ໃນວັນທີ 02-8-20 ຕຳຣວດວິກຕໍເຣັຍເລີ້ມລາດຕາເວັນຂຶ້ນແລ້ວ.
ມີການບັນຍັດການຫ້າມອອກບ້ານເຮືອນ (curfew) ແຕ່ວັນທີ 02 ສິງຫາ2020
ເປັນຕົ້ນມາ.
ຣັດວິກຕໍເຣັຍຢູ່ໃນມາຕການພັຍພິບັດ (state of disaster), ມາຕຕະການຣະບັບ 4.
0 ຈາກແຕ່ 6 ໂມງແລງຂອງວັນອາທິດ ທິ 2 ສິງຫາ 2020 (ຈົນກ່ວາຮອດເປັນຢ່າງ
ໜ້ອຍ 13 ກັນຍາ 2020 ມາຕການພັຍພິບັດຖຶກປະກາດຂຶ້ນໃສ່ທົ່ວຣັດວິກຕໍເຣັຍ,
ທີ່ເປັນສິ່ງທີ່ເຜີ້ມໃສ່ກັບມາຕການສຸກເສີນ (state of emergency).
ລາຍຣະອຽດເຜີ້ມມີຢູ່ທີ່ : https:www.documentcloud.org/documents/7012
234-Full-Details-of-Victoria-s-Coronavirus.html#document/p4
ມີສອງພາກສ່ວນໃນການອະທິບາຍນີ້:
ເຂດໃນເມືອງແມນລ໌ເບີນ (Metropolitan Melbourne
(ມາຕການ 4)
ຫ້າມອອກບ້ານເຮືອນ (curfew) : ສຳຮັບທົ່ວແມນລ໌ເບີນມີ curfew ຈາກແຕ່ 8 ໂມງຄ່ຳ
ຮອດ 5 ໂມງເຊົ້າຂອງທຸກໆມື້, ໂດຍເລີ້ມແຕ່ວັນອາທິດ 2 ສິງຫາ 2020, ທີ່ຕ້ອງຫ້າມບໍ່ໃຫ້
ທຸກໆຄົນອອກໄປຈາກບ້ານເຮືອນ.ຍົກເວັ້ນໄປການ, ຮັບເອົາຫຼືໃຫ້ການດູແລ, ຢ້ຽມຢາມຄູ່
ຜູ້ໃກ້ສິດທີ່ສຸດ (intimate partner) ຂອງເຮົາ.
ຮ້ານຄ້າ: ຮ້ານ supermarkets ຈະເປີດຢູ່ຕໍ່ໆໄປສຳຮັບເວລາການຄ້າການຂາຍ. ແຕ່ການໄປຊື້ເຄື່ອງຂອງຄວນຢູ່ນອກເວລາການຕ້ອງຫ້າມບໍ່ໃຫ້ອອກບ້ານເຮືອນ. ຄົນດຽວເທົ່ານັ້ນຈາກແຕ່ລະຄົວເຮືອນສາມາດໄປຮ້ານຄ້າໄດ້ໃນແຕ່ຣະຄັ້ງ ເທື່ອດຽວຕໍ່ມື້.
ການອອກກຳລັງກາຍ: ຢູ່ນອກບ້ານຖຶກອະນຸຍາດໃຫ້ກະທຳໄດ້ສຳຮັບນຶ່່ງຊົ່ວໂມງຕໍ່ຄັ້ງເທົ່ານັ້ນ.
ກິຈການການລື້ນເລີງ ດັ່ງຕີກ໋ອບຟ໌ golf ແລະຕຶກເບັດຖຶກຕ້ອງຫ້າມ.
ການຂົນສົ່ງ : ຕາຕະລາງການຂົຍສົ່ງສາທາຣະນະຊົນໃນຍາມກາງຄືນຖຶກຈຳກັດ.
ການວິວາ : ຢູ່ພາຍໃນແມນລ໌ເບີນຖຶກຕ້ອງຫ້າມ ຍົກເວັ້ນສຳຮັບພື້ນຖານຄວາມເມດຕາປານີກັນ.
ຊາປານະກິດຊົບ : ກົດເກນບໍ່ມີການປ່ຽນແປງ, ໃຫ້ມີຜູ້ໄວ້ອາລັຍ 10 ຄົນ ສົມກັບຜູ້ຈັດທຳພິທີ.
ທຸຣະກິດ ເປີດ:
ຫຼາຍທຸຣະກິດຈະປິດລົງຈາກແຕ່ທ່ຽງຄືນຂອງວັນທີ 5 ສິງຫາ 2020 ຍົກເວັ້ນສຳຣັບກິຈການອັນ
ຈຳເປັນ:
supermarket
ຮ້ານ grocery
ຮ້ານ bottle shop
ຮ້ານຂາຍຢາ
ປ້ຳນ້ຳມັນ
ທະນາຄານ
ຮ້ານໜັງສືພິມ
ໄປສະນີ
ທຸກໆຄົນທີ່ພົວພັນກັບດ້ານໜ້າຂອງການໂຕ້ຕອບ ໂກວິດ-19.
AndrewsMP/status/1290159942612029440
ເຂດຊົນນະບົດວິກຕໍເຣັຍ (Regional Victoria)
Regional Victoria ຮວມດ້ວຍເຂດຣັຖບານທ້ອງຖິ່ນ (Mitchell Shire local government)
(ມາຕການຂັ້ນ 3)
ເຂດຊົນນະບົດວິກຕໍເຣັຍ ຮວມດ້ວຍເຂດຣັຖບານທ້ອງຖິ່ນ Mitchell Shire ໃຊ້ການຕ້ອງຫ້າມ
ຂັ້ນ 3 ຈາກແຕ່ວັນພະຫັດ ທີ 6 ສິງຫາ 2020 ເປັ້ນຕົ້ນໄປ.
ພາຍໃຕ້ມາຕການຂັ້ນ 3 ທ່ານອອກໄປຈາກບ້ານເຮືອນໄດ້ສຳຮັບສີ່ເຫດຜົນເທົ່ານັ້ນ :
ໄປຊື້ອາຫານແລະສິ່ງຂອງຈຳເປັນຫຼືຫາເອົາການຊ່ວຍ
ເຫຼືອຫຼືໃຫ້ກິຈການການດູແລ, ໃນຖານຄວາມເມດ
ຕາປານີກັນຫຼືຫາເອົາການປິນປົວໃນດ້ານການແພດ, ເພື່ອອອກກຳລັງກາຍຫຼືການລື້ນເລີງຢູ່ນອກ
ບ້ານກັບສະມາຊິກຄອບຄົວ, ຫຼືກັບຄົນອື່ນຜູ້ນຶ່່ງ; ສຳຮັບເຮັດການຫຼືສຶກສາ, ຖ້າຫາກທ່ານບໍ່ສາມດ
ກະທຳໄດ້ຢູ່ບ້ານ.
ທ່ານສາມາດອອກໄປຈາກບ້ານເຮືອນຂອງທ່ານໄດ້ :
0 ຖ້າຫາກທ່ານແລະຄູ່ຂອງທ່ານຢູ່ໃນເຮືອນທີ່ບໍ່ແມ່ນ
ເຮືອນ ດຽວກັນ
0 ຖ້ຫາກທ່ານມີການຈັດແຈງໄວ້ແລ້ວເພື່ອເປັນຜູ້
ປົກຄອງເດັກຮ່ວມກັນ ແມ່ນວ່າທ່ານສາມາດອອກ
ບ້ານໄປເອົາເດັກຈາກບ້ານເຮືອນຂອງພໍ່ຫຼືແມ່ໄປ
ບ້ານຂອງທ່ານ .
ຮ້ານອາຫານ, ກາເຟ, ບາ ແລະ ຈິມ ຖຶກປິດຈາກແຕ່ 11: 59 ໂມງຄ່ຳຂອງວັນພຸດ ທີ 5 ສິງຫາ 2020.
ການຕ້ອງຫ້າມຕ່າງໆຖຶກບັນຍັດໃສ່ທົ່ວວິກຕໍເຣັຍ.
ໜ້າກາກອານາມັຍ:
ຄົນໃນຣັດວິກຕໍເຣັຍທຸກໆຄົນຈຳຕ້ອງໃສ່ອັນປົກປິດໃບໜ້າເມື່ອອອກໄປຈາກບ້ານເຮືອນ ໂດຍບໍ່ວ່າຈະ
ຢູ່ກິນຢູ່ໃສກໍຕາມ. ການປັນໃໜສຳຮັບບໍ່ໃສ່ໜ້າກາກອານາມັຍແມ່ນ 200 ໂດລາ. ໜ້າກາກອານາມັຍບໍ່ເປັນສິ່ງຈຳເປັນສຳຮັບເດັກນ້ອຍທີ່ອ່ອນກ່ວາ 12 ປີ.
ການຄ້ຳຈູນການເງິນ:
ຮັຖບານອອສເຕຼເລັຍຈະບັນຍັດ ເບັ້ຍພັຍພິບັດ (disaster payment) 1,500 ໂດລາອອກມາສຳຮັບການຂາດການໃນຣັດວິກຕໍເຣັຍຍ້ອນວິກິດໂຄໂຣນາໄວຣັສ. ມັນຈະມີໄວ້ບໍ່ຣິການແກ່ຄົນທີ່ເຮັດການຢູ່ໃນວິກຕໍເຣັຍທີ່ຕ້ອງແຍກໂຕແຕ່ບໍ່ມີ sick leave ຫຼືໄດ້ເງິນ
ຜ່ານ JobKeeper ຫຼື Jobseeker.
ແລະຄາດວ່າຈະມີຜົນປະໂຫຍດແກ່ຄົນທີ່ຖືວີຊາຣະຍະສັນໂດຍສະເພາະດ້ວຍ.
ເງິນ 300 ໂດລາທີ່ໃຫ້ເທື່ອດຽວມີໄວ້ສຳຮັບຄົນເຮັດການໃນວິກຕໍເຣັຍ ຮວມດ້ວຍພໍ່ແມ່ແລະຜູ້ປົກຄອງ ທີ່ຕ້ອງແຍກໂຕຢູ່ເມື່ອລໍຖ້າເອົາຜົນການກວດເບິ່ງ ໂກວິດ-19.
ເບັ້ຍ Worker Support Payment1,500 ໂດລາທີ່ໃຫ້ເທື່ອດຽວຈະມີໃຫ້ຢູ່ຕໍ່ໆໄປສຳຮັບຄົນວິກຕໍເຣັຍທີ່
ເຮັດວຽກທີ່ຖຶກກວດເຫັນເປັນ ໂຄໂຣນາໄວຣັສ ຫຼື ໄດ້ຢູ່ໃກ້ສິດກັບຄົນທີ່ເປັນ ໂກວິດ-19 ແລະຕ້ອງແຍກໂຕແຕ່ບໍ່ສາມາດເຮັດການໄດ້ໃນຣະຍະການແຍກໂຕຂອງພວກຂະເຈົ້າ, ແລະບໍ່ມີສິດໄດ້
sick leave ທີ່ໃຫ້ເງິນ, ຂາດການພິເສດຍ້ອນວິກິດໂຄໂຣນາໄວຣັສຫຼືເງິນການຄ້ຳຈູນອື່ນໆ. ເພື່ອຂໍ້ມູນ
ນາຍຈ້າງ :
ຈຳຕ້ອງບໍ່ໃຫ້ລູກຈ້າງເຮັດວຽກຢູ່ບ່ອນເຮັດການ ຖ້າຫາກເປັນໄປໄດ້.
ການປ່ຽນແປງໃສ່ບ່ອນເຮັດການຈະບໍ່ຖຶກບັນຍັດຈົນ
ກ່ວາວັນພຸດ ທີ 5 ສິງຫາ 2020 ເປັນຢ່າງໄວທີ່ສຸດ.
ໂຮງຮຽນ:
ນັກຮຽນທຸກໆຄົນໃນທົ່ວວິກຕໍເຣັຍກັບຄືນໄປຮຽນຢູ່ເຮືອນ.
ສູນກາງດູແລເດັກ ປິດ.
ຈາກແຕ່ວັນພຸດ ທີ 5 ສິງຫາ 2020 ການຮຽນແບບບໍ່ຕາຍໂຕແລະຮຽນໂດຍທາງໄກຖືກນຳມາໃຊ້ຄືນ
ສຳຮັບນັກຮຽນທຸກຄົນໃນວິກຕໍເຣັຍ.
ຮວມດ້ວຍນັກຮຽນ VCE ທີ່ກ່ອນນີ້ຮຽນຢູ່ໃນໂຮງຮຽນ.
ວັນຈັນ 3 ສິງຫາ ເປັນມື້ເຂົ້າໂຮງຮຽນປົກກະຕິແລະວັນອັງຄານ 4 ສິງຫາ ເປັນມື້ pupil-free day.
ໂຮງຮຽນພິເສດເປີດຢູ່ຕໍ່ໄປ.
ນັກຮຽນ ຂອງພໍ່ແມ່ທີ່ຕ້ອງເຮັດການຢູ່ນອກບ້ານເຮືອນຂອງພວກຂະເຈົ້າ ມີທາງເລືອກໄປໂຮງຮຽນ
ແລະຖຶກເບິ່ງແຍງ.
ການສອບເສັງທົວໄປ (General Assessment Test (GAT) ທີ່ຕາມປົກກະຕິຖຶກຈັດຂຶ້ນໃນທ້າຍເທີມ
3 ຈະຖືກເລື່ອນໄປເທີມ 4.
/Pages/learningfromhome.aspx
ມາຕການພັຍພິບັດ
0 ໃຫ້ອຳນາດຫຼາຍຂຶ້ນແກ່ຕຳຣວດແລະໃຫ້ທາງການຕ່າງໆໂຈະໄວ້ກົດໜາຍຂອງສະພາຣາຊດອນ.
0 ມັນຖຶກຊີ້ຂາດອອກມາເພື່ອເຮັດໃຫ້ແນ່ວ່າຣັຖບານວິກຕໍເຣັຍມີອຳນາດຢ່ງແຈ້ງຂາວເພື່ອບັນຍັດ
ແລະປະຕິບັດ curfew.
0 ແຕ່ງຕັັ້ງຕຳຣວດເປັນພະນັກງານ, ຍົກເລີກຄວາມຕ້ອງການຂອງປັດຈຸບັນນີ້ທີ່ຕຳຣວດຕ້ອງມີ
ທາງການກະຊວງສາທາຣະນະສຸກໄປນຳ ດັ່ງເພື່ອກວດເບິ່ງການປະຕິບັດຕາມກົດເກນ.
ສຳຮັບຣັດ ຕັສມາເນັຍ
ການຕ້ອງຫ້າມການເດີນທາງ:
ຊາຍແດນຕ່າງໆຂອງຣັດຕັສມາເນັຍຖຶກປິດຈົນຮອດເປັນຢ່າງໜ້ອຍວັນທີ 31 ສິງຫາ 2020.
ມາຕການສຸກເສີນ ຖຶກຕໍ່ອອກຈົນຮອດວັນທີ 31 ສິງຫາ 2020.
ຊາຍແດນຣັດຕັສມາເນັຍ ທີ່ຖຶກເປີດສຳຮັບນັກທ່ອງທ່ຽວຂອງບາງຣັດແລະ territory ໃນຄາວ
ວັນທີ 7 ສິງຫາ
ຈະຖຶກປິດຢູ່ຕໍ່ໆໄປຍ້ອນວິກິດໂຄໂຣນາໄວຣັສໃນຣັດວິກຕໍເຣັຍທີ່ມີຢູ່ຕໍ່ໄປຢູ່.
ການແຂ່ງຂັນເຕະບານ AFL ທີ່ຖຶກຫ້າງໄວ້ສຳຮັບຕັສມາເນັຍຈະບໍ່ມີຂຶ້ນ.
ການລົງທະບຽນ online ເພື່ອເດີນທາງ:
ໃຜທີ່ມີເຈຕນາເດີນທາງໄປຕັສມາເນັຍຈາກແຫ່ງອື່ນຂອງອອສເຕຼເລັຍຫຼືຕ່າງປະເທດຈຳຕ້ອງ
ຍື່ນຄຳຮອງຂໍເອົາອະນຸຍາດໃຫ້ເດີນທາງໄປໄດ້.
App (ແອບປ໌) Good to Go ຕ້ອງຖຶກປະກອບຢ່າງຖຶກຕ້ອງໃນຖານທີ່ຜູ້ເດີນທາງອາດໄປ
ໃສມາໃນ 14 ມື້ທີ່ຜ່ານມາ. ການປັບໃໜສາມາດມີເຖິງ 16,800 ໂດລາ ຫຼື ຈຳຄຸກເຖິງ 6 ເດືອນ
ສຳຮັບທີ່ໃຫ້ຂໍ້ມູນທີ່ບໍ່ຖຶກຕ້ອງ.
ຣັດເຊົາທ໌ອອສເຕຼເລັຍ
ຈຳນວນເຕົ້າໂຮມກັນ
ການເຕົ້າໂຮມກັນຢູ່ບ້ານ: ໄດ້ຈາກ 10 ຫາ 50 ຄົນ
ຮ້ານດຶ່ມທສຸຣາ pup, ບາ ແລະຮ້ານອາຫານ : ສາມາດບໍຣີການສຸຣາໄດ້ພຽງແຕ່ແກ່ລູກຄ້າທີ່
ນັ່ງຢູ່ເທົ່ານັ້ນ.
ການຕ້ອງຫ້າມກ່ຽວກັບການເດີນທາງ
ການເດີນທາງໄປມາໃນຊົນນະບົດຖຶກອະນຸຍາດໃຫ້ພາຍໃນຣັດເຊົາທ໌ອອສເຕຼເລັຍເອງ.
ບໍ່ໃຫ້ໃຜເຂົ້າໄປຣັດເຊົາທ໌ອອສເຕຼເລັຍ ຈາກຮັດວິກຕໍເຣັຍ ກະທັ້ງເປັນຄົນເຊົາທ໌ອອສເຕຼເລັຍ
ກໍຕາມແຕ່.
ຄົນເດີນທາງທີ່ຈຳເປັນເທົ່ານັ້ນສາມາດເຂົ້າໄປຣັດເຊົາທ໌ອອສເຕຼເລັຍຈາກຣັດວິກຕໍເຣັຍ.
ຄົນເດີທາງຈາກ NT, QLD, TAS ແລະ WA ຖືກອະນຸຍາດໃຫ້ເຂົ້າໄປໃນຣັດເຊົາທ໌ອອສເຕຼເລັຍ
ໂດຍຕຼົງໂດຍບໍ່ມີການຕ້ອງຫ້າມ.
ຄົນເດີທາງຈາກ NSW, ACT ຫຼືຕ່າງປະເທດຕ້ອງແຍກໂຕຢູ່. ແລະ ຖ້າຫາກທ່ານຖຶກກວດເຫັນເປັນໂຄໂຣນາໄວຣັສຫຼືໄດ້ຢູ່ໃກ້ສິດກັບຄົນທີ່ີ່ເປັນມັນດ້ວຍ.
ໃນຣະຍະ 14ມື້ທ່ານຈຳຕ້ອງຢູ່ເຮືອນ (ຫຼືໃນຫ້ອງຂອງໂຮງແຮມ) ແລະບໍ່ອອກໄປໃສຖ້າກທ່ານບໍ່ຕ້ອງໄປຫາເອົາການດູແລໃນດ້ານການແພດອັນຮີບດ່ວນ.
ຖ້າຫາກທ່ານຈະເດີນທາງໄປຣັດເຊົາທ໌ອອສເຕຼເລັຍ ໃຫ້ປະກອບ Cross Border Travel
Registration ຢ່າງໜ້ອຍ3 ມື້ລ່ວງໜ້າກ່ອນເດີນທາງ ບໍ່ວ່າທ່ານເລີ້ມຕົ້ນການເດີນທາງ
-travel-application
ຄົນໃນອອສເຕຼເລັຍຈຳຕ້ອງຢູ່ຫ່າງກັນແລະກັນເປັນຢ່າງໜ້ອຍ 1.5 ແມດ.
ໃຫ້ກວດເບິ່ງການຕ້ອງຫ້າມໃນຣັດຕ່າງໆກ່ຽວກັບຈຳນວນການເຕົ້າໂຮມກັນ.
ສຳຮັບຄົນທີ່ຢູ່ກິນຢູ່ໃນ Metropolitan Melbourne ແມ່ນຢູ່ໃນມາຕການ ຂັັ້ນ 4 ແລະຈຳ
ຕ້ອງປະຕິບັດຕາມ curfew ຣະຫ່ວາງ 8 ໂມງຄ່ຳ ຫາ 5 ໂມງເຊົ້າ.
ລາຍຊື່ການຕ້ອງຫ້າມຢ່າງຣະອຽດສາມາດຫາເອົາໄດ້ນະທີ່ :
covid-19
ຖ້ຫາກທ່ານເປັນໄຂຫວັດນ້ອຍຫຼືຫັວດໃຫຍ່ ໃຫ້ຢູ່ເຮືອນແລະຈັດແຈງການກວດເບິ່ງໂດຍໂທ
ຫາທ່ານໜໍຂອງທ່ານຫຼືຕິດຕໍ່ຫາ Coronavirus Health information Hotline ໂດຍ
1800 020 080.
ຂ່າວຄາວແລະຂໍ້ມູນມີໄວ້ບໍ່ຣີການເປັນ 63 ພາສາຢູ່ນະທີ: sbs.com.au/coronavirus