ວັດລາວຈີລອງ ຈະຖຶກສ້າງສຳເຣັດບໍ່?

Wat Phrayortkeo Dhammayanaram Lao Buddhist Temple in Edensor Park, New South Wales - SBS News.jpg

Wat Phrayortkeo Dhammayanaram Lao Buddhist Temple in Edensor Park, New South Wales - SBS News.jpg Source: SBS News

ໄມ້ລຳດຽວສ່າງບ້ານແປງເມືອງໄດ້ບໍ່?

 

ກະຣຸນາກົດຟັງການສຳພາດທ່ານ ກ້ອມ ອິນທະວົງ ກ່ຽວກັບຊຸມຊົນລາວ ຈີລອງ ແລະ ວັດລາວ ຈີລອງ​ ໃນໃຕ້ກ້ອງນີ້ : 

 

ຄົນລາວເຮົາໃນປະເທດອອສເຕຼເລັຍ ຄັນຈະເວົ້າແທ້ໆແລ້ວຄົງບໍ່ຮູ້ໄດ້ວ່າມີຈັກຄົນແທ້ໆເພາະການສຳຫຼວດເບິ່ງມົນລະເມືອງອອສເຕຼເລັຍບໍ່ໄດ້ຖາມເບິ່ງເຊື້ອຊາດນອກຈາກຖາມແຕ່ວ່າປາກເວົ້າພາສາເຄົ້າຂອງຕົນເອງຢູ່ບ້ານຢູ່ເຮືອນຫຼືບໍ່ ກັບຫຼາຍຢ່າງອື່ນໆ... ແຕ່ເວົ້້າໄດ້ວ່າຄົນລາວເຮົາໃນອອສເຕຼເລັຍຍັງເຫຼືອຢູ່ປະມານ 10ພັນ ຄົນຕໍ່ແຕ່ຄົນລາວປະມານ 75 ຄົນເລີ້ມມາຮອດມາເຖິງນະຄອນ ແມນລ໌ເບີນ ເປັນຈຸແລກໆຈາກສູນອົພຍົບໜອງສະໂນນ້ອຍ ໜອງຄາຍ ໃນເວລາ 3 ໂມງຂອດແຈ້ງຂອງ ວັນສຸກ ທີ 19 ມີນາ 1976 ແລ້ວຕໍ່ມາກໍມີມາຢູ່ ຊິດນີ ເປັນລຸ້ນໆ...

ຕໍ່ຈາກນີ້ຄົນລາວເຮົາໃນອອສເຕຼເລັຍກໍທະວິຂຶ້ນແລະຈະເລີນຮຸງເຮືອງ ກ້າວໜ້າ ມັ້ງຄັ້ງຮັ່ງມີດັ່ງທີ່ເຫັນກັນຢູ່ໃນທຸກໆມື້ນີ້.

 

ໃນຕອນແລກ ໃນດ້ານສາສນາ ລາວເຮົາໃນອອສເຕຼເລັຍ ແມ່ນມີຄວາມລ້ຳບາກແດ່.

ພວກທີ່ຢູ່ ຊິດນີ ກໍໄປກາບຫວາຍພະສົງຂເມນໃນສູນສະໂມສອນ ອິສຮຽນ ແລະຂອງຊຸມຊົນຄົນໄທຍ໌ທີ່ ວັທພຸທຣັງສີ ທີ່ ສະແຕນມໍຣ໌ ທີ່ມີພະອາຈານ ມະຫາ ສມັຍ (ພະເຈົ້າຄຸນ ຣາດສິຣາພອນ) ເປັນຫຼັກເປັນແກນ.

ພະມະຫາ ສມັຍ ເປັນລູກຫຼານຂອງຄົນລາວໃນແຂວງຈຳປາສັກໃນແຜ່ນດິນລາວແທ້ໆ.

ທ່ານເກີດໃນປີ 1943 ແລ້ວ ໄດ້ບວດເປັນພະສົງຢູ່ໃນ ກຸງເທບພະຫານະຄອນ ແຫ່ງປະເທດໄທຍ໌ໃນປີ 1957...

ຕໍ່ມາພະມະຫາ ສມັຍ ກໍມາຕັ້ງວັດໄທຍ໌ຂຶ້ນໃນ ຊິດນີ ແລະ ແມນລ໌ເບີນ (ທີ່ຄຸ້ມ ຟໍແຣສຕ໌ ຮຽນ)...

 

ຄົນລາວໃນ ແມນລ໌ເບີນ ນັ້ນບໍ່ມີພະບໍ່ມີຈົວແລະບໍ່ມີວັດວາອາລາມ.

ນີ້ພາໃຫ້ໄປເພີ່ງພາອາໄສແລະກາບຫວາຍພະສິຣິລັງກາ ແລະ ຕີເບດ.

ບາດວ່າມີວັດໄທຍ໌ແລ້ວກໍຫັນເຂົ້າຫາວັດໄທຍ໌... ແຕ່ແລ້ວກໍມີພະສົງລາວຕົນແລກໆຂຶ້ນ ຄື້ ພະອາຈາ ເມີງ ສະນະນີກອນ... ຕໍ່ມາກໍມີພະອາຈານ ຄຳພັນ ພັນທະປະເສີດ ຊຶ່ງປະມານພ້ອມກັນນັ້ນກໍມີ"ວັດ" ເປັນຂອງໂຕເອງຂຶ້ນສອງວັດໃນ ແມ່ນລ໌ເບີນ.

ອັນວ່າໃນ ຊິດນີ (ຣັດ ນີວຊາວແວນລ໌) ນັ້ນວັດແລກໆທີ່ເປັນວັດສາສນາພຸທ (ວັດອັນແທ້ຈິງຂອງຄົນລາວ) ແມ່ນ ວັດພະຍອດແກ້ວ ແລ້ວຕາມຫຼັງມາກໍມີວັດລາວຕ່າງໆຂື້ນຈຳນວນນຶ່ງ...

ນີ້ກໍເປັນດັ່ງນັ້ນໃນ ແມນລ໌ເບີນ, ບຼິສເບນ (ຣັດ ຄີວນສ໌ແລນດ໌), ອາດິເລດ (ຣັດ ເຊົາອອສເຕຼເລັຍ) ແລະ ແຄນເບີຣາ (ຣັດ ເອຊີທີ).

 

ເມືອງ ຈີລອງ ຢູ່ໄກຫ່າງຈາກ ແມນລ໌ເບີນ ປະມານ 70 ຫຼັກກິໂລແມດ.

ໃນເມືອງດັງກ່າວກໍມີຄົນລາວຕັ້ງພູມລຳເນົາຢ່າງໄດ້ຜົນ. ນີ້ແມ່ນລາວ-ລາວແຕ່ກໍມີລາວ (ອີສານ) ດ້ວຍ.

ຄອບຄົວຂອງຄົນລາວແລກໆຈາກສູນອົພຍົບໜອງຄາຍ ປະເທດໄທຍ໌ ທີ່ໄປຢູ່ໄປກິນຢ່າງໄດ້ຜົນດີທີ່ ຈີລອງ ແມ່ນຄອບຄົວ ອິນທະວົງ. ນີ້ແມ່ນໃນປີ 1981.

ຫຼັງຈາກນີ້ ຈາກຄອບຄົວດຽວນັ້ນ ກໍມີຫຼາຍຄອບຄົວຂຶ້ນ ທີ່ລ້ວນແລ້ວທີ່ມາຈາກສູນອົພຍົກຕ່າງໆໃນປະເທດໄທຍ໌.

ຫຼາຍປີຜ່ານໄປຕໍ່ຈາກນີ້ ຄົນລາວຈາກແຫ່ງອຶ່ນຂອງອອສເຕຼເລັຍ ດັ່ງຈາກເມືອງ ໂອບູຣີ (ນີວເຊົາແວນລ໌), ຣັດເຊົາອອສເຕຼເລັຍ, ຣັດຄີວນສ໌ແລນດ໌ ແລະ ຣັດ ນີວຊາວແວນລ໌ ກໍຄ່ອຍໆຍ້າຍເຂົ້າໄປຢູ່ທີເມືອງ ຈີລອງ...

 

ຄົນລາວທີ່ ຈີລອງ ບໍ່ມີພະສົງອົງພະເຈົ້າແລະວັດວາອາລາມໃດໆ.

ນີ້ເປັນເຫດໃຫ້ຄົນລາວທີ ຈີລອງ ມີຄວາມລ້ຳບາກໃນດ້ານສາສນາ. ຈະເຮັດຈະທຳຫັຍງກໍຈຳຕ້ອງໄປເພີ່ງພາອາໄສພະສົງລາວທີ່ ແມນລ໌ເບີນ ທີຢູ່ໄກຫ່າງກັນຣະຫ່ວາງປະມານ 70 -​ 100 ກິໂລແມດ...

ແຕ່ຍ້ອນຄວາມໜັກແໜນກັບສາສພຸທ ໂດຍການນຳພາຂອງທ່ານ ກ້ອມ ອິນທະວົງ ຊຸມຊົນລາວ ຈີລອງ ກໍສ້າງວັດລາວຂຶ້ນໃນເມືອງ "ຈີລອງ".

ວັດດັ່ງກ່າວໄດ້ນາມວ່າ "ວັດລາວ ຈີລອງ". ວັດນັ້ນຍັງບໍ່ເປັນວັດແທ້ໆເທື່ອ ແຕ່ເປັນເຮືອນໃຫຍ່ ຢອງຢູ່ບົນທີ່ດິນອັນກ້ວາງໃຫຍ່.

ທີ່ດິນແລະເຮືອນນັ້ນມີມູນຄ່າມາກມາຍໃນເວລານີ້... ແຕ່ຍ້ອນການຢືມເງິນຊື້ເອົາແມ່ນວ່າຍັງໃຊ້ໜີ້ສິນຍັງບໍ່ໜົດບໍ່ສ້ຽງເທື່ອ ແຕ່ຊຸມຊົນລາວຈີລອງກໍເປັນຜູ້ຄ້ຳຜູ້ຊູຢູ່ໃນເວລານີ້ ໂດຍທີ່ທ່ານ ກ້ອມ ອິນທະວົງ ກັບຄອບຄົວແລະຍາດພີ້ນ້ອງເປັນໂຕຕັ້ງ ຍໍວັດດັ່ງກ່າວໄວ້ຕລອດລອດມາ ໂດຍມີຊຸມຊົນຊາວລາວແລະລາວອີສານຄ້ຳຊູນຳ...

ທ່ານກ້ອມ ຊີ້ແຈງວ່າທ່ານຂໍ "ປະຕິຍານວ່າຈະສ້າງວັດນັ້ນໄປເລື້ອຍໆໃຫ້ສຳເຣັດ"...

 

ນັ້ນລະເປັນແນວນັ້ນກ່ຽວກັບ ວັດລາວຈີລອງ ແຕ່ສິ່ງທີ່ປາກົດໃຫ້ເຫັນໄດ້ຢ່າງກະຈ່າງແຈ້ງແມ່ນວັດດັ່ງກ່າວຂາດເຂີນພະສົງຫຼືບໍ່ມີແລະກຳລັງຫາວິທີທາງຫາເອົາພະສົງມາຢູ່ໃນວັດນັ້ນຢ່າງຖາວອນຢູ່.

ນີ້ມີທາງເລືອກຫຼາຍຢ່າງຢູ່ ແຕ່ຕ້ອງຜ່ານຂັ້ນຕອນຕ່າງໆຂອງທາງການເຂົ້າເມືອງອອສເຕຼເລັຍ ຮວມດ້ວຍຜ່ານນາຍໜ້າດ້ານການເຂົ້າເມືອງເພື່ອຮັບປະກັນເອົາມາ.

ນີ້ຢ່າງແນ່ນອນຈຳຕ້ອງມີການຈັບຈ່າຍເງິນຄຳມາກມາຍ...

 

ກ່ຽວກັບຊຸມຊົນຊາວລາວແລະ ວັດຈີລອງ ນັັ້ນ ມີການສຳພາດທ່ານ ກ້ອມ ອິນທະວົງ ໃຫ້ທ່ານໄດ້ຮຽນຊາບນຳໃນໃຕ້ກ້ອງນີ້​:


Share

Published

Updated

By Khamleck Thongvilu (ຄຳ​ເຫຼັກ ທອງວິ​ລຸຍ)

Share this with family and friends


Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ວັດລາວຈີລອງ ຈະຖຶກສ້າງສຳເຣັດບໍ່? | SBS Lao