ການບີບຮັດທາງເສດຖະກິດ ຕໍ່ຊາວອອສເຕຣເລັຍ.

David works 40-hours a week busking in Melbourne and is struggling to make ends meet (SBS)  .jpg

David ເຮັດວຽກຫາເງິນ 40 ຊົ່ວໂມງຕໍ່ອາທິດ ໂດຍການຫຼິ້ນດົນຕີໃນສະຖານທີ່ສາທາຣະນະ ໃນ Melbourne ແຕ່ຍັງມີປັນຫາເຣື້ອງກຸ້ມປາກທ້ອງ. Credit: SBS

ເຖິງແມ່ນຈະເຮັດວຽກຫຼາຍກວ່າຕອນກ່ອນໂຣກລະບາດ, ແຕ່ 25% ຂອງຊາວອອສເຕຣເລັຍພົບວ່າຄ່າຄອງຊີບສູງຂຶ້ນແລ ະຕ້ອງປ່ຽນນິສັຍໃນການໃຊ້ຈ່າຍເງິນ.


ການບີບຮັດທາງເສດຖະກິດ ຕໍ່ຊາວອອສເຕຣເລັຍ.

ຕອນນີ້ ຊາວອອສເຕຣໂດຍ ສເລັ່ຍແລ້ວ ເຮັດວຽກຫຼາຍກວ່າ ກ່ອນໂຣກລະບາດ.

ເຖິງຢ່າງໃດກໍຕາມ, ຫນຶ່ງໃນສີ່ຄົນ ກໍາລັງພົບວ່າ ມັນເປັນສິ່ງຍາກ ທີ່ຈະດຳຣົງຊີບຈາກລາຍໄດ້ຂອງເຂົາເຈົ້າ.

ການເພີ່ມຂຶ້ນຂອງອັດຕາ ແລະອັດຕາເງິນເຟີ້ ເຮັດໃຫ້ບາງຄົວເຮືອນຖືກບີບຮັດ, ແລະຄົນອື່ນກໍຮູ້ສຶກເຊັ່ນດຽວກັນ - ມີຫຼາຍຄົນຖືກບັງຄັບໃຫ້ປ່ຽນນິດໄສ ໃນການ ໃຊ້ຈ່າຍຂອງເຂົາເຈົ້າ. Phillippa Carisbrooke ຣາຍງານ.

ຄ່າຄອງຊີບທີ່ເພີ່ມຂຶ້ນນັ້ນ ເປັນສິ່ງທີ່ສ້າງຄວາມບໍ່ດີໃຈຕໍ່ຊາວອອສເຕຣເລັຍ ຫລາຍຄົນ.

David ເຮັດວຽກ 40 ຊົ່ວໂມງຕໍ່ອາທິດ ໂດຍການຫຼິ້ນດົນຕີໃນສະຖານທີ່ສາທາຣະນະ ແລະພະຍາຍາມຫາລາຍໄດ້ ໃຫ້ກຸ້ມປາກທ້ອງ.

'ການແກ້ໄຂບັນຫາ ແມ່ນຕ້ອງໄປຊື້ຂອງທີ່ຮ້ານຫຼຸດຣາຄາແລະໄປທີ່ຮ້ານ salvos ແລະບາງຄັ້ງກໍເພື່ອຮັບການແຈກອາຫານແລະສິ່ງຕ່າງໆ. ມັນເຮັດໃຫ້ສະຖານະການດ້ານທີ່ພັກພາອາສັຍ ຕ້ອງຖືກກະທົບຢ່າງໃຫຍ່ຫລວງ ແລະ ມັນໄດ້ເຮັດໃຫ້ຂ້ອຍຕົກຢູ່ໃນສະພາບການ ທີ່ອັນຕະລາຍຢ່າງຍິ່ງກັບເຈົ້າຂອງເຮືອນທີ່ ບໍ່ເປັນມິດ.’

ການວິຈັຍໃຫມ່ ຂອງມະຫາວິທະຍາໄລແຫ່ງຊາດ ອອສເຕຣເລັຍ ພົບວ່າ ຊາວອອສເຕຣເລັຍຫຼາຍກວ່າ ຫນຶ່ງສ່ວນສີ່ ກໍາລັງພົບວ່າ ມັນເປັນສິ່ງຍາກທີ່ຈະດຳຣົງຊີວິດ.

ນັ້ນເຖິງແມ່ນວ່າ ຜູ້ຄົນຈະເຮັດວຽກຫລາຍຊົ່ວໂມງຂຶ້ນກໍຕາມ, ທ່ານສາດສະດາຈານ Nicholas Biddle ກ່າວ.

'ວຽກທີ່ຜູ້ຄົນກໍາລັງເຮັດ ແລະຄ່າຈ້າງຂອງເຂົາເຈົ້າກໍາລັງຖືກ ”ແຫ້ນກິນ” ໂດຍການເພີ່ມຂຶ້ນຂອງລາຄາສິນຄ້າ ແລະ ໂດຍສະເພາະ ມີຜົນກະທົບ ຕໍ່ຜູ້ທີ່ບໍ່ມີຄວາມສາມາດຈ່າຍໄດ້'

ໃນຕອນຕົ້ນຂອງປີ (ມັງກອນ 2022) 37 ເປີເຊັນ (37.4%) ຂອງຊາວອອສເຕຣເລັຍ ໄດ້ກ່າວວ່າ ການຂຶ້ນລາຄາເປັນ "ບັນຫາໃຫຍ່ຫຼາຍ".

ມາຮອດເດືອນຕຸລາກໍໄດ້ເພີ່ມຂຶ້ນເປັນ ເກືອບ 57 ເປີເຊັນ (56.9.%).

ນາງ Sarah ແມ່ຜູ້ເຮັດວຽກ ໄດ້ສັງເກດເຫັນວ່າ ຄ່າອາຫານເພີ່ມຂຶ້ນ, ຈຶ່ງໄດ້ປ່ຽນແນວທາງທີ່ນາງລ້ຽງຄອບຄົວ.

'ແນ່ນອນ ຂ້ອຍຊອກຫາສິ່ງຂອງທີ່ມີລາຄາຖືກກວ່າ, ເຊິ່ງບໍ່ແມ່ນທາງເລືອກທີ່ມີຄຸນຄ່າທາງໂພຊະນາການທີ່ຫຼາຍທີ່ສຸດສເມີໄປ. ແລະລູກສາວຄົນຫນຶ່ງຂອງຂ້ອຍ ເປັນພະຍາດ celiac, ດັ່ງນັ້ນຈຶ່ງບໍ່ເປັນໄປໄດ້ສເມີໄປ.ສະນັ້ນແນ່ນອນຕ້ອງຮູ້ສຶກເຣື້ອງຄ່າໃຊ້ຈ່າຍ.'

ສະພາບໍລິການສັງຄົມຂອງອອສເຕຣເລັຍ (The Australian Council of Social Service) ຮຽກຮ້ອງໃຫ້ມີການ ເພີ່ມເງິນສນັບສນູນຣາຍໄດ້.

Cassandra Goldie, C-E-O (ຂອງ The Australian Council of Social Service) ກ່າວວ່າ ຄວນຈະໃຫ້ຄວາມສໍາຄັນສູງສຸດຕໍ່ຄົນທີ່ມີຫນ້ອຍທີ່ສຸດ.

"ຍົກລະດັບການສນັບສນູນລາຍຮັບ ເພື່ອກວມເອົາສິ່ງຈໍາເປັນ ແລະເຮັດທຸກສິ່ງທີ່ພວກເຮົາສາມາດເຮັດໄດ້ ເພື່ອຮັບມື ກັບການເພີ່ມຂຶ້ນ ຂອງຕລາດທີ່ກໍາລັງເປັນຢູ່, ຄວາມກົດດັນໃນການສນອງ ແລະໂດຍສະເພາະ ຕ້ອງຄວບຄຸມຄ່າໃຊ້ຈ່າຍດ້ານທີ່ຢູ່ອາສັຍ"

ຣັຖບານໄດ້ປະຕິເສດເຣື້ອງມາດຕະການບັນເທົາຄ່າຄອງຊີບໃຫມ່.

ທ່ານ Jim Chalmers ຣັຖມົນຕີການຄັງໄດ້ເຕືອນວ່າ ການໃຫ້ເງິນສົດສາມາດກະຕຸ້ນເງິນເຟີ້ ແລະຊຸກຍູ້ ອັດຕາເງິນເຟີ້ ໃຫ້ສູງຂຶ້ນ.

‘ພວກເຮົາຮູ້ວ່າ ຜູ້ຄົນກໍາລັງມີຄວາມລຳບາກ ແລະສິ່ງທີ່ ຮ້າຍແຮງທີ່ສຸດ ທີ່ເຮົາສາມາດເຮັດໄດ້ ກໍຄື ການເຮັດ ໃຫ້ຊີວິດຂອງຜູ້ຄົນຍາກຂຶ້ນ ໂດຍການມີງົບປະມານ ທີ່ຂຍາຍໂຕ, ແລະຊຶ່ງໄດ້ເພີ່ມ ຄວາມກົດດັນ ໃຫ້ແກ່ເງິນເຟີ້ ເຫລົ່ານີ້.'

Lucy ຜູ້ທີ່ເກີດໃນຊ່ວງຫຼັງສົງຄາມໂລກຄັ້ງທີ 2 ແລະມີເຮືອນຂອງໂຕເອງບອກວ່າ ນາງເປັນຂອງຄົນລຸ້ນທີ່ໂຊກດີ.

'ພວກເຮົາແມ່ນ Baby Boomers. ແລະສະນັ້ນ ພວກເຮົາ ຈຶ່ງໄດ້ຮັບການດູແລ ເປັນຢ່າງດີໃນດ້ານພາສີ ແລະສິ່ງອື່ນໆ ຕລອດຊີວິດຂອງພວກເຮົາ. ສະນັ້ນ, ແມ່ນພວກເຮົາໂຊກດີ. ແລະພວກເຮົາບໍ່ມີລູກຢູ່ເຮືອນ. ຂ້ອຍບໍ່ຢາກລ້ຽງລູກໄວລຸ້ນສາມຄົນ ຢ່າງທີ່ເຮົາເຄີຍເຮັດຕອນທີ່ພວກເຂົາອາຍຸຍັງຫຼາຍແລ້ວ. ຂ້ອຍບໍ່ຮູ້ວ່າ ມັນຕ້ອງເປັນໄປໄດ້ ສໍາລັບຄົນສ່ວນຫຼາຍ.'

ນາງ Gita ໃນວັຍຫົກສິບປີຂອງນາງ ແລະໄດ້ໃຊ້ຊີວິດ ຜ່ານຊ່ວງເວລາ ການເງິນທີ່ລຳບາກໃນປີ 1980 ແລະ 90.

ນາງມີຄໍາແນະນໍານີ້ສໍາລັບຄົນລຸ້ນໃຫມ່.

'ໃຫ້ອົດທົນໄວ້. ນີ້ມັນຈະບໍ່ຢູ່ກັບເຮົາຕລອດໄປ. ທ່ານພຽງແຕ່ຕ້ອງຊອກຫາຄວາມຍືດຍຸ່ນອົດທົນໃນຕົວທ່ານເອງ ແລະຮຽນຮູ້ວິທີທີ່ຈະຊ່ອຍໃຫ້ທ່ານຜ່ານມັນໄປໄດ້.'

ເນື້ອເລື່ອງໂດຍ Phillippa Carisbrooke ຂ່າວ SBS News,

ຜລິດໂດຍ ສັກ ພູມີຣັຕນ໌ ວິທຍຸ SBS ພາກ ພາສາລາວ

Share
Follow SBS Lao

Download our apps
SBS Audio
SBS On Demand

Listen to our podcasts
Independent news and stories connecting you to life in Australia and Lao-speaking Australians.
Ease into the English language and Australian culture. We make learning English convenient, fun and practical.
Get the latest with our exclusive in-language podcasts on your favourite podcast apps.

Watch on SBS
SBS World News

SBS World News

Take a global view with Australia's most comprehensive world news service
ການບີບຮັດທາງເສດຖະກິດ ຕໍ່ຊາວອອສເຕຣເລັຍ. | SBS Lao