ຮ້ານອາຫາລາວໃນຣັດວິກຕໍເຣັຍຈະລອດຕາຍຈາກ ໂກວິດ-19 ​ບໍ່?

Sticky Rice with Sweet and Sour Chicken - Getty

Sticky Rice with Sweet and Sour Chicken - Getty Source: Getty

(ນີ້ເປັນບົດຂຽນ. ກະຣຸນາ ຟັງບົດຄວາມເປັນສຽງດ້ວຍ. ຂອບໃຈ)

 

ເສຖກິດທົ່ວປະເທດອອສເຕຼເລັຍຕົກຕ່ຳຄຸກພື້ນ "ຣີເຊັດຊັນ" ທີ່ຈະໃຊ້ເວລາຍາວນານຈຶ່ງຈະຟື້ນຄືນໄດ້.

ສຳຮັບຣັດວິກຕໍເຣັຍແລ້ວອາດດູເດົາໄດ້ວ່າເສຖກິດຄົງເຮີະຮ້າຍກ່ວານັ້ນອີກເພາະວິກຕໍເຣັຍເປັນ ໂກວິດ-19 ຮອບສອງຈົນວ່າມີການບັນຍັດມາຕການສຸກເສີນຣະດັບສີ່ຂຶ້ນຍາວນານເຕີບສຳຮັບນະຄອນແມນລ໌ເບີນແລະບາງເຂດໃກ້ຄຽງ ໂດຍທີ່ວ່າທົວຣັດນັ້ນຖືກມາຕການສາມຄວບຄຸມ.

 

ໂຊກດີແດ່ ເພາະຍ້ອນມາຕການອັນເຂັມຮວດສອງຢ່າງນັ້ນ ບັດນີ້ ຊົນນະບົດວິກຕໍເຣັຍປັສຈາກຈາກມາຕການສາມແລ້ວ ຄືຫຼຸດໄປຢູ່ໃນມາຕການສອງແລ້ວ. ແມນລ໌ເບີນ ນັ້ນ ໃນມື້ນີ້ 23-9-20 ຍັງຄ່າຢູ່ໃນມາຕການສີ່ຢູ່ ແຕ່ມີຄາດຄະເນວ່ານັ້ນຈະຫຼຸດລົງໄປຢູ່ໃນມາຕການສາມຫຼັງຈາກວັນທີ່ 28-9-20...

 

ໃນຊົນນະບົດຣັດວິກຕໍເຣັຍ ມີຄົນລາວທຳມາຫາກິນ ໂດຍສະເພາະໃນເມືອງໃຫຍ່ຕ່າງໆ.

ພວກເຫຼົ່ານີ້ມີອາຊີບແຕກຕ່າງກັນຕາມຄວາມສຳນິສຳນານຂອງແຕ່ໃຜມັນ ແຕ່ກໍມີບາງຜູ້ບາງຄົນເຮັດທຸຣະກິດ ດັ່ງ ເຮັດຮ້ານອາຫານ.

ແຕ່ນີ້ບໍ່ແມ່ນຮ້ານອາຫານລາວ. ມັນແມ່ນຮ້ານອາຫານ ທີ່ບໍຣິການອາຫານໄທຍ໌.

ຮ້ານນຶ່ງນັ້ນແມ່ນ ຮ້ານ ໂບ ໄທຍ໌ ທີ່ຕັ້ງຢູ່ໃນເມືອງ ຈີ່ລອງ ວິກຕໍເຣັຍ.

ກ່ອນໜ້າວິກຕໍເຣັຍເກີດມີວິກິດ ໂກວິດ-19 ຮອບນຶ່ງແລະສອງ ໂບ ໄທຍ໌ ຄ້າໄດ້ຂາຍໜານພໍສົມຄວນ...

ແຕ່ເກີດມີບັນຫາຕ່າງໆດັ່ງທຸຣະກິດຮ້ານອາຫານທົ່ວໄປ ເຖິງວ່າ"ເກືອບຕາຍ"ຍ້ອນ...

 

ໃນເວລານີ້ ຍ້ອນຊົນນະບົດວິກຕໍເຣັຍຫັນໄປໃຊ້ມາຕການສອງຕໍ່ຕ້ານ ໂກວິດ-19 ແລ້ວ ໂບ ໄທຍ໌ ກໍຫັນທຸຣະກິດຂຶ້ນແລ້ວ ແຕ່ ໂກວິດ-19 ມັນຍັງອາຣະວາດໃນທຸກຫົນແຫ່ງຢູ່.

ດ້ວຍເຫດນີ້ໂຊກສະຕາກັມຂອງ ໂບໄທຍ໌ ຈະເປັນແນວໃດໃນອານາຄົດ?

ນີ້ຕອບໄດ້ຍາກແທ້ໆ...

 

(ນີ້ເປັນບົດຂຽນ. ກະຣຸນາ ຟັງບົດຄວາມເປັນສຽງດ້ວຍ. ຂອບໃຈ).

 


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service