກິດສົບຢູ່ນອກເຮືອນ

 

ໂຮງຮຽນ

 

ຣັຖບານຕັສມາເນັຍປະກາດກັບຄືນເຂົ້າໂຮງຮຽນຢ່າງຣະມັດຣະວັງວຳຮັບຣັດຂອງພວກເພີ່ນ:

0  ນັກຮຽນປະຖົມແລະນັກຮຽນປີທີ 11 ແລະ 12 ຈະກັບເຂົ້ໂຮງຮຽນຄືນໃນວັນທີ 25 ພຶດສະພາ

0 ນັກຮຽນີປທີ 11 ຮອດ 10 ກັບຄືນເຂົ້າໃນວັນທີ 9 ມິຖຸນາ.

 

ເອຊີທີ:

 

ໂຮງຮຽນຫຼວງເລີ້ມເຂົ້າໂຮງຮຽນຄືນເປັນຂັ້ນໆໄປ, ຈາກແຕ່ວັນຈັນ ທີ 18 ພຶດສະພາ ຮອດ

ວັນອັງຄານ 2 ມິຖຸນາ.


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ), SBS Radio
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ບົດຂຽນ : ປັບໃຫ້ທັນການກ່ຽວກັບການຕ້ອງຫ້າມ (18-5-20) | SBS Lao