ການປັບ ລ໋ອກດາວຕ່າງໆ

Victorian Premier Daniel Andrews addresses the media during a press conference in Melbourne, Tuesday, July 20, 2021. (AAP Image/Diego Fedele)

Victorian Premier Daniel Andrews addresses the media during a press conference in Melbourne, Tuesday, July 20, 2021. (AAP Image/Diego Fedele) Source: AAP

ປະກາດຂ່າວກ່ຽວກັບການປັບໃຫ້ທັນການກ່ຽວກັບ ໂຄວິດ-19.

 

- ການລ໋ອກດາວວິກຕໍເຣັຍຖຶກຕໍ່ດົນນານອອກເຈັດມື້ຈາກກ່ອນນີ້ຫ້າມື້

- ນີວຊາວແວນລ໌ມີຄົນເປັນ ໂຄວິດ-19 ໃນທ້ອງຖິ່ນໃນ 19 ກໍຣະກະດາ ເຖິງ  98 ຄົນ ໂດຍມີ 20 ຄົນຕິດແປດໄດ້ໃນຊຸມຊົນ.

- Services NSW ຮັບເອົາການຮ້ອງຂໍເອົາເງິນການຊ່ວຍເຫຼືອການລ໋ອກດາວສຳຮັບທຸຣະກິດຂັ້ນນ້ອຍແລະກາງ.

- ຢາວັກຊີນ ໂຄວິດ-19 ຟາຍເຊີ ນຶ່ງລ້ານໂດສ໌ມາຮອດອອສເຕຼເລັຍແລ້ວເພື່ອກະຕຸ້ນການສັກຢາວັກຊີນ ໂຄວິດ-19.

- ລ໋ອກດາວວິກຕໍເຣັຍບໍ່ສຸດສິ້ນໃນຄືນວັນອັງຄານ ທີ 20 ກໍຣະກະດາ ຕາມທີ່ກະວາງໄວ້ແຕ່ຖຶກຕໍ່ດົນນານຕື່ມຈົນຮອດ 27 ກໍຣະກະດາ 2021.

- ໃນເວລານີ້ໃນ quarantine ຫຼືການຖຶກກັກໂຕ ມີຄົນ 15,800 ຄົນທີ່ໄດ້ໃກ້ຊິດກັນກັບຄົນທີ່ເປັນ ໂຄວິດ-19 ໂດຍມີບ່ອນເປັນ ໂຄວິດ-19 ໃໜ່ 250 ແຫ່ງຫົນ. ໃຫ້ເຂົ້າເບິ່ງລາຍຊື່ຫຼືແຜນທີ່ບ່ອນເປັນ ໂຄວິດ-19 ນະທີ່  www.coronavirus.vic.gov.au/exposre-sites

 

ໃນວັນທີ່ 19 ແລ້ວນີ້ນວີຊາວແວນລ໌ມີຄົນເປັນ ໂຄວິດ-19 ໃໜ່ 98 ຄົນໃນທ້ອງຖິ່ນເອງ ັກບມີ 2/3 ກໍຣະນີຖຶກພົບເຫັນເປັນຢູ່ໃນ Southwest Sydney. 61 ລາຍມີສາຍພົວພັນກັບບ່ອນທີ່ຮູ້ວ່າເປັນຢູ່ແລ້ວ. ບໍ່ເກີດຂອງ 37 ລາຍຍັງຢູ່ໃນການສຶບສວນຢູ່. 20 ລາຍ ຈາກກໍຣະນີໃໜ່ຢູ່ໃນຊຸມຊົນເມື່ອຍັງຕິດແປດກັນໄດ້ຢູ່. 

ຊອກເບິ່ງບ່ອນເປັນ ໂຄວິດ-19 ຢູ່ນະທີ່ nsw.gov.au/infectious/covid-19/Pages/case-locations-and-alerts-aspx

 

ລ໋ອກດາວໃໜ່ທີ່ບົ່ງວາງໃສ່ຂົງແຄ້ວນຊິດນີມີດ້ວຍການຕ້ອງຫ້າມວຽກງານການກໍ່ສ້າງທຸກຢ່າງແລະປິດຮ້ານຄ້າອັນບໍ່ຈຳເປັນ ຮວມດ້ວ supermarkets, ຮ້ານຂາຍຢາ, ທະນາຄານ ແລະຮ້ານຂາຍສຸຣາ.

Servicers NSW ເປີດຮັບການຮ້ອງຂໍເອົາເງິນການຊ່ວຍເຫຼືອລ໋ອກດາວສຳຮັບທະຣະກິດຂັ້ນນ້ອຍແລະກາງ ຮວມດ້ວຍ small business Covid-19 support ແລະເງິນການຊ່ວຍເຫຼືອ small business recovery ສາມາດຖຶກຮ້ອງຂໍເອົາໄດ້. ການຮ້ອງຂໍຈະຖຶກປິດລົງໃນເວລາ 11:59 ໂມງ ຂອງວັນທີ 13 ກັນຍາ 2021. ສຳຮັບລາຍຣະອຽດຕື່ມອີກໃຫ້ເຂົ້າເບິ່ງ services.nsw.gov.au/2021-covid-19-business-grant-guidelines

 

ລ໋ອກດາວຂົງແຄ້ວນຊິດນີຖຶກຕໍ່ດົນນານອອກໄປຮອດ 11:59 ໂມງຄ່ຳຂອງວັນສຸກທີ 30 ກໍຣະກະດາ 2021.

ໃນວັນທີທ 19 ທີ່ຜ່ານມາໃນທົ່ວອອສເຕຼເລັຍ

- ຄີວນສ໌ແລນດ໌ ບໍ່ມີຄົນເປັນ ໂຄວິດ-19ຈັກຄົນຈາກການຕິດແປດກັນໃນຊຸມຊົນ

- ຄົນເຣືອເຈັດຄົນໃນກ່ຳປັ່ນສິນຄ້າຖຶກກວດເຫັນເປັນ ໂຄວິດ-19 ແລະຖຶກລ໋ອກດາວຢູ່ທີ່ Fremantle, WA

- ຢາວັກຊີນ ໂຄວິດ-19 Pfizer ເຖິງຫຼາຍກ່ວາ 8000,000 ໂດສ ມາຮອດຊິດນີແລ້ວ ແລະ ແມນລ໌ເບີນຫຼາຍກ່ວາ 100,000 ໂດສ.

 

ບຸນ Eid al-Adha  (Festival of Sacrifices) ເລີ້ມຂຶ້ນມາແລ້ວແຕ່ຄືນວັນທີ 19 ແລ້ວນີ້.

ມັນເປັນສິ່ງສຳຄັນທີ່ຈະປົກປ້ອງໂຕເອງແລະຄົນອື່ນໆໃນຣະຍະການກາຍຫວາຍບຸນ  Eid al-Adha ໂດຍ :

- ເລືອກກາບຫວາຍຢູ່ບ້ານຢູ່ເຮືອນ

- ຣົບລ້າງການເຕົ້າໂຮມກັນອັນໃຫຍ່ໂຕ

- ໃສ່ໜ່າກາກອານາມັຍ

- ແລະ ໃຊ້ຜ້າພົມການກາບຫວາຍຂອງໂຕເອງ.

 

 


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ), SBS Radio
Source: SBS

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service