ເປັນຫັຍງພາສາລາວຈຶ່ງຍາກຊາເອົາແທ້ເອົາວ່າ?
ພາສາລາວເຮົາມັນບໍ່ແມ່ນຫາກໍກຳເນີດເກີດອອກມາໃນຫ່ວາງນຶ່ງນີ້. ມັນເກົ່າແກ່ມານານແລ້ວ ຄັນບໍ່ວ່າຫຼາຍພັນປີ.
ແລະເປັນທີຮູ້ກັນວ່າການຂີດຂຽນພາສາລາວເຮົາທີໃຊ້ກັນຢູ່ໃນເວລານີ້້ແມ່ນກຳເນີດເກີດມາຈາກພາສາສັນສະກຼິດແລະບາລີ.
ນີ້ແມ່ນຈິງຫຼືບໍ່ມັນກໍເປັນທີສົນໃຈດ້ວຍ.
ແຕ່ແນ່ນອນແລະຈິງແທ້ແມ່ນວ່າການຂີດຂຽນພາສາລາວເຮົາຍັງມີບັນຫາມາກມາຍແທ້ໆຢູ່...
ລາວເຮົາມີໄວຍະກອນເປັນຫຼັກເປັນແກ່ນເພື່ອຂີດຂຽນພາສາລາວເຮົາໃຫ້ຖຶກຕ້ອງແລະສອດຄ່ອງກັນ ແຕ່ໄວຍະກອນນັັ້ນກໍບໍ່ແນ່ນນອນແທ້.
ບາງຄັ້ງນັກໄວຍະກອນກໍວາງຫຼັກການອອກມາແບບໄຮ້ປະໂຫຍດ ດັ່ງສະຫາຍໃຫຍ່ ພູມມີ ວົງວິຈິດ ຂຽນໄວ້ໃນປຶມໄວຍະກອນລາວເຫຼັມນຶ່ງວ່າວິທີການຈະໃຊ້ສະຣະໄອ ໄມ້ມ້ວນ ໄມ້ມາຍ ແມ່ນໃຫ້ຟັງສຽງປາກຂອງໄທຍ໌ເມືອງຫຼວງເອົາ ເພື່ອຈະໃຊ້ໄມ້ໃດ ແຕ່ພົນລະເມືອງລາວມັນມີຫຼາຍລ້ານຄົນແລະພະມະຫາກະສັດລາວທີເປັນເຈົ້າໂຄດເຈົ້າກໍຄົນຫຼວງພະບາງກໍຖຶກຈັບໄປຂັງໃນສູນສຳປະທຸກຈົນຕາຍກ້ຽງແລ້ວ ຈັກສິຂຽນແນວໃດຕາມຄວາມຊີ້ນຳຂອງສະຫາຍນັ້ນ.
ບາດວ່າໂຕ ຣ ແລະ ໂຕ ລ ສຳຜັດຖຶກປະຕິວັດຣົບລ້າງ ໂຕ ຣ ຖິິ້ມ ແຕ່ບັດນີ້ກໍນຳເອົາມັນໃຊ້ຄືນໂດຍງ່ຽບໆແລ້ວ. ໄມ້ກັນ ັ ກໍຖຶກດັບສູນ...
ຈັກອັນໃດເປັນແນວໃດ ຄົນທັງຫຼາຍຂຽນຕາມໃຈຊອບ...
ຄັນຊິກວດເບິ່ງວ່າໂຕໃດອັນໃດຖຶກຂີດຂຽນຜິດຫຼືຖຶກ ກໍບໍ່ມີອັນໃດແທ້ເປັນຫຼັກແທ້ໆແລະຊັດເຈນພໍທີ່ຈະກວດເບິ່ງແລະ/ອ້າງອີງເຖິງໄດ້. ຄັນວ່າມີ ກໍບໍ່ຄ່ອຍຈະຮູ້ຈະເຫັນໄດ້ຫຼືໄປຫາເອົາຢູ່ໃສໄດ້...
ຈັ່ງໃດກຕາມເພື່ອການຈົນທະນາປຶກສາຫາລືກັນກ່ຽວກັບວ່າ "ພາສາລາວເຮົາຄືມາຍາກແທ້?" ຂ້າພະ ເຈົ້າໄດ້ມີໂອກາດສຳພາດຍານາງ ປິ່ນຄຳ ສີມມາລາວົງ ທີ່ຢູ່ກິນຢ່າງຖາວອນຢູ່ໃນປະເທດອອສເຕຼເລັຍຕໍ່ແຕ່ໃນທ້າຍສມັຍ 70 ເປັນຕົ້ນມາ.
ໃນອອສເຕຼເລັຍຍານາງມີຄຸນງາມຄວາມດີມາກມາຍຕໍ່ວົງສັງຄົມລາວໃນຣັດ ນີວຊາວແວນລ໌...
ຍານາງ ປິ່ນຄຳ ສິມມາລາວົງ ເປັນຄົນຫຼວງພະບາງ ທີ່ໄດ້ຮັບການສຶກສາຂັ້ນສູງຢູ່ໃນພະຣາຊອານາຈັກລາວແລ້ວໄດ້ໄປສຶກສາຂັ້ນສູງຕໍ່ຢູ່ໃນສະຫະຣັດອະເມຣິກາຫຼາຍໆປີ.
ເມື່ອຮຽນຈົບແລ້ວກໍກັບມາຮັບໃຊ້ປະເທດຊາດບ້ານເມືອງແລະສັງຄົມໃນຂແນງການສຶກສາໃນລາວ ທີໃນສມັຍນັ້ນຫາກໍມີໂຮງຮຽນພາສາອັງກິດຢູ່ໃນຜື້ນແຜ່ນດິນລາວນະທີ່ສະຖາບັນ ວິຊາຄູ ທີດົງໂດກ ນະຄອນຫຼວງວຽງຈັນ.
ກ່ຽວກັບທີ່ວ່າການຂີດຂຽນພາສາລາວນັ້ນຍານາງກໍເຫັນວ່າ "ມັນຍາກຊາແທ້ໆເຣື່ອງສະກົດ" ພາສາລາວ "ມັນກະຍາກຢູ່".
ກ່ຽວກັບບາດວ່າຍານາງຖຶກສອບຖາມກ່ຽວັກບສະໄອ ໄມ້ມ້ວນ( ໃ) ໄມ້ມາຍ (ໄ) ຍານາງເວົ້້າວ່າຢູ່ໃນປຶ້ມໄວຍະກອນລາວເຫຼັມນຶ່ງ"ເພີ່ນຂຽນໄວ້ ສະຣະໄອໄມ້ມ້ວນ ມີ 30 ຄວາມ ທັງໜົດຢູ່ໃນພາສາລາວ"... ນີ້ແມ່ນຈຳຕ້ອງຈື່ໄວ້ຢ່າງຕາຍໂຕ.
ຍານາງ ປິິ່ນຄຳ ກໍບອກໃຫ້ຊາບວ່າໃນ ສປປລາວ ຂອງເວລານີ້ແມ່ນຂຽນພາສາລາວຕາມສຽງ (ຄືຕາມພະຮາຊອົງການທີ 10 ຂອງຍຸກພະຣາຊອານາຈັກລາວ).
ເຖິງຈະເປັນດັ່ງນັ້ນກໍຕາມມັນກໍມີການຂຽນຕາມຫຼັກໄວຍະກອນອີກອັນນຶ່ງທີຮຽກວ່າ ສະກົດຕາມເຄົ້າ...
ຈັກວ່າຂຽນແບບໃດ ແລະອັນໃດເປັນແນວໃດກັນແທ້ ແຕ່ຄວາມຈິງມີຢູ່ວ່າການຂີດຂຽນພາສາລາວເຮົາມັນຍາກ ຊຶ່ງຍານາງ ປິນຄຳ ສິມມາລາວົງ ກໍມີຄວາມເຫັນວ່າ "ມັນແມ່ນແທ້ ພາສາລາວເຮົາ ມັນຂາດຕົກບົກຜ່ອງ"...
ແຕ່ມັນຂາດເຂີນແລະຂາດຕົກບົກຜ່ອງຫັຍງແດ້???
ກະຣຸນາຟັງການສຳພາດທັງ 2 ພາກນັ້ນຢູ່ນະທີ່:
ແລະກະຣຸນາກົດຟັງ: